ຊ່ວຍເຫຼືອຄົນພິການ ໃຫ້ເຂົ້າເຖິງຂໍ້ມູນຂ່າວສານໃນລະດູການພະຍາດລະບາດ

16:30 | 16/09/2021

ຍສໝ - ດ້ວຍການໜູນຊ່ວຍຂອງໂຄງການພັດທະນາສະຫະປະຊາຊາດ (UNDP) ແລະ ລັດຖະບານຍີ່ປຸ່ນ, ເວັບໄຊ E -Health ແລະ nCoV ຂອງກົມເຕັກໂນໂລຢີຂໍ້ມູນຂ່າວສານ - ກະຊວງສາທາລະນະສຸກ ໄດ້ຮັບການຍົກລະດັບ, ເພີ່ມລະດັບການເຂົ້າເຖິງສຳຫຼັບກັບກຸ່ມຜູ້ຊົມໃຊ້, ໂດຍສະເພາະ ແມ່ນກຸ່ມຄົນພິການ.

ຍີ່ປຸ່ນ ໜຸນຊ່ວຍ ວັກຊີນ COVID-19 ໃຫ້ແກ່ຫວຽດນາມ ເພີ່ມອີກ ຍີ່ປຸ່ນ ໜຸນຊ່ວຍ ວັກຊີນ COVID-19 ໃຫ້ແກ່ຫວຽດນາມ ເພີ່ມອີກ
ໜູນຊ່ວຍເດັກນ້ອຍທີ່ປະສົບຄວາມຫຍຸ້ງຍາກເນື່ອງຈາກການລະບາດຂອງພະຍາດ COVID-19 ໜູນຊ່ວຍເດັກນ້ອຍທີ່ປະສົບຄວາມຫຍຸ້ງຍາກເນື່ອງຈາກການລະບາດຂອງພະຍາດ COVID-19

nCOV ໄດ້ເພີ່ມຕາຕະລາງຊ່ວຍຕື່ມອີກຢູ່ໃນເມນູ ດ້ວຍ 5 ລະບົບ ຄື: ແສງສະຫວ່າງ, ເພີ່ມຂະໜາດໜັງສື, ໂຄງປະກອບໜ້າ page, ໝາຍເຫດເຄື່ອງມື, ການຕັ້ງຄ່າໃໝ່, ປິດ/ຈັດເກັບການນຳໃຊ້ຢ່າງງ່າຍສໍາລັບຄົນຕາບອດ, ຫຍຸ້ງຍາກໃນການຈະຈໍາແນກສີ/ຕາບອດສີ. ເວັບໄຊ໌ ມີໂຄງສ້າງທີ່ລຽບງ່າຍ, ສະເໝີຕົ້ນສະເໝີປາຍ, ໂທນສີດຽວກັນ.

ຊ່ວຍເຫຼືອຄົນພິການ ໃຫ້ເຂົ້າເຖິງຂໍ້ມູນຂ່າວສານໃນລະດູການພະຍາດລະບາດ
ຊ່ວຍເຫຼືອຄົນພິການ ໃຫ້ເຂົ້າເຖິງຂໍ້ມູນຂ່າວສານໃນລະດູການພະຍາດລະບາດ. (ພາບປະກອບ)

E-Health ໄດ້ເພີ່ມລັກສະນະພິເສດໃໝ່ ເຊັ່ນ: ການໃຊ້ເຄື່ອງອ່ານໜ້າຈໍ ເພື່ອຊ່ວຍຄົນພິການທາງສາຍຕາ ສາມາດນຳໃຊ້ໄດ້; ການປ່ຽນແປງຄວາມຊັດແຈ້ງ ເພື່ອເຮັດໃຫ້ຄົນທີ່ມີສາຍຕາບໍ່ດີ ສາມາດປັບລະດັບຄວາມຊັດແຈ້ງລະຫວ່າງຂໍ້ຄວາມ (ເອກະສານ) ແລະ ສີພື້ນຫຼັງໄດ້; ການເລືອກໂທນສີເທົາຈະຊ່ວຍໃຫ້ຜູ້ທີ່ມີຄວາມຫຍຸ້ງຍາກໃນການຈຳ ແນກສີ/ຕາບອດສີ; ຊ່ວຍໃຫ້ຄົນທີ່ມີຄວາມບົກຜ່ອງທາງສະໝອງ ຫຼື ມີຄວາມຮັບຮູ້ຊ້າ ສາມາດເຂົ້າເຖິງເວັບໄຊ໌ໄດ້ ໂດຍບໍ່ມີຜົນກະທົບຕໍ່ສຸຂະພາບຂອງເຂົາເຈົ້າ; ການຂະຫຍາຍໜ້າຈໍເພື່ອຊ່ວຍຄົນທີ່ມີສາຍຕາບໍ່ດີ ເພີ່ມຂະໜາດຕົວໜັງສື; ໃຫ້ການຊ່ວຍເຫຼືອສະໜອງຂໍ້ທີ່ຄວນລະວັງ.

ດ້ວຍການປັບປຸງການເຂົ້າເຖິງທີ່ແນໃສ່ການເຊື່ອມໂຍງຜູ້ໃຊ້ທີ່ພິການ, ເວັບໄຊ໌ nCoV ແລະ E -Health ຈະນຳມາເຊິ່ງການຜ່ານບັນດາພຶດຕິກຳຕົວຈິງທີ່ດີທີ່ສຸດໃຫ້ຜູ້ຊົມໃຊ້, ຮ່ວມເດີນທາງກັບຜູ້ຊົມໃຊ້ທຸກຄົນໃນການຮັບມືກັບການລະບາດຂອງພະຍາດໂຄວິດ -19.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.