ຈີນຢຸດ​ຕິ​ການ​ນຳ​ເຂົ້າ​ສິນ​ຄ້າ​ຜ່ານ​ດ່ານ​ຊາຍ​ແດນ​ມອງກ໊າຍ, ບໍ່​ຮູ້​ມື້​ໃດ​ຈະ​ເປີດ​ຄືນ

19:07 | 25/12/2021

ຍ​ສ​ໝ - ໂດຍກວດ​ພົບ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19, ຝ່າຍ​ຈີນ ໄດ້​ປະ​ກາດ​ຢຸດ​ຕິ​ການ​ນຳ​ສົ່ງ​ສິນ​ຄ້າ​ຜ່ານ​ແດນ ຜ່ານ​ບັນ​ດາ​ດ່ານ​ຊາຍ​ແດນ ຂອງ ນະ​ຄອນ ມອງ​ກ໊າຍ ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ຄົ້ນ​ຫາ, ປ້ອງ​ກັນ​ຕ້ານ​ໂລກ​ລ​ະ​ບາດ​ໂຄວິດ - 19.

ນັກຮຽນ​ຮູ້ຫວຽດນາມ-ຈີນ ແລກປ່ຽນປະສົບການດ້ານພາສາ ນັກຮຽນ​ຮູ້ຫວຽດນາມ-ຈີນ ແລກປ່ຽນປະສົບການດ້ານພາສາ
ທ້ອງ​ຖິ່ນ​ຕ້ອງ​ສົມທົບ​ກັນ​ດັດສົມການ​ສົ່ງ​ອອກຜະລິດຕະພັນ​ກະເສດ ​ແລະສິນໃນນໍ້າ ​ໄປຍັງ​ຈີນ ທ້ອງ​ຖິ່ນ​ຕ້ອງ​ສົມທົບ​ກັນ​ດັດສົມການ​ສົ່ງ​ອອກຜະລິດຕະພັນ​ກະເສດ ​ແລະສິນໃນນໍ້າ ​ໄປຍັງ​ຈີນ
ຈີນຢຸດ​ຕິ​ການ​ນຳ​ເຂົ້າ​ສິນ​ຄ້າ​ຜ່ານ​ດ່ານ​ຊາຍ​ແດນ​ມອງກ໊າຍ, ບໍ່​ຮູ້​ມື້​ໃດ​ຈະ​ເປີດ​ຄືນ
ລົດ container ຢູ່ ​ເຂດ​ດ່ານ​ຊາຍ​ແດນ (ພາບ: vietnamnet.vn)

ຜູ້​ຕ​າ​ງ​ໜ້າ​ຂະແໜງ​ພາ​ສີ​ອາ​ກອນ​ນະ​ຄອນມອງ​ກ໊າຍ, ແຂວງ​ກ໋​ວາງ​ນິງ ໃນ​ວັນ​ທີ 22 ທັນ​ວາ ໃຫ້​ຮູ້​ວ່າ: ຝ່າຍ​ຈີນ ໄດ້​ປະ​ກາດ​ຢຸດ​ຕິຊົ່ວຄາວ​ການ​ນຳ​ສົ່ງ​ສິນ​ຄ້າ​ຜ່ານ​ແດນ ຢູ່​ບັນ​ດາ​ດ່ານ​ຊາຍ​ແດນ​ຂອງ​ນະ​ຄອນມອງ​ກ໊າຍ. ການ​ຢຸດ​ຕິຊົ່ວຄາວ​ເລີ່ມ​ແຕ່​ມື້ນີ້ ແລະ ຍັງ​ບໍ່​ທັນ​ມີ​ລາຍ​ລະ​ອຽດ​ວ່າ​ເມື່ອ​ໃດ​ຈະ​ເຄື່ອນ​ໄຫວ​ຄືນ​ໃໝ່. ການ​ນຳ​ສົ່ງ​ສິນ​ຄ້າ​ຜ່ານ​ແດນ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ຟື້ນ​ຟູ, ມີ​ຜູ້​ຂັບ​ລົດຫຼາຍ​ຄົນ​ພວມ​ຈັດ​ແຖວ​ລໍ​ຖ້າ.

ຕາມ​ຜູ້​ຕາງ​ໜ້າ​ຂອງ​ຂະແໜງ​​ພາ​ສີ​ອາ​ກອນ​ນະ​ຄອນມອງ​ກ໊າຍ​ແລ້ວ, ຝ່າຍ​ຈີນ​ໄດ້​ນຳ​ໃຊ້​ການ​ຄົ້ນ​ຫາ​ຜູ້​ສຳ​ຜັດ​ກັບ​ຜູ້​ຕິດ​ເຊື້ອ​ໃນ​​ເວ​ລາ 24 ຊົ່ວ​ໂມງ​ນັບ​ແຕ່​ເວ​ລາ​ພົບ​ເຫັນ​ຜູ້​ຕິດ​ເຊື້ອ, ມາຮອດ​ປັດ​ຈຸ​ບັນ ສາມາດຄວບ​ຄຸມສະພາບໂລກ​ລະ​ບາດ​ໂຄວິດ - 19 ໄດ້ໂດຍ​ພື້ນ​ຖານ. ​ການ​ນຳ​ສົ່ງ​ສິນ​ຄ້າ​ຜ່ານ​ແດນ​ອາດຈະ​ໄດ້​ຮັບ​ການ​ເປີດ​ປະ​ຕູ​ຄືນ​ໃໝ່​ໃນ 2 - 3 ວັນ​ຈະ​ມາ​ເຖິງ. ຄຳຮຽກ​ຮ້ອງຂອງ​ຝ່າຍຈີນ​ແມ່ນ​ຜູ້​ຂັບ​ລົດ​ຄອນ​ເທນ​ເນີ​ທຸກ​ຄົນ ລ້ວນ​ແຕ່​ຕ້ອງ​ປະ​ຕິ​ບັດ​ຕາມ​ມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບ​າດ​ໂຄວິດ - 19, ວິ​ໄຈ​ຫາ​ເຊື້ອ ແລະ ນຸ່ງ​ຊຸດ​ປ້ອງ​ກັນ​ເຊື້ອ ເມື່ອ​ປະ​ຕິ​ບັດ​ການ​ນຳ​ສົ່ງ​ສິນ​ຄ້າ​ຜ່ານ​ແດນ.

ປັດ​ຈຸ​ບັນ, ຜູ້​ຂັບ​ລົດ​ທຸກ​ຄົນ​ເມື່ອ​ມາ​ນະ​ຄອນ​ມອງ​ກ໊າຍ ​ລ້ວນ​ແຕ່​ໄດ້​ໄປເຂດ ​ລູກ​ເລີມ ເພື່ອ​ວິ​ໄຈ​ຫາ​ເຊື້ອ ແລະ ສັບ​ຊ້ອນບ່ອນ​ຈອດ​ລົດ, ມາຮອດປັດ​ຈຸ​ບັນ, ນະ​ຄອນມອງ​ກ໊າ​ຍ​ໄດ້​ສັບ​ຊ້ອນ​ບ່ອນ​ຈອດ​ລົດ​ຕ​ືື່ມ​ອີກ, ແກ້​ໄຂ​ສະ​ພາບ​ການລົດຕິດ​ຂອງ​ລົດ​ບັນ​​ທຸກ​ຜ​ະ​ລິດ​ຕະ​ພັນ​ກະ​ເສດ” ຜູ້​ຕາງ​ໜ້າຂະແໜງ​​ພາ​ສີ ນະ​ຄອນມອງກ໊າຍ​ໃຫ້​ຮູ້​.

ໂດຍ​ໄດ້​ຮູ້​ວ່າ ຢູ່ບັນດາ​ດ່ານ​ຊາຍ​ແດນ​ຂອງກ໋​ວາງ​ນິງ​ພວມ​ມີ​ລົດ container ​ຕິດ​ ກ່​ວາ 1500 ຄັນ. ໃນ​ຈຳ​ນວນນີ້​ສ່ວນຫຼາຍ​ແມ່ນ​ຜະ​ລິດ​ຕະ​ພັນ​ກະ​ເສດ.

ແຕ່​ລະ​ວັນ​ຍັງ​ມີ​ລົດ container ມາ​ດ່ານ​ຊາຍ​ແດນ​ນະ​ຄອນ ມອງກ໊າຍ ເພື່ອລໍ​ຖ້າ​ຜ່ານ​ແດນ, ອຳ​ນາດ​ການ​ປົກ​ຄອງ​ນະ​ຄອນມອງ​ກ໊າຍ ໄດ້​ແຈ້ງແນະນຳ​ວິ​ສາ​ຫະ​ກິດ ຄວນມີ​ຄວາມ​ເປັນ​ເຈົ້າ​ການ​ກຳ​ແໜ້ນ​ສະ​ພາບ​ການ​ດັດປັບ​ການ​ຂົນ​ສົ່ງ​ສິນ​ຄ້າ​ຜ່ານ​ດ່ານ​ຊາຍ​ແດນຕ່າງໆ​ເພື່ອ​ສົ່ງ​ອອກ.

ບຸນ​ຄົງ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.