ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ໄປຖະຫວາຍທູບທຽນ ເພື່ອອາໄລຫາປະທານ ໂຮ່ຈີມິນ

19:06 | 17/05/2024

ຍສໝ - ຕອນ​ບ່າຍ​ວັນ​ທີ 16 ພຶດສະພາ, ຢູ່​ເຂດ​ອະນຸສອນ​ສະຖານປະທານ ​ໂຮ່ຈີ​ມິນ ຢູ່ບ້ານ ​ຊຽງ​ວາງ, ​ເມືອງ ໜອງບົກ, ​ແຂວງ​ ​ຄຳ​ມ່ວນ, ພາກ​ກາງ​ລາວ ​ໄດ້ດຳເນີນພິທີຖະຫວາຍທູບທຽນ ເພື່ອສະເຫຼີມສະຫຼອງ 134 ປີແຫ່ງວັນຄ້າຍວັນເກີດຂອງ​ປະທານ ​ໂຮ່ຈິ​ມິນ (ວັນ​ທີ 19 ພຶດສະພາ 1890 – 19 ພຶດສະພາ 2024) ເພື່ອລະນຶກເຖິງຄຸນງາມຄວາມດີຂອງປະທານ ​ໂຮ່ຈິ​ມິນ ທີ່ມີຕໍ່ປະຊາຊົນ ແລະ ປະເທດຊາດລະຫວາ່ງ ຫວຽດນາມ - ລາວ.

ບຸນວັນເພັງເດືອນຈຽງຢູ່ວັດເຟິດຕິກ ຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ບຸນວັນເພັງເດືອນຈຽງຢູ່ວັດເຟິດຕິກ ຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ
ປະຊາຄົມຊາວຫວຽດນາມ ຢູ່ ເຢຍລະມັນ ຮັກສາດົນຕີພື້ນເມືອງຂອງຊາດ ປະຊາຄົມຊາວຫວຽດນາມ ຢູ່ ເຢຍລະມັນ ຮັກສາດົນຕີພື້ນເມືອງຂອງຊາດ

ໂດຍ​ເຂົ້າ​ຮ່ວມ​ເຫດການ ມີ​ຜູ້ຕາງໜ້າ​ສະຖານທູດ ຫວຽດນາມ ປະຈຳ ລາວ; ຜູ້ຕາງໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ແຂວງສະຫວັນນະເຂດ; ຜູ້ຕາງໜ້າອຳນາດການປົກຄອງແຂວງ ຄໍາມ່ວນ; ຜູ້ຕາງໜ້າສະມາຄົມໃຫຍ່ຊາວຫວຽດນາມ ອາໄສຢູ່ລາວ; ບັນດາອົງການອ້ອມຂ້າງສະຖານທູດ ຫວຽດນາມ ປະຈໍາ ລາວ; ພ້ອມກັນກັບຊາວ​ຫວຽດນາມ ທີ່ພວມດຳ​ເນີນ​ທຸລະ​ກິດ ​ແລະ ດຳລົງ​ຊີວິດ​ຢູ່​ຫຼາຍ​ແຂວງ, ນະຄອນ​ຂອງ​ລາວ ​ເປັນ​ຈຳນວນ​ຫຼວງ​ຫຼາຍ...

ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ໄປຖະຫວາຍທູບທຽນ ເພື່ອອາໄລຫາປະທານ ໂຮ່ຈີມິນ

ທ່ານ ຫງວຽນ​ວັນ​ຮຸ່ງ, ປະ​ທານ​ສະມາຄົມໃຫຍ່ຊາວຫວຽດ​ນາມ ອາໄສຢູ່​ລາວ ໄດ້​ຖະ​ຫວາຍ​ທູບ​ທຽນ, ດອກ​ໄມ້ເພື່ອ​ລະ​ນຶກ, ສະ​ແດງ​ຄວາມ​ຮູ້ບຸນຄຸນ ແລະ ​ເຄົາລົບ​ນັບຖື​ຢ່າງເລິກເຊິ່ງຕໍ່​ປະທານ ​ໂຮ່ຈີ​ມິນ. ພາບ: ຟ້າມກຽນ/TTXVN

​ໃນ​ບັນຍາກາດ​ອັນ​ສະຫງ່າ​, ບັນດາຄະນະ​ຜູ້​ແທນ ​ໄດ້​​​ໄປຖະຫວາຍດອກໄມ້, ທູບທຽນ ເພື່ອ​ອາໄລຫາ, ສະ​ແດງ​ຄວາມ​ຮູ້ບຸນຄຸນ ແລະ ​ເຄົາລົບ​ນັບຖື​ຢ່າງເລິກເຊິ່ງຕໍ່​ປະທານ ​ໂຮ່ຈີ​ມິນ ທີ່ຍິ່ງໃຫຍ່.

​ໃນ​ຂະ​ນະ​ທີ່ທັງຈັດບັນດາເຂົ້ົ້າໜົມປ່ານ​ທີ່​ຍັງ​ຮ້ອນຂຶ້ນ​ເທິງ​​ແທ່ນ​ບູຊາ​ ລຸງ​ໂຮ່ ຢ່າງລະມັດລະວັງ, ນາງ ຫງວຽນ​ທິ​ຮ່າ, ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ ທີ່​ເກີດ ​ແລະ ​ເຕີບ​ໃຫຍ່​ຢູ່​ບ້ານ ​ຊຽງ​ວາງ, ​ເມືອງ​ ໜອງ​ບົກ, ​ແຂວງ​ ຄຳ​ມ່ວນ ໄດ້​ແບ່ງປັນ​ວ່າ ​ປີໃດກໍເຊັ່ນກັນ, ໃນໂອກາດນີ້ ​ນາງກໍຟ້າວຟັ່ງຂະຫຍັນພຽນໃນ​ການ​ກະກຽມ​ຫໍ່ບັນດາເຂົ້ົ້າໜົມປ່ານດ້ວຍຕົນເອງ ທີ່ມີ​ລົດ​ຊາດ​ບ້ານ​ເກີດ​ເມືອງ​ນອນ ​ແລະ ກະກຽມ​ທູບ​ທຽນ, ດອກ​ໄມ້, ໝາກ​ໄມ້​ສົດ​ ເພື່ອ​ນຳ​ໄປ​ຍັງ​ເຂດ​ຮ່ອງຮອຍຊຽງ​ວາງ ​ເພື່ອໄປຖະຫວາຍ​ໃຫ້ ​ລຸງ​ໂຮ່ ທີ່​ຮັກ​ແພງ.

ຕາມ​ນາງ ຮ່າ, ນີ້​ແມ່ນ​ສິ່ງ​ທີ່​ປະຊາຊົນ​ບ້ານ​ ຊຽງ​ວາງ​ ເວົ້າ​ລວມ ແລະ ນາງເອງ ເວົ້າ​ສະເພາະ, ໃນ​ທຸກໆ​ປີ ກໍ່ເຮັດ​ເພື່ອສະແດງຄວາມຮູ້ບຸນຄຸນ, ຄຸນງາມຄວາມດີອັນໃຫຍ່ຫຼວງຕໍ່ ລຸງ​ໂຮ່ ທີ່​ໄດ້​ເສຍສະຫຼະ​ຊີວິດ​ເພື່ອ​ເອກະລາດ ​ແລະ ​ເສລີ​ພາບຂອງປະເທດຊາດ.

ດ້ວຍ​ຄວາມ​ຮູ້ສຶກ​ຕື້ນຕັນໃຈ ​ຈູດ​ທູບ​ທຽນປັກຢູ່ແທ່ນ​ບູຊາ​​ປະທານ ​ໂຮ່ຈີ​ມິນ ຢູ່​ເຂດອະນຸສາວະລີ; ທ່ານ​ນາງ ຮວ່າງ​ທິຮວາ, ຊາວ​ຫວຽດນາມ ອາ​ໄສ​ຢູ່​ນະຄອນຫຼວງ​ວຽງ​ຈັນ ​ໃຫ້​ຮູ້​ວ່າ ​ໃນ​ແຕ່ລະ​ປີ, ​ໃນວັນຄ້າຍ​ວັນ​​ເກີດ​ຂອງ​ ລຸງ​ໂຮ່, ທ່ານນາງ ກໍ່ໄດ້​ເດີນທາງ​ໄປຫ່າງ​ຈາກ​ນະຄອນຫຼວງ​ວຽງ​ຈັນ 400 ກວ່າ​ກິ​ໂລ​ແມັດ ​ໄປ​ຍັງ​ເຂດອະນຸສອນ​ສະຖານ​ ລຸງ​ໂຮ່ ເພື່ອພ້ອມກັນກັບຊາວ​ຫວຽດນາມ ອາ​ໄສ​ຢູ່​ລາວ ​ໄດ້​ຖະຫວາຍ​ທູບ​ທຽນ, ດອກໄມ້​ເພື່ອ​ລະນຶກ​ເຖິງຄຸນງາມຄວາມດີຂອງ​ປະທານ ​ໂຮ່ຈີ​ມິນ, ຜູ້ເປັນພໍ່ທີ່​ເຖົ້າແກ່​ຂອງ​ປະ​ເທດ​ຊາດ. ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ລູກ​ຫຼານ​ຄື​ນາງ ​ທີ່​ດຳລົງ​ຊີວິດ​ຢູ່​ຫ່າງ​ໄກ​ຈາກ​ພໍ່​ແມ່ ​ໄດ້​ລາຍງານຜົນງານ​ໃຫ້ ​ລຸງ​ໂຮ່, ໃຫ້ຄຳໝັ້ນສັນຍາກັບ ລຸງ​ໂຮ່ ​ຈະ​ສືບ​ຕໍ່​ມານະ​ພະຍາຍາມສູ້ຊົນ​ບືນຂຶ້ນໃນການ​ຮ່ຳຮຽນ ​ແລະ ວຽກ​ງານ.

ພາຍຫຼັງ​ພິທີ​ຖະຫວາຍ​ທູບ​ທຽນ, ບັນດາ​ຜູ້​ແທນ ພ້ອມກັນກັບຍາດຕິ​ພີ່ນ້ອງ​ໄດ້​ໄປ​ຢ້ຽມຢາມ​ຫ້ອງ​ມູນເຊື້ອ​ຢູ່​ເຂດ​ອະນຸສອນ​ສະຖານ ​ເພື່ອ​ທວນຄືນບັນດາ​ການ​ປະກອບສ່ວນ​ອັນ​ລ້ຳ​ຄ່າ​ຂອງ​ປະທານ ​ໂຮ່ຈີ​ມິນ - ຜູ້ເປັນພໍ່ທີ່​ເຖົ້າແກ່ຂອງ​ປະ​ເທດ​ຊາດ, ບຸລຸດວັດທະນະທຳຜູ້ມີຊື່ສຽງໃນ​ໂລກ - ໄດ້ມີຜົນງານໃນ​ການ​ປົດ​ປ່ອຍຊາດ​ຫວຽດນາມ ແລະ ແມ່ນ​ຜູ້​ທີ່​ໄດ້​ວາງ​ຮາກ​ຖານ​ໃຫ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່​ລະ​ຫວ່າງ​ຫວຽດ​ນາມ - ລາວ.

ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ໄປຖະຫວາຍທູບທຽນ ເພື່ອອາໄລຫາປະທານ ໂຮ່ຈີມິນ

ບັນດາ​ຜູ້​ແທນ​ຂອງ​ສອງ​ປະ​ເທດ ​ແລະ ປະຊາ​ຄົມ​ຊາວ​ຫວຽດນາມ ທີ່ດຳລົງຊີວິດ ແລະ ​ດຳ​ເນີນ​ທຸລະ​ກິດ​ຢູ່​ລາວ ​ໄດ້​ຖະຫວາຍ​ດອກໄມ້, ທູບ​ທຽນ ​ເພື່ອອາໄລຫາ, ສະ​ແດງ​ຄວາມ​ຮູ້ບຸນຄຸນ ແລະ ​ເຄົາລົບ​ນັບຖື​ຢ່າງເລິກເຊິ່ງຕໍ່​ປະທານ ​ໂຮ່ຈີ​ມິນ. ພາບ: ຟ້າມກຽນ/TTXVN

ເຂດອະນຸສອນສະຖານປະທານ ໂຮ່ຈີມິນ ຢູ່ບ້ານ ຊຽງ​ວາງ, ເມືອງ ໜອງບົກ, ແຂວງ ຄຳມ່ວນ, ແມ່ນໂຄງການຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ຫວຽດນາມ - ລາວ; ສະ​ຖານ​ທີ່ເປັນ​ເຄື່ອງຫມາຍບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ປະ​ທານ ​ໂຮ່​ຈິ​ມິນ ແລະ ການ​ພົວ​ພັນ​ແບບ​ພິ​ເສດ​ລະ​ຫວ່າງ​ ຫວຽດ​ນາມ - ລາວ, ເພື່ອ​ເຜີຍແຜ່ສຶກ​ສາໃຫ້ລຸ້ນຫນຸ່ມໃນມື້ນີ້ ແລະ ອະນາຄົດ. ນີ້ຍັງເປັນແຫຼ່ງທ່ອງທ່ຽວທີ່ເຄົາລົບນັບຖື, ມີຄວາມໝາຍສຳຄັນທາງດ້ານປະຫວັດສາດ, ວັດທະນະທຳຂອງແຂວງຄໍາມ່ວນ ເວົ້າສະເພາະ ແລະ ປະເທດລາວ ເວົ້າລວມ.

ກິດຈະການດັ່ງກ່າວ ໄດ້ສ້າງຂຶ້ນບົນຂອບເຂດເນື້ອທີ່ກວ່າ 1,5 ເຮັກຕາ, ໂດຍໄດ້ຈັດຕັ້ງປະຕິບັດຈາກແຫຼ່ງທຶນງົບປະມານຂອງລັດຖະບານລາວ ແລະ ທຶນຊ່ວຍເຫຼືອລ້າຂອງລັດຖະບານຫວຽດນາມ. ກິດຈະການ ​ໄດ້​ເປີດແຕ່​ວັນ​ທີ 7 ທັນ​ວາ 2012.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.