ຮ່າ​ໂນ້ຍ ບໍ່​ຈັດ​ຕັ້ງພິ​ທີ "countdown", ຍິງບັ້ງໄຟດອກ ໃນ​ປີ​ໃໝ່ 2022

23:19 | 01/01/2022

ຍ​ສ​ໝ - ຫວ່າງແລ້ວນີ້, ທ່ານ ເຈິ່ນ​ຕວັນ​ແອັງ, ຫົວ​ໜ້າ​ພະ​ແນກວັດ​ທະ​ນະ​ທຳ ແລະ ກິ​ລາ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ ຍ້ອນ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ, ນະ​ຄອນ​ຈະ​ບໍ່​ຈັດ​ຕັ້ງ​ການ​ຍິງ​ບັ້ງ​ໄຟດອກ ພ້ອມ​ກັບ​ບັນ​ດາ​ການ​ເຄື່ອ​ນ​ໄຫວ​ວັດ​ທະ​ນະ​ທຳ​ຢູ່ກາງແຈ້ງ ແລະ ລາຍ​ການ countdown" ຕ້ອ​ນ​ຮັບ​ປີ​ໃໝ່ 2022.

​​ປີ 2022, ຫວຽດນາມ ​ແມ່ນ​ຕະຫຼາດ​ສຳຄັນ​ຂອງ​ບັນດາກຸ່ມ​ວິ​ສາ​ຫະກິດ​ຂາຍຍ່ອຍ​ຍີ່ປຸ່ນ ​​ປີ 2022, ຫວຽດນາມ ​ແມ່ນ​ຕະຫຼາດ​ສຳຄັນ​ຂອງ​ບັນດາກຸ່ມ​ວິ​ສາ​ຫະກິດ​ຂາຍຍ່ອຍ​ຍີ່ປຸ່ນ
ຮ່າ​ໂນ້ຍ​ກຳ​ນົດ​ມາ​ດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ສຳ​ລັບ​ຜູ້​ເຂົ້າ​ເມືອງ ຮ່າ​ໂນ້ຍ​ກຳ​ນົດ​ມາ​ດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ສຳ​ລັບ​ຜູ້​ເຂົ້າ​ເມືອງ
ຮ່າ​ໂນ້ຍ ບໍ່​ຈັດ​ຕັ້ງພິ​ທີ
ພາບ​ປະ​ກອບ

ຮ່າ​ໂນ້ຍ​ຈະ​ຈັດ​ຕັ້ງ​ບາງ​ການ​ເຄື່ອນ​ໄຫວ​ແບບ​ທາງ​ໄກ ເພື່ອ​ຕ້ອນ​ຮັບ​ປີ​ໃໝ່, ​ຖ່າຍ​ທຳກ່ອນ​ບັນດາລາຍ​ການ​ສະ​ແດງ​ສິລະ​ປະ “ສີ​ສັນ​ລະ​ດູ​ບານ​ໃໝ່” ທີ່​ໄດ້ອອກ​ອາກ​າດ​ໃນ​ຊ່ອງ​ສະ​ຖາ​ນີ​ໂທ​ລະ​ພາບ​ທ້ອງ​ຖິ່ນ​ໃນ​ຕອນ​ຄ່ຳ​ວັນ​ທີ 31 ທັນ​ວາ.

ຮ່າ​ໂນ້ຍ​ໄດ້​ຂົນ​ຂ​ວາຍ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ, ສ່ວນ​ບຸກ​ຄົນ​ປະ​ດັບ​ປະ​ດາ, ສ່ອງ​ແສງໄຟໃນ​ເຂດ​ຕົວ​ເມືອງ, ດ້ານໜ້າຂອງ​ສຳ​ນັກ​ງານ, ອາ​ຄານ, ໂຮງ​ແຮງ, ສູນ​ການ​ຄ້າ.

ການ​ນຳ​ເມືອງ ຮ່​ວານ​ກຽມ ໄດ້​ແຈ້ງ​ຂ່າວ​ຕື່ມ​ອີກວ່າ ບັນ​ດາ​ການ​ເຄື່ອນ​ໄຫວ​ຕ້ອນ​ຮັບ​ປີ​ໃໝ່ 2022 ໃນ​ບໍ​ລິ​ເວນ ເມືອງ ຮ່​ວານ​ກຽມ ລ້ວນ​ແຕ່​ຖືກ​ຢຸດ​ຕິ​ຍ້ອນ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ຂອງ​ໂລກ​ລະ​ບາດ​ໂຄວິດ - 19. ບັນ​ດາ​ການ​ເຄື່ອນ​ໄຫວ ແລະ ເຫດ​ການ​ເຕົ້າ​ໂຮມຫຼາຍ​ຄົນ​ກໍ່​ຖືກ​ຈຳ​ກັດ. ທະ​ນາ​ຄານ, ການ​ບໍ​ລິ​ການ​ກິນ​ດື່ມ ພຽງ​ແຕ່​​ຂາຍໂດຍໃຫ້ເອົາ​ກັບ​ເມືອກິນຢູ່ບ້ານ ແລະ ປິດຮ້ານ​ກ່ອນ ເວ​ລາ 21 ໂມງ​ຂອງ​ທຸກວັນ.

ເພື່​ອ​ຮັບ​ປະ​ກັ​ນ​ວຽກ​ງານປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ໂອ​ກາດ​ບຸນ​ປີ​ໃໝ່ສາກົນ, ເມືອງ​ຮ່​ວານ​ກຽມ ​ຈະ​ສ້າງ​ປ້ອມ​ປັບ​ໄໝບັນດາກໍລະນີທີີ່​ລະ​ເມີດ​ໃນ​ບໍ​ລິ​ເວນ, ຢຸດ​ຕິ​ການ​ອະ​ນຸ​ຍາດ​ໃຫ້​ບັນ​ດາ​ສະ​ຖານ​ທີ່ຝາກ​ລົດ ແລະ ພາ​ຫະ​ນະ​ໃນ​ໂອ​ກາດນີ້. ໃນ​ກໍ​ລະ​ນີຈຳ​ນວນ​ຜູູ້​ຄົນ ແລະ ພາ​ຫະ​ນະ​ມາຫຼາຍ​ເກີນໄປ ກຳ​ລັງ​ປະ​ຕິ​ບັດ​ໜ້າ​ທີ່​ຈະ​ຫ້າມ​ທາງ​ເຂົ້າ​ເຂດ​ສູນ​ກາງ, ສ້າງ​ບັນ​ດາ​ປ້ອມ​ຢູ່​ອ້ອມ​ ໂຮ່ເກືອມ ແລະ ບັນ​ດາ​ເຂດ​ສາ​ທາ​ລະ​ນະ ເພື່ອ​ປັບໄໝຕໍ່​ບັນ​ດາ​ກໍ​ລະ​ນີ​ລະ​ເມີດການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາ​ດຢ່າງເຄັ່ງຂັດ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.