ມອບ​ເຄື່ອງ​ໃຊ້​ທີ່​ຈຳ​ເປັນ​ ໃຫ້​ແກ່​ປະ​ຊາ​ຊົນ​ທີ່​ຖືກ​ຜົ​ນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19

06:30 | 19/09/2021

ຕາມທ່ານ ບູຍກວາງຮຸຍ ເລຂາຜູ້ປະຈຳການສູນກາງຄະນະຊາວໜຸ່ມພັກກອມມູນິດ ໂຮ່ຈີມິນແລ້ວ, ໄລຍະຈະມາເຖິງ, ຄະນະຊາວໜຸ່ມທຸກຂັ້ນ ໄດ້ກຳນົດຈະສືບຕໍ່ຂົນຂວາຍແຫຼ່ງກຳລັງ ແລະ ເຊື່ອມຕໍ່, ຜັນຂະຫຍາຍການມອບເຄື່ອງໃຊ້ທີ່ຈຳເປັນໃຫ້ແກ່ຜູ້ປະສົບກັບຄວາມຫຍຸ້ງຍາກ ໃຫ້ຫຼາຍຄົນຕື່ມອີກຈາກໂຄງການທີ່ມີຄວາມໝາຍນີ້.

ຮ່ວມ​ແຮງ​ຮ່ວມ​ໃຈ​ຊ່ວຍ​ເຫຼືອ​ບັນ​ດາ​ເດັກ​ນ້ອຍທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ຮ່ວມ​ແຮງ​ຮ່ວມ​ໃຈ​ຊ່ວຍ​ເຫຼືອ​ບັນ​ດາ​ເດັກ​ນ້ອຍທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19
ມະ​ຕິເລກ​ທີ 105 ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ຜ່ານ​ຜ່າ​ໂລກ​ລະ​ບາດ​ໂຄວິດ - 19 ມະ​ຕິເລກ​ທີ 105 ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ຜ່ານ​ຜ່າ​ໂລກ​ລະ​ບາດ​ໂຄວິດ - 19
ພາບປະກອບ
ພາບປະກອບ

ເພື່ອແນໃສ່ສືບຕໍ່ເບິ່ງແຍງດູແລ, ໜູນຊ່ວຍປະຊາຊົນ, ຜູ້ມີຄວາມສ່ຽງສູງປະສົບກັບຄວາມຫຍຸ້ງຍາກ ຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19, ນັບແຕ່ວັນທີ 20 ສິງຫາ, ສູນກາງຄະນະຊາວໜຸ່ມໄດ້ຜັນຂະຫຍາຍໂຄງການ “ມອບເຄື່ອງໃຊ້ທີ່ຈຳເປັນລວມ 1 ລ້ານຖົງ ໃຫ້ແກ່ຜູ້ປະສົບກັບຄວາມຫຍຸ້ງຍາກ”. ພາຍຫຼັງການຜັນຂະຫຍາຍມາເປັນເວລາ 3 ອາທິດ, ໂຄງການນີ້ໄດ້ມອບເກືອບ 470.000 ຖົງ ໄປຍັງປະຊາຊົນທີ່ຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19, ດ້ວຍມູນຄ່າກວ່າ 112 ຕື້ດົ່ງ.

ຕາມທ່ານ ບູຍກວາງຮຸຍ ເລຂາຜູ້ປະຈຳການສູນກາງຄະນະຊາວໜຸ່ມພັກກອມມູນິດ ໂຮ່ຈີມິນແລ້ວ, ໄລຍະຈະມາເຖິງ, ຄະນະຊາວໜຸ່ມທຸກຂັ້ນ ໄດ້ກຳນົດຈະສືບຕໍ່ຂົນຂວາຍແຫຼ່ງກຳລັງ ແລະ ເຊື່ອມຕໍ່, ຜັນຂະຫຍາຍການມອບເຄື່ອງໃຊ້ທີ່ຈຳເປັນໃຫ້ແກ່ຜູ້ປະສົບກັບຄວາມຫຍຸ້ງຍາກ ໃຫ້ຫຼາຍຄົນຕື່ມອີກຈາກໂຄງການທີ່ມີຄວາມໝາຍນີ້. ທ່ານກ່າວວ່າ:

ດ້ວຍຄວາມຕ້ອງການທີ່ຈຳເປັນຂອງຖົງເຄື່ອງໃຊທີ່ຈຳເປັນຊະນິດຕ່າງໆ ຈະຊ່ວຍໃຫ້ປະຊາຊົນ ແກ້ໄຂໄດ້ຄວາມຫຍຸ້ງຍາກຢ່າງຮີບດ່ວນໃນໄລຍະຊົ່ວຄາວ, ຫວັງວ່າ ບັນດາວິສາຫະກິດ, ບັນກາຜູ້ໃຈບູນໃຈກູ້ສົນ ຈະເຫັນໄດ້ຄວາມໝາຍຢ່າງແທດຈິງຂອງ ໂຄງການ ແລະ ຈະເຂົ້າຮ່ວມເດີນທາງກັບບັນດາອົງການຈັດຕັ້ງຄະນະຊາວໜຸ່ມທຸກຂັ້ນ ເພື່ອປະຕິບັດໂຄງການນີ້.

vovworld.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.