WHO ໃຫ້ຄຳໝັ້ນສັນຍາພ້ອມກັບຫວຽດນາມ ໃນໄລຍະ “ດຳລົງຊີວິດຢ່າງປອດໄພຮ່ວມກັບ ໂຄວິດ-19”

10:27 | 29/12/2021

ຍສໝ - ທ່ານ ​ດຣ Kidong Park, ຫົວໜ້າ​ຜູ້ຕາງໜ້າ​ອົງການ​ອະນາ​ໄມ​ໂລກ (WHO) ປະຈຳ ຫວຽດນາມ ​ໃຫ້​ຮູ້​ວ່າ: ອົງການ​ອະນາ​ໄມ​ໂລກ (WHO) ​ໃຫ້​ຄຳ​ໝັ້ນ​ສັນຍາ​ຮັກສາ​ການ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ກັບ ຫວຽດນາມ ​ໃນ​ທຸກ​ດ້ານ​ໃນຂະບວນວິວັດ​ ​ຫັນ​ປ່ຽນ​ຈາກ​ໄລຍະການ​ຄວບ​ຄຸມ ​ເຖິງ “ການ​ດຳ​ລົງ​ຊີ​ວິດ​ຢ່າງ​ປອດ​ໄພ​ຮ່ວມກັບ ໂຄ​ວິດ-19.”

ເຢຍ​ລະ​ມັນ ​ຊ່ວຍ​ເຫຼືອວັກ​ຊີິນ​ເພີ່ມ​ 2,5 ລ້ານ​ໂດສ ໃຫ້ແກ່ຫວຽດ​ນາມ ຜ່ານ​ໂຄງການ COVAX ເຢຍ​ລະ​ມັນ ​ຊ່ວຍ​ເຫຼືອວັກ​ຊີິນ​ເພີ່ມ​ 2,5 ລ້ານ​ໂດສ ໃຫ້ແກ່ຫວຽດ​ນາມ ຜ່ານ​ໂຄງການ COVAX
ຜູ້ຕາງໜ້າອົງການ WHO: ຫວຽດນາມ ໄປຖືກທິດໃນການຮັບມືກັບພະຍາດ COVID-19 ຜູ້ຕາງໜ້າອົງການ WHO: ຫວຽດນາມ ໄປຖືກທິດໃນການຮັບມືກັບພະຍາດ COVID-19

ລິມະສິດທີ່ສຳຄັນທີ່ສຸດໃນຂັ້ນຕອນນີ້ ແມ່ນການເພີ່ມທະວີການປົກປ້ອງກຸ່ມປະຊາກອນທີ່ມີຄວາມສ່ຽງສູງ ແລະ ໃຊ້ມາດຕະການທີ່ຈຳເປັນ ເພື່ອປ້ອງກັນບໍ່ໃຫ້ລະບົບສາທາລະນະສຸກເກີນກຳລັງຄວາມສາມາດ.

ຕາມທ່ານ Park ແລ້ວ, ຄຽງຄູ່ກັບການຫັນປ່ຽນໄປສູ່ໄລຍະດັດປັບເຂົ້າກັບໂລກລະບາດໂຄວິດ-19, ຫວຽດນາມ ຕ້ອງສືບຕໍ່ເສີມຂະຫຍາຍກຳລັງຄວາມສາມາດຂອງລະບົບສາທາລະນະສຸກ ດ້ວຍການຊຸກຍູ້ການສັກຢາວັກຊີນ ແລະ ປະຕິບັດບັນດາມາດຕະການປ້ອງກັນແຕ່ຂັ້ນຮາກຖານ.

WHO ໃຫ້ຄຳໝັ້ນສັນຍາພ້ອມກັບຫວຽດນາມ ໃນໄລຍະ “ດຳລົງຊີວິດຢ່າງປອດໄພຮ່ວມກັບ ໂຄວິດ-19”
ທ່ານ ​ດຣ Kidong Park, ຫົວໜ້າ​ຜູ້ຕາງໜ້າ​ອົງການ​ອະນາ​ໄມ​ໂລກ (WHO). (ພາບ: vietnamplus)

ທ່ານ Kidong Park ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ຫວຽດນາມ ​ໃນ​ການ​ສະກັດ​ກັ້ນ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ຢ່າງ​ສຳ​ເລັດ​ຜົນ ​ແລະ ຕີ​ລາຄາ​ສູງ​ ສຳຫຼັບຄຳ​ໝັ້ນ​ສັນຍາ​ຂອງ​ທ້ອງ​ຖິ່ນ ໂດຍ​ຜ່ານ​ການ​ເຮັດ​ວຽກ​ຂອງ​ກຸ່ມປ້ອງກັນ ແລະ ຕ້ານ​ ໂຄ​ວິດ-19, ປະຊາ​ຄົມ ​ແລະ ປະຊາຊົນ ຫວຽດນາມ ​ໄດ້​ສົມທົບ​ກັນ​ຕ້ານ​ພະຍາດ​ໂຄ​ວິດ-19 ດ້ວຍ​ການ​ປະຕິບັດຂໍ້ຄວາມ 5K ແລະ ຍຸດທະນາການສັກຢາກັນພະຍາດທົ່ວປະເທດ.

ໂດຍເຕື້ອງເຖິງ​ການ​ໜູນ​ຊ່ວຍ​ຂອງ WHO ​ໃນ​ການ​ປ້ອງ​ກັນ ​ແລະ ຄວບ​ຄຸມພະຍາດ​ໂຄ​ວິດ-19 ຂອງ ຫວຽດນາມ, ທ່ານ ​ດຣ Park ​ເນັ້ນ​ໜັກ​ວ່າ WHO ຈະ​ສືບ​ຕໍ່​ໜູນ​ຊ່ວຍ ​ກະຊວງ​ສາທາລະນະ​ສຸກ​ກວດກາ ​ແລະ ອັບເດດການແນະນຳທາງ​ດ້ານ​ເຕັກນິກ ​ບົນ​ພື້ນຖານ​ບັນດາ​ການ​ປັບປຸງ​ຫຼ້າ​ສຸດ ​ເຊັ່ນ: ການ​ວິ​ໄຈ ​ແລະ ປິ່ນປົວ​​ພະຍາດ​ໂຄ​ວິດ-19. ການ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ການ​ຕິດ​ເຊື້ອ​ພະຍາດ​ໂຄ​ວິດ-19, ຂໍ້​ແນະນຳ ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ພະນັກງານ​ແພດ​ໝໍ ​ແລະ ການ​ດູ​ແລເປັນພິເສດຂອງ ICU ສຳລັບ​ຄົນ​ເຈັບ​ໂຄ​ວິດ-19.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.