ຫວຽດນາມ ປາດ​ຖະໜາ​ຢາກ​ສືບ​ຕໍ່​ໄດ້​ຮັບ​ການ​ສະໜັບສະໜູນ ​ແລະ ການ​ຮ່ວມ​ເດີນ​ທາງ​ຂອງ​ບັນດາ​ອົງການຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານຂອງ​ຕ່າງປະ​ເທດ

14:28 | 23/12/2021

ຍ​ສ​ໝ - ຕອນ​ບ່າຍ​ວັນ​ທີ 21 ທັນ​ວາ, ຢູ່​ຮ່າ​ໂນ້ຍ, ສະຫະພັນ​ບັນດາ​ອົງການ​ຈັດ​ຕັ້ງມິດຕະພາບ​ຫວຽດນາມ (VUFO) ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ ​ແລະ ພິທີ​ຮັບ​ເອົາ​ການ​ປະກອບສ່ວນ​ຂອງ​ອົງການຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ຂອງ​ຕ່າງປະ​ເທດ​ໃນ​ປີ 2021.

ຫ​ວຽດ​ນາ​ມ - ກຳ​ປູ​ເຈຍ ສືບ​ຕໍ່​ຍູ້​ແຮງ​ບັນ​ດາ​ການ​ເຄື່ອນ​ໄຫ​ວ​ການ​ທູ​ດ​ປະ​ຊາ​ຊົ​ນ ຫ​ວຽດ​ນາ​ມ - ກຳ​ປູ​ເຈຍ ສືບ​ຕໍ່​ຍູ້​ແຮງ​ບັນ​ດາ​ການ​ເຄື່ອນ​ໄຫ​ວ​ການ​ທູ​ດ​ປະ​ຊາ​ຊົ​ນ
ນັກຮຽນ​ຮູ້ໂລກ​ຕີ​ລາຄາ​ສູງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ ນັກຮຽນ​ຮູ້ໂລກ​ຕີ​ລາຄາ​ສູງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ
ຫວຽດນາມ ປາດ​ຖະໜາ​ຢາກ​ສືບ​ຕໍ່​ໄດ້​ຮັບ​ການ​ສະໜັບສະໜູນ ​ແລະ ການ​ຮ່ວມ​ເດີນ​ທາງ​ຂອງ​ບັນດາ​ອົງການຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານຂອງ​ຕ່າງປະ​ເທດ
ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ກ່າວ​ຄຳ​ເຫັນ​ທີ່ການ​ສະ​ເຫຼີມ​ສະຫຼອງ 60 ປ​ີ​ແຫ່ງວັນ​ສ້າງ​ຕັ້ງ OECD (ພາບ: TTXVN)

ທີ່​ກອງ​ປະຊຸມ, VUFO ​ໄດ້​ມອບ​ໃບ​ຍ້ອງຍໍ​ໃຫ້ 49 ອົງການ ຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ຂອງ​ຕ່າງປະ​ເທດ​ທີ່​ມີ​ການ​ເຄື່ອນ​ໄຫວ​ດີ​ເດັ່ນ​ທີ່​ສຸດ​ໃນ​ປີ 2021.

ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານນາງ​ປະທານ VUFO ຫງວຽນ​ເຟືອງ​ງາ ​ແລະ ທ່ານຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ໂຕ​ແອັງ​ຢຸງ ໄດ້ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ ​ແລະ ຄວາມ​ຮັກ​ແພງ​ຂອງ ອົງ​ການຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ຂອງ​ຕ່າງປະ​ເທດເມື່ອໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ​ໃຫຍ່​ໃນ​ປີ 2021 ​ເພື່ອ​ໜູນ​ຊ່ວຍ ຫວຽດນາມ.

ສະແດງຄວາມຂອບໃຈບັນດາການປະກອບສ່ວນທີ່ມີຄວາມໝາຍຂອງບັນດາອົງການຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ຕ່າງປະເທດເຂົ້າໃນການພັດທະນາແບບຍືນຍົງຂອງຫວຽດນາມ; ຢືນຢັນ​ວ່າ ຫວຽດນາມ ປາດ​ຖະໜາ​ຢາກ​ສືບ​ຕໍ່​ໄດ້​ຮັບ​ການ​ໜູນ​ຊ່ວຍ ​ແລະ ​ຮ່ວມ​​ເດີນ​ທາງ​ຂອງ​ບັນດາ​ອົງການ​ບໍ່​ຂຶ້ນກັບ​ລັດຖະບານ​ຕ່າງປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ.

VUFO ​ແລະ ຄະນະ​ກຳມະການ​ປະ​ຕິ​ບັດງານ​ກ່ຽວ​ກັບ​ບັນດາ​ອົງການ​ຈັດ​ຕັ້ງ​ບໍ່​ຂຶ້ນກັບ​ລັດຖະບານ​ຕ່າງປະ​ເທດ ໃຫ້ຄຳໝັ້ນສັນຍາຈະສືບ​ຕໍ່​ຮ່ຽງ​ບ່າ​ຮ່ຽງ​ໄລ່ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຂອງ ​ອົງ​ການຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ຕ່າງປະ​ເທດ​ຢູ່ ຫວຽດນາມ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.