​​ປີ 2022, ຫວຽດນາມ ​ແມ່ນ​ຕະຫຼາດ​ສຳຄັນ​ຂອງ​ບັນດາກຸ່ມ​ວິ​ສາ​ຫະກິດ​ຂາຍຍ່ອຍ​ຍີ່ປຸ່ນ

11:30 | 01/01/2022

ຍສໝ - ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ໜັງ​ສື​ພິມ Nikkei Asia, ຍີ່ປຸ່ນ ​ເມື່ອ​ວິ​ເຄາະ​ຍຸດ​ທະ​ສາດ​ການ​ລົງທຶນ​ຢູ່​ຕ່າງປະ​ເທດ​ຂອງ​ບັນດາກຸ່ມ​ວິ​ສາ​ຫະກິດ​ຂາຍຍ່ອຍ​ຍີ່ປຸ່ນ.

ຈຸດສຸມການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ ແລະ ກຳປູເຈຍ ໃນປີ 2022 ຈຸດສຸມການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ ແລະ ກຳປູເຈຍ ໃນປີ 2022
Vietjet ຄາດຄະເນຈະ​ເຊື່ອມຕໍ່ສາຍການບິນ​ສາ​ກົນ​ເປັນ​ປົກ​ກະ​ຕິ​ຄືນໃໝ່ແຕ່​ວັນ​ທີ 1 ມັງ​ກອນ 2022 Vietjet ຄາດຄະເນຈະ​ເຊື່ອມຕໍ່ສາຍການບິນ​ສາ​ກົນ​ເປັນ​ປົກ​ກະ​ຕິ​ຄືນໃໝ່ແຕ່​ວັນ​ທີ 1 ມັງ​ກອນ 2022

ຫວ່າງ​ມໍ່ໆ​ນີ້, ໜັງສືພິມ Nikkei Asia ​ໄດ້​ລົງ​ພິມ​ບົດ​ວິ​ເຄາະ​ກ່ຽວ​ກັບ​ຍຸດ​ທະ​ສາດ​ລົງທຶນ​ຢູ່​ຕ່າງປະ​ເທດ​ຂອງ​ກຸ່ມ​ວິ​ສາ​ຫະກິດ​ຂາຍຍ່ອຍ​ຍີ່ປຸ່ນ, ​ໃນ​ນັ້ນ​ຢືນຢັນ​ວ່າ ຫວຽດນາມ ​ແມ່ນ​ຕະຫຼາດ​ສຳຄັນ​ທີ່​ສຸດ​ຂອງ​ກຸ່ມ AEON ກໍ່​ຄື​ບັນດາ​ກຸ່ມບໍລິສັດ​ຂາຍຍ່ອຍ​ຕ່າງໆ.

ຈາກ​ນີ້​ຮອດ​ປີ 2025, AEON ມີ​ແຜນ​ຈະ​ເປີດ​ຮ້ານ​ສັບ​ພະ​ສິນຄ້າ MaxValu ປະມານ 100 ແຫ່ງ​ຢູ່​ຫວຽດນາມ.

​​ປີ 2022, ຫວຽດນາມ ​ແມ່ນ​ຕະຫຼາດ​ສຳຄັນ​ຂອງ​ບັນດາກຸ່ມ​ວິ​ສາ​ຫະກິດ​ຂາຍຍ່ອຍ​ຍີ່ປຸ່ນ
ສູນການຄ້າ Aeon. ພາບ: internet

ທ່ານ Soichi Okazaki, ຜູ້​ອຳ​ນວຍ​ການ​ບໍລິຫານຮັບຜິດຊອບການ​ດຳ​ເນີນ​ທຸ​ລະ​ກິດ​ເຂດອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຂອງ AEON ເນັ້ນ​ໜັກ​ວ່າ: ຫວຽດນາມ ແມ່ນ​ຕະ​ຫລາດ​ສຳ​ຄັນ​ທີ່​ສຸດ​ໃນ​ຍຸດ​ທະ​ສາດ​ຢູ່​ຕ່າງ​ປະ​ເທດ​ຂອງ​ກຸ່ມບໍລິສັດ​. ບໍລິສັດລູກ​ຂອງ AEON ແມ່ນ Aeon Mall, ມີ​ແຜນ​ຈະ​ເພີ່ມ​ຈາກ 6 ​ເປັນ 16 ສູນ​ການ​ຄ້າ​ຢູ່​ຫວຽດນາມ ຈາກ​ນີ້​ຮອດ​ປີ 2025.

AEON ຕັ້ງ​ເປົ້າ​ຈະ​ເພີ່ມ​ອັດຕາ​ສ່ວນ​ການ​ລົງທຶນ​ໄປຕ່າງປະເທດ​ແຕ່​ນີ້​ເຖິງ​ປີການເງິນ 2025 ຂຶ້ນ​ເປັນ 25% ຕໍ່​ປີ, ​ເພີ່ມ​ຂຶ້ນ​ເກືອບທົບ 2 ​ເທົ່າ​ຂອງ​ລະດັບ​ກ່ອນ​ໜ້າ​ນີ້ ​ແລະ ​ທົບກວ່າ 2 ເທົ່າ​ກຳ​ໄລຈາກ​ການ​ເຄື່ອນໄຫວຢູ່ອາຊີ (ບໍ່​ລວມ​ຕະຫຼາດ​ຍີ່ປຸ່ນ) ​ໃຫ້ໄດ້​ກວ່າ 100 ຕື້​ເຢນ (875 ລ້ານ​ USD)/ປີ.

ນອກຈາກ AEON ແລ້ວ, Sumitomo Corp ຂອງຍີ່ປຸ່ນ ກໍ່ມີແຜນທີ່ຈະຮ່ວມມືກັບກຸ່ມບໍລິສັດ BRG ເພື່ອເປີດກວ້າງລະບົບຮ້ານສັບພະສິນຄ້າ FujiMart, ເຊິ່ງປະຈຸບັນມີ 3 ແຫ່ງຢູ່ຮ່າໂນ້ຍ. Pan Pacific International Holdings - ຫົວໜ່ວຍບໍລິຫານກຸ່ມ​ຮ້ານ​ສັບ​ພະ​ສິນ​ຄ້າ Don Don Donki ​ຕັ້ງເປົ້າ​ໝາຍ​ຈະ​ເພີ່ມ​ຍອດ​ຂາຍ​ຢູ່​ຕ່າງປະ​ເທດ​ໃຫ້​ເປັນ 1.000 ​ຕື້​ເຢນ ​ໃນ​ປີ 2030 ເພີ່ມປະມານທົບ 6 ​ເທົ່າເມື່ອທຽບໃສ່ປີການເງິນຂອງປີກ່ອນ ​ແລະ ມີ​ແຜນ​ຈະ​ເປີດ​ຮ້ານ​ຄ້າ​ໃໝ່ 10 ຮ້ານ​ໃນ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້, ຍົກຍອດຂຶ້ນເປັນ 20 ແຫ່ງ,

​ຕາມ Euromonitor ແລ້ວ, ​ໃນ​ໄລຍະ 2016-2026, ຕະຫຼາດ​ສະບຽງ​ອາຫານ​ປຸງ​ແຕ່ງ​ໃນ 6 ພື້ນຖານ​ເສດຖະກິດ​ແຖວໜ້າງ​ຂອງ​ອາຊຽນ ​ຄາດ​ວ່າ​ຈະ​ເຕີບ​ໂຕ​ປະມານ 60% ຂຶ້ນ​ເປັນ​ປະມານ 112,7 ຕື້ USD.

Euromonitor ຍັງ​ຄາດ​ຄະ​ເນ​ວ່າ ຫວຽດນາມ ຈະມີ​ລະດັບ​ເຕີບ​ໂຕ​ໄວ​ທີ່​ສຸດ​ໃນ 6 ພື້ນຖານ​ເສດຖະກິດນີ້, ດ້ວຍ​ລະດັບ​ເຕີບ​ໂຕ​ເກືອບ 90% ​ໃນ​ໄລຍະ​ນີ້.

ບູນມີ

ເຫດການ
302 Found

Found

The document has moved here.