ໜູນຊ່ວຍອຸປະກອນການແພດ ໃຫ້ກັບໂຮງໝໍພາກສະໜາມເລກທີ 10

16:46 | 17/09/2021

ຍສໝ - ໃນຕອນແລງຂອງວັນທີ 14 ກັນຍາ, ໂຮງໝໍພາກສະໜາມເລກທີ 10, ຂຶ້ນກັບໂຮງໝໍຫູ-ດັງ-ຄໍ ຂອງນະຄອນໂຮ່ຈີມິນ ໄດ້ຮັບເຄື່ອງອຸປະກອນການແພດ ອຸປະຖຳໂດຍສະຖານກົງສູນໃຫຍ່ຫວຽດນາມ ປະຈຳຮົງກົງ ມອບໃຫ້ ໂດຍໄດ້ມາຈາກການປະກອບສ່ວນຂອງປະຊາຄົມ ແລະ ວິສາຫະກິດຫວຽດນາມໃນບໍລິເວນ.

ສະຖານທູດຣັດເຊຍມອບອຸປະກອນການແພດ ແລະເຄື່ອງໃຊ້ທີ່ຈຳເປັນໃຫ້ກັບບັນດາແຂວງພາກໃຕ້ ສະຖານທູດຣັດເຊຍມອບອຸປະກອນການແພດ ແລະເຄື່ອງໃຊ້ທີ່ຈຳເປັນໃຫ້ກັບບັນດາແຂວງພາກໃຕ້
ນະຄອນໂຮ່ຈີມິນຮັບອຸປະກອນການແພດໜູນຊ່ວຍໃນການປ້ອງກັນ ແລະຄວບຄຸມການລະບາດຂອງພະຍາດ ເພີ່ມຕື່ມ ນະຄອນໂຮ່ຈີມິນຮັບອຸປະກອນການແພດໜູນຊ່ວຍໃນການປ້ອງກັນ ແລະຄວບຄຸມການລະບາດຂອງພະຍາດ ເພີ່ມຕື່ມ

ໃນການມອບ ລວມມີ ຊຸດປ້ອງກັນພະຍາດລະດັບ 4 ຈຳນວນ 1.000 ຊຸດ, ຊຸດປ້ອງກັນພະຍາດລະດັບ 3 ຈຳນວນ 500 ຊຸດ, ໜ້າກາກ N95-3M ຂອງເກົາຫຼີ 1,500 ແຜ່ນ, ໜ້າກາກແຜ່ນຢາງ 1,000 ແຜ່ນ ແລະ ຖົງໃສ່ເກີບ 1,000 ຖົງ, ລວມມູນຄ່າ 362.5 ລ້ານດົ່ງ.

ໜູນຊ່ວຍອຸປະກອນການແພດ ໃຫ້ກັບໂຮງໝໍພາກສະໜາມເລກທີ 10
ໜູນຊ່ວຍອຸປະກອນການແພດ ໃຫ້ກັບໂຮງໝໍພາກສະໜາມເລກທີ 10.

ໃນຊຸມວັນຜ່ານມາ, ສະຖານກົງສຸນໃຫຍ່ຫວຽດນາມ ປະຈຳຮົງກົງ ໄດ້ມານະພະຍາຍາມ ເພື່ອຮຽກຮ້ອງການບໍລິຈາກ, ຕິດຕໍ່ຫາໂຮງໝໍ ເພື່ອຊອກຮູ້ກ່ຽວກັບຄວາມຕ້ອງການ ແລະ ຜູ້ສະໜອງ ເພື່ອຈັດສົ່ງອຸປະກອນການແພດທີ່ຈຳເປັນໄປຫາໂຮງໝໍໂດຍກົງ ແນໃສ່ຮັບໃຊ້ການຕ້ານການລະບາດ.

ນີ້ແມ່ນການມອບຄັ້ງທີສາມ ຈາກສະຖານກົງສຸນໃຫຍ່ຫວຽດນາມ ປະຈຳຮົງກົງ ເພື່ອໜູນຊ່ວຍໃນການຕໍ່ສູ້ກັບການລະບາດຂອງພະຍາດ COVID-19, ໂດຍທັງສາມຄັ້ງ ລວມທັງໝົດຫຼາຍກວ່າ 1 ຕື້ດົ່ງ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.