ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫວໍ​ທິ​ແອັງຊັວນ ໄປ​ຢ້ຽມ​ຢາມ,ມອບ​ຂອງ​ຂັວນ​ຢູ່​ແຂວງ ຕຽນ​ຢາງ

06:25 | 22/09/2021

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ຫວໍທິແອັງຊວັນ ໄດ້ສະແດງໃຫ້ ແຂວງຕຽນຢາງ ເບິ່ງແຍງດູແລ ໃຫ້ແກ່ບັນດາເປົ້າໝາຍ ຢູ່ ແນວໜ້າ ໃນການຕ້ານໂລກລະບາດໂຄວິດ - 19, ລະດົມກຳລັງໃຈຍ້ອງຍໍສັນລະເສີນ ຢ່າງທັນການ ຕໍ່ບັນດາອົງການຈັດຕັ້ງ, ສ່ວນບຸກຄົນທີ່ມີຜົນງານໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

ສື່ມວນ​ຊົນ​ກູ​ບາລົງ​ຂ່າວ​ເປັນ​ຈຳ​ນວ​ນຫຼາຍ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມຕີຂອງ ​ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ສື່ມວນ​ຊົນ​ກູ​ບາລົງ​ຂ່າວ​ເປັນ​ຈຳ​ນວ​ນຫຼາຍ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມຕີຂອງ ​ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ
ທ່ານ​ປະ​ທານປະ​ເທດ​ຫວຽດ​ນາມ ຫງວຽ​ນ​ຊວັນ​ຟຸກ: ປະ​ຊາ​ຊົນ ຫວຽດ​ນາມ​ ຍາ​ມ​ໃດ​ກໍ່​ຮຽງບ່າ​ຮຽງ​ໄລ່​ກັບ​ປ​ະ​ຊາ​ຊົນ ກູ​ບາ ອ້າຍ​ນ້ອງ ທ່ານ​ປະ​ທານປະ​ເທດ​ຫວຽດ​ນາມ ຫງວຽ​ນ​ຊວັນ​ຟຸກ: ປະ​ຊາ​ຊົນ ຫວຽດ​ນາມ​ ຍາ​ມ​ໃດ​ກໍ່​ຮຽງບ່າ​ຮຽງ​ໄລ່​ກັບ​ປ​ະ​ຊາ​ຊົນ ກູ​ບາ ອ້າຍ​ນ້ອງ
ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫວໍ​ທິ​ແອັງຊັວນ ໄປ​ຢ້ຽມ​ຢາມ,ມອບ​ຂອງ​ຂັວນ​ຢູ່​ແຂວງ ຕຽນ​ຢາງ

ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫວໍ​ທິ​ແອັງຊັວນ ໄປ​ຢ້ຽມ​ຢາມ,ມອບ​ຂອງ​ຂັວນ​ຢູ່​ແຂວງ ຕຽນ​ຢາງ. ພາບ:sggp.org.vn

ໃນການໄປປະຕິບັດງານ ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້, ວັນທີ 21 ກັນຍາ, ທ່ານນາງ ຮອງປະທານປະເທດ ຫວໍທິແອັງຊວັນ ແລະ ການນຳຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ຫ້ອງວ່າການປະທານປະເທດ ໄດ້ມາຢ້ຽມຢາມ, ມອບຂອງຂວັນ ຢູ່ແຂວງ ຕຽນຢາງ. ກ່າວຄຳເຫັນນະທີ່ນີ້, ທ່ານນາງ ຫວໍທິແອັງຊວັນ ໄດ້ສະແດງໃຫ້ ແຂວງຕຽນຢາງ ເບິ່ງແຍງດູແລ ໃຫ້ແກ່ບັນດາເປົ້າໝາຍ ຢູ່ ແນວໜ້າ ໃນການຕ້ານໂລກລະບາດໂຄວິດ - 19, ລະດົມກຳລັງໃຈຍ້ອງຍໍສັນລະເສີນ ຢ່າງທັນການ ຕໍ່ບັນດາອົງການຈັດຕັ້ງ, ສ່ວນບຸກຄົນທີ່ມີຜົນງານໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ພ້ອມທັງປະຕິບັດວຽກງານຮັບປະກັນຊີວິດສັງຄົມ ໃຫ້ເປັນຢ່າງດີ, ເອົາໃຈໃສ່ເຖິງບັນຫາວຽກເຮັດງານທຳ, ລາຍຮັບ, ການເບິ່ງແຍງດູແລຊີວິດດ້ານຈິດໃຈຂອງປະຊາຊົນ.

ທ່ານນາງ ຫວໍທິແອັງຊວັນ ກໍ່ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ໂຮງໝໍກາງສະໜາມເລກ 2 (ຢູ່ຕາແສງ ເຟືອກແທັກ, ນະຄອນ ໝີທໍ), ໄປຢ້ຽມຢາມ ແລະ ມອບຂອງຂວັນ ໃຫ້ແກ່ກຳມະກອນ, ຜູ້ອອກແຮງງານຂອງບໍລິສັດຈຳກັດ ດ້າຍແທັງ, ຢູ່ຕາແສງ ຊອງທ້ວນ, ເມືອງ ເຈົາແທັງ, ແຂວງຕຽນຢາງ.

vovworld.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.