ເສດ​ຖະ​ກິດ ຫວຽດ​ນາມ ປີ 2021 ມີ​ການ​ເຕີບ​ໂຕ 2,58%

06:28 | 31/12/2021

ຍ​ສ​ໝ - ການ​ເຄື່ອນ​ໄຫ​ວ​ນຳ​ເຂົ້າ​ສົ່ງ​ອອກ, ດຶງ​ດູ​ດ​ເງິນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ, ວິ​ສາ​ຫະ​ກິດ​ຟື້ນ​ຟູ​ການ​ຜະ​ລິດ​ດຳ​ເນີ​ນ​ທຸ​ລະ​ກິດ… ແມ່ນ​ບັນ​ດາ​ຈຸດ​ຕັ້ງ​ໜ້າ​ໃນ​ພາບ​ພົດ​ເສດ​ຖະ​ກິດ​ຫວຽດ​ນາມ ປີ 2021.

ເລີ່ມ​ລົງ​ມື​ກໍ່​ສ້າງ “ທ່າ​ກ່ຳ​ປັ່ນໃຫຍ່​ທີ່​ສຸດ” ແຫ່ງ​ທຳ​ອິດ ຂອງ​ເຄືອ​ຂ່າຍ Logistic ອັດ​ສະ​ລິ​ຍະ ອາ​ຊຽນ ເລີ່ມ​ລົງ​ມື​ກໍ່​ສ້າງ “ທ່າ​ກ່ຳ​ປັ່ນໃຫຍ່​ທີ່​ສຸດ” ແຫ່ງ​ທຳ​ອິດ ຂອງ​ເຄືອ​ຂ່າຍ Logistic ອັດ​ສະ​ລິ​ຍະ ອາ​ຊຽນ
ວົງ​ເງິນ​ການ​ຄ້າ ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ ເພີ່ມ​ຂຶ້ນ 12,07% ວົງ​ເງິນ​ການ​ຄ້າ ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ ເພີ່ມ​ຂຶ້ນ 12,07%
ເສດ​ຖະ​ກິດ ຫວຽດ​ນາມ ປີ 2021 ມີ​ການ​ເຕີບ​ໂຕ 2,58%
ພາບ​ປະ​ກອບ: nld.com.vn

ທີ່​ການ​ຖ​ະ​ແຫຼງ​ຂ່າວ ປະ​ກາດ​ຕົວ​ເລກ​ສະ​ຖິ​ຕິ​ເສດ​ຖະ​ກິດ - ສັງ​ຄົມ ​ໄຕ​ມາດ​ທີ IV ແລະ ປີ 2021 ໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 29 ທັນ​ວາ, ທ່ານ​ນາງ ຫງວຽນ​ທິເຮືອງ, ຫົວ​ໜ້າ​ກົມ​ໃຫຍ່​ສະ​ຖິ​ຕິ​ໃຫ້​ຮູ້​ວ່າ ຄາດ​ວ່າ GDP ປີ 2021 ເພີ່ມ​ຂຶ້ນ 2,58%. ໃນ​ນັ້ນ, ໄຕ​ມາດ​ທີ I ເພີ່ມ​ຂຶ້ນ 4,72%, ໄຕ​ມາດ​ທີ II ເພີ່ມ​ຂຶ້ນ 6,73%, ໄຕ​ມາດ​ທີ III ຫຼຸດ​ລົງ 6,02%, ໄຕ​ມາດ​ທີ IV ເພີ່ມ​ຂຶ້ນ 5,22 %

ຕາມ​ທ່ານ​ນາງ ຫງວຽນ​ທິ​ເຮືອ​ງ ​ແລ້ວ, ນີ້​ແມ່ນ​ໝາກ​ຜົນ​ທີ່​ເປັນ​ໜ້າ​ຊື່​ນ​ຊົມ​ໃນ​ສະ​ພາບ​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ໂລກ ທີ່​ມີ​ສັນ​ຍານ​ຊ້າ​ລົງ​ຍ້ອນ​ການ​ປະ​ກົດ​ຂຶ້ນ​ຂອງ​ເຊື້ອ​ໄວ​ຣັດ​ກາຍ​ພັນ​ໃໝ່, ໄພ​ເງິນ​ເຟີ້​ເພີ່ມ​ຂຶ້ນ​ສູງ, ໂລກ​ລະ​ບາດ​ໂຄວິດ - 19 ໄດ້​ເຮັດ​ໃຫ້​ລະ​ບົບ​ມູນ​ຄ່າ​ທົ່ວ​ໂລກ ຖືກຕິດຄັດ, ​ລາ​ຄາ​ວັດ​ສະ​ດຸ​ໃນ​ການ​ຜະ​ລິດ​ເພີ່ມ​ຂຶ້ນແມ່​ນ​ສິ່ງ​ທ້າ​ທາຍ​ບໍ່​ແມ່​ນ​ນ້ອຍ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຂອງ​ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ ຂອງ​ບັນ​ດາ​ປະ​ເທດ.

ໃນ​ລະ​ດັ​ບ​ການ​ເພີ່ມ​ຂຶ້ນ​ລວມ​ຂອງ​ທົ່ວ​ພື້ນ​ຖານ​ເສດ​ຖະ​ກິດ, ​ຂົງ​ເຂດ ກະ​ສິ​ກຳ, ປ່າ​ໄມ້ ແລະ ສິນ​ໃນ​ນ້ຳ​ເພີ່ມ​ຂຶ້ນ 2,9%, ປະ​ກອບ​ສ່ວນ 13,97% ໃນ​ອັດ​ຕາ​ເພີ່ມ​ຂຶ້ນຍອດ​ມູນ​ຄ່າ​ເພີ່ມ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ, ພາກ​ພື້ນ​ອຸດ​ສາ​ຫະ​ກຳ ແລະ ກໍ່​ສ້າງ​ເພີ່ມ​ຂຶ້ນ 4,05%, ປະ​ກອບ​ສ່ວນ 63,80%, ຂົງ​ເຂດ ການ​ບໍ​ລິ​ການ ເພີ່ມ​ຂຶ້ນ1,22% ປະ​ກອບ​ສ່ວນ 22,23%.

ການຜະລິດ​​ອຸດ​ສາ​ຫະ​ກຳ​ໃນ​ໄຕ​ມາດ​ທີ IV/2021 ດີ​ຂຶ້ນ​ພາຍຫຼັງ​ບັນ​ດາ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ​ປະ​ຕິບ​ັດ​ມະ​ຕິ​ເລກ​ທີ 128 ທີ່​ໄດ້​ປະ​ກາດ​ໃນ​ວັນ​ທີ 11 ຕຸ​ລາ 2021 ຂອງ​ລັດ​ຖະ​ບານ​ກ່ຽວ​ກັບ​ການ​ຮັບ​ມື​ຢ່າງ​ປອດ​ໄພ, ມີ​ໄຫວ​ພິບ, ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19 ຢ່າງ​ມີ​ປະ​ສິດ​ທິ​ຜົນ​ດ້ວຍ​ອັດ​ຕາ​ເພີ່ມ​ຂຶ້ນຂອງ​ມູນ​ຄ່າເພີ່ມ​ບັນ​ລຸ 6,52% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງປີ​ກ່ອນ. ຄາດ​ວ່າ ​ທັງ​ປີ 2021, ມູນ​ຄ່າ​ເພີ່ມ​ຂອ​ງ​ຂະ​ແໜງ​ອຸດ​ສາ​ຫະ​ກຳ ເພີ່ມ​ຂຶ້ນ 4,82% ເມື່ອ​ທຽບ​ໃສ່​ປີ 2020, ໃນ​ນັ້ນ​ມີ​ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ, ປະ​ດິດ​ສ້າງ​ເພີ່ມ​ຂຶ້ນ 6,37%.

ໄລ່​ລວມ​ປີ 2021, ທົ່ວ​ປະ​ເທດ​ມີ​ວິ​ສາ​ຫະ​ກິດ 116,8 ພັນ​ແຫ່ງ​ຈົດ​ທະ​ບຽນ​ສ້າງ​ຕັ້ງ​ໃໝ່ ດ້ວຍຍອດ​ເງິນ​ຈົດ​ທະ​ບຽນ​ແມ່ນ 1.611,1 ພັນ ຕື​້​ດົ່ງ ແລະ ຍອດ​ຈຳ​ນວນ​ແຮງ​ງານ​ຈົດ​ທະ​ບຽນ​ເກືອບ 854.000 ຄົນ, ຫຼຸດ​ລົງ 13,4% ກ່ຽວ​ກັ​ບ​ຈຳ​ນວນ​ວິ​ສາ​ຫະ​ກິດ, ຫຼຸດ​ລົງ 27,9% ກ່ຽວ​ກັບ​ທຶນ​ຈົດ​ທະ​ບຽນ ແລະ ຫຼຸດ​ລົງ 18,1% ກ່ຽວ​ກັບ​ແຮງ​ງານ​ເມື່ອ​ທຽບ​ໃສ່​ກັບ​ປີ​ກ່ອນ.

ໄປ​ຄຽງ​ຄູ່​ກັນ​ນັ້ນ, ມີວິ​ສາ​ຫະ​ກິດ 43,1 ພັ​ນ​ແຫ່ງ​ກັບ​ຄືນ​ການ​ເຄື່ອນ​ໄຫວ (ຫຼຸດ​ລົງ 2,2% ເມືອ​ທຽບ​ໃສ່​ກັບ​ປີ 2020), ຍົກ​ຍອດຈຳ​ນວນ​ວິ​ສາ​ຫະ​ກິດ​ສ້າງ​ຕັ້ງ​ໃໝ່ ແລະ ວິ​ສາ​ຫະ​ກິດ​ກັບ​ຄືນ​ກາ​ນ​ເຄື່ອນ​ໄຫວ​ໃນ​ປີ 2021 ຂຶ້ນ​ເຖິງ ເກືອບ 160.000 ແຫ່ງ, ຫຼຸດ​ລົງ 10,7% ເມື່ອ​ທ​ຽ​ບ​ໃສ່​ປີ​ກ່ອນ. ໄລ່​ສະ​ເລ່ຍ​ແຕ່​ລະ​ເດືອນ ມີ ວິ​ສາ​ຫະ​ກິດ​ໃໝ່ ແລະ ວິ​ສາ​ຫະ​ກິດກັບ​ຄືນ​ການ​ເຄື່ອນ​ໄຫວ 13,3 ພັນ​ແຫ່ງ.

ປີ 2021, ມີ​ຈຳ​ນວນ​ວິ​ສາ​ຫະ​ກິດ​ຢຸດ​ຕິ​ຊົ່ວຄາວການ​ດຳ​ເນີນ​ທຸ​ລະ​ກິດ​ເກືອບ 55.000 ແຫ່ງ, ເພີ່ມ​ຂຶ້ນ 18% ເມື່ອ​ທຽບ​ໃສ່​ກັບ​ປີ​ກ່ອນ, 48,1 ພັ​ນວ​ິ​ສ​າ​ຫະ​ກິດ ຢຸດ​ຕິ​ການ​ເຄື່ອນ​ໄຫວ​ພວມ​ລໍ​ຖ້າ​ການ​ປະ​ຕິ​ບັດ​ລະ​ບຽບ​ການ​ຍຸບ​ເລີກ, ເພີ່ມ​ຂຶ້ນ 27,8%, ມີ​ວິ​ສາ​ຫະ​ກິດ 16,7 ພັນ​ແຫ່ງ ສຳ​ເລັດ​ການ​ປະ​ຕິ​ບັດ​ລະ​ບຽບ​ການ​ຍຸບເລີກ, ຫຼຸດ​ລົງ 4,1%. ໄລ່​ສະ​ເລ່ຍ​ແຕ່​ລະ​ເດືອນ​ມີ​ວິ​ສາ​ຫະ​ກິດ 10.000 ແຫ່ງ​ຖອນ​ຕົວ​ອອກ​ຈາກ​ການ​ຕະຫຼາດ.

ເງິນ​ລົງ​ທຶນ​ປະ​ຕິ​ບັດ​ທົ່ວ​ສັງ​ຄົມ​ຕາມ​ລາ​ຄາ​ປັດ​ຈຸ​ບັນ​ປີ 2021 ບັນ​ລຸ​ໄດ້ 2.891,9 ພັນ​ຕື້​ດົ່ງ, ເພີ່ມ​ຂຶ້ນ 3,2% ເມື່​ອ​ທຽບ​ໃສ່​ກັບ​ປີ​ກ່ອນ, ເຖິງ​ຢ່າງ​ໃດ​ກ​ໍ​ຕາມ, ນີ້​ແມ່ນ​ລະ​ດັບ​ເພີ່ມ​ຂຶ້ນ​ຕ່ຳ​ສຸດ​ໃນຫຼາຍ​ປີ​ຜ່ານ​ມາ ແຕ່​ແມ່ນ​ໝາກ​ຜົນ​ທີ່​ເປັນ​ໜ້າ​ຊື່ມ​ຊົມ​ທີ່​ສຸດ​ໃນ​ສະ​ພາບ​ການ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 ທີ່ພວມ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ທັງ​ຢູ່​ພາຍ​ໃນປະ​ເທດ ແລະ ໂລກ.

ການດຶງ​ດູດ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ (FDI), ບັນ​ລຸ 31,15 ຕື້ USD, ເພີ່ມ​ຂຶ້ນ 9,2% ເມື່​ອ​ທຽບ​ໃສ່​ກັບ ປີ 2020, ໃນ​ນັ້ນ, ທຶນ​ຈົດ​ທະ​ບຽນ​ໃໝ່ ແລະ ທຶນ​ຈົດ​ທະ​ບຽນ​ເພີ່ມ​ຂຶ້ນຄືນ​ໃໝ່​ສະ​ແດງ​ໃຫ້​ເຫັນ​ວ​່າ ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ສື​ບ​ຕໍ່​ເຊື່ອ​ໝັ້ນ​ຕໍ່​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ຢູ່ ຫວຽດ​ນາມ.

​ການ​ເຄື່ອນ​ໄຫວ​ນຳ​ເຂົ້າ - ສົ່ງ​ອອກ​ສິນ​ຄ້າ​ສືບ​ຕໍ່​ແມ່ນ​ຈຸດ​ພົ້ນ​ເດັ່ນຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ດ້ວຍຍອດ​ວົງ​ເງິນ​ການ​ສົ່ງ​ອອ​ກ​ນຳ​ເຂົ້າ​ສິນ​ຄ້າ​ທັງ​ປີ ບັນ​ລຸ 668,5 ຕື້ USD, ເພີ່ມ​ຂຶ້ນ 22,6%ເມື່ອ​ທຽບ​ໃສ່​ກັບ​ປີ​ກ່ອນ, ໃນ​ນັ້ນ​ການ​ສົ່ງ​ອອກ ເພີ່ມ​ຂຶ້ນ 19%, ການ​ນຳ​ເຂົ້າ​ເພີ່ມ​ຂຶ້ນ 26,5%.

ບຸນ​ຄົງ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.