7 ໝາກຜົນດີເດັ່ນຂອງວຽກງານຊາວຫວຽດນາມຢູ່ຕ່າງປະເທດ

7 ໝາກຜົນດີເດັ່ນຂອງວຽກງານຊາວຫວຽດນາມຢູ່ຕ່າງປະເທດ

ຍສໝ - ຕອນບ່າຍວັນທີ 3 ມິຖຸນາ, ຢູ່ຮ່າໂນ້ຍ, ຄະນະລັດຖະບານ ກ່ຽວກັບຊາວ​ຫວຽດນາມຢູ່​ຕ່າງປະ​ເທດ ໄດ້ຈັດຕັ້ງກອງປະຊຸມຂ່າວກ່ຽວກັບບັນດາໝາກຜົນທີ່ບັນລຸໄດ້ພາຍຫຼັງ 20 ປີແຫ່ງການປະຕິບັດມະຕິ 36-NQ/TW ຂອງກົມການເມືອງຫວຽດນາມ ກ່ຽວກັບວຽກງານຊາວ​ຫວຽດນາມຢູ່​ຕ່າງປະ​ເທດ.

VASEA: ຈະ​ໃຫ້​ບຸລິມະສິດ​ບັນດາ​ການ​ເຄື່ອນ​ໄຫວ, ໂຄງການ​ທີ່ ອົດສະຕຣາລີ ​ແລະ ຫວຽດນາມ ​ໄດ້​ຕົກລົງ​ເປັນເອກະພາບກັນ​

VASEA: ຈະ​ໃຫ້​ບຸລິມະສິດ​ບັນດາ​ການ​ເຄື່ອນ​ໄຫວ, ໂຄງການ​ທີ່ ອົດສະຕຣາລີ ​ແລະ ຫວຽດນາມ ​ໄດ້​ຕົກລົງ​ເປັນເອກະພາບກັນ​

ຍສໝ - ນັ້ນ​ແມ່ນ​ຂໍ້​ມູນ​ທີ່​ທ່ານ​ສາດສະດາຈານ ຫງຽມດຶກລອງ, ປະທານ​ສະມາຄົມ​ປັນຍາຊົນ ແລະ ຊ່ຽວຊານ ຫວຽດນາມ ປະຈຳ ອົດ​ສະ​ຕຣາ​ລີ (VASEA) ແບ່ງປັນ​ໃນ​ກອງ​ປະຊຸມໃຫຍ່ປະຈຳ​ປີ​ຄັ້ງ​ທຳ​ອິດ​ຂອງ VASEA.

ໂຮງຮຽນ​ສອງ​ພາສາ ລາວ-ຫວຽດນາມ ຫງວຽນ​ຢູ ສະ​ເຫຼີ​ມສະຫຼອງ​ວັນ​ເດັກນ້ອຍ​ສາກົນ

ໂຮງຮຽນ​ສອງ​ພາສາ ລາວ-ຫວຽດນາມ ຫງວຽນ​ຢູ ສະ​ເຫຼີ​ມສະຫຼອງ​ວັນ​ເດັກນ້ອຍ​ສາກົນ

ຍສໝ - ທຶນການສຶກສາ 50 ທຶນ​ ໄດ້​ມອບ​ໃຫ້​ນັກຮຽນ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ນັກຮຽນ​ດຸ​ໝັ່ນ, ຮຽນ​ເກັ່ງ​ຢູ່​ໂຮງຮຽນ​ສອງ​ພາສາ​ ລາວ-ຫວຽດນາມ ຫງວຽນ​ຢູ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ວັນ​ເດັກນ້ອຍ​ສາກົນ.

ແຂວງ Yamanashi (ຍີ່ປຸ່ນ) ຈະໜູນຊ່ວຍຄ່າປິ່ນປົວໃຫ້ພີ່ນ້ອງຄົນງານຫວຽດນາມ

ແຂວງ Yamanashi (ຍີ່ປຸ່ນ) ຈະໜູນຊ່ວຍຄ່າປິ່ນປົວໃຫ້ພີ່ນ້ອງຄົນງານຫວຽດນາມ

ຍສໝ - ບັນດາ​ຂໍ້​ມູນ​ດັ່ງກ່າວ​ໄດ້​ຮັບ​ການ​ກ່າວ​ຢູ່​ທີ່​ກອງ​ປະຊຸມ​ຂອງ​ແຂວງ Yamanashi ​ເມື່ອ​ບໍ່​ດົນ​ມາ​ນີ້ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ວິ​ສາ​ຫະກິດ 20 ກວ່າ​ແຫ່ງ​ທີ່​ຮັບ​ເອົາ​ຄົນ​ງານ ຫວຽດນາມ ຢູ່​ເຂດ​ດັ່ງກ່າວ. ສະຖານີໂທລະພາບ NHK (ຍີ່ປຸ່ນ) ໄດ້ອ້າງຄຳແຈ້ງການຂອງອົງການປົກຄອງແຂວງ Yamanashi ທີ່ກ່າວວ່າ ຈຸດປະສົງຂອງການເຄື່ອນໄຫວຂ້າງເທິງນີ້ແມ່ນເພື່ອຊ່ວຍແກ້ໄຂບັນຫາການຂາດແຄນຊັບພະຍາກອນມະນຸດ. ລະບົບປະກັນໄພໃໝ່ຈະເລີ່ມຮັບສະໝັກຕັ້ງແຕ່ເດືອນມິຖຸນາ 2024 ເປັນຕົ້ນໄປ.

ຄົ້ນຄ້ວາສ້າງຕັ້ງສະມາຄົມຕິດຕໍ່, ສະມາຄົມຍາດພີ່ນ້ອງກັບຄົນຫວຽດນາມຢູ່ຕ່າງປະເທດ ທີ່ມີບ້ານເກີດເມືອງນອນຢູ່ແຂວງ ດົ່ງນາຍ

ຄົ້ນຄ້ວາສ້າງຕັ້ງສະມາຄົມຕິດຕໍ່, ສະມາຄົມຍາດພີ່ນ້ອງກັບຄົນຫວຽດນາມຢູ່ຕ່າງປະເທດ ທີ່ມີບ້ານເກີດເມືອງນອນຢູ່ແຂວງ ດົ່ງນາຍ

ຍສໝ - ວັນ​ທີ 27 ພຶດສະພາ 2024, ທ່ານ ເລ​ທິທູ​ຮັ່ງ ​​ລັດຖະມົນຕີີຊ່ວຍວ່າການກະຊວງ​ການ​ຕ່າງປະ​ເທດ ​ ນຳ​ໜ້າ​ຄະນະ​ຜູ້​ແທນ​ຂອງກະຊວງ​ການ​ຕ່າງປະ​ເທດ​ໄປ​ເຮັດ​ວຽກ​ຢູ່​ແຂວງ ດົ່ງ​ນາຍ.

ເປີດຫ້ອງຮຽນພາສາ ຫວຽດນາມ ຢູ່ນະຄອນ Augsburg

ເປີດຫ້ອງຮຽນພາສາ ຫວຽດນາມ ຢູ່ນະຄອນ Augsburg

ຍສໝ - ຫ້ອງຮຽນພາສາ ຫວຽດນາມ ບໍ່ພຽງແຕ່ຊ່ວຍໃຫ້ເດັກນ້ອຍສາມາດຮັກສາພາສາແມ່ຂອງເຂົາເຈົ້າໄດ້ເທົ່ານັ້ນ ຫາກຍັງເຂົ້າໃຈເຖິງຮີດຄອງປະເພນີ, ວັດທະນະທໍາ ແລະ ປະຫວັດສາດຂອງຊາດຕື່ມອີກ.

ວັດ​ທະ​ນະ​ທຳສິ​ລະ​ປະໂຄສະນາຮູບພາບປະ​ເທດ​ຊາດ, ປະ​ຊາ​ຊົນ​ຫວຽດ​ນາມ ຢູ່ ສ.ເຊັກ​ໂກ

ວັດ​ທະ​ນະ​ທຳສິ​ລະ​ປະໂຄສະນາຮູບພາບປະ​ເທດ​ຊາດ, ປະ​ຊາ​ຊົນ​ຫວຽດ​ນາມ ຢູ່ ສ.ເຊັກ​ໂກ

ຍສໝ - ນັ້ນ​ແມ່ນ​ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ຈຸດສຸມ ທີ່ສະມາຄົມ​ວັດທະນະທຳສິລະ​ປະ​ ຫວຽດນາມ ປະຈຳ​ ສ.ເຊັກ​ໂກ (ສະມາຄົມ) ໄດ້ວາງອອກຢູ່ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ 4 ອາຍຸ​ການ 2024 – 2028.

ອົບອຸ່ນງານບຸນໃຫຍ່ວັນວິສາຂະບູຊາ ຕາມພຸດທະສັກກະຫຼາດປີ 2568 ຢູ່ ລາວ

ອົບອຸ່ນງານບຸນໃຫຍ່ວັນວິສາຂະບູຊາ ຕາມພຸດທະສັກກະຫຼາດປີ 2568 ຢູ່ ລາວ

ຍສໝ - ໃນຕອນເຊົ້າວັນທີ 24 ພຶດສະພາ, ທີ່ວັດ ເຝີດຕິກ ໃນນະຄອນຫຼວງ ວຽງຈັນ - ລາວ ໄດ້ຈັດຕັ້ງງານບຸນໃຫຍ່ວັນວິສາຂະບູຊາ ຕາມພຸດທະສັກກະຫຼາດປີ 2568 (ປະຕິທິນສາກົນ 2024) ຢ່າງສະຫງ່າຜ່າເຜີຍ, ມີການເຂົ້າຮ່ວມຢ່າງຄັບຄາໜາແໜ້ນຂອງບັນດາ ພະສົງ, ພະມະຫາອາຈານ, ພະສັງຄະນາຍົກ, ພະອາຈານ ແລະ ພະສົງສາມະເນນ, ແມ່ຂາວ ຫວຽດນາມ ແລະ ລາວ ພ້ອມກັບການເຂົ້າຮ່ວມຢ່າງຄັບຄາໜາແໜ້ນຂອງບັນດາພຸດທະສາສະນິກກະຊົນ, ພໍ່ແມ່ປະຊາຊົນ ຫວຽດນາມ ທີ່ກຳລັງຮ່ຳຮຽນສຶກສາ, ເຮັດວຽກ ແລະ ດໍາລົງຊີວິດຢູ່ ລາວ.

ເຜີຍແຜ່ແນວຄິດຂອງປະທານ ໂຮ່ຈິມິນ ກ່ຽວກັບສັນຕິພາບ

ເຜີຍແຜ່ແນວຄິດຂອງປະທານ ໂຮ່ຈິມິນ ກ່ຽວກັບສັນຕິພາບ

ຍສໝ - ວັນ​ທີ 19 ພຶດສະພາ​ນີ້, ​ເນື່ອງ​ໃນ​ໂອກາດສະເຫຼີມສະຫຼອງ 134 ເເຫ່ງ​ວັນ​ເກີດຂອງ​ປະທານ ​ໂຮ່ຈິ​ມິນ (19/5/1890 – 19/05/2024), ຢູ່​ມະຫາວິທະຍາ​ໄລ Sejong - ​ໂຮງຮຽນ​ທີ່​ຕັ້ງ​ຊື່​​ກະສັດ​ຜູ້​ຍິ່ງ​ໃຫຍ່​ຂອງ ສ.​ເກົາຫຼີ - ໄດ້ດຳເນີນກອງ​ປະຊຸມສຳມະນາ​ສາກົນ ​ເພື່ອ​ເຊື່ອມ​ໂຍງ​ບັນດາປັນຍາ​ຊົນ, ນັກ​ສຶກສາ ​ແລະ ປະຊາຊົນ ຫວຽດນາມ ທີ່ອາ​ໄສ​​, ໄປ​ເຮັດ​ວຽກ, ສຶກສາ ​ແລະ ດຳລົງ​ຊີວິດ​ຢູ່ ສ.​ເກົາຫຼີ.

ເຊື່ອມຕໍ່ 96 ຄອບຄົວຊາວຫວຽດນາມ ກັບນັກສຶກສາລາວ ແລະ ກຳປູເຈຍ 162 ຄົນ ທີ່ພວມຮໍ່າຮຽນຢູ່ຫວຽດນາມ

ເຊື່ອມຕໍ່ 96 ຄອບຄົວຊາວຫວຽດນາມ ກັບນັກສຶກສາລາວ ແລະ ກຳປູເຈຍ 162 ຄົນ ທີ່ພວມຮໍ່າຮຽນຢູ່ຫວຽດນາມ

ຍສໝ - ວັນທີ 18 ພຶດສະພາ, ລາຍການ “ຄອບຄົວຫວຽດນາມ ກັບນັກສຶກສາລາວ ແລະ ກຳປູເຈຍ ພວມຮໍ່າຮຽນຢູ່ນະຄອນ ໂຮ່ຈີມິນ” ປີ 2024 ທີ່ຈັດຕັ້ງໂດຍຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ ແລະ ສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈີມິນ, ສົມທົບ​ກັບ​ບັນດາສຳນັກງານ, ອົງການ​ຈັດ​ຕັ້ງ ເພື່ອ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຄອບຄົວ​ຊາວ​ຫວຽດນາມ 96 ຄົນ, ມີ​ນັກ​ສຶກສາ​ລາວ 127 ຄົນ, ນັກ​ສຶກສາ​ກຳປູ​ເຈຍ 35 ຄົນ​ພວມ​ຮ່ຳຮຽນ​ຢູ່ ຫວຽດນາມ.

ຊາວ​ຫວຽດນາມ​ ອາໄສຢູ່ ໄທ ໄດ້​ແຕ້ມ​ຮູບ ​ລຸງ​ໂຮ່ ກວ່າ 100 ຮູບ

ຊາວ​ຫວຽດນາມ​ ອາໄສຢູ່ ໄທ ໄດ້​ແຕ້ມ​ຮູບ ​ລຸງ​ໂຮ່ ກວ່າ 100 ຮູບ

ຍສໝ - ດ້ວຍ​ຄວາມພາກພູມ​ໃຈ ແລະ ຄວາມຮັກ​ແພງຕໍ່ ​ລຸງ​ໂຮ່, ນັກແຕ້ມ ດາວຈ້ອງຫຼີ, ຊາວ​ຫວຽດນາມ ອາ​ໄສ​ຢູ່ ​ໄທ ​ໄດ້​ແຕ້ມ​ຮູບ ​ລຸງ​ໂຮ່ ກວ່າ 100 ຮູບ

ສະຖານທູດ ຫວຽດນາມ ປະຈຳ ໂປໂລຍ ໜູນ​ຊ່ວຍ​ປະຊາຊົນ​ໃນ​ການອອກ​ເອກະສານ​ຄືນ​ໃໝ່​ພາຍ​ຫຼັງທີ່ເສຍຫາຍຍ້ອນ​ໄຟ​ໄໝ້

ສະຖານທູດ ຫວຽດນາມ ປະຈຳ ໂປໂລຍ ໜູນ​ຊ່ວຍ​ປະຊາຊົນ​ໃນ​ການອອກ​ເອກະສານ​ຄືນ​ໃໝ່​ພາຍ​ຫຼັງທີ່ເສຍຫາຍຍ້ອນ​ໄຟ​ໄໝ້

ຍສໝ - ວັນ​ທີ 17 ພຶດສະພາ​ນີ້, ສະຖານທູດ ​ຫວຽດນາມ​ ປະຈຳ ​ໂປໂລຍ ​ໄດ້​ເລີ່​ມດຳ​ເນີນ​ວຽກ​ງານ​ກົງສຸນ​ເພື່ອ​ຮັບ, ແກ້ໄຂເອກະສານ​ຂອງປະຊາຊົນທີ່​ຖືກ​ເສຍຫາຍ​ໃນ​ໄຟ​ໄໝ້​ສູນ​ການ​ຄ້າ Marywilska 44. ປະຊາຊົນຫຼາຍຄົນ ໄດ້ອອກ​ເອກະສານ​ໃໝ່ ຫລັງ​ຈາກໄດ້​ຍື່ນ​ເອກະສານ​ແລ້ວ​ປະມານ 1 ຊົ່ວ​ໂມງ.

ໂຮງຮຽນສອງພາສາລາວ-ຫວຽດນາມ ຫງວຽນຢູ ແຂ່ງຂັນສ້າງຜົນງານເພື່ອສະເຫຼີມສະຫຼອງວັນຄ້າຍວັນເກີດຂອງລຸງໂຮ່

ໂຮງຮຽນສອງພາສາລາວ-ຫວຽດນາມ ຫງວຽນຢູ ແຂ່ງຂັນສ້າງຜົນງານເພື່ອສະເຫຼີມສະຫຼອງວັນຄ້າຍວັນເກີດຂອງລຸງໂຮ່

ຍສໝ - ຕອນເຊົ້າວັນທີ 17 ພຶດສະພາ, ຢູ່ນະຄອນຫຼວງວຽງຈັນ, ໂຮງຮຽນສອງພາສາລາວ-ຫວຽດນາມ ຫງວຽນຢູ ໄດ້ຈັດງານຊຸມນຸມມິດຕິງສະເຫຼີມສະຫຼອງ 134 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ, ຜູ້ນຳທີ່ຍິ່ງໃຫຍ່ຂອງຊົນຊາດຫວຽດນາມ.

ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ໄປຖະຫວາຍທູບທຽນ ເພື່ອອາໄລຫາປະທານ ໂຮ່ຈີມິນ

ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ໄປຖະຫວາຍທູບທຽນ ເພື່ອອາໄລຫາປະທານ ໂຮ່ຈີມິນ

ຍສໝ - ຕອນ​ບ່າຍ​ວັນ​ທີ 16 ພຶດສະພາ, ຢູ່​ເຂດ​ອະນຸສອນ​ສະຖານປະທານ ​ໂຮ່ຈີ​ມິນ ຢູ່ບ້ານ ​ຊຽງ​ວາງ, ​ເມືອງ ໜອງບົກ, ​ແຂວງ​ ​ຄຳ​ມ່ວນ, ພາກ​ກາງ​ລາວ ​ໄດ້ດຳເນີນພິທີຖະຫວາຍທູບທຽນ ເພື່ອສະເຫຼີມສະຫຼອງ 134 ປີແຫ່ງວັນຄ້າຍວັນເກີດຂອງ​ປະທານ ​ໂຮ່ຈິ​ມິນ (ວັນ​ທີ 19 ພຶດສະພາ 1890 – 19 ພຶດສະພາ 2024) ເພື່ອລະນຶກເຖິງຄຸນງາມຄວາມດີຂອງປະທານ ​ໂຮ່ຈິ​ມິນ ທີ່ມີຕໍ່ປະຊາຊົນ ແລະ ປະເທດຊາດລະຫວາ່ງ ຫວຽດນາມ - ລາວ.

ສະມາຄົມ​ມິດຕະພາບ ໂປໂລຍ - ຫວຽດນາມ ອະນາຄົດ ໄດ້ໄປຢ້ຽມຢາມ, ໜູນຊ່ວຍຊາວ ຫວຽດນາມ ທີ່ຖືກຜົນກະທົບຈາກເຫດໄຟໄໝ້ສູນການຄ້າ

ສະມາຄົມ​ມິດຕະພາບ ໂປໂລຍ - ຫວຽດນາມ ອະນາຄົດ ໄດ້ໄປຢ້ຽມຢາມ, ໜູນຊ່ວຍຊາວ ຫວຽດນາມ ທີ່ຖືກຜົນກະທົບຈາກເຫດໄຟໄໝ້ສູນການຄ້າ

ຍສໝ - ວັນທີ 14 ພຶດສະພາ, ຜູ້ຕາງໜ້າສະມາຄົມມິດຕະພາບ ໂປໂລຍ - ຫວຽດນາມ ອະນາຄົດ ໂດຍທ່ານສາດສະດາຈານ Tadeusz Iwinski, ປະທານສະມາຄົມເປັນນຳ​ໜ້າ​ ໄດ້ໄປສະຖານທູດ ຫວຽດນາມ ປະຈຳ ໂປໂລຍ ເພື່ອຢ້ຽມຢາມ, ແບ່ງປັນ, ລະດົມໃຈປະຊາຊົນ ຫວຽດນາມ ທີ່ຖືກຜົນກະທົບຈາກເຫດໄຟໄໝ້ສູນການຄ້າ Marywilska 44.

ຢ້ຽມຢາມຊາວຫວຽດນາມອາໄສຢູ່ຕ່າງປະເທດ ທີ່ໄດ້ຮັບຄວາມເສຍຫາຍໃນເຫດໄຟໄໝ້ທີ່ສູນການຄ້າແຫ່ງໜຶ່ງໃນປະເທດໂປແລນ

ຢ້ຽມຢາມຊາວຫວຽດນາມອາໄສຢູ່ຕ່າງປະເທດ ທີ່ໄດ້ຮັບຄວາມເສຍຫາຍໃນເຫດໄຟໄໝ້ທີ່ສູນການຄ້າແຫ່ງໜຶ່ງໃນປະເທດໂປແລນ

ຍສໝ - ໄຟ​ໄໝ້​ສູນ​ການ​ຄ້າແຫ່ງ 44 Marywilska (Warsaw, ປະ​ເທດ​ໂປ​ແລນ) ທີ່​ເກີດ​ຂຶ້ນ​ໃນ​ວັນ​ທີ 12 ພຶດສະພາ ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໃຫຍ່​ຫຼວງ, ສົ່ງ​ຜົນ​ສະທ້ອນ​ເຖິງ​ວິ​ສາ​ຫະກິດ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ​ໂປ​ໂລຍ. ຕອນ​ບ່າຍ​ວັນ​ທີ 13 ພຶດສະພາ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ເລ​ທິທູ​ຮັ່ງ, ຫົວໜ້າ​ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ໄດ້​ສົ່ງ​ຈົດໝາຍ​ອວຍພອນ​ເຖິງ​ຍາດຕິ​ພີ່ນ້ອງ.

ຫວຽດນາມ ​ເຂົ້າ​ຮ່ວມງານຕະຫຼາດນັດຄະນະທູຕານຸທູດ​ຢູ່​ ແດນ​ມາກ

ຫວຽດນາມ ​ເຂົ້າ​ຮ່ວມງານຕະຫຼາດນັດຄະນະທູຕານຸທູດ​ຢູ່​ ແດນ​ມາກ

ຍສໝ - ຫວ່າງ​ມໍ່ໆ​ມາ​ນີ້, ຢູ່​ສະໂມສອນ Gentofte, Copenhagen, ແດນມາກ ​ໄດ້ດຳເນີນງານຕະຫຼາດນັດຄະນະທູຕານຸທູດ ​ຄັ້ງ​ທີ 2 ເພື່ອສ້າງກອງ​ທຶນໜູນ​ຊ່ວຍ​​ເດັກນ້ອຍ ແດນ​ມາກ.

ປຶ້ມພາສາ ຫວຽດນາມ - ຂອງຂວັນທີ່ແທດຈິງໃຫ້ແກ່ຊາວ ຫວຽດນາມ ອາໄສຢູ່ ສ.ເກົາຫຼີ.

ປຶ້ມພາສາ ຫວຽດນາມ - ຂອງຂວັນທີ່ແທດຈິງໃຫ້ແກ່ຊາວ ຫວຽດນາມ ອາໄສຢູ່ ສ.ເກົາຫຼີ.

ຍສໝ - ເນື່ອງໃນໂອກາດການໄປປະຕິບັດງານຢູ່ ສ.​ເກົາຫຼີ, ທ່ານ ຫວູວັນ​ຮວ່ານ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ໂຮ່ຈີ​ມິນ ​ໄດ້​ນຳ​ໜ້າ​ຄະນະ​ປະຕິບັດງານ​ໄປ​ຢ້ຽມຢາມ, ​ພົບ​ປະ​ແລກປ່ຽນ ​ແລະ ມອບ​ຕູ້​ປຶ້ມ​ພາສາ ​ຫວຽດນາມ ​ໃຫ້​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ສ.​ເກົາຫຼີ.

ອົງການຈັດຕັ້ງກອງປະຊຸມແນະນຳກຳລັງບົ່ມຊ້ອນຂອງທ້ອງຕະຫຼາດຫຼັກຊັບ ຫວຽດນາມ ຢູ່ ສິງກະໂປ

ອົງການຈັດຕັ້ງກອງປະຊຸມແນະນຳກຳລັງບົ່ມຊ້ອນຂອງທ້ອງຕະຫຼາດຫຼັກຊັບ ຫວຽດນາມ ຢູ່ ສິງກະໂປ

ຍສໝ - ຄະນະ​ກຳມະການ​ຫຼັກ​ຊັບ​ແຫ່ງ​ລັດ ຫວັງ​ວ່າ​ ຈະ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ອົງການ​ຄຸ້ມຄອງເງິນຕາ ສິງກະ​ໂປ ​ເພື່ອ​ຈັດ​ຕັ້ງ​ສຳ​ເລັດ​ກອງ​ປະຊຸມ​ ​ແລະ ບັນດາຄວາມເຫັນເພື່ອ​ປະ​ກອບ​ສ່ວນ​​ໃນ​ການ​ພັດ​ທະ​ນາ​ທ້ອງຕະ​ຫຼາດ​ຫຼັກ​ຊັບ ​ຫວຽດ​ນາມ.

​ຜະລິດ​ຕະພັນ​ວັດທະນະທຳ, ທ່ອງ​ທ່ຽວ ຫວຽດນາມ ສ້າງຄວາມ​ປະ​ທັບ​ໃຈ​ຢູ່​ງານຕະຫຼາດນັດ ປາຣີ.

​ຜະລິດ​ຕະພັນ​ວັດທະນະທຳ, ທ່ອງ​ທ່ຽວ ຫວຽດນາມ ສ້າງຄວາມ​ປະ​ທັບ​ໃຈ​ຢູ່​ງານຕະຫຼາດນັດ ປາຣີ.

ຍສໝ - ວັນທີ 5 ພຶດສະພາ, ສູນວັດທະນະທໍາຫວຽດນາມ ປະຈໍາ ຝຣັ່ງ ໄດ້ສົມທົບກັບບັນດາວິສາຫະກິດ ເພື່ອປະຕິບັດລາຍການໂຄສະນາວັດທະນະທໍາ, ການທ່ອງທ່ຽວ ແລະ ບັນດາຜະລິດຕະພັນຫັດຖະກຳ​ສິລະປະ, ອາຫານຂອງ ຫວຽດນາມ.

ຍີ່ປຸ່ນ ຈະໃຫ້ສອບເສັງເອົາໃບຂັບຂີ່ເປັນພາສາ ຫວຽດນາມ

ຍີ່ປຸ່ນ ຈະໃຫ້ສອບເສັງເອົາໃບຂັບຂີ່ເປັນພາສາ ຫວຽດນາມ

ຍສໝ - ອຳນາດການປົກຄອງ ຍີ່ປຸ່ນ ພວມສະໜອງບັນດາບົດສອບເສັງເອົາໃບຂັບຂີ່ລົດແທັກຊີ ແລະ ລົດເມ ເປັນຫຼາຍພາສາກ່ວາ, ລວມມີ ພາສາຫວຽດນາມ, ອັງກິດ, ຈີນ ແລະ ເນປານ.

ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ແຮງ​ງານ​ທີ່​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ

ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ແຮງ​ງານ​ທີ່​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ

ຍສໝ - ​ເພື່ອ​ຍົກສູງ​ຄວາມ​ຮັບຜິດຊອບ​ຂອງ​ທຸກ​ຂັ້ນ, ຂະ​ແໜງ​ການ​ໃນ​ການປະຕິບັດງານການ​ຄຸ້ມ​ຄອງ​ແຮງ​ງານທີ່​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ​ຕາມ​ສັນຍາ, ຄະນະ​ກຳມະການ​ປະຊາຊົນ​ແຂວງ ກອນ​ຕູມ ​ໄດ້​ອອກ​ຖະ​ແຫຼ​ງການ​ສະບັບ​ເລກທີ 1298/UBND-KGVX ກ່ຽວກັບການ​ເພີ່ມ​ທະວີ​ວຽກງານ​ຄຸ້ມ​ຄອງແຮງງານ​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ​ຕາມ​ສັນຍາ.

ຊາວຫວຽດນາມຢູ່ລາວ ສະແດງຄວາມພູມໃຈໃນຜົນງານອັນດີເດັ່ນຂອງປະເທດຊາດ

ຊາວຫວຽດນາມຢູ່ລາວ ສະແດງຄວາມພູມໃຈໃນຜົນງານອັນດີເດັ່ນຂອງປະເທດຊາດ

ຍສໝ - 49 ປີ​ແຫ່ງ​ວັນ​ໄຊຊະນະ​ອັນ​ສະຫງ່າ​ລາສີ ​ເມື່ອ​ວັນ​ທີ 30 ເມສາ 1975, ​ໄດ້​ປົດ​ປ່ອຍ​ພາກ​ໃຕ້​ຢ່າງ​ຄົບ​ຖ້ວນ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ, ປະ​ເທດ​ຊາດ​ມີຄວາມ​ສັນຕິພາບ, ​ຄວາມເປັນ​ເອກະ​ພາບ, ​ເສດຖະກິດ-ສັງຄົມ​ນັບ​ມື້​ນັບ​ພັດທະນາ, ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ປັບປຸງ​ເພີ່ມ​ຂຶ້ນຢ່າງ​ວ່ອງ​ໄວ.

ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ 70 ຄົນ ​ໄປ​ຢ້ຽມຢາມ ​ເຈື່ອງ​ຊາ, ເຮືອນຍາມ DK-I ​ເນື່ອງ​ໃນ​ໂອກາດ​ວັນ​ທີ 30 ເມສາ

ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ 70 ຄົນ ​ໄປ​ຢ້ຽມຢາມ ​ເຈື່ອງ​ຊາ, ເຮືອນຍາມ DK-I ​ເນື່ອງ​ໃນ​ໂອກາດ​ວັນ​ທີ 30 ເມສາ

ຍສໝ - ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 49 ປີ​ແຫ່ງ​ວັນ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ (30 ​ເມສາ 1975 – 30 ​ເມສາ 2024) ​ແລະ ​ປົດ​ປ່ອຍ​ໝູ່​ເກາະ​ ເຈື່ອງ​ຊາ (29 ​ເມສາ 1975), ຄົບຮອບ 69 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກອງທັບ​ເຮືອ​ປະຊາຊົນ​ຫວຽດນາມ (7 ພຶດສະພາ 1955), ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ - ກະຊວງການຕ່າງປະເທດ ຫວຽດນາມ ສົມທົບກັບກອງບັນຊາການທະຫານເຮືອ ໄດ້ຈັດຕັ້ງຄະນະຜູ້ແທນຊາວຫວຽດນາມ ອາໄສຢູ່ຕ່າງປະເທດໄປຢ້ຽມຢາມ, ລະດົມກຳລັງໃຈໃຫ້ພະນັກງານ, ນັກຮົບ ແລະ ປະຊາຊົນເມືອງເກາະ ເຈື່ອງຊາ ແລະ ເຮືອນຍາມ DK-I ...

ໂຮງໝໍສະໜາມໄດ້ຈັດໂຄງການອາສາສະໝັກຢູ່ຊູດານໃຕ້ ເພື່ອສະເຫຼີມສະຫຼອງວັນທີ 30 ເມສາ

ໂຮງໝໍສະໜາມໄດ້ຈັດໂຄງການອາສາສະໝັກຢູ່ຊູດານໃຕ້ ເພື່ອສະເຫຼີມສະຫຼອງວັນທີ 30 ເມສາ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 49 ປີແຫ່ງວັນປົດປ່ອຍພາກໃຕ້ ແລະ ໂຮມປະເທດຊາດເປັນເອກະພາບ, ໂຮງໝໍສະໜາມຂັ້ນ 2 ເລກ 5, ຫາກໍ່ໄດ້ຈັດກິດຈະກຳເມດຕາຈິດຢູ່ໂຮງຮຽນປະຖົມເດັກຍິງ (ໂຮງຮຽນ Bentiu Girls Primary School) ໃນ Bentiu, ລັດ Unity State, ຊູດານໃຕ້.

ສະເໜີການສ້າງຕັ້ງສູນວັດທະນະທຳ ຫວຽດນາມ ຢູ່ ສ.ເກົາຫຼີ

ສະເໜີການສ້າງຕັ້ງສູນວັດທະນະທຳ ຫວຽດນາມ ຢູ່ ສ.ເກົາຫຼີ

ຍສໝ - ນີ້​ແມ່ນ​ຄຳສະເໜີ​ຂອງ​ທ່ານ ຫຼີເຊື່ອງກັ່ນ, ​ເອກ​ອັກຄະ​ລັດຖະທູດການທ່ອງ​ທ່ຽວ ຫວຽດນາມ ປະຈຳ ສ.​ເກົາຫຼີ ທີ່​ການ​ພົບ​ປະ​ກັບ​ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ໂຮ່ອ່ານຟ່ອງ ໃນ​ວັນ​ທີ 24 ເມສາ ຢູ່ ຮ່າ​ໂນ້ຍ.

ເວທີປາໄສແມ່ຍິງ ຫວຽດນາມ ຢູ່ ເອີລົບ ລົງນາມໃນການຮ່ວມມືກັບສະມາຄົມນັກທຸລະກິດຍິງນະຄອນ ຮ່າໂນ້ຍ

ເວທີປາໄສແມ່ຍິງ ຫວຽດນາມ ຢູ່ ເອີລົບ ລົງນາມໃນການຮ່ວມມືກັບສະມາຄົມນັກທຸລະກິດຍິງນະຄອນ ຮ່າໂນ້ຍ

ຍສໝ - ວັນ​ທີ 18 ເມສາ, ຢູ່​ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ພິທີ​ລົງ​ນາມ​ໃນ​ການ​ຮ່ວມ​ມື​ລະຫວ່າງ​ເວທີ​ປາ​ໄສ​ແມ່ຍິງ​ ​ຫວຽດນາມ ຢູ່ ​ເອີ​ລົບ ກັບສະມາຄົມນັກທຸລະກິດຍິງນະຄອນ ຮ່າໂນ້ຍ

ຊາວຕ່າງປະເທດຢູ່ ປະເທດລາວ ຈົດຈຳໄວ້ຄຸນງາມຄວາມດີຂອງເຈົ້າຊີວິດຮຸ່ງ

ຊາວຕ່າງປະເທດຢູ່ ປະເທດລາວ ຈົດຈຳໄວ້ຄຸນງາມຄວາມດີຂອງເຈົ້າຊີວິດຮຸ່ງ

ຍສໝ - ຕາມ​ນັກ​ຂ່າວ​ຈາກ​ສຳນັກ​ຂ່າວສານ​ຫວຽດນາມ​ປະຈຳ​ລາວ, ຕອນ​ເຊົ້າ​ວັນ​ທີ 18 ​ເມສາ​ນີ້, ສະມາຄົມ​ຊາວ​ຫວຽດນາມ​ປະຈຳ​ລາວ​ໄດ້​ສົມທົບ​ກັບ​ສະມາຄົມ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ນະຄອນຫຼວງ​ວຽງ​ຈັນ​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງເຈົ້າ​ຊີວິດຮຸ່ງ ​ປີ 2024 ຢ່າງ​ສົມ​ກຽດ.

ນັກສຶກສາ ດານັງ ຝຶກງານ ແລະ ພົບປະແລກປ່ຽນຢູ່ ມະຫາວິທະຍາໄລພະບໍລົມວົງສານຸວົງ ອຸດອນທານີ (ປະເທດໄທ)

ນັກສຶກສາ ດານັງ ຝຶກງານ ແລະ ພົບປະແລກປ່ຽນຢູ່ ມະຫາວິທະຍາໄລພະບໍລົມວົງສານຸວົງ ອຸດອນທານີ (ປະເທດໄທ)

ຍສໝ - ນັບແຕ່ວັນທີ 25 ມີນາ ຫາ ວັນທີ 22 ເມສາ 2024, ຄະນະນັກສຶກສາຈາກມະຫາວິທະຍາໄລພາສາຕ່າງປະເທດ ດານັງ ໄດ້ເຂົ້າຮ່ວມການຝຶກງານ ແລະ ພົບປະແລກປ່ຽນຢູ່ສູນຫວຽດນາມວິທະຍາ ຢູ່ມະຫາວິທະຍາໄລພະບໍລົມວົງສານຸວົງ ອຸດອນທານີ (ມະຫາວິທະຍາໄລ ຣາດຊະພັດ ອຸດອນທານີ) ໃນຂອບເຂດໂຄງການຮ່ວມມືລະຫວ່າງ ມະຫາວິທະຍາໄລພາສາຕ່າງປະເທດ ດານັງ ແລະ ມະຫາວິທະຍາໄລພະບໍລົມວົງສານຸວົງ ອຸດອນທານີ.

ຊາວຫວຽດນາມຢູ່ລາວ ເຊື່ອໝັ້ນໃນແງ່ຫວັງຂອງອະສັງຫາລິມະຊັບຫວຽດນາມ

ຊາວຫວຽດນາມຢູ່ລາວ ເຊື່ອໝັ້ນໃນແງ່ຫວັງຂອງອະສັງຫາລິມະຊັບຫວຽດນາມ

ຍສໝ - “ການ​ທີ່​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ມີ​ສິດ​ເປັນ​ເຈົ້າ​ຂອງ​ອະສັງຫາລິມະ​ຊັບ​ຢູ່​ຫວຽດນາມ ​ໂດຍ​ບໍ່​ຈຳກັດ​ປະລິມານ​ຈະ​ຊຸກຍູ້​ໃຫ້​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ກັບ​ຄືນ​ເມືອ​ບ້ານ​ລົງທຶນ​ດຳ​ເນີນ​ທຸລະ​ກິດ​ອະສັງຫາລິມະ​ຊັບ, ສ້າງ​ແຫຼ່ງ​ເງິນ​ສົດ​ຈາກ​ຕ່າງປະ​ເທດ​ມາ​ຫວຽດນາມ. ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ຫວຽດນາມ, ນັ້ນ​ແມ່ນ​ຄວາມ​ຮູ້ສຶກ​ຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ລາວ ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວທີ່​ນະຄອນຫຼວງ​ວຽງ​ຈັນ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ສະບັບ​ປັບປຸງ​ທີ່​ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາ​ຢ່າງ​ເປັນ​ທາງ​ການ​ໃນ​ຕົ້ນ​ປີ​ນີ້.

|< < 1 2 3 4 5 > >|
ເຫດການ
302 Found

Found

The document has moved here.