320 ລະຫັດຜະລິດຕະພັນຂອງຫວຽດນາມ ໄດ້ຮັບໃບອະນຸຍາດ ສົ່ງອອກໄປຍັງຈີນ

08:46 | 28/12/2021

ຍສໝ - ມາ​ຮອດ​ເວລາ 11 ​ໂມງ​ຂອງ​ວັນ​ທີ 24 ທັນວາ 2021, ​​ມີ 320 ລະຫັດ​ຜະລິດ​ຕະພັນ​ຂອງ​ວິ​ສາ​ຫະກິດ​ຫວຽດນາມ ​ໄດ້​ຮັບໃບ​ອະນຸຍາດ​ສົ່ງ​ອອກ​ໄປ​ຍັງຕະຫຼາດ​ຈີນ.

ຮ່າໂນ້ຍມອບສັນຍາລັກຜະລິດຕະພັນອຸດສາຫະກຳຫຼັກແຫຼ່ງ ຮ່າໂນ້ຍມອບສັນຍາລັກຜະລິດຕະພັນອຸດສາຫະກຳຫຼັກແຫຼ່ງ
ທ້ອງ​ຖິ່ນ​ຕ້ອງ​ສົມທົບ​ກັນ​ດັດສົມການ​ສົ່ງ​ອອກຜະລິດຕະພັນ​ກະເສດ ​ແລະສິນໃນນໍ້າ ​ໄປຍັງ​ຈີນ ທ້ອງ​ຖິ່ນ​ຕ້ອງ​ສົມທົບ​ກັນ​ດັດສົມການ​ສົ່ງ​ອອກຜະລິດຕະພັນ​ກະເສດ ​ແລະສິນໃນນໍ້າ ​ໄປຍັງ​ຈີນ

ເມື່ອບໍ່ດົນມານີ້, ຫ້ອງການ​ແຈ້ງ​ການ ​ແລະຈຸດ​ສອບຖາມ​ແຫ່ງ​ຊາດ​ກ່ຽວ​ກັບ​ຫຼັກອະນາໄມສຸຂາພິບານ, ກວດພະຍາດຕິດແປດສັດ-​ພືດ​ຫວຽດນາມ (ຫ້ອງການ SPS ຫວຽດນາມ) ​ໃຫ້​ຮູ້​ວ່າ ກົມ​ໃຫຍ່​ພາສີ​ຈີນ ພວມ​ອັບເດດ ​ແລະປະກາດ​ໝາກຜົນ​ການ​ອະນຸມັດ​ໃຫ້​ວິ​ສາ​ຫະກິດ​ຮັບໃບ​ອະນຸຍາດ​ນຳ​ເຂົ້າຜະ​ລິດ​ຕະ​ພັນ​ກະ​ເສດ​ ແລະ​ສະ​ບຽງ​ອາ​ຫານ​ຂອງ​ຫວຽດ​ນາມ ​ເຂົ້າ​ຕະ​ຫຼາດ​ຈີນ​ ແລະ​ລະ​ຫັດ​ຜະ​ລິດ​ຕະ​ພັນ​ໃຫ້​ວິ​ສາ​ຫະ​ກິດການ​ພິມຫຸ້ມຫໍ່ ແລະ​ສະແຕມ...

320 ລະຫັດຜະລິດຕະພັນຂອງຫວຽດນາມ ໄດ້ຮັບໃບອະນຸຍາດ ສົ່ງອອກໄປຍັງຈີນ
320 ລະຫັດຜະລິດຕະພັນຂອງຫວຽດນາມ ໄດ້ຮັບໃບອະນຸຍາດ ສົ່ງອອກໄປຍັງຈີນ. ພາບ: thanhnien.vn

ຕາມ​ນັ້ນ​ແລ້ວ, ມາ​ຮອດ​ເວລາ 11 ​ໂມງ​ຂອງ​ວັນ​ທີ 24 ທັນວາ 2021, ມີ 320 ລະຫັດ​ຜະລິດ​ຕະພັນ​ຂອງ​ວິ​ສາ​ຫະກິດ​ຫວຽດນາມ​ ໄດ້​ຮັບໃບ​ອະນຸຍາດ​ສົ່ງ​ອອກ​ໄປ​ຍັງຕະຫຼາດ​ຈີນ. ຫ້ອງການ SPS ຫວຽດນາມ ປະກາດ​ວ່າ ປະຈຸ​ບັນ, ກົມ​ໃຫຍ່​ພາສີ​ຈີນ ​ພວມ​ສືບ​ຕໍ່ອັບເດດບັນຊີ​ລາຍ​ຊື່​ນີ້, ວິ​ສາ​ຫະກິດ​ຕ້ອງ​ເອົາ​ໃຈ​ໃສ່ຕິດຕາມ​.

ຫ້ອງການ SPS ຫວຽດນາມ ​ເນັ້ນ​ໜັກ​ວ່າ ບັນດາ​ວິ​ສາ​ຫະກິດ​ທີ່​ຍັງ​ບໍ່​ທັນ​ໄດ້​ຍື່ນ​ເອກະສານ​ຂຶ້ນ​ທະບຽນ​ກັບ​ອົງການ​ມີ​ສິດ​ອໍານາດ ເພື່ອ​ສົ່ງ​ອອກ​ຜະລິດ​ຕະພັນ​ສະບຽງ​ອາຫານ​ໄປຍັງ​ຈີນ ໃຫ້ສືບ​ຕໍ່​ຍື່ນ​ເອກະສານ​ຕໍ່ອົງການ​ເຈົ້າ​ໜ້າ​ທີ່​ທີ່​ມີ​ສິດອຳນາດ ຫຼືໃນ​ລະບົບ​ ລວມມີ: ​ເວັບ​ໄຊ: http://cifer.singlewindow. cn/ ຫຼື http://singlewindow.cn/.

​ໂດຍໄດ້ຮູ້​ວ່າ ​ແຕ່​ວັນ​ທີ 1 ມັງກອນ ​ປີ 2022, ວິ​ສາ​ຫະກິດ​ຕ່າງປະ​ເທດ​ທີ່​ຜະລິດ​ສະບຽງອາຫານ​ນຳ​ເຂົ້າ​ຈີນ ​ທີ່​ໄດ້​ຂຶ້ນ​ທະບຽນ​ແລ້ວ ​ຈະ​ຕ້ອງ​ພິມ​ລະຫັດ (ພາຍ​ໃນ​ແລະ​ນອກ​​ແກັດ​ຂອງຜະລິດ​ຕະພັນ) ທີ່ໄດ້ຮັບຮອງ​ເອົາ​ໂດຍ​ກົມ​ພາສີ​ຂອງ​ຈີນ ຫຼືລະຫັດໂດຍອົງການ​ທີ່​ມີ​ສິດອໍານາດ​ຂອງ​ຫວຽດນາມ ອອກໃຫ້.

ບູນມີ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.