ທ່ານໝໍຫວຽດນາມ ຊ່ວຍຄົນຕ່າງປະເທດຫຼາຍຄົນ ທີ່ເປັນອຳມະພາດ ແລະ ເລືອດອອກໃນສະໝອງ

15:08 | 30/12/2021

ຍສໝ - ຄົນຕ່າງປະເທດສ່ວນຫຼາຍ ແມ່ນນັກທ່ອງທ່ຽວ ຫຼື ມາຫວຽດນາມເພື່ອເຮັດວຽກ, ດັ່ງນັ້ນເຂົາເຈົ້າຈຶ່ງບໍ່ມີຍາດພີ່ນ້ອງໄປນຳ, ແຕ່ແພດໝໍຫວຽດນາມ ກໍບໍ່ປະຕິເສດການປິ່ນປົວສຸກເສີນໃຫ້.

ທ່ານໝໍ ຫວຽດ​ນາມ - ລາວ ຈັດ​ຕັ້ງ​ການ​ປິ່ນ​ປົວ​ພະ​ຍາດ ແລະ ສະ​ໜອງ​ຢາ​ໃຫ້​ແກ່​ປະ​ຊາ​ຊົນ​ເມືອງ ເຊ​ໂປນ ​ໂດຍ​ບໍ່​ເສຍ​ຄ່າ ທ່ານໝໍ ຫວຽດ​ນາມ - ລາວ ຈັດ​ຕັ້ງ​ການ​ປິ່ນ​ປົວ​ພະ​ຍາດ ແລະ ສະ​ໜອງ​ຢາ​ໃຫ້​ແກ່​ປະ​ຊາ​ຊົນ​ເມືອງ ເຊ​ໂປນ ​ໂດຍ​ບໍ່​ເສຍ​ຄ່າ
ທ່ານໝໍຫວຽດນາມ ຮັບລາງວັນ Nikkei ທະວີບອາຊີ ຂົງເຂດ ວິທະຍາສາດເຕັກໂນໂລຊີ ທ່ານໝໍຫວຽດນາມ ຮັບລາງວັນ Nikkei ທະວີບອາຊີ ຂົງເຂດ ວິທະຍາສາດເຕັກໂນໂລຊີ

ຕາມ​ໂຮງໝໍໂລກອຳມະພາດ - ຫົວໃຈຊີບພະຈອນ ນະຄອນເກີນເທິ ໃຫ້​ຮູ້​ວ່າ ​ໂຮງໝໍໄດ້​ຊ່ວຍ​ຊີວິດ​ຂອງ​ທ່ານ N.O (ອາຍຸ 45 ປີ, ສັນຊາດ​ຍີ່ປຸ່ນ) ທີ່​ປະສົບ​ກັບ​ພະຍາດ​ຫົວ​ໃຈ​ວາຍ.

ກ່ອນ​ໜ້າ​ນັ້ນ, ທາງ​ໂຮງໝໍ​ໄດ້​ຮັບ​ທ່ານ N.O ​ໃນອາການ​ເຈັບ​ເອິກ, ຫາຍ​ໃຈ​ຝືດ ​ແລະ ເຫື່ອ​ອອກ. ຜູ້ຊ່ວຍຂອງລາວໃຫ້ຮູ້ວ່າ: ໃນຂະນະທີ່ລາວເຮັດວຽກຢູ່, ລາວມີອາການດັ່ງກ່າວ, ສະນັ້ນ ຈຶ່ງໄດ້ນໍາສົ່ງລາວມາໂຮງຫມໍ.

ທ່ານໝໍຫວຽດນາມ ຊ່ວຍຄົນຕ່າງປະເທດຫຼາຍຄົນ ທີ່ເປັນອຳມະພາດ ແລະ ເລືອດອອກໃນສະໝອງ
ທ່ານໝໍຫວຽດນາມ ຊ່ວຍຄົນຕ່າງປະເທດຫຼາຍຄົນ ທີ່ເປັນອຳມະພາດ ແລະ ເລືອດອອກໃນສະໝອງ. (ພາບ: PLO)

ຜົນ​ການວິເຄາະ​ ແລະ ເອໂກສະ​ແດງ​ໃຫ້​ເຫັນ​ວ່າ​ ທ່ານ N.O ມີ ​ພະຍາດ​ຫົວ​ໃຈ​ວາຍທີ່​ອັນຕະລາຍທີ່ສຸດ​. ດັ່ງນັ້ນ, ທ່ານໝໍ ຈຶ່ງໄດ້ທຳການລ່ວງເສັ້ນເລືອດແດງເບື້ອງຂວາທີ່ຖືກອຸດຕັນ ຢ່າງທັນການ.

ຫຼັງ​ຈາກ​ການປິ່ນປົວມາ​ເປັນ​ເວລາ 2 ວັນ, ສຸຂະພາບ​ຂອງ ​ທ່ານ N.O ​ແມ່ນເປັນປົກກະຕິ, ຫຼຸດອາການ​ປວດ​ໜ້າ​ເອິກ ​ແລະ ຫາຍ​ໃຈເປັນປົກກະຕິ.

ທ່ານ​ໝໍ ຫງວຽນ​ແມ້ງ​ເກື່ອງ, ຫົວໜ້າ​ພະ​ແນກ​ຫົວໃຈຊີບພະຈອນ ​ຂອງ​ໂຮງໝໍ​ໂລກອຳມະພາດ-​ຫົວໃຈຊີບພະຈອນ ​ນະຄອນ​ເກີນ​ເທີ ​ໃຫ້​ຮູ້​ວ່າ: ທ່ານ N.O ​ບໍ່​ເຄີຍ​ມີອາ​ການ​ປິ່ນປົວ​ໃດໆ, ​ແລະ ກໍ​ບໍ່​ສູບຢາ. "ປະຈຸບັນ ທ່ານ N.O ເປັນການນໍາຂອງບໍລິສັດ, ດັ່ງນັ້ນລາວຕ້ອງເຮັດວຽກພາຍໃຕ້ຄວາມກົດດັນຫຼາຍເກີນໄປ ແລະ ໃຊ້ເວລາດົນ, ບໍ່ກິນອາຫານຢ່າງເໝາະສົມ. ນີ້ອາດຈະເປັນປັດໄຈສ່ຽງທີ່ເຮັດໃຫ້ເກີດພະຍາດ​ຫົວ​ໃຈວາຍກະທັນຫັນ”

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.