ຮ່າໂນ້ຍ ຜັນຂະຫຍາຍການສັກຢາກັນພະຍາດ COVID-19 ໃຫ້ຄົນຕ່າງປະເທດ

06:30 | 23/09/2021

ຍສໝ - ທ່ານ Oh Won Jun ເປັນຄົນ ສ.ເກົາຫຼີ ທີ່ໄດ້ອາໄສຢູ່ຮ່າໂນ້ຍຫຼາຍກວ່າ 10 ປີ. ເຖິງແມ່ນວ່າລາວມີໂອກາດກັບຄືນປະເທດຂອງຕົນ ເພື່ອຮັບການສັກຢາວັກຊີນກັນພະຍາດ COVID-19, ແຕ່ທ່ານ Oh ຕັດສິນໃຈຢູ່ຮ່າໂນ້ຍ ເພື່ອລໍຖ້າສັກຢາຢູ່ຫວຽດນາມ.

ແລກປ່ຽນດ້ານການຄ້າຕ່ຳແຜ່ນຕັດຫຍີບລະຫວ່າງຫວຽດນາມ ແລະໄຕ້ຫວັນ ແລກປ່ຽນດ້ານການຄ້າຕ່ຳແຜ່ນຕັດຫຍີບລະຫວ່າງຫວຽດນາມ ແລະໄຕ້ຫວັນ
ສືບຕໍ່ຍົກສູງບົດບາດ ແລະທີ່ຕັ້ງຂອງຫວຽດນາມ ສືບຕໍ່ຍົກສູງບົດບາດ ແລະທີ່ຕັ້ງຂອງຫວຽດນາມ

"ຂ້າພະເຈົ້າເຫັນວ່າ ລັດຖະບານຫວຽດນາມ ບໍ່ໄດ້ຈຳແນກລະຫວ່າງຄົນຕ່າງປະເທດກັບຄົນຫວຽດນາມ ແລະ ສັກຢາວັກຊີນໃຫ້ປະຊາຊົນທັງໝົດ. ພວກເຮົາມີຄວາມອຸ່ນອຽນໃຈຫຼາຍ ແລະ ຮູ້ບຸນຄຸນແທ້ໆ.. ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈຫຼາຍກັບໝູ່ເພື່ອນຢູ່ໃນບ້ານເກີດເມືອງນອນ ຍ້ອນຄວາມມານະຄວາມພະຍາຍາມໃນການປ້ອງກັນການລະບາດຂອງຫວຽດນາມ - ບ້ານເກີດເມືອງນອນແຫ່ງທີ່ສອງຂອງຂ້າພະເຈົ້າ" - ທ່ານ Oh Won Jun ແບ່ງປັນ.

ຮ່າໂນ້ຍ ຜັນຂະຫຍາຍການສັກຢາກັນພະຍາດ COVID-19 ໃຫ້ຄົນຕ່າງປະເທດ
ຮ່າໂນ້ຍ ຜັນຂະຫຍາຍການສັກຢາກັນພະຍາດ COVID-19 ໃຫ້ຄົນຕ່າງປະເທດ. (ພາບ: tienphong)

ປະຈຸບັນ ຢູ່ຮ່າໂນ້ຍມີຊາວ ສ.ເກົາຫຼີ ຈຳນວນຫຼາຍກວ່າ 40.000 ຄົນ ທີ່ພວມດຳລົງຊີວິດ ແລະ ເຮັດວຽກ. ປະມານ 50% ຂອງຄົນ ສ.ເກົາຫຼີ ໄດ້ຮັບການສັກຢາກັນພະຍາດ COVID-19 ຢູ່ບ່ອນເຮັດວຽກ. ສ່ວນທີ່ເຫຼືອ ແມ່ນໄດ້ເກັບກຳສະຖິຕິໂດຍສະມາຄົມຊາວ ສ.ເກົາຫຼີ ແລະ ປະກາດໃຫ້ສັກຢາໃນວັນທີ 15 ແລະ 16 ກັນຍາ. ລາຍຊືົົົົົົົົົົົົົົົົົົົົົົົົົົົົົົົົົົົົົົົົົົົົົົ່ຈະຖືກແບ່ງຕາມຊົ່ວໂມງ ເພື່ອຮັບປະກັນຄວາມປອດໄພຂອງການປ້ອງກັນການລະບາດ.

ທ່ານນາງ Chang Eun Sook, ຮອງປະທານສະມາຄົມຊາວ ສ.ເກົາຫຼີ ຢູ່ ຫວຽດນາມ ໄດ້ກ່າວວ່າ: "ກ່ອນທີ່ຈະໄປສັກຢາ, ພວກຂ້າພະເຈົ້າໄດ້ໃຫ້ຄໍາແນະນໍາລະອຽດໃຫ້ແກ່ສະມາຊິກຂອງພວກຂ້າພະເຈົ້າກ່ຽວກັບຂັ້ນຕອນການສັກຢາ ແລະ ການຕິດຕາມອາການສຸຂະພາບ ຫຼັງການສັກຢາຢູ່ຫວຽດນາມ. ພວກຂ້າພະເຈົ້າຍັງຊ່ວຍແປພາສາ ເພື່ອໃຫ້ຄົນ ສ.ເກົາຫຼີ ແລະ ທ່ານໝໍຫວຽດນາມ ສາມາດພົວພັນແລກປ່ຽນຊຶ່ງກັນ ແລະກັນໄດ້ຢ່າງງ່າຍດາຍ. ການສັກຢາໃນມື້ນັ້ນ ໄດ້ດຳເນີນໄປຢ່າງສະດວກສະບາຍ ແລະ ປອດໄພ.”

ສູນສາທາລະນະສຸກເມືອງນາມຕື່ລຽມ ເປັນໜຶ່ງໃນສອງໜ່ວຍງານທີ່ຈັດຕັ້ງການສັກຢາກັນພະຍາດ COVID-19 ໃຫ້ກັບຄົນຕ່າງປະເທດທີ່ອາໄສຢູ່ໃນພື້ນທີ່. ເພື່ອຍູ້ແຮງຄວາມໄວໃນການສັກຢາກັນພະຍາດ, ເມືອງໄດ້ຈັດໃຫ້ມີການສັກຢາກັນພະຍາດ ດ້ວຍ 30 ຈຸດ, ລະດົມກຳລັງສັກຢາທັງເວັນ ແລະ ຄືນ.

ນະຄອນຫຼວງຮ່າໂນ້ຍ ດໍາເນີນການສັກຢາກັນພະຍາດ COVID-19 ໃຫ້ຄົນຕ່າງປະເທດ ທີ່ອາໄສຢູ່ໃນພື້ນທີ່ ທີ່ສູນການແພດເມືອງ ນາມຕື່ລຽມ ແລະ ໂຮງໝໍ ແຊັງໂປນ. ຄົນຕ່າງປະເທດທີ່ອາໄສຢູ່ຮ່າໂນ້ຍ ສາມາດຕິດຕໍ່ກັບສະຖານທູດ, ສະມາຄົມຄົນຕ່າງປະເທດ ແລະ ອົງການຕາງໜ້າຂອງປະເທດຕ່າງໆ ເພື່ອຂຶ້ນບັນຊີລາຍຊື່ສັກຢາກັນພະຍາດ COVID-19 ໂດຍບໍ່ເສຍຄ່າ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.