ຫວຽດນາມ ຍົກ​ສູງ​ທີ່​ຕັ້ງ​ຂອງ​ອາ​ຊຽນ​ໃນ​ການ​ແກ້​ໄຂ​ບັນຫາ​ສາກົນ​ຢູ່​ສະພາ​ຄວາມ​ໝັ້ນຄົງ ສ​ປ​ຊ

08:53 | 30/12/2021

ຍ​ສ​ໝ - ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ Enrique A. Manalo ​ແລ້ວ, ການ​ດຳລົງ​ຕຳ​ແໜ່​ງ​ເປັນກຳ​ມະ​ການ​ບໍ່​ຖາ​ວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ ສ​ປ​ຊ, ​ເປັນ​ຕົ້ນ​ແມ່ນ​ເມື່ອ​ດຳລົງ​ຕຳ​ແໜ່​ງ​ເປັນ​ປະທານ​ໝູນວຽນ​ຂອງ​ສະພາ​ຄວາມ​ໝັ້ນຄົງ ສ​ປ​ຊ, ຫວຽດນາມ ​ໄດ້​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຫຼາຍ​ຢ່າງ​ໃຫ້​ປະຊາ​ຄົມ ອາ​ຊຽນ, ພ້ອມ​ກັນ​ນັ້ນ ​ກໍ່​ໄດ້​ຊ່ວຍ​ເຫຼືອ​ປັບ​ປຸງການ​ພົວ​ພັນ​ລະ​ຫວ່າງ​ສະ​ຫະ​ປະ​ຊາ​ຊາດ ​ແລະ​ ອາ​ຊຽນ​ ໃຫ້​ໝັ້ນ​ແກ່ນ​ກ່​ວາ​ອີກ.

ຫວຽດນາມ ຮຽກຮ້ອງເພີ່ມທະວີການໜູນຊ່ວຍດ້ານມະນຸດສະທຳ ໃຫ້ແກ່ ສປ.ກົງໂກ ຫວຽດນາມ ຮຽກຮ້ອງເພີ່ມທະວີການໜູນຊ່ວຍດ້ານມະນຸດສະທຳ ໃຫ້ແກ່ ສປ.ກົງໂກ
ຫວຽດ​ນາມ ຈັດ​ສົ່ງ​ນາຍ​ທະ​ຫານ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ຕື່ມ​ອີກ 12 ຄົນ​ຢູ່ ຊູ​ດັງ​ໃຕ້ ແລະ ອາບ​ຟຼີ​ກາກ​າງ ຫວຽດ​ນາມ ຈັດ​ສົ່ງ​ນາຍ​ທະ​ຫານ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ຕື່ມ​ອີກ 12 ຄົນ​ຢູ່ ຊູ​ດັງ​ໃຕ້ ແລະ ອາບ​ຟຼີ​ກາກ​າງ
ຫວຽດນາມ ຍົກ​ສູງ​ທີ່​ຕັ້ງ​ຂອງ​ອາ​ຊຽນ​ໃນ​ການ​ແກ້​ໄຂ​ບັນຫາ​ສາກົນ​ຢູ່​ສະພາ​ຄວາມ​ໝັ້ນຄົງ ສ​ປ​ຊ
ທ່ານ​ເອກ​ອັກຄະ​ລັດຖະທູດ Enrique A. Manalo, ຫົວໜ້າປະຈຳການ​ຄະນະ​ຜູ້​ຕາງ​ໜ້າຟີ​​ລິບ​ປິນ ປະຈຳ​ສະຫະ​ປະຊາ​ຊາດ (ພາບ: TTXVN)

ຫວຽດນາມ​ໄດ້​ສິ້ນ​ສຸດ​ອາຍຸ​ການ​ເປັນ​ສະມາຊິກ​ບໍ່​ຖາ​ວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດຢ່າງ​ເປັນ​ທາງ​ການ ໃນ​ວັນ​ທີ 31 ທັນວາ 2021. ນັກ​ຂ່າວ​ສຳ​ນັກ​ຂ່າວ​ສານ ​ຫວຽດນາມ​ປະຈຳ​ສະຫະ​ປະຊາ​ຊາດ ​ໄດ້​​ສຳພາດ​ ທ່ານ​ເອກ​ອັກຄະ​ລັດຖະທູດ Enrique A. Manalo, ຫົວໜ້າປະຈຳການ​ຄະນະ​ຜູ້​ຕາງ​ໜ້າຟີ​​ລິບ​ປິນ ປະຈຳ​ສະຫະ​ປະຊາ​ຊາດ, ຜູ້ຕາງໜ້າ​ສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ກ່ຽວ​ກັບ​ການ​ຕີ​ລາຄາ​ຕໍ່​ຫວຽດນາມ​ໃນ​ຖານະ​ເປັນກຳ​ມະ​ການ​ບໍ່​ຖາ​ວອນ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ​ ໃນ​ໄລຍະ 2 ປີຜ່ານມາ.

ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ Enrique A. Manalo ​ແລ້ວ, ເລື່ອງ ​ຫວຽດນາມ ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ເປັນ​ສະມາຊິກ​ບໍ່​ປະຈຳ​ສະພາ​ຄວາມ​ໝັ້ນຄົງ ສ​ປ​ຊ ​ໃນ 2 ປີຜ່ານມາ ບໍ່​ພຽງ​ແຕ່​ແມ່ນ​ບາດກ້າວ​ພັດທະນາ​ຢ່າງ​ແຮງ​ຂອງ ຫວຽດນາມ ​ເທົ່າ​ນັ້ນ ຫາກ​ຍັງແມ່ນ​ສຳລັບ​ປະຊາ​ຄົມ ອາ​ຊຽນ ​ອີກ​ດ້​ວຍ. ​ເລື່ອງ​ ອາຊຽນ ມີທັງ ຫວຽດນາມ ແລະ ອິນໂດເນເຊຍ ຮ່ວມກັນເປັນສະມາຊິກບໍ່ຖາ​ວອນຂອງສະພາຄວາມໝັ້ນຄົງ ສ​ປ​ຊ ໃນປີ 2020 ໄດ້ຍົກສູງທີ່ຕັ້ງຂອງ ອາຊຽນຂຶ້ນຫຼາຍ, ພິເສດເມື່ອ​ດຳ​ລົງ​ຕຳ​ແໜ່ງ​ປະ​ທານ​​ໝູນວຽນ​ຂອງ​ສະພາ​ຄວາມ​ໝັ້ນຄົງ ສ​ປ​ຊ, ຫວຽດນາມ ​ໄດ້​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຫຼາຍ​ຢ່າງ​ໃຫ້​ປະຊາ​ຄົມ​ອາ​ຊຽນ, ພ້ອມ​ກັນ​​ນັ້ນ ກໍ່ປັບ​ປຸງ​ການ​ພົວພັນ​ລະຫວ່າງ ສປ​ຊ ກັບ​ອາ​ຊຽນ ​ໃຫ້​ໝັ້ນ​ແກ່ນ​ກ່​ວາ​ອີກ. ຫວຽດນາມ ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ໃຫ້​ແກ່​ບັນດາ​ປະ​ເທດ, ພິ​ເສດ​ແມ່ນ​ບັນດາ​ປະ​ເທດ ອາ​ຊຽນ.

ໃນບັນດາຂໍ້ລິເລີ່ມທີ່ຫວຽດນາມ ສະເໜີຢູ່ສະພາຄວາມໝັ້ນຄົງ ສ​ປ​ຊ, ທ່ານເອກອັກຄະລັດຖະທູດ Enrique A. Manalo ໄດ້ຕີລາຄາສູງບັນດາຂໍ້ລິເລີ່ມປັບ​ປຸງການ​ພົວພັນຮ່ວມມືລະຫວ່າງ ສປຊ ແລະ ອາຊຽນ ກໍ່ຄືບັນດາອົງການຈັດຕັ້ງພາກພື້ນທີ່ຫວຽດນາມ ໄດ້ຍົກອອກ. ​ທ່ານເນັ້ນ​ໜັກ​ວ່າ ດ້ວຍເລື່ອງ​ຫວຽດນາມ ດຳ​ລົງ​ຕຳ​ແໜ່ງ​ເປັນ​ກຳ​ມ​ະການ​ບໍ່​ຖາ​ວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ, ຂໍ້​ຕົກ​ລົງ​ກາ​ນ​ຮ່ວມ​ມື​​ລະຫວ່າງ ສປຊ ​ແລະ ອາ​ຊຽນ ​ໄດ້​ຍົກ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່. ຫວຽດນາມໄດ້​ສ້າງລະດັບຜົນ​ກະ​ທົບ​ຢ່າງ​ແທ້​ຈິງ ເມື່ອ​ສະພາ​ຄວາມ​ໝັ້ນຄົງ ສ​ປ​ຊ ​ປຶກສາ​ຫາລື​ບັນດາ​ບັນຫາ​ສາກົນ, ພິ​ເສດ​ແມ່ນ​ບັນດາ​ບັນຫາ​ພາກ​ພື້ນ​ອາຊີ, ລະ​ອ​ຽດ​ແມ່ນບັນ​ຫາ ​ມຽນມາ. ຫວຽດນາມ ຍາມ​ໃດ​ກໍ່​ອັບ​ເດດ​ບັນດາຂໍ້​ມູນ ໃຫ້​ແກ່​ປະ​ເທດ ອາ​ຊຽນ ກ່ຽວ​ກັບ​ການ​ຜັນ​ແປຂອງການປຶກສາຫາລື​ສະພາບ​ການ​ມຽນມາ ຢູ່​ສະພາ​ຄວາມ​ໝັ້ນຄົງ ສ​ປ​ຊ ​ແລະ ກົງ​ກັນ​ຂ້າມ, ຫວຽດນາມ ກໍ່ສວມບົດບາດ​ເປັນ​ຂົວ​ຕໍ່​ເພື່ອ​ສົ່ງ​ສານ​ທັດສະນະ, ສຽງເວົ້າ​ຂອງ​ບັນດາ​ປະ​ເທດ ອາ​ຊຽນ ໃນ​ບັນຫາ​ ມຽນມາ ພ້ອມ​ກັບຫຼາຍ​ບັນ​ຫາ​ຕ່າງໆ​ໄປ​ຍັງ ສະ​ພາ​ຄວາມ​ໝັ້ນ​ຄົງ​ ສ​ປ​ຊ. ຫວຽດນາມ​ໄດ້​ຍົກ​ສູງ​ທີ່​ຕັ້ງ​ຂອງ​ຕົນ​ຂຶ້ນ​ສູ່​ລະດັສູງ​ໃໝ່​ບໍ່​ພຽງ​ແຕ່​ຢູ່​ສະພາ​ຄວາມ​ໝັ້ນຄົງ​ ສ​ປ​ຊ ເທົ່າ​ນັ້ນ, ຫາກ​ຍັງ​ຢູ່​ອາ​ຊຽນ​ອີ​ກ​ດ້ວຍ.

ທ່ານ​ເອກ​ອັກຄະ​ລັດຖະທູດ Enrique A. Manalo ​ເນັ້ນ​ໜັກ​ວ່າ: ​ເມື່ອ​ຫວຽດນາມ ​ຍົກ​ອອກ​ບັນຫາ​ອາ​ຊຽນ ​ເຂົ້າ​ໃນໂຄງ​ການ​ດຳ​ເນີນ​ງານ​ຂອງ ສະພາ​ຄວາມ​ໝັ້ນຄົງ ສ​ປ​ຊ, ຫວຽດນາມ ​ໄດ້ຊ່ວຍຍົກ​ສູງ​ຮູບ​ພາບ​ອາ​ຊຽນ ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ຍົກ​ສູງ​ລະດັບ​ການ​ພົວພັນ​ກັບ​ບັນດາ​ອົງການ​ສປຊ, ພິ​ເສດ​ແມ່ນສະ​ພາ​ຄວາມ​ໝັ້ນຄົງ ສ​ປ​ຊ.

ທ່ານ​ເອກ​ອັກຄະ​ລັດຖະທູດ Enrique A. Manalo ຢືນຢັນ​ວ່າ: ຫວຽດນາມ ​ແມ່ນ​ສະມາຊິກ​ທີ່​ສັດ​ຊື່​ຂອງ ອາ​ຊຽນ ​ແລະ ​ເມື່ອ​ໄດ້ຮັບ​ການເລືອກ​ຕັ້ງ​ເປັນ​​ກຳ​ມະ​ການ​ບໍ່​ຖາ​ວອນສະພາ​ຄວາມ​ໝັ້ນຄົງ ສ​ປ​ຊ, ຫວຽດນາມ ​ໄດ້ອັບເດດ​ບັນດາ​ຂໍ້​ມູນ​ຂ່າວສານ​ໃຫ້​ແກ່ ອາ​ຊຽນ ຢ່າງ​ເປັນ​ປະຈຳ​ກ່ຽວ​ກັບ​ບັນດາ​ບັນຫາທີ່​ພວມໄດ້​ຮັບ​ການ​ປຶກສາ​ຫາລື​ຢູ່​ສະພາ​ຄວາມ​ໝັ້ນຄົງ​ໃຫ້​ບັນດາ​ປະ​ເທດ​ເຂົ້າ​ໃຈ​ກ່ວາ​ອີກ​ກ່ຽວ​ກັບ​ບັນດາ​ການ​ຕັດສິນ​ທີ່​ກ່ຽວຂ້ອງ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.