ຮ່ວມ​ແຮງ​ຮ່ວມ​ໃຈ​ຊ່ວຍ​ເຫຼືອ​ບັນ​ດາ​ເດັກ​ນ້ອຍທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19

11:30 | 18/09/2021

ຍ​ສ​ໝ - ນອກ​ຈາກ​ໜູນ​ຊ່ວຍ​ບັນ​ດາ​ກໍ​ລະ​ນີ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ເປັນ​ພິ​ເສດ, ພະ​ແນກ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ຍັງໄດ້​ສົມ​ທົບ​ກັບ​ບັນ​ດາ​ຜູ້​ໃຈ​ບູນ​ໃຈ​ກຸ​ສົນ ມອບ​ຂອງ​ຂວັນຫຼາຍ​ພູດ​ໃຫ້​ແກ່​ນ້ອງ​ນ້ອຍທີ່​ຕິດ​ເຊື້ອໂຄວິດ - 19 ແລະ ນ້ອງ​ນ້ອຍທີ່​ສຳ​ຜັດ​ໃກ້​ກັບ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ຕ້ອງ​ໄປ​ປິ່ນ​ປົວ ແລະ ແຍກ​ຕົວ​ທາງ​ການ​ແພດ. ໄປ​ຄຽງ​ຄູ່​ກັນ​ນັ້ນ​ດ ພະ​ແນກ​ໄດ້​ສ້າງ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ບັນ​ດາ​ນ້ອງ​ນ້ອຍ​ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ແບບຍາວ​ນານ.

ມະ​ຕິເລກ​ທີ 105 ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ຜ່ານ​ຜ່າ​ໂລກ​ລະ​ບາດ​ໂຄວິດ - 19 ມະ​ຕິເລກ​ທີ 105 ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ຜ່ານ​ຜ່າ​ໂລກ​ລະ​ບາດ​ໂຄວິດ - 19
ເອົາ​ໃຈ​ໃສ່​ໜູນ​ຊ່ວຍປະ​ຊາ​ຊົນບັນ​ດາເຜົ່າສ່ວນໜ້ອຍ​​ໃນ​ໄລ​ຍະ​ເກີດໂລກ​ລະ​ບາດ​ໂຄວິດ - 19 ເອົາ​ໃຈ​ໃສ່​ໜູນ​ຊ່ວຍປະ​ຊາ​ຊົນບັນ​ດາເຜົ່າສ່ວນໜ້ອຍ​​ໃນ​ໄລ​ຍະ​ເກີດໂລກ​ລະ​ບາດ​ໂຄວິດ - 19
ຮ່ວມ​ແຮງ​ຮ່ວມ​ໃຈ​ຊ່ວຍ​ເຫຼືອ​ບັນ​ດາ​ເດັກ​ນ້ອຍທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19
ຮ່ວມ​ແຮງ​ຮ່ວມ​ໃຈ​ຊ່ວຍ​ເຫຼືອ​ບັນ​ດາ​ເດັກ​ນ້ອຍທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 (ພາບ: TTXVN)

ຍ້ອນ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19, ແຂວງ​ຝຸ​ອຽນ ມີ​ເດັກ​ນ້ອຍ​ກ່​ວາ 300 ຄົນ ທີ່ຕາມ​ພໍ່​ແມ່​ມາ​ຈາກ​ບັນ​ດາ​ແຂວງ​ທາງ​ພາກ​ໃຕ້ ແລະ ນະ​ຄອນ​ໂຮ່​ຈີ​ມິນ, ກັບ​ຄືນ​ບ້ານ​ເກີດ​ເມືອງນອນ​ເພື່ອຫຼີກ​ລ້ຽງ​ພະ​ຍາດ​ໂຄວິດ - 19. ບັນ​ດາ​ນ້ອງ​ນ້ອຍ​ໃນ​ເກນ​ອາ​ຍຸ​ພວມ​ຮ່ຳ​ຮຽນ ລ້ວນ​ແຕ່​ໄດ້​ຮັບການສ້າງ​ເງື່ອນ​ໄຂ​ໜູນ​ຊ່ວຍ​ເຂົ້າ​ຮຽນ​ຢູ່​ບ່ອນ​ພັກ​ພາ​ອາ​ໄສ. ມີ​ນ້ອງ​ນ້ອຍ​ບາງ​ຄົນ​ໄດ້​ຮັບ​ທຶນ​ການ​ສຶກ​ສາ​ຈົນ​ຮອດ​ເວ​ລາ​ເຕີບ​ໃຫຍ່.

ນ້ອງ Y.T (ອາ​ຍຸ 17 ປີ), Y.L (ອາ​ຍຸ 13 ປີ) ແລະ H.L (ອາ​ຍຸ 10 ປີ) ຢູ່​ຕາ​ແສງ ຊ້ວຍ​ບາກ, ເມືອງ ເຊີນ​ຮ່​ວາ (ຝຸ​ອຽນ) ໄດ້​ຕົກ​ເຂົ້າ​ສູ່​ສະ​ພາບ​ການ​ກ່ຳ​ພ້າ​ ຍ້ອນ​ພໍ່​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ແລະ ເສຍ​ຊີ​ວິດ ຢູ່​ນະ​ຄອນ ໂຮ່​ຈີ​ມິນ. ສະ​ພາບ​ການ​ຄອບ​ຄົວ​ຂອງ​ນ້ອງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ທີ່​ສຸດ ເມື່ອ​ແມ່​ກໍ່ເປັນ​ພ​ະ​ຍາດ​ເຈັບ​ປ່ວຍ​ຕະຫຼອດ. ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ, ອົງ​ການ​ຈັດ​ຕັ້ງ​ສັງຄົມ, ໝູ່ຄະນະກໍ່ລ້ວນແຕ່ໄດ້​ມາ​ຢ້​ຽມ​ຢາມ​ຖາມ​ຂ່າວ, ລະ​ດົມ​ກຳ​ລັງ​ໃຈ ເປັນ​ປະ​ຈຳ, ໜູນ​ຊ່ວຍ​ວັດ​ຖຸ​ອຸ​ປະ​ກອນ​ໃຫ້​ແກ່​ຄອບ​ຄົວ​ບັນ​ດາ​ນ້ອງ.

ນອກ​ຈາກ​ໜູນ​ຊ່ວຍ​ບັນ​ດາ​ກໍ​ລະ​ນີ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ເປັນ​ພິ​ເສດ, ພະ​ແນກ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ຍັງໄດ້​ສົມ​ທົບ​ກັບ​ບັນ​ດາ​ຜູ້​ໃຈ​ບູນ​ໃຈ​ກຸ​ສົນ ມອບ​ຂອງ​ຂວັນຫຼາຍ​ພູດ​ໃຫ້​ແກ່​ນ້ອງ​ນ້ອຍທີ່​ຕິດ​ເຊື້ອໂຄວິດ - 19 ແລະ ນ້ອງ​ນ້ອຍທີ່​ສຳ​ຜັດ​ໃກ້​ກັບ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ຕ້ອງ​ໄປ​ປິ່ນ​ປົວ ແລະ ແຍກ​ຕົວ​ທາງ​ການ​ແພດ. ໄປ​ຄຽງ​ຄູ່​ກັນ​ນັ້ນ​ ພະ​ແນກ​ໄດ້​ສ້າງ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ບັນ​ດາ​ນ້ອງ​ນ້ອຍ​ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ແບບຍາວ​ນານ.

ຕາມ​ທ່ານ​ນາງ ​ຮ​ວິ່ງ​ຟ້າມອ໊າຍ​ທີ, ຫົວ​ໜ້າ​ສູນ​ປະ​ຕິ​ບັດ​ງານ​ສັງ​ຄົມ (ຂຶ້ນ​ກັບ​ພະ​ແນກ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ) ແລ້ວ, ການ​ສະ​ຖິ​ຕິ​ຍັງ​ບໍ່​ທັນ​ຄົບ​ຖ້ວນ, ທົ່ວ​ແຂວງ​ຝຸ​ອຽນ ປັດ​ຈຸ​ບັນ ມີ​ເດັກ​ນ້ອຍ​ຕິດ​ເຊື້ອ ແລະ ສຳ​ຜັດ​ໃກ້​ກັບ​ຜູ້​ຕິດ​ເຊື້ອ ກ່​ວາ 520 ຄົນ, ໃນ​ນັ້ນ​ມີ 8 ກໍ​ລະ​ນີ​ກ່ຳ​ພ້າ, ພໍ່​ແມ່​ເສຍ​ຊີ​ວິດ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19. ໃນ​ສະ​ເພາະ​ໜ້າ, ສູນ​ຈະ​ຈັດ​ຕັ້ງ​ການ​ຢື້​ຢາມ​ຖາ​ມຂ່​າວ, ລະ​ດົມ​ກຳ​ລັງ​ໃຈ, ໃຫ້​ຄຳ​ປຶກ​ສາ​ທາງ​ຈິດ​ໃຈ ໃຫ້​ແກ່​ບັນ​ດາ​ນ້ອງໆ ແລະ ຜູ້​ເບິ່ງ​ແຍງ​ດູ​ແລ. ຖັດ​ຈາກ​ນັ້ນ, ສູນ​ຈະ​ສຳຫຼວດ ແລະ ມີ​ທິດ​ທາງໃນການ​ໜູນ​ຊ່ວຍ​ບັນ​ດາ​ນ້ອງ​ນ້ອຍ ​ໄດ້​ສຳ​ຜັດ​ກັບ​ໂຄງ​ການ​ຂອງ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ກ່ຽວ​ກັບ​ການ​ໜູນ​ຊ່ວຍ​ເດັກ​ກ່ຳ​ພ້າ.

ທ່ານ ເຈິ່ງ​ມິງ​ຈີ້, ຮອງ​ເລ​ຂາຊາວ​ໜຸ່ມ​ແຂວງ, ປະ​ທານ​ສະ​ພາກອງ​ເຍົ​າ​ວະ​ຊົນ​ແຂວງ ຝຸ​ອຽນ ໃຫ້​ຮູ້​ວ່າ: ຜ່ານ​ໂຄງ​ການ “ແບ່​ງ​ປັນ​ກັບ​ພວກ​ນ້ອງ​ນ້ອຍ, ຮ່ວມ​ແຮງ​ຮ່ວມ​ໃຈ​ຜ່ານ​ຜ່າ​ໂລກ​ລະ​ບາດ” ແລະ ຍຸດ​ທະ​ສາດ “ດອກຝາງແດງ”, ຄະນະຊາວ​ໜຸ່ມ​ແຂວງ, ສະ​ພາ​ກອງ​ເຍົາ​ວະ​ຊົນໄດ້​ລະ​ດົມ​ບັນ​ດາ​ແຫຼ່ງ​ກຳ​ລັງ​ຫັນ​ເປັນ​ສັງ​ຄົມ ມອບ​ຂອງ​ຂວັນ 200 ພູດ​ໃຫ້​ແກ່ນ້ອງໆ​ເຍົາ​ວະ​ຊົນ. ມີ​ນ້ອງ​ໆຈຳນວນໜຶ່ງກ່ຳ​​ພ້າ​ ​ພໍ່, ​ແມ່​ເສຍ​ຊີ​ວິດ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ຈະ​ໄດ້​ຮັບ​ທຶນ​ການ​ສຶກ​ສາ​ຜ່ານ​ໂຄງ​ການໜໍ່​ໄມ້ອ່ອນ “1000 ສະ​ຖານ​ທີ່ ໜູນ​ຊ່ວຍ​ນ້ອງ​ນ້ອຍ​ໄປ​ຮຽນ” ແລະ ແຫຼ່ງກຳ​ລັງ​ຫັນ​ເປັນ​ສັງ​ຄົມ​ຕ່າງໆ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.