ເອົາ​ໃຈ​ໃສ່​ໜູນ​ຊ່ວຍປະ​ຊາ​ຊົນບັນ​ດາເຜົ່າສ່ວນໜ້ອຍ​​ໃນ​ໄລ​ຍະ​ເກີດໂລກ​ລະ​ບາດ​ໂຄວິດ - 19

19:00 | 16/09/2021

ໂລກລະບາດໂຄວິດ - 19 ໄດ້ ແລະ ພວມກໍ່ບັນດາຜົນກະທົບບໍ່ໜ້ອຍຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ໃນນັ້ນມີປະຊາຊົນບັນດາເຜົ່າສ່ວນໜ້ອຍ. ໃນສະພາບການນັ້ນ, ຄວາມເອົາໃຈໃສ່, ການໜູນຊ່ວຍຢ່າງທັນການຂອງອຳນາດການປົກຄອງທຸກຂັ້ນ ໄດ້ຊ່ວຍປະຊາຊົນນຳຊີວິດການເປັນຢູ່ກັບຄືນສູ່ສະພາບປົກກະຕິ, ຟື້ນຟູການຜະລິດເທື່ອລະກ້າວ.

ໄວໜຸ່ມ​ນະ​ຄອນ​ປະ​ຕິ​ບັດ​ອາ​ທິດຈຸດ​ສຸມ​ໃນ​ການ​ປ້ອງ​ກັນ​, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໄວໜຸ່ມ​ນະ​ຄອນ​ປະ​ຕິ​ບັດ​ອາ​ທິດຈຸດ​ສຸມ​ໃນ​ການ​ປ້ອງ​ກັນ​, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ຫວຽດ​ນາມ ແລະ ຈີນ​ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຫວຽດ​ນາມ ແລະ ຈີນ​ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

ໃນສະພາບການໂລກລະບາດໂຄວິດ - 19 ກໍ່ໃຫ້ເກີດສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກຫຼາຍຢ່າງ, ມີຫຼາຍນະໂຍບາຍໜູນຊ່ວຍປະຊາຊົນບັນດາເຜົ່າສ່ວນໜ້ອຍໄດ້ປະກາດໃຊ້, ໄປຄຽງຄູ່ກັນນັ້ນແມ່ນການຜັນຂະຫຍາຍຢ່າງມີປະສິດທິຜົນ, ຖືກກັບຄົນ, ຖືກກັບເປົ້າໝາຍ ເພື່ອໃຫ້ປະຊາຊົນຜ່ານຜ່າຄວາມຫຍຸ້ງຍາກ.

ພາບປະກອບ
ພາບປະກອບ

ເປັນເຈົ້າການຊ່ວຍເຫຼືອປະຊາຊົນໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19

ຕໍ່ໜ້າບັນດາການຜັນແປຂອງໂລກລະບາດໂຄວິດ - 19, ວຽກງານຖະແຫຼງຂ່າວ, ເຜີຍແຜ່ໂຄສະນາໄປຍັງເຂດປະຊາຊົນບັນດາຊົນເຜົ່າສ່ວນໜ້ອຍ ໄດ້ດຳເນີນດ້ວຍຫຼາຍຮູບແບບທີ່ມີໄຫວພິບ, ເໝາະສົມ. ມີໜັງສືພິມ, ວາລະສານຫຼາຍສະບັບໂຄສະນາກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໄດ້ສະໜອງໃຫ້ແກ່ເຂດປະຊາຊົນບັນດາຊົນເຜົ່າສ່ວນໜ້ອຍ, ເຂດພູດອຍທີ່ປະສົບກັບຄວາມຫຍຸ້ງຍາກ. ມີຂ່າວ, ບົດຂຽນນັບຮ້ອຍບົດ ທີ່ກ່ຽວຂ້ອງເຖິງໂລກລະບາດໂຄວິດ - 19 ໂດຍໜັງສືພິມ, ວາລະສານຫຼາຍສະບັບໄດ້ສ່ອງແສງ. ສະຖານີໂທລະພາບ ຫວຽດນາມ, ສະຖານີວິທະຍຸກະຈາຍສຽງ ຫວຽດນາມ ໄດ້ເພີ່ມເວລາອອກອາກາດ ກ່ຽວກັບຫົວຂໍ້ປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ດ້ວຍພາສາຊົນເຜົ່າສ່ວນໜ້ອຍ ແລະ 450 ຄຼິບວີດີໂອ ລະດົມກຳລັງໃຈ, 650 ຂ່າວ, ບົດສະຖານະການ, 40 ຫົວເລື່ອງ, ລາຍການ ແລະ 20 ບົດລະຄອນສັ້ນ. ຜ່ານບັນດາຮູບແບບໂຄສະນາ, ບັນດາອົງການສື່ມວນຊົນ ໄດ້ຊ່ວຍໃຫ້ປະຊາຊົນກຳໄດ້ການຜັນແປຂອງສະພາບການໂລກລະບາດໂຄວິດ - 19, ບັນດາມາດຕະການປ້ອງກັນຕ້ານພະຍາດ ເພື່ອເປັນເຈົ້າການ, ມີສະຕິຕື່ນຕົວໃນການປະຕິບັດ, ປະກອບສ່ວນເຂົ້າໃນການຄວບຄຸມໂລກລະບາດໂຄວິດ - 19 ໃນເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູສູງ.

ເພື່ອແນໃສ່ກວດພົບຜູ້ຕິດເຊື້ອ ໂດຍໄວ, ທັນການ ແລະ ຈຳກັດເຂດທີ່ມີຜູ້ຕິດເຊື້ອນັ້ນ, ມີຫຼາຍທ້ອງຖິ່ນ ໄດ້ຜັນຂະຫຍາຍການເອົາຕົວຢ່າງກວດຫາເຊື້ອ SARS-CoV-2 ຢູ່ທຸກບ້ານຂອງຊາວເຜົ່າສ່ວນໜ້ອຍ. ທ່ານ ຈິ່ງກວາງຈີ, ຜູ້ອຳນວຍການສູນຄວບຄຸມໂລກພະຍາດ ແຂວງດັກລັກ ໃຫ້ຮູ້ວ່າ:

ມີບາງບ້ານ ພວມປະຕິບັດຈຳກັດບໍລິເວນ ຈະປະຕິບັດການກວດວິໄຈຫາເຊື້ອໃຫ້ແກ່ປະຊາຊົນໝົດທຸກຄົນໃນບ້ານດ້ວຍວິທີການວິໄຈ RT PCR, ສ່ວນບັນດາບ່ອນທີ່ຍັງບໍ່ມີຜູ້ຕິດເຊື້ອຈະປະຕິບັດການກວດວິໄຈຫາເຊື້ອຄອບຄົວລະໜຶ່ງຄົນ. ອີງຕາມສະພາບການໂລກລະບາດໂຄວິດ - 19 ຂອງທ້ອງຖິ່ນ ສູນຄວບຄຸມພະຍາດຈະສົມທົບກັບສູນສາທາລະນະສຸກ ເພື່ອຊີ້ນຳປະຕິບັດການກວດວິໄຈຫາເຊື້ອໂດຍໄວ ຫຼື ປະຕິບັດການກວດວິໄຈແບບ RT–PCR.

ພ້ອມກັບການກວດຫາເຊື້ອ, ມີຫຼາຍແຂວງ, ນະຄອນໄດ້ສ້າງເງື່ອນໄຂທີ່ດີທີ່ສຸດໃຫ້ແກ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ໄດ້ຮັບການສັກວັກຊິນກັນໂຄວິດ - 19. ນອກຈາກນັ້ນ, ບັນດາທ້ອງຖິ່ນຍັງເພີ່ມທະວີການລົງທຶນໃຫ້ແກ່ພື້ນຖານໂຄງລ່າງ, ວັດຖຸອຸປະກອນບັນດາຮາກຖານປິ່ນປົວພະຍາດ. ມີຫຼາຍໜ່ວຍງາຍ, ອົງການຈັດຕັ້ງ, ສ່ວນບຸກຄົນ, ໄດ້ສົມທົບກັນກວດພະຍາດ, ສະໜອງຢຸກຢາໂດຍບໍ່ເສຍຄ່າ ແລະ ມອບຂອງຂວັນໃຫ້ແກ່ເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກຢູ່ເຂດຫ່າງໄກສອກຫຼີກ, ເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ.

ເອົາໃຈໃສ່ເຖິງປະຊາຊົນບັນດາເຜົ່າສ່ວນໜ້ອຍທີ່ຕິດເຊື້ອພະຍາດໂຄວິດ - 19

ຍ້ອນຄວາມຕ້ອງການຂອງຊີວິດການເປັນຢູ່, ມີຊາວເຜົ່າສ່ວນໜ້ອຍຫຼາຍຄົນໄດ້ເດີນທາງອອກຈາກບ້ານເກີດເມືອງນອນ ເພື່ອຊອກຫາວຽກເຮັດງານທຳ ຢູ່ຫຼາຍແຂວງ, ນະຄອນໃນທົ່ວປະເທດ. ຕາມລາຍການເບື້ອງຕົ້ນຂອງຄະນະຊີ້ນຳການປ້ອງການ, ຕ້ານໂລກລະບາດໂຄວິດ - 19 ຂອງຄະນະກຳມະການຊົນເຜົ່າ, ນັບແຕ່ວັນທີ 27 ເມສາ ຫາວັນທີ 1 ກັນຍາ, ມີຊາວເຜົ່າສ່ວນໜ້ອຍກ່ວາ 3.300 ຄົນຕິດເຊື້ອພະຍາດໂຄວິດ - 19. ຕໍ່ຄວາມເປັນຈິງດັ່ງກ່າວ, ໃນເດືອນກັນຍາປີ 2021, ທ່ານ ເຮົາອາເລັງ ລັດຖະມົນຕີ, ຫົວໜ້າຄະນະກຳມະການຊົນເຜົ່າ ໄດ້ຕົກລົງໜູນຊ່ວຍ 300 ຄອບຄົວທຸກຍາກ, ຄອບຄົວໃກ້ທຸກຍາກ, ຄອບຄົວປະສົບກັບຄວາມຫຍຸ້ງຍາກ ແລະ ນັກຮຽນໂຮງຮຽນກຽມມະຫາວິທະຍາໄລ ຢູ່ນະຄອນ ໂຮ່ຈີມິນ ທີ່ຕິດເຊື້ອພະຍາດໂຄວິດ - 19, ດ້ວຍຍອດຈຳນວນເງິນໜູນຊ່ວຍຄັ້ງທີ 1 ແມ່ນ 470 ລ້ານດົ່ງ. ຄະນະກຳມະການກະກຽມໜູນຊ່ວຍຄັ້ງທີ 2 ໃຫ້ແກ່ປະຊາຊົນບັນດາເຜົ່າທີ່ຕິດເຊື້ອພະຍາດໂຄວິດ - 19 ໝົດທຸກຄົນ. ດັ່ງນັ້ນ, ມາຮອດຄັ້ງນີ້, ຂອບຂະໜາດເປົ້າໝາຍໄດ້ຮັບການເປີດກ້ວາງ, ມີລັກສະນະກວມລວມ. ນີ້ແມ່ນແຫຼ່ງລະດົມກຳລັງໃຈຢ່າງທັນການໃຫ້ແກ່ປະຊາຊົນບັນດາເຜົາສ່ວນໜ້ອຍທີ່ປະສົບກັບຄວາມຫຍຸ້ງຍາກ ຕິດເຊື້ອພະຍາດໂຄວິດ - 19, ປະກອບສ່ວນຊ່ວຍໃຫ້ປະຊາຊົນອຸ່ນອ່ຽນໃຈປິ່ນປົວ, ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກໃນປັດຈຸບັນ. ນອກຈາກການໜູນຊ່ວຍໂດຍກົງໃຫ້ແກ່ປະຊາຊົນ, ຄະນະກຳມະການຊົນເຜົ່າ ກໍ່ໜູນຊ່ວຍບາງແຂວງໃນການຊື້ທັນຍາຫານ, ອາຫານໃຫ້ແກ່ຊາວເຜົ່າສ່ວນໜ້ອຍ ຂຶ້ນກັບເຂດທີ່ຕ້ອງປະຕິບັດການແຍກຕົວລວມໝູ່. ໃນໄລຍະຈະມາເຖິງ, ຄະນະກຳມະການຊົນເຜົ່າຈະມີເອກະສານສົ່ງໄປຍັງບັນດາແຂວງ, ນະຄອນສະເໜີການຕີລາຄາຢ່າງເລິກເຊິ່ງກ່ຽວກັບຜົນກະທົບຈາກໂລກລະບາດໂຄວິດ - 19 ຕໍ່ເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍເພື່ອມີນະໂຍບາຍພັດທະນາພິເສດພາຍຫຼັງໂລກລະບາດ. ທ່ານ ເຮົາອາເລັງ ລັດຖະມົນຕີ, ຫົວໜ້າຄະນະກຳມະການຊົນເຜົ່າ ໄດ້ຢັ້ງຢືນໜ້າທີ່ພັດທະນາເສດຖະກິດສັງຄົມ ຍັງມີຄວາມສຳຄັນທີ່ສຸດ, ໄປຄຽງຄູ່ກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ເຮັດແນວໃດເພື່ອຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີທີ່ສຸດ. ທ່ານກ່າວວ່າ:

ຄະນະກຳມະການຈະພ້ອມກັບບັນດາກະຊວງ, ຄະນະ, ຂະແໜງການ, ທ້ອງຖິ່ນສືບຕໍ່ຜັນຂະຫຍາຍບັນດານະໂຍບາຍໜູນຊ່ວຍພັດທະນາເສດຖະກິດສັງຄົມ. ນອກຈາກນັ້ນ, ພວກເຮົາຈະກຳແໜ້ນສະພາບການໃນບໍລິເວນເຂດຊົນເຜົ່າສ່ວນໜ້ອຍກ່ຽວກັບຊີວິດການເປັນຢູ່, ບັນດາຄວາມຫຍຸ້ງຍາກທີ່ຍັງຄົງຄ້າງ, ບັນດາຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ເພື່ອສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບແກ້ໄຂຢ່າງທັນການ.

ເບິ່ງແຍງດູແລໃຫ້ແກ່ປະຊາຊົນເຜົ່າສ່ວນໜ້ອຍ ຍາມໃດກໍ່ແມ່ນນະໂຍບາຍທີ່ສະເໝີຕົ້ນສະເໝີປາຍຂອງພັກ, ລັດ ຫວຽດນາມ. ໃນບໍ່ວ່າສະພາບການໃດ, ລັດຫວຽດນາມ ກໍ່ຈັດສັນບັນດາແຫຼ່ງກຳລັງທີ່ເໝາະສົມເພື່ອຮັບປະກັນຊີວິດດ້ານຈິດໃຈ ແລະ ວັດຖຸໃຫ້ແກ່ປະຊາຊົນ. ສິ່ງນີ້ອີກຄັ້ງໜຶ່ງໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງໃນໄລຍະເກີດໂລກລະບາດໂຄວິດ - 19.

vovworld.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.