ກອງ​ປະ​ຊຸມ​ໃຫຍ່​​ຜູ​້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ XI ຂອງ​ສະ​ມາ​ຄົມ​ນັກ​ຂ່າວ ຫວຽດ​ນາມ ຈະ​ດຳ​ເນີນໃນ​ວັນ​ທີ 29 - 31 ທັນ​ວາ

16:35 | 27/12/2021

ຍ​ສ​ໝ - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງສະມາຄົມນັກຂ່າວ ຫວຽດນາມ ອາຍຸການ 2020 – 2025 ຈະດຳເນີນໃນລະຫວ່າງວັນທີ 29 – 31 ທັນວາ ຢູ່ນະຄອນຫຼວງຮ່າໂນ້ຍ. ເຂົ້າຮ່ວມກອງປະຊຸມໃຫຍ່ມີບັນດາການນຳພັກ, ລັດ, ຜູ້ແທນ 553 ທ່ານທີ່ຕາງໜ້າໃຫ້ສະມາຊິກສະມາຄົມນັກຂ່າວຫວຽດນາມ ກ່ວາ 27.400 ຄົນ.

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດນາມ ເວືອງ​ດິ່ງ​ເຫ້ວ ເປັນ​ປະ​ທານ​ກອງ​ປະ​ຊຸມ​ ຫົວເລື່ອງກ່ຽວກັບການປ່ຽນແປງໃໝ່, ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດນາມ ເວືອງ​ດິ່ງ​ເຫ້ວ ເປັນ​ປະ​ທານ​ກອງ​ປະ​ຊຸມ​ ຫົວເລື່ອງກ່ຽວກັບການປ່ຽນແປງໃໝ່, ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ
ຫວຽດ​ນາມ ພ້ອມ​ກັບ​ປະ​ຊາ​ຄົມ​ສາ​ກົນ ມາ​ນະ​ພະ​ຍາ​ຍາມ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

ຫວຽດ​ນາມ ພ້ອມ​ກັບ​ປະ​ຊາ​ຄົມ​ສາ​ກົນ ມາ​ນະ​ພະ​ຍາ​ຍາມ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

ກອງ​ປະ​ຊຸມ​ໃຫຍ່​​ຜູ​້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ XI ຂອງ​ສະ​ມາ​ຄົມ​ນັກ​ຂ່າວ ຫວຽດ​ນາມ ຈະ​ດຳ​ເນີນໃນ​ວັນ​ທີ 29  - 31 ທັນ​ວາ
ກອງ​ປະ​ຊຸມ​ໃຫຍ່​​ຜູ​້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ XI ຂອງ​ສະ​ມາ​ຄົມ​ນັກ​ຂ່າວ ຫວຽດ​ນາມ ຈະ​ດຳ​ເນີນໃນ​ວັນ​ທີ 29 - 31 ທັນ​ວາ. ພາບ: sggp.org.vn

ທ່ານໂຮກວາງເລີ້ຍ ຮອງປະທານຜູ້ປະຈຳການສະມາຄົມນັກຂ່າວຫວຽດນາມ ໃຫ້ຮູ້ວ່າ ດ້ວຍທິດນຳ “ສາມັກຄີ - ມີລະບຽບວິໄນປ່ຽນແປ່ງໃໝ່ - ປະດິດຄິດສ້າງ - ພັດທະນາ”, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງສະມາຄົມນັກຂ່າວ ຫວຽດນາມ ຈະກຳນົດທິດໃຫ້ສະມາຄົມທຸກຂັ້ນ ແລະ ຖັນແຖວຜູ້ເຮັດວຽກງານການຂ່າວໃນທົ່ວປະເທດສືບຕໍ່ຮ່ວມແຮງຮ່ວມໃຈເປັນຈິດໜຶ່ງໃຈດຽວກັນ, ສູ້ຊົນສ້າງພື້ນຖານສື່ມວນຊົນ ປະຕິວັດຫວຽດນາມໃຫ້ເປັນມືອາຊີບ, ທັນສະໄໝ, ເຕັມໄປດ້ວຍລັກສະນະຕໍ່ສູ້, ມະນຸດສະທຳ, ເພື່ອຜົນປະໂຫຍດຂອງປະເທດຊາດ, ປະຊາຊົນ, ເພື່ອປະເທດໝັ້ນຄົງເຂັ້ມແຂງ ແລະ ວັດທະນາຖາວອນ.

ກອງປະຊຸມໄດ້ຕີລາຄາ, ສະຫຼຸບບັນດາການເຄື່ອນໄຫວສື່ມວນຊົນ ແລະ ການເຄື່ອນໄຫວຂອງສະມາຄົມໃນອາຍຸການ 5 ປີຜ່ານມາ, ກຳນົດທິດທາງ, ໜ້າທີ່ສຳຄັນໃຫ້ແກ່ອາຍຸການທີ XI, ປະຕິບັດຄຳສັ່ງຂອງຄະນະເລຂາກ່ຽວກັບການເພີ່ມທະວີການນຳພາຂອງພັກ ຕໍ່ການເຄື່ອນໄຫວຂອງສະມາຄົມນັກຂ່າວຫວຽດນາມ ໃນສະພາບການໃໝ່, ເລືອກຕັ້ງຄະນະບໍລິຫານສະມາຄົມ, ຄະນະກວດກາສະມາຄົມນັກຂ່າວຫວຽດນາມຊຸດທີ XI (ອາຍຸການ 2020 - 2025).

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.