ຮ່າໂນ້ຍ ຜັນຂະຫຍາຍການສັກຢາວັກຊີນຕ້ານໂຄວິດ-19 ໂດສທີ 3

14:17 | 28/12/2021

ຍສໝ - ຕາມ​ພະ​ແນກ​ສາ​ທາ​ລະ​ນະ​ສຸກ​ຮ່າ​ໂນ້ຍ​ ແລ້ວ, ໄລ​ຍະ​ເວ​ລາ​ຫ່ງກັນຂອງ​ການ​ສັກ​ຢາ​ເຂັມເພີ່ມເຕີມ​ ແລະ​ ການ​ສັກ​ຢາເຂັມ​ສຸດ​ທ້າຍ ​ແມ່ນ​ແຕ່ 28 ວັນ ​ຫາ 3 ເດືອນ.

ນະຄອນໂຮ່ຈິມິນ ສັກຢາວັກຊິນກັນພະຍາດ ໂດສທີ 3 ແຕ່ວັນທີ 10 ທັນວາ ນະຄອນໂຮ່ຈິມິນ ສັກຢາວັກຊິນກັນພະຍາດ ໂດສທີ 3 ແຕ່ວັນທີ 10 ທັນວາ
ມີ​ວັກ​ຊິນ​ກັນ​ໂຄວິດ - 19 ຕື່ມ​ອີກ 3 ລ້ານ​ໂດ​ສ ສົ່ງ​ມາ​ຫວຽດ​ນາມ ມີ​ວັກ​ຊິນ​ກັນ​ໂຄວິດ - 19 ຕື່ມ​ອີກ 3 ລ້ານ​ໂດ​ສ ສົ່ງ​ມາ​ຫວຽດ​ນາມ

ພະແນກສາທາລະນະສຸກ ຮ່າໂນ້ຍ ຫາກໍ່ສົ່ງເອກະສານ ເຖິງສູນຄວບຄຸມພະຍາດ (CDC) ຂອງນະຄອນ ແລະ ບັນດາຫົວໜ່ວຍທີ່ກ່ຽວຂ້ອງ ເພື່ອຍູ້ໄວຄວາມຄືບໜ້າການສັກຢາວັກຊີນກັນໂຄ​ວິດ-19 ໃຫ້ແກ່ກຸ່ມຄົນອາຍຸ 12 ປີຂຶ້ນໄປ, ບູລິມະສິດການສັກຢາເຂັມພື້ນຖານຄົບ 2 ເຂັມໃຫ້ສໍາລັບຄົນອາຍຸຫຼາຍກວ່າ 50 ປີ ​ທີ່​ມີ​ພະຍາດ​ປະຈຳຕົວ.

ລະອຽດ, ພະແນກສາທາລະນະສຸກ ຮຽກຮ້ອງໃຫ້ບັນດາໜ່ວຍງານ ກວດກາຄືນເປົ້າໝາຍ ແລະ ຂຶ້ນແຜນສັກວັກຊີນປ້ອງກັນພະຍາດໂຄວິດ-19 ຕື່ມອີກ ໃຫ້ແກ່ຜູ້ທີ່ມີອາຍຸ 18 ປີຂຶ້ນໄປ ແລະ ຜູ້ທີ່ມີອາຍຸ 50 ປີ ຂຶ້ນໄປ ໄດ້ຮັບການສັກຢາຄົບ​ 2 ເຂັມພື້ນຖານ.

ບັນດາກໍລະນີເຫຼົ່ານີ້ ລວມມີຜູ້ທີ່ມີອາການພູມຕ້ານທານຫຼຸດລົງ ແລະ ຮ້າຍແຮງ ເຊັ່ນ: ຄົນເຈັບປ່ຽນອະໄວຍະວະ, ມະເຮັງ, HIV ... ; ຄົນທີ່ສັກຢາວັກຊີນ Sinopharm ຫຼື ວັກຊີນ Sputnik V ຄົບ 2 ເຂັມແລ້ວ.

ຮ່າໂນ້ຍ ຜັນຂະຫຍາຍການສັກຢາວັກຊີນຕ້ານໂຄວິດ-19 ໂດສທີ 3
ຮ່າໂນ້ຍ ຜັນຂະຫຍາຍການສັກຢາວັກຊີນຕ້ານໂຄວິດ-19 ໂດສທີ 3. (ພາບ: vnexpress)

ໄລຍະຫ່າງລະຫວ່າງການ​ສັກ​ຢາເຂັມເພີ່ມເຕີມ​ ແລະ​ ການ​ສັກ​ຢາເຂັມ​ສຸດ​ທ້າຍ ​ແມ່ນ 28 ວັນ ​ຫາ 3 ເດືອນ. ວັກຊີນທີ່ສັກເສີມອາດເປັນປະເພດດຽວກັນກັບຢາວັກຊີນເຂັມພື້ນຖານ ຫຼື ວັກຊີນ mRNA.

ສໍາລັບວັກຊີນເຂັມຕໍ່ໄປ, ເປົ້າໝາຍທີ່ຈະສັກຢາ​ວັກ​ຊີ​ນ ແມ່ນຜູ້ທີ່ມີອາຍຸ 18 ປີຂຶ້ນໄປ, ເຊິ່ງໄດ້ສັກຢາ​ວັກ​ຊີ​ນ 2 ເຂັມພື້ນຖານແລ້ວ; ຄົນ​ທີ່​ມີ​ພະຍາດປະຈຳຕົວ, ຕ້ອງການໄດ້ຮັບ​ການ​ປິ່ນປົວ​ໃນ​ໄລຍະ​ຍາວ, ອາຍຸ 50 ປີຂຶ້ນໄປ; ​ກໍ​ລະ​ນີ​ທີ່ກວດວິເຄາະ​ໂດຍ​ກົງ​, ດູ​ແລ​ ແລະ ​ປິ່ນ​ປົວ​ຄົນ​ເຈັບ ໂຄ​ວິດ-19 ​, ພະ​ນັກ​ງານ​ແພດ​.

ຊະນິດຂອງວັກຊີນທີ່ໃຊ້ໃນການສັກຢາເຂັມເພີ່ມເຕີມ ໄດ້ຖືກແບ່ງອອກເປັນ 3 ກໍລະນີ:

- ຖ້າການສັກຢາ 2 ເຂັມພື້ນຖານ ຫຼື ສັກຢາເຂັມເພີ່ມເຕີມ ແມ່ນວັກຊີນດຽວກັນ, ເຂັມເພີ່ມເຕີມ ຈະແມ່ນວັກຊີນຊະນິດດຽວກັນນັ້ນ ຫຼື ວັກຊີນ mRNA.

- ຖ້າສັກຢາວັກຊີນທີ່ຕ່າງກັນກ່ອນ, ເຂັມເພີ່ມເຕີມ ຈະໃຊ້ວັກຊີນ mRNA.

- ຖ້າສັກຢາ​ 2 ເຂັມພື້ນຖານ ຫຼື ສັກຢາເຂັມເພີ່ມເຕີມ ແມ່ນວັກຊີນ Sinopharm, ການສັກຢາເຂັມເພີ່ມເຕີມ ກໍສາມາດໃຊ້ຊະນິດດຽວກັນ, ວັກຊີນ mRNA ຫຼື ວັກຊີນ vector virus.

ໄລຍະຫ່າງການສັກຢາເຂັມເພີ່ມເຕີມ ແມ່ນຢ່າງຫນ້ອຍ 3 ເດືອນ ຫຼັງຈາກການສັກຢາເຂັມສຸດທ້າຍຂອງວັກຊີນເຂັມພື້ນຖານ. ຜູ້ທີ່ຕິດເຊື້ອໂຄວິດ-19 ກໍສາມາດຮັບວັກຊີນ ໄດ້ທັນທີຫຼັງຈາກຫາຍດີ ແລະ ສິ້ນສຸດການຈຳກັດບໍລິເວນຕາມຂໍ້ກຳນົດ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.