ຍສໝ - ທ່ານ Oh Won Jun ເປັນຄົນ ສ.ເກົາຫຼີ ທີ່ໄດ້ອາໄສຢູ່ຮ່າໂນ້ຍຫຼາຍກວ່າ 10 ປີ. ເຖິງແມ່ນວ່າລາວມີໂອກາດກັບຄືນປະເທດຂອງຕົນ ເພື່ອຮັບການສັກຢາວັກຊີນກັນພະຍາດ COVID-19, ແຕ່ທ່ານ Oh ຕັດສິນໃຈຢູ່ຮ່າໂນ້ຍ ເພື່ອລໍຖ້າສັກຢາຢູ່ຫວຽດນາມ.
ກ່າວຄຳເຫັນນະທີ່ນີ້, ທ່ານນາງ ຫວໍທິແອັງຊວັນ ໄດ້ສະແດງໃຫ້ ແຂວງຕຽນຢາງ ເບິ່ງແຍງດູແລ ໃຫ້ແກ່ບັນດາເປົ້າໝາຍ ຢູ່ ແນວໜ້າ ໃນການຕ້ານໂລກລະບາດໂຄວິດ - 19, ລະດົມກຳລັງໃຈຍ້ອງຍໍສັນລະເສີນ ຢ່າງທັນການ ຕໍ່ບັນດາອົງການຈັດຕັ້ງ, ສ່ວນບຸກຄົນທີ່ມີຜົນງານໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
ຍສໝ - ສູນກາງສະມາຄົມນັກທຸລະກິດໜຸ່ມ ຫວຽດນາມ ຫາກໍ່ສົ່ງຈົດໝາຍເພື່ອຮຽກຮ້ອງການສະໜັບສະໜູນ ແລະ ປຸກລະດົມໂຄງການ "ATM ແຫ່ງຄວາມຮັກແພງ" ອຸປະຖຳ ເດັກກ່ຳພ້າເນື່ອງຈາກ COVID-19 ທີ່ນະຄອນໂຮຈິມິນ, ດ້ວຍອັດຕາການອຸປະຖຳໃຫ້ເດັກນ້ອຍແຕ່ລະຄົນ ແມ່ນ 1 ລ້ານດົ່ງ/ເດືອນຈົນຮອດເດັກນ້ອຍມີອາຍຸ 18 ປີ.
ທ່ານນາງ ຮອງປະທານປະເທດຫວຽດນາມ ຫງວຽນທິແອງຊວັນ ມອບຂອງຂວັນຫນູນຊ່ວຍວຽກງານປ້ອງກັນຕ້ານໂລກລະບາດຢູ່ ແຂວງ ອານຢາງ, ດົ່ງທາບ, ໄຕນິງ, ຕຽນຢາງ ແລະ ເກີນເທີ ດ້ວຍຍອດມູນຄ່າເກືອບ 35 ຕື້ດົ່ງ.
ຕາມທ່ານ ບູຍກວາງຮຸຍ ເລຂາຜູ້ປະຈຳການສູນກາງຄະນະຊາວໜຸ່ມພັກກອມມູນິດ ໂຮ່ຈີມິນແລ້ວ, ໄລຍະຈະມາເຖິງ, ຄະນະຊາວໜຸ່ມທຸກຂັ້ນ ໄດ້ກຳນົດຈະສືບຕໍ່ຂົນຂວາຍແຫຼ່ງກຳລັງ ແລະ ເຊື່ອມຕໍ່, ຜັນຂະຫຍາຍການມອບເຄື່ອງໃຊ້ທີ່ຈຳເປັນໃຫ້ແກ່ຜູ້ປະສົບກັບຄວາມຫຍຸ້ງຍາກ ໃຫ້ຫຼາຍຄົນຕື່ມອີກຈາກໂຄງການທີ່ມີຄວາມໝາຍນີ້.
ຍສໝ - ນອກຈາກໜູນຊ່ວຍບັນດາກໍລະນີປະສົບກັບຄວາມຫຍຸ້ງຍາກເປັນພິເສດ, ພະແນກແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຍັງໄດ້ສົມທົບກັບບັນດາຜູ້ໃຈບູນໃຈກຸສົນ ມອບຂອງຂວັນຫຼາຍພູດໃຫ້ແກ່ນ້ອງນ້ອຍທີ່ຕິດເຊື້ອໂຄວິດ - 19 ແລະ ນ້ອງນ້ອຍທີ່ສຳຜັດໃກ້ກັບຜູ້ຕິດເຊື້ອພະຍາດໂຄວິດ - 19 ຕ້ອງໄປປິ່ນປົວ ແລະ ແຍກຕົວທາງການແພດ. ໄປຄຽງຄູ່ກັນນັ້ນດ ພະແນກໄດ້ສ້າງບັນດາມາດຕະການແກ້ໄຂເພື່ອແນໃສ່ໜູນຊ່ວຍບັນດານ້ອງນ້ອຍທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ - 19 ແບບຍາວນານ.
ຍສໝ - ໃນຕອນແລງຂອງວັນທີ 14 ກັນຍາ, ໂຮງໝໍພາກສະໜາມເລກທີ 10, ຂຶ້ນກັບໂຮງໝໍຫູ-ດັງ-ຄໍ ຂອງນະຄອນໂຮ່ຈີມິນ ໄດ້ຮັບເຄື່ອງອຸປະກອນການແພດ ອຸປະຖຳໂດຍສະຖານກົງສູນໃຫຍ່ຫວຽດນາມ ປະຈຳຮົງກົງ ມອບໃຫ້ ໂດຍໄດ້ມາຈາກການປະກອບສ່ວນຂອງປະຊາຄົມ ແລະ ວິສາຫະກິດຫວຽດນາມໃນບໍລິເວນ.
ໂລກລະບາດໂຄວິດ - 19 ໄດ້ ແລະ ພວມກໍ່ບັນດາຜົນກະທົບບໍ່ໜ້ອຍຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ໃນນັ້ນມີປະຊາຊົນບັນດາເຜົ່າສ່ວນໜ້ອຍ. ໃນສະພາບການນັ້ນ, ຄວາມເອົາໃຈໃສ່, ການໜູນຊ່ວຍຢ່າງທັນການຂອງອຳນາດການປົກຄອງທຸກຂັ້ນ ໄດ້ຊ່ວຍປະຊາຊົນນຳຊີວິດການເປັນຢູ່ກັບຄືນສູ່ສະພາບປົກກະຕິ, ຟື້ນຟູການຜະລິດເທື່ອລະກ້າວ.
ຍສໝ - ດ້ວຍການໜູນຊ່ວຍຂອງໂຄງການພັດທະນາສະຫະປະຊາຊາດ (UNDP) ແລະ ລັດຖະບານຍີ່ປຸ່ນ, ເວັບໄຊ E -Health ແລະ nCoV ຂອງກົມເຕັກໂນໂລຢີຂໍ້ມູນຂ່າວສານ - ກະຊວງສາທາລະນະສຸກ ໄດ້ຮັບການຍົກລະດັບ, ເພີ່ມລະດັບການເຂົ້າເຖິງສຳຫຼັບກັບກຸ່ມຜູ້ຊົມໃຊ້, ໂດຍສະເພາະ ແມ່ນກຸ່ມຄົນພິການ.
ມາຮອດປັດຈຸບັນ, ທົ່ວນະຄອນ ໄດ້ຕົກລົງໜູນຊ່ວຍຈຳນວນເງິນກວ່າ 1.000 ຕື້ດົ່ງ ໃຫ້ແກ່ປະຊາຊົນ, ຊາວຜູ້ອອກແຮງງານ, ຄອບຄົວ ແລະ ຮາກຖານດຳເນີນທຸລະກິດ ກວ່າ 2,6 ລ້ານເທື່ອຄົນ.
ນັບແຕ່ວັນທີ 23 ສິງຫາ, ມີພະນັກງານ, ນັກຮົບຫລາຍໆພັນຄົນທີ່ຂຶ້ນກັບຫລາຍກົມກອງແຕກຕ່າງກັນຂອງກອງທັບ ໄດ້ຮັບການຜັນຂະຫຍາຍ, ເພີ່ມທະວີຫນູນຊ່ວຍວຽກງານປ້ອງກັນຕ້ານໂລກລະບາດໂຄວິດ -19 ໃຫ້ແກ່ນະຄອນໂຮ່ຈີມິນ. ໂດຍມີການຊ່ວຍເຫລືອຈາກທະຫານ ກໍ່ຄື ກຳລັງອື່ນ, ຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຕ່າງໆໃນນະຄອນນັບມື້ນັບໄດ້ຮັບປະກັນ. ຄວາມສຸດຈິດສຸດໃຈ, ນ້ຳໃຈຮັກແພງຊ່ວຍເຫລືອປະຊາຊົນຂອງບັນດານັກຮົບ, ໄດ້ເຮັດໃຫ້ປະຊາຊົນມີຄວາມອຸ່ນອ່ຽນໃຈກວ່າໃນບັ້ນຕໍ່ສູ້ຕ້ານໂລກລະບາດ.
ຍສໝ - ກະຊວງແຮງງານ, ທະຫານເສຍອົງຄະ ແລະສັງຄົມໄດ້ສະເໜີໃຫ້ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນ ຂຶ້ນກັບສູນກາງຊີ້ນຳບັນດາອົງການທີ່ກ່ຽວຂ້ອງຢູ່ທ້ອງຖິ່ນ ປະຕິບັດຕາມບັນດາຂໍ້ກຳນົດ ແລະມາດຕະຖານກ່ຽວກັບການຮັບປະກັນຄວາມປອດໄພ, ການປ້ອງກັນການຕິດເຊື້ອພະຍາດ COVID-19 ສຳລັບເດັກນ້ອຍຢ່າງເຂັ້ມງວດ.
ຍສໝ - ວັນທີ 9 ກັນຍາ, ຢູ່ສູນເຂດຮ້ອນຫວຽດ - ລັດເຊຍ (ຍາຈາງ - ແຄ້ງຮ່ວາ) ໄດ້ດຳເນີນການເລືອກຕັ້ງເຄື່ອນທີ່ກ່ອນກຳນົດ ໃຫ້ແກ່ບັນດາພົນລະເມືອງ ລັດເຊຍ ທີ່ພວມມີໜ້າຢູ່ແຂວງແຄ້ງຮ່ວາ ຂອງຫວຽດນາມ.
ຍສໝ - ຕາມຜູ້ຮອງໂຄສົກຂອງກະຊວງການຕ່າງປະເທດ ດວ່ານຄັກຫວຽດ ແລ້ວ, ຫວຽດນາມພວມສົ່ງເສີມເພື່ອສາມາດນຳໃຊ້ໜັງສືຜ່ານແດນວັກຊີນໃນໄວໆນີ້.
ຍສໝ - ຄົນຕ່າງປະເທດຫຼາຍຄົນ ໄດ້ຮູ້ສຶກຕະລຶງເມື່ອເຂົາເຈົ້າໄດ້ຍິນສຽງເຄາະປະຕູ, ເຫັນພວກອ້າຍຕຳຫຼວດ, ທະຫານບ້ານ ມອບເຄື່ອງໃຊ້ທີ່ຈຳເປັນ ຊ່ວຍເຫຼືອ...
ຍສໝ - ວັນທີ 1 ກັນຍາ, ທ່ານນາງ ຫງວຽນທູຍແອັງ, ຮອງຫົວໜ້າພະແນກການຕ່າງປະເທດ ນະຄອນດານັງ ໃຫ້ຮູ້ວ່າ: ດານັງ ໄດ້ປະກາດບັນຊີໝາຍເລກໂທລະສັບສາຍດ່ວນ ເພື່ອຮັບຂໍ້ມູນຂ່າວສານ ແລະ ໜູນຊ່ວຍຄົນຕ່າງປະເທດທີ່ປະສົບກັບຄວາມຫຍຸ້ງຍາກ ຢູ່ນະຄອນດ່າໜັງ.
ຍສໝ - Dolab ສະເໜີບັນດາວິສາຫະກິດປະຕິບັດລະບຽບການທີ່ຈໍາເປັນ, ແຊກເຂົ້າເພື່ອໃຫ້ແຮງງານສາມາດໄດ້ຮັບບັນດານະໂຍບາຍໜູນຊ່ວຍຂອງປະເທດມາເລເຊຍ; ໜູນຊ່ວຍບ່ອນພັກສໍາລັບກັບແຮງງານທີ່ໝົດອາຍຸສັນຍາແຮງງານແລ້ວ ແຕ່ບໍ່ສາມາດກັບຄືນປະເທດໄດ້.
ຍສໝ - ຕອນເຊົ້າວັນທີ 1 ກັນຍາ, ອົງການພັດທະນາສາກົນ ອາເມລິກາ (USAID) ສົມທົບກັບຄະນະກຳມະການປະຊາຊົນ ແຂວງ ກ໋ວາງຈິ ແລະ ສູນການກະທຳແຫ່ງຊາດ ແກ້ໄຂຜົນຮ້າຍທີ່ຕາມມາຈາກທາດພິດເຄມີ ແລະ ສິ່ງແວດລ້ອມ (NACCET -ກະຊວງປ້ອງກັນປະເທດ) ຈັດຕັ້ງພິທີປະກາດທາງໄກ ບັນດາໂຄງການໜູນຊ່ວຍຄົນພິການ ໂດຍ USAID ໜູນຊ່ວຍຢູ່ ກ໋ວາງຈິ.
ການສຶກສາບຳລຸງສ້າງ ແມ່ນລັດຖະນະໂຍບາຍແຖວໜ້າ, ແມ່ນພາລະກິດຂອງພັກ, ລັດ ແລະ ຂອງທົ່ວປວງຊົນ, ແມ່ນພື້ນຖານສຳຄັນເພື່ອປະຕິບັດນະໂຍບາຍສະເໝີພາບ, ສາມັກຄີ, ເຄົາລົບ, ຊ່ວຍເຫຼືອເຊິ່ງກັນແລະກັນ ພ້ອມກັນພັດທະນາລະຫວ່າງບັນດາເຜົ່າ..."
ມະຕິທີ່ກອງປະຊຸມຄັ້ງປະຖົມມະລຶກ, ໃນນັ້ນມີບັນດາມາດຕະການພິເສດສະເພາະ, ສ້າງພື້ນຖານດ້ານນິຕິກຳ, ເພີ່ມລັກສະນະເປັນເຈົ້າການໃຫ້ແກ່ລັດຖະບານ ແລະ ບັນດາທ້ອງຖິ່ນໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19.
ໜ່ວຍງານພິເສດແມ່ນອົງການສົມທົບລະຫວ່າງຂະແໜງ, ມີໜ້າທີ່ຊ່ວຍໃຫ້ລັດຖະບານ, ທ່ານນາຍົກລັດຖະມົນຕີຄົ້ນຄ້ວາ, ຊີ້ນຳ, ສົມທົບກັນແກ້ໄຂບັນດາວຽກງານສຳຄັນ, ລະຫວ່າງຂະແໜງໃນການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ ແລະ ປະຊາຊົນທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ - 19.
ວຽກງານອະໄພຍະໂທດ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງນະໂຍບາຍຂອງພັກ, ລັດ ຫວຽດນາມ ແມ່ນຍຸຕິທຳໂປ່ງໃສ, ເຂັ້ມງວດ ແລະ ພິພາກສາຢ່າງຍຸຕິທຳ ສຳລັບອາດຊະຍາກອນທີ່ໄດ້ຮັບການອະໄພຍະໂທດ.
ເນື່ອງໃນໂອກາດວັນຊາດຫວຽດນາມທີ 2 ກັນຍາ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກໄດ້ເຊັນຂໍ້ຕົກລົງອະໄພຍະໂທດປີ 2021 ຊຶ່ງໄດ້ອະໄພຍະໂທດໃຫ້ນັກໂທດ 3.026 ຄົນຊຶ່ງພວມປະຕິບັດໂທດຈຳຄຸກ.
ຍສໝ - ທະນາຄານພັດທະນາອາຊີ (ADB) ຫາກໍ່ອະນຸມັດບ້ວງເງິນກູ້ຢືມ 58 ລ້ານໂດລາສະຫະລັດ ແລະ ເງິນຊ່ວຍເຫຼືອລ້າ 2 ລ້ານໂດລາສະຫະລັດ ຈາກກອງທຶນເຕັກໂນໂລຢີຂັ້ນສູງ ຂອງ ADB ເພື່ອຈັດຕັ້ງປະຕິບັດໂຄງການພື້ນຖານໂຄງລ່າງໃຫ້ເໝາະສົມກັບການປ່ຽນແປງຂອງດິນຟ້າອາກາດ ສຳລັບຊົນເຜົ່າສ່ວນໜ້ອຍ ຢູ່ໃນສອງແຂວງບີ່ງດີ້ງ ແລະ ກ໋ວາງນາມ...
ຍສໝ -ໃນວັນທີ 25 ສິງຫາ, ທີ່ການເຮັດວຽກກັບການນຳແຂວງ ຍິ່ງເຢືອງ, ທ່ານ ພົນຕີ ໂງມິງຕຽນ ຮອງເສນາທິການໃຫຍ່ ກອງທັບປະຊາຊົນ ຫວຽດນາມ ໃຫ້ຮູ້ວ່າ ກະຊວງປ້ອງກັນປະເທດຈະຈັດສົ່ງທະຫານ 2000 ຄົນ ເຂົ້າຮ່ວມພ້ອມກັບບັນດາກຳລັງທ້ອງຖິ່ນຕ້ານໂລກລະບາດໂຄວິດ - 19…
ຍສໝ - ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບູຍແທັງເຊີນ ໃຫ້ຮູ້ວ່າ ມາຮອດປະຈຸບັນ, ຫວຽດນາມ ໄດ້ດຳເນີນການບິນຈຳນວນ 543 ຖ້ຽວ, ໄດ້ພາພົນລະເມືອງປະມານ 136.000 ຄົນກັບຄືນປະເທດຢ່າງປອດໄພ.
ຍສໝ - ຫວ່າງແລ້ວນີ້, ຄະນະຊີ້ນຳການປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19 ຢູ່ນະຄອນ ຖຸດຶກ (ເມືອງ ຖຸດຶກ, ນະຄອນໂຮ່ຈີມິນ) ໄດ້ຈັດຕັ້ງການມອບຂອງຂວັນໃຫ້ຄົນຕ່າງປະເທດທີ່ຖືກຜົນສະທ້ອນຈາກການແຜ່ລະບາດຂອງພະຍາດ COVID-19 ຢູ່ໃນບໍລິເວນ.
ຕອນບ່າຍວັນທີ 23 ສິງຫາ ຢູ່ຮ່າໂນ້ຍ, ສະພາທີ່ປຶກສາອະໄພຍະໂທດປີ 2021 ໄດ້ໂຮມປະຊຸມ ພິຈາລະນາ ກວດເອກະສານ, ບັນຊີລາຍຊື່ສະເໜີອະໄພຍະໂທດປີ 2021 . ທ່ານຮອງນາຍົກລັດຖະມົນຕີ ຝ້າມບີງມິນ ປະທານ ສະພາທີ່ປຶກສາອະໄພຍະໂທດເປັນປະທານກອງປະຊຸມ.
ຍສໝ - ຕອນບ່າຍວັນທີ 19 ສິງຫາ, ຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ນະຄອນຖູດຶກ, ນະຄອນໂຮ່ຈີມິນ ໄດ້ຈັດຕັ້ງການມອບຂອງຂວັນໃຫ້ແກ່ຊາວຕ່າງປະເທດ ທີ່ຖືກຜົນກະທົບຈາກໂລກລະບາດຄໂວິດ - 19 ທີ່ພວມດຳລົງຊີວິດຢູ່ບໍລິເວນນະຄອນ ຖູດຶກ.
ຍສໝ - ທ່ານນາງ Kazuyo Watanabe ຜູ້ສ້າງຕັ້ງທັງເປັນປະທານສະຫະພັນດູແລເດັກນ້ອຍ ອາຊີ (ACCL) ມີຄວາມຫວັງຢາກໜູນຊ່ວຍໃຫ້ແກ່ບັນດາເດັກທີ່ເປັນພະຍາດມະເຮັງ ບໍ່ພຽງແຕ່ຢູ່ພາກກາງເທົ່ານັ້ນ ຫາກຍັງຢູ່ບັນດາເຂດພາກຕ່າງໆຂອງ ຫວຽດນາມ ອີກດ້ວຍ.