ສະພາຄວາມໝັ້ນຄົງ ຮັບຮອງເອົາມະຕິຕໍ່ກຳນົດເວລາປະຕິບັດໜ້າທີ່ຂອງຄະນະຮັກສາສັນຕິພາບ ສປຊ ຢູ່ ກົງໂກ

20:38 | 23/12/2021

ຍສໝ - ຫວ່າງແລ້ວນີ້, ສະພາຄວາມໝັ້ນຄົງ ສປຊ ໄດ້ຮັບຮອງເອົາມະຕິເລກທີ 2612 ວ່າດ້ວຍການຕໍ່ກຳນົດເວລາປະຕິບັດໜ້າທີ່ຂອງ ຄະນະຮັກສາສັນຕິພາບ ສປຊ ຢູ່ ສາທາລະນະລັດ ປະຊາທິປະໄຕ ກົງໂກ (MONUSCO) ແລະ ປຶກສາຫາລືກ່ຽວກັບສະພາບການ ຢູ່ ຊີຣີ ແລະ ເອທີໂອປີ.

ພັດທະນາການພົວພັນລະຫວ່າງຫວຽດນາມ ແລະ ບັນດາປະເທດຕາເວັນອອກກາງ - ທະວີບອາຟຣິກາ ພັດທະນາການພົວພັນລະຫວ່າງຫວຽດນາມ ແລະ ບັນດາປະເທດຕາເວັນອອກກາງ - ທະວີບອາຟຣິກາ
ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ ແລະ ຈີເລ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ ແລະ ຈີເລ
ສະພາຄວາມໝັ້ນຄົງ ຮັບຮອງເອົາມະຕິຕໍ່ກຳນົດເວລາປະຕິບັດໜ້າທີ່ຂອງຄະນະຮັກສາສັນຕິພາບ ສປຊ ຢູ່ ກົງໂກ
ສະພາຄວາມໝັ້ນຄົງ ຮັບຮອງເອົາມະຕິຕໍ່ກຳນົດເວລາປະຕິບັດໜ້າທີ່ຂອງຄະນະຮັກສາສັນຕິພາບ ສປຊ ຢູ່ ກົງໂກ. ພາບ: VOV

ກ່ຽວຂ້ອງເຖິງສະພາບການຢູ່ ຊີຣີ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ດັ້ງດິ່ງກຸ໊ຍ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງມີການເຈລະຈາດ້ວຍລັກສະນະສ້າງສັນ ແລະ ເນັ້ນຫນັກເຖິງຄວາມສໍາຄັນຂອງການສະຫນັບສະຫນູນຂອງປະຊາຄົມສາກົນຕໍ່ຂະບວນການນີ້; ​ເພີ່ມ​ທະວີ​ການ​ຊ່ວຍ​ເຫຼືອ​ດ້ານ​ມະນຸດສະທຳ, ພ້ອມ​ທັງ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ສ້າງຍຸດ​ທະ​ສາດ​ການ​ຊ່ວຍ​ເຫຼືອຟື້ນຟູ​​ພາຍຫຼັງ​ການ​ປະ​ທະ​ກັນ​ໂດຍຮອບດ້ານ​ເພື່ອ​ຮັບປະກັນ​ການ​ເພິ່ງ​​ຕົນ​ເອງ​ຂອງ​ປະຊາຊົນ​ຊີຣີ.

ໃນວັນດຽວກັນ, ກ່າວຄຳເຫັນທີ່ວາລະປຶກສາຫາລືຂອງສະພາຄວາມໝັ້ນຄົງ ສປຊ ກ່ຽວກັບສະພາບການມະນຸດສະທຳຢູ່ ເອທີໂອປີ ພາຍໃຕ້ຫົວຂໍ້ “ບັນດາບັນຫາອື່ນ”, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ກໍໄດ້ເນັ້ນໜັກເຖິງບົດບາດສຳຄັນຂອງບັນດາອົງການ ສປຊ, ໃນນັ້ນມີກອງທຶນເດັກຂອງສະຫະປະຊາຊາດ (UNICEF), ຫ້ອງການປະສານງານດ້ານມະນຸດສະທໍາຂອງສະຫະປະຊາຊາດ ແລະ ບັນດາຄູ່ຮ່ວມມືສາກົນອື່ນໆ, ໃນການສະຫນັບສະຫນູນບັນດາກິດຈະກໍາດ້ານມະນຸດສະທໍາໃນປະເທດນີ້.

ທ່ານ​ເອກ​ອັກຄະ​ລັດຖະທູດ ​ໄດ້​ເນັ້ນ​ໜັກ​ເຖິງ​ຫຼັກການ​ບໍ່​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງບັນດາ​ປະ​ເທດ ​ແລະ ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນໂດຍ​ສັນຕິ​ວິທີ; ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ, ​ໂດຍ​ສະ​ເພາະ​ແມ່ນ​ສະຫະພາບ​ທະວີບອາ​ຟຣິກາ, ຊ່ວຍ​ໃຫ້​ຝ່າຍ​ຕ່າງໆ​ຊຸກຍູ້​ການ​ເຈລະຈາ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ສະໜອງ​ການ​ຊ່ວຍ​ເຫຼືອ​ດ້ານ​ມະນຸດສະທຳ​ໃຫ້​ແກ່ ເອທີໂອປີ.

ໄຊພອນ

ເຫດການ
302 Found

Found

The document has moved here.