ກະຊວງສາທາລະນະສຸກ ແນະນຳວິວັດການອອກ 'ໜັງສືຜ່ານແດນວັກຊີນ'

19:00 | 28/12/2021

ຍສໝ - ໃນຈົດໝາຍທາງລັດຖະການ ເລກທີ 5772/QD-BYT, ກະຊວງສາທາລະນະສຸກ ແນະນຳຂັ້ນຕອນການອອກ “ໜັງສືຜ່ານແດນວັກຊີນ” ເຊິ່ງນຳໃຊ້ຢ່າງເປັນເອກະພາບ ຢູ່ທຸກຮາກຖານສັກຢາກັນພະຍາດໃນທົ່ວປະເທດ.

ນະຄອນໂຮ່ຈິມິນ ສັກຢາວັກຊິນກັນພະຍາດ ໂດສທີ 3 ແຕ່ວັນທີ 10 ທັນວາ ນະຄອນໂຮ່ຈິມິນ ສັກຢາວັກຊິນກັນພະຍາດ ໂດສທີ 3 ແຕ່ວັນທີ 10 ທັນວາ
ຢາວັກຊີນກັນ ໂຄວິດ - 19 AstraZeneca ຫຼາຍກວ່າ 1.3 ລ້ານໂດສ ໄດ້ມອບໃຫ້ກະຊວງສາທາລະນະສຸກ ຢາວັກຊີນກັນ ໂຄວິດ - 19 AstraZeneca ຫຼາຍກວ່າ 1.3 ລ້ານໂດສ ໄດ້ມອບໃຫ້ກະຊວງສາທາລະນະສຸກ

ຂັ້ນຕອນການ​​ອອກ “ໜັງ​ສື​ຜ່ານ​ແດນ​ວັກ​ຊີ​ນ” ປະ​ກອບ​ມີ 3 ຂັ້ນ​ຕອນ​:

ຂັ້ນຕອນທີ 1: ບັນດາຮາກຖານສັກຢາກັນພະຍາດກວດກາຄືນ, ຢັ້ງຢືນຂໍ້ມູນກ່ຽວກັບຜູ້ໄດ້ສັກຢາກັນພະຍາດໂຄວິດ-19 ຕາມຄຳແນະນຳໃນຈົດໝາຍທາງລັດຖະການ 8938/BYT-DP ລົງວັນທີ 21 ຕຸລາ 2021 ແລະ ຈົດໝາຍເຫດທາງລັດຖະການ 9438/BYT-IT ໃນວັນທີ 5 ພະຈິກ 2021 ຢ່າງຊັດເຈນ.

ກະຊວງສາທາລະນະສຸກ ແນະນຳວິວັດການອອກ 'ໜັງສືຜ່ານແດນວັກຊີນ'
ພາບປະກອບ:TTXVN

ຂັ້ນຕອນທີ 2: ບັນດາຮາກຖານສັກຢາກັນພະຍາດ ຕ້ອງໄດ້ເຊັນຂໍ້ມູນວັກຊີນ ໂຄວິດ-19 ແບບດິຈິຕອນ ຢູ່ໃນພື້ນຖານການຄຸ້ມຄອງການສັກຢາປ້ອງກັນ ໂຄວິດ-19. ພື້ນຖານການຄຸ້ມຄອງນີ້ ໄດ້ເຊື່ອມຕໍ່ ແລະ ແບ່ງປັນຂໍ້ມູນການສັກຢາກັບລະບົບການຄຸ້ມຄອງການຢັ້ງຢືນການສັກຢາວັກຊີນ ໂຄວິດ-19 ເພື່ອຕອບສະໜອງຕາມບັນດາຂໍ້ກຳນົດກ່ຽວກັບການເຊື່ອມຕໍ່ຂໍ້ມູນທາງການແພດ ໂດຍກະຊວງສາທາລະນະສຸກປະກາດໃຊ້.

ຂັ້ນຕອນທີ 3: ກົມສາທາລະນະສຸກສຳຮອງ (ກະຊວງສາທາລະນະສຸກ) ປະຕິບັດການເຊັນຈິຕອນ ໃນໃບຢັ້ງຢືນການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19. ໃບ​ຢັ້ງ​ຢືນ​ແມ່ນ​ອອກ​ໂດຍ​ການ​ນໍາ​ໃຊ້​ຮູບ​ແບບ​ລະ​ຫັດ QR ຕາມ​ມາດ​ຕະ​ຖານຂໍ້ກຳນົດ​ຂອງ EU​.

"ຫນັງສືຜ່ານແດນວັກຊີນ" ຈະສະແດງຂໍ້ມູນ 11 ຢ່າງ, ປະກອບມີ ຊື່ແລະນາມສະກຸນ, ວັນເດືອນປີເກີດ, ສັນຊາດ, ພະຍາດທີ່ໃບຢັ້ງຢືນເປົ້າຫມາຍ, ຈໍານວນໂດສສັກຢາທີ່ໄດ້ຮັບ, ວັນທີຂອງການສັກຢາ, ຈໍານວນຢາ, ວັກຊີນ, ຜະລິດຕະພັນວັກຊີນ. ຜູ້ສະໜອງ ຫຼື ຜູ້ຜະລິດ, ເລກລະຫັດການຢັ້ງຢືນ.

ບັນດາຂໍ້ມູນ ປະກອບມີຊື່ເຕັມ ແລະ ວັນເດືອນປີເກີດ ຈະຖືກລວມເຂົ້າກັບເອກະສານປະຈໍາຕົວອື່ນໆ, ເຊັ່ນ: ບັດປະຈໍາຕົວ, ບັດປະຈໍາຕົວພົນລະເມືອງ ຫຼື ຫນັງສືຜ່ານແດນເພື່ອຊ່ວຍກໍານົດເຈົ້າຂອງ.

ຂໍ້​ມູນ​ຈະ​ໄດ້​ຮັບ​ການ​ເຊັນ​ດິ​ຈິ​ຕອນ​, ລະ​ຫັດ ​ແລະ ​ການ​ຫຸ້ມ​ຫໍ່​ເປັນ​ລະ​ຫັດ QR 2D​. ລະຫັດ QR ຈະໝົດອາຍຸ 12 ເດືອນນັບຈາກວັນທີ່ເລີ່ມສ້າງ.

ມາ​ຮອດ​ວັນ​ທີ 21 ທັນ​ວາ​ນີ້, ຫວຽດ​ນາມ​ ໄດ້​ສັກ​ຢາ​ວັກ​ຊີ​ນ​ຫຼາຍກວ່າ 140 ລ້ານ​ໂດສ. ອັດຕາການສັກຢາກັນພະຍາດຢ່າງໜ້ອຍ 1 ​ໂດສ ແມ່ນ 96.9% ແລະ ອັດຕາການໄດ້ຮັບວັກຊີນ 2 ໂດສແມ່ນ 83.6% ຂອງປະຊາກອນທີ່ມີອາຍຸ 18 ປີຂຶ້ນໄປ.

ສໍາລັບກຸ່ມອາຍຸ 12-17 ປີ ໄດ້ສັກຢາກັນພະຍາດ 9,2 ລ້ານກວ່າໂດສ, ໃນນີ້ ໄດ້ສັກຢາກວ່າ 6,7 ລ້ານກວ່າໂດສ ສຳລັບເຂັມທີ 1 ແລະ ສັກຢາໂດສທີ 2 ຫຼາຍກວ່າ 2,5 ລ້ານໂດສ, ອັດຕາການສັກຢາກັນພະຍາດຢ່າງໜ້ອຍ 1 ​ໂດສ ເທົ່າກັບ 73,4% ແລະ ອັດຕາການສັກຢາໂດສທີ 2 ແມ່ນ 28.1% ໃຫ້ແກ່ປະຊາກອນອາຍຸ 12-17 ປີ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.