ຮັບປະກັນຫຼັກອະນາໄມຄວາມປອດໄພດ້ານສະບຽງອາຫານເນື່ອງໃນ ໂອກາດບຸນປີໃໝ່ປະຈໍາຊາດ ແລະວັນບຸນລະດູບານໃໝ່ປີ 2022

12:29 | 24/12/2021

ຍສໝ - ເມື່ອບໍ່ດົນມານີ້, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຫົວໜ້າຄະນະຊີ້ນຳລະຫວ່າງຂະແໜງສູນກາງກ່ຽວກັບຫຼັກ ອະນາໄມຄວາມປອດໄພດ້ານສະບຽງອາຫານ, ເປັນປະທານກອງປະຊຸມທາງ ໄກທົ່ວປະເທດຜັນຂະຫຍາຍວຽກງານຮັບປະກັນຫຼັກອະນາໄມຄວາມປອດໄພດ້ານສະບຽງອາຫານເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດ ແລະວັນບຸນປີໃໝ່ 2022.

ກອງບັນຊາການທະຫານແຂວງຫົວພັນ ສປປ.ລາວ ອວຍພອນຄອບຄົວພະນັກງານ, ນັກຮົບກໍາລັງປະກອບອາວຸດແຂວງແທັງຮວາ ສສ.ຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດ ປີສະຫຼູ 2021 ກອງບັນຊາການທະຫານແຂວງຫົວພັນ ສປປ.ລາວ ອວຍພອນຄອບຄົວພະນັກງານ, ນັກຮົບກໍາລັງປະກອບອາວຸດແຂວງແທັງຮວາ ສສ.ຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດ ປີສະຫຼູ 2021
ບຸນປີໃໝ່ປະຈໍາຊາດ 2020 ແມ່ນບຸນເຕັດຄັ້ງທໍາອິດຂອງພົນລະເມືອງລາວ 20 ຄົນເມື່ອໄດ້ຖືສັນຊາດຫວຽດນາມ ຢູ່ເມືອງໄຕຢາງ ແລະນາມຢາງ, ແຂວງກວ໋າງນາມ ບຸນປີໃໝ່ປະຈໍາຊາດ 2020 ແມ່ນບຸນເຕັດຄັ້ງທໍາອິດຂອງພົນລະເມືອງລາວ 20 ຄົນເມື່ອໄດ້ຖືສັນຊາດຫວຽດນາມ ຢູ່ເມືອງໄຕຢາງ ແລະນາມຢາງ, ແຂວງກວ໋າງນາມ

ທ່ານ ຫງວຽນ​ແທ່ງ​ຟອງ, ຫົວໜ້າ​ກົມ​ຄວາມ​ປອດ​ໄພ​ດ້ານສະບຽ​ອາຫານ, ກະຊວງ​ສາທາລະນະ​ສຸກ ​ໃຫ້​ຮູ້​ວ່າ ​ແຕ່​ວັນ​ທີ 20 ທັນວາ 2021 ຫາ​ວັນ​ທີ 12 ມີນາ 2022, ບັນດາ​ກະຊວງ, ຂະແໜງການ ​ແລະອົງການ​ສູນ​ກາງ​ຈະ​ສ້າງ​ຕັ້ງ​ 6 ຄະນະ​ລະຫວ່າງຂະແໜງການກວດກາ​ວຽງານຄວາມ​ປອດ​ໄພ​ດ້ານ​ສະບຽງອາຫານ ຢູ່ 12 ແຂວງ ​ແລະ​ນະຄອນຈຸດສຸມ.​

ຮັບປະກັນຫຼັກອະນາໄມຄວາມປອດໄພດ້ານສະບຽງອາຫານເນື່ອງໃນ ໂອກາດບຸນປີໃໝ່ປະຈໍາຊາດ ແລະວັນບຸນລະດູບານໃໝ່ປີ 2022
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ. ພາບ: VGP

ບັນດາທ້ອງຖີ່ນສ້າງຕັ້ງຄະນະກວດກາລະຫວ່າງຂະແໜງການທຸກຂັ້ນ, ມີແຜນ ການກວດກາທີ່ເໝາະສົມກັບສະພາບການຂອງພະຍາດໂຄວິດ-19 ຢູ່ໃນບໍລິເວນ.

ບັນດາ​ຄະນະ​ກວດກາ​ສຸມ​ໃສ່​ບັນດາສິນຄ້າ​ທີ່​ໄດ້​ນຳ​ໃຊ້​ຫຼາຍ​ໃນ​ໂອກາດ​ບຸນປີໃໝ່ປະຈໍາຊາດ, ເງື່ອນໄຂ​ຮາກຖານການຜະລິດ ​ແລະປຸງ​ແຕ່ງ​ສະບຽງ​ອາຫານ, ດໍາເນີນທຸລະ​ກິດ​ການບໍລິການກິນດື່ມ, ​ເກັບ​ຕົວຢ່າງ​ອາຫານ​ເພື່ອ​ກວດວິໄຈ...

​ການຕີ​ລາຄາຫຼັກອະນາໄມຄວາມປອດໄພດ້ານສະບຽງອາຫານ ສືບ​ຕໍ່​ມີ​ການ​ປ່ຽນ​ແປງ​ຢ່າງ​ຕັ້ງໜ້າ​ໃນ​ໄລຍະ​ຜ່ານ​ມາ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​ເນັ້ນ​ໜັກ​ວ່າ: ບັນດາ​ກຳລັງໄດ້​ຫັນ​ເປັນ​ການ​ຄຸ້ມ​ຄອງ​ຄວາມ​ສ່ຽງ, ຍູ້​ແຮງການ​ຜະລິດ​ທີ່ປອດ​ໄພ​ໃນ​ຂົງ​ເຂດ​ກະສິກຳ. ບັນດາ​ທ້ອງ​ຖິ່ນ, ກະຊວງ​ກະສິກຳ ​ແລະພັດທະນາ​ຊົນນະບົດ ​ໄດ້​ເລັ່ງ​ສ້າງ​ແຜນ​ທີ່​ຄວາມ​ປອດ​ໄພ​ດ້ານ​ການ​ຜະລິດ​ກະສິກຳ​ຕິດ​ພັນ​ກັບຕົ້ນກໍາເນີດຂອງຜະລິດຕະພັນ.

ບູນມີ

ເຫດການ
302 Found

Found

The document has moved here.