ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດນາມ ເວືອງ​ດິ່ງ​ເຫ້ວ ເປັນ​ປະ​ທານ​ກອງ​ປະ​ຊຸມ​ ຫົວເລື່ອງກ່ຽວກັບການປ່ຽນແປງໃໝ່, ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ

09:11 | 27/12/2021

ຍສໝ - ເມື່ອບໍ່ດົນມານີ້, ທ່ານ​ ເວືອງ​ດິ່ງ​ເຫ້ວ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ຄະນະ​ພັກ​ສະພາ​ແຫ່ງ​ຊາດ, ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ຄັ້ງ​ທີ 4 ຂອງ​ຄະນະ​ຊີ້​ນຳ​ກໍ່ສ້າງ​ບັນດາ​ຫົວ​ເລື່ອງແບ່ງໜ້າທີ່​ໃຫ້​ຄະນະ​ພັກ​ສະພາ​ແຫ່ງ​ຊາດ ຂຶ້ນກັບແຜນຮ່າງ “ຍຸດ​ທະ​ສາດ​ກໍ່ສ້າງ ​ແລະ ບູລະນະ ລັດແຫ່ງອຳນາດນິຕິບັນຍັດ​ສັງຄົມ​ນິຍົມ​ຫວຽດນາມ ຮອດ​ປີ 2030, ກໍານົດທິດ​ເຖິງ​ປີ 2045”.

ສະ​ພາ​ຊົນ​ເຜົ່າ​ຍົກ​ສູ​ງ​ຄຸນ​ນະ​ພາບ​ການ​ເຄື່ອນ​ໄຫ​ວ, ປະ​ຕິ​ບັດ​ບັນ​ດາ​ນະ​ໂຍ​ບາຍ​ຊົນ​ເຜົ​່​າ​ຢ່າງ​ມີ​ປະ​ສິ​ດ​ທິ​ຜົນ ສະ​ພາ​ຊົນ​ເຜົ່າ​ຍົກ​ສູ​ງ​ຄຸນ​ນະ​ພາບ​ການ​ເຄື່ອນ​ໄຫ​ວ, ປະ​ຕິ​ບັດ​ບັນ​ດາ​ນະ​ໂຍ​ບາຍ​ຊົນ​ເຜົ​່​າ​ຢ່າງ​ມີ​ປະ​ສິ​ດ​ທິ​ຜົນ
ປະ​ທານ​ປະ​ເທດ ​ປາດ​ຖະ​ໜາ​ໃຫ້​ຊາວ​ຫວຽດ​ນາມອາໄສ​ຢູ່​ກຳ​ປູ​ເຈຍ ຮັກ​ສາ​ພາ​ສາ​ຫວຽດ ແລະວັດ​ທະ​ນະ​ທຳ​ຫວຽດ​ ປະ​ທານ​ປະ​ເທດ ​ປາດ​ຖະ​ໜາ​ໃຫ້​ຊາວ​ຫວຽດ​ນາມອາໄສ​ຢູ່​ກຳ​ປູ​ເຈຍ ຮັກ​ສາ​ພາ​ສາ​ຫວຽດ ແລະວັດ​ທະ​ນະ​ທຳ​ຫວຽດ​
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ເປັນ​ປະ​ທານ​ກອງ​ປະ​ຊຸມ​ ຫົວເລື່ອງກ່ຽວກັບການປ່ຽນແປງໃໝ່, ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດນາມ ເວືອງ​ດິ່ງ​ເຫ້ວ ​ເປັນ​ປະ​ທານ​ກອງ​ປະ​ຊຸມ​ ຫົວເລື່ອງກ່ຽວກັບການປ່ຽນແປງໃໝ່, ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ. ພາບ: qdnd.vn

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ເວືອງ​ດິ່ງ​ເຫ້ວ ​ໄດ້ເນັ້ນໜັກເປັນພິເສດ​ກ່ຽວກັບກໍານົດ​ທິດ​ທີ່​ໄດ້​ວາງ​ອອກ​ໃນ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ ກ່ຽວ​ກັບ​ການເພີ່ມຄວາມ​ເປັນມືອາຊີບ​ຂອງ​ສະພາ​ແຫ່ງ​ຊາດ. ການ​ເປັນມືອາຊີບ ໄດ້​ສະ​ແດງ​ໃຫ້​ເຫັນ​ໃນ​ຮູບ​ແບບ​ການ​ຈັດ​ຕັ້ງ, ກົດບັນຢັດ, ຄ່ອຍໆ​ເພີ່ມ​ຈຳນວນ​ສະມາຊິກສະພາ​ແຫ່ງ​ຊາດ​ເຄື່ອນໄຫວໃນໜ້າທີ່ຮັບຜິດຊອບໃຫ້​ເໝາະ​ສົມ, ຍົກສູງ​ຄຸນ​ນະພາ​ບ ​ແລະ ກຳລັງຄວາມ​ສາມາດ​ປະຕິບັດ​ງານ​ຂອງສະມາຊິກ​ສະພາ​ແຫ່ງ​ຊາດ, ​ ບັນດາ​ອົງການ​ຂອງ​ສະພາ​ແຫ່ງ​ຊາດ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດໃນການ​ປະສານ​ງານ​ກັບ​ອົງການ​ອື່ນໆ…

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ ຫວຽດນາມ ເວືອງ​ດິ່ງ​ເຫ້ວ ໃສ່ໃຈ​ວ່າ ການ​ສຶກສາ, ການ​ແກ້​ໄຂ​ຫົວ​ເລື່ອງນີ້ ຕ້ອງ​ເໝາະສົມກັບ​ບັນດາ​ຫົວ​ເລື່ອງອື່ນໆ ​ແລະ ບັນດາແຜນຮ່າງ​​ໃຫຍ່​ທີ່​ຍື່ນ​ສະ​ເໜີ​ຕໍ່​ກົມ​ການ​ເມືອງ​ໃນ​ຄັ້ງ​ນີ້ ​ເພື່ອ​ຫຼີກ​ເວັ້ນບໍ່​ໃຫ້​ມີ​ເນື້ອ​ໃນ​ຊ້ຳ​ຊ້ອນ; ກ່ຽວ​ກັບລັກສະນະທົ່ວໄປ​ຂອງ​ຮູບ​ແບບ​ລັດແຫ່ງອຳນາດກົດໝາຍ ແລະ​ລັກສະນະສະ​ເພາະ​ຂອງ​ຮູບ​ແບບລັດແຫ່ງອຳນາດກົດໝາຍ​ສັງ​ຄົມ​ນິ​ຍົມ​.

ຫົວເລື່ອງ​ຕ້ອງສຸມ​ໃສ່ເຮັດ​ຈະ​ແຈ້ງ​​ຮາກ​ຖານ​ວິ​ທະ​ຍາ​ສາດ, ຮາກ​ຖານ​ປະ​ຕິ​ບັດຕົວຈິງ, ປະ​ສົບ​ການ​ສາ​ກົນ; ຄົ້ນຄວ້າເພື່ອຖອດຖອນບັນດາບັນຫາ, ທັດສະນະ, ການກໍານົດທິດໃຫຍ່, ຫຼັກການ, ທິດທາງ, ໜ້າທີ່, ວິທີແກ້ໄຂຕົ້ນຕໍ; ຄົ້ນຄວ້າ​ເປີດກວ້າງ​ສິດ​ອຳນາດ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ.

ໄຊພອນ

ເຫດການ
302 Found

Found

The document has moved here.