ອົງການຈັດຕັ້ງກອງປະຊຸມແນະນຳກຳລັງບົ່ມຊ້ອນຂອງທ້ອງຕະຫຼາດຫຼັກຊັບ ຫວຽດນາມ ຢູ່ ສິງກະໂປ

12:03 | 11/05/2024

ຍສໝ - ຄະນະ​ກຳມະການ​ຫຼັກ​ຊັບ​ແຫ່ງ​ລັດ ຫວັງ​ວ່າ​ ຈະ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ອົງການ​ຄຸ້ມຄອງເງິນຕາ ສິງກະ​ໂປ ​ເພື່ອ​ຈັດ​ຕັ້ງ​ສຳ​ເລັດ​ກອງ​ປະຊຸມ​ ​ແລະ ບັນດາຄວາມເຫັນເພື່ອ​ປະ​ກອບ​ສ່ວນ​​ໃນ​ການ​ພັດ​ທະ​ນາ​ທ້ອງຕະ​ຫຼາດ​ຫຼັກ​ຊັບ ​ຫວຽດ​ນາມ.

ຫວຽດນາມ - ສິງກະໂປ  ເພີ່ມທະວີຮ່ວມມືເຊື່ອມຕໍ່ເສດຖະກິດ ຫວຽດນາມ - ສິງກະໂປ ເພີ່ມທະວີຮ່ວມມືເຊື່ອມຕໍ່ເສດຖະກິດ
ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ສິງກະໂປ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ສິງກະໂປ

ທ່ານປະ​ທານ​ຄະ​ນະ​ກຳມະການ​ຫຼັກ​ຊັບ​ແຫ່ງ​ລັດ ນາງ ຫວູ​ທິ​ເຈີ່ນ​ເຟືອງ ໃຫ້​ຮູ້​ວ່າ ໃນ​ເດືອນ​ກໍ​ລະ​ກົດ, ກະ​ຊວງ​ການ​ເງິນ ຈະ​ເປັນ​ປະ​ທານ​ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ​ຢູ່ ສິງ​ກະ​ໂປ ເພື່ອ​ແນະ​ນຳບັນດາ​ແງ່​ຫວັງ​ຂອງ​ທ້ອງຕະ​ຫຼາດ​ຫຼັກ​ຊັບ​ ຫວຽດ​ນາມ.

ອົງການຈັດຕັ້ງກອງປະຊຸມແນະນຳກຳລັງບົ່ມຊ້ອນຂອງທ້ອງຕະຫຼາດຫຼັກຊັບ ຫວຽດນາມ ຢູ່ ສິງກະໂປ

ອົງການຄຸຸ້ມຄອງເງິນຕາ ສິງກະໂປ ໄດ້​ຕີ​ລາ​ຄາ​ສູງ​ບັນ​ດາ​ນະ​ໂຍ​ບາຍ​ທີ່​ບັນ​ດາ​ອົງ​ການ​ຄຸ້ມ​ຄອງ​ ຫວຽດ​ນາມ ໄດ້ຜັນຂະຫຍາຍ​ໃນ​ໄລ​ຍະ​ຜ່ານ​ມາ ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ຍົກ​ອັນດັບທ້ອງຕະຫຼາດ​ຫຼັກ​ຊັບ​ຫວຽດ​ນາມ ໂດຍ​ໄວ. (ພາບ: ຫວຽດນາມ+).

ຂໍ້ມູນຂ້າງເທິງນີ້ ໂໍດຍການນຳແບ່ງປັນທີ່ການເຮັດວຽກກັບ ທ່ານນາງ Abigail Ng, ຜູ້ອໍານວຍການຝ່າຍບໍລິຫານຂັ້ນສູງຂຶ້ນກັບຄະນະນະໂຍບາຍທ້ອງຕະຫຼາດ ແລະ ຜູ້ບໍລິໂພກ, ອົງການຄຸຸ້ນຄອງເງິນຕາ ສິງກະໂປ (MAS), ພ້ອມກັນກັບ ຜູ້ຕາງໜ້າຈຳນວນໜຶ່ງຂອງ MAS ແລະ ພະແນກທຸລະກຳ​ຫຼັກ​ຊັບ ສິງກະໂປ (SGX) ໃນວັນທີ 9 ພຶດສະພາ.

ທ່ານ ບຸ່ຍ​ຮວ່າງ​ຫາຍ ​ໄດ້​ເຂົ້າ​ຮ່ວມ, ຕິດ​ພັນ​ກັບທ້ອງ​ຕະຫຼາດ​ຫຼັກ​ຊັບ​ນັບ​ແຕ່ເວລາຕົ້ນ​ມາ​ຮອດ​ປະຈຸ​ບັນ, ເຄີຍຮັບຫຼາຍ​ຕຳ​ແໜ່​ງຢູ່​ຄະນະກຳມະການ​ຫຼັກ​ຊັບ​ແຫ່ງ​ລັດ, ນັບແຕ່ວຽກ​ງານ​ວິຊາ​ສະ​ເພາະ​ເຖິງ​ວຽກ​ງານ​ຄຸ້ມ​ຄອງ, ການ​ນຳ.

ໂດຍແບ່ງປັນກັບຜູ້ຕາງໜ້າອົງການເງິນຕາ ສິງກະໂປ, ການນຳຂອງຄະນະກຳມະການຫຼັກຊັບແຫ່ງລັດ ໄດ້ແຈ້ງກ່ຽວກັບໝາກຜົນທີ່ບັນລຸໄດ້ຂອງທ້ອງຕະຫຼາດຫຼັກຊັບ ຫວຽດນາມ ໃນໄລຍະມໍ່ໆມານີ້ ແລະ ທິດທາງພັດທະນາ, ມຸ່ງໄປສູ່ຂະບວນວິວັດຍົກອັນ​ດັບທ້ອງຕະຫຼາດໃນໄລຍະຈະມາເຖິງ.

ທ່ານນາງ ຫວູ​ທິ​ເຈີ່ນ​ເຟືອງ ປາດ​ຖະໜາ​ວ່າ ຈະ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ອົງການ​ຄຸຸ້ນຄອງເງິນຕາ ສິງກະ​ໂປ ​ເພື່ອ​ຈັດ​ຕັ້ງ​ກອງ​ປະຊຸມຢ່າງ​ສຳ​ເລັດ​ຜົນ ​ແລະ ພ້ອມ​ແລ້ວ​ທີ່​ຈະ​ຮັບ​ຟັງ​ຄຳ​ເຫັນ​ຈາກ​ບັນດາ​ນັກ​ຊ່ຽວຊານ, ອົງການ​ຈັດ​ຕັ້ງ, ນັກ​ລົງທຶນ​ຕ່າງປະ​ເທດ ​ເພື່ອ​ນັບມື້ນັບເຮັດໃຫ້ບັນດາ​ລະບຽບ​ການພັດທະນາ​ທ້ອງຕະຫຼາດ​​ຫຼັກ​ຊັບ ຫວຽດນາມສຳເລັດກ່ວາອີກ.

ທ່ານ​ນາງ Abigail Ng, ຜູ້ອໍານວຍການຝ່າຍບໍລິຫານຂັ້ນສູງຂຶ້ນກັບຄະນະນະໂຍບາຍທ້ອງຕະຫຼາດ ແລະ ຜູ້ບໍລິໂພກ, ອົງການຄຸຸ້ນຄອງເງິນຕາ ສິງກະໂປ ໄດ້​ຕີ​ລາ​ຄາ​ສູງ​ບັນ​ດາ​ນະ​ໂຍ​ບາຍ​ທີ່​ບັນ​ດາ​ອົງ​ການ​ຄຸ້ມ​ຄອງ​ ຫວຽດ​ນາມ ໄດ້ຜັນຂະຫຍາຍ​ໃນ​ໄລ​ຍະ​ຜ່ານ​ມາ ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ຍົກ​ອັນດັບທ້ອງຕະຫຼາດ​ຫຼັກ​ຊັບ​ຫວຽດ​ນາມ ໂດຍ​ໄວ.

ທ່ານ​ນາງ Abigail Ng ​ເນັ້ນ​ໜັກ​ວ່າ MAS ​ແລະ SGX ຍາມ​ໃດ​ກໍ່​ພ້ອມ​ແລ້ວ​ທີ່​ ຈະ​ໜູນ​ຊ່ວຍ, ແບ່ງປັນ​ປະສົບ​ການ​ໃນ​ການ​ຄຸ້ມ​ຄອງທ້ອງ​ຕະຫຼາດ​ຫຼັກ​ຊັບໃຫ້ແກ່ຄະນະ​ກຳມະການ​ຫຼັກ​ຊັບ​ແຫ່ງ​ລັດ, ບັນດາພະແນກທຸລະກຳ​ຫຼັກ​ຊັບ ຫວຽດນາມ.

ບົນ​ພື້ນຖານ​ນັ້ນ, ທ່ານນາງ Abigail Ng ປາດ​ຖະໜາ​ວ່າ 2 ຝ່າຍ​ ຈະ​ເພີ່ມ​ທະວີ​ການ​ພົວພັນຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ ​ແລະ MAS ຈະ​ໜູນ​ຊ່ວຍ​ການ​ເຊື່ອມຕໍ່, ແນະນຳ​ຂໍ້​ມູນ​ກ່ຽວ​ກັບທ້ອງ​ຕະຫຼາດ​ຫຼັກ​ຊັບ ຫວຽດນາມ ກັບ​ບັນດາ​ຄູ່​ຮ່ວມ​ມື, ວິ​ສາ​ຫະກິດຢູ່ ສິງກະ​ໂປ. ຕາມ​ນັ້ນ​ແລ້ວ, ຜູ້ຕາງໜ້າ​ອົງການ​ຄຸຸ້ມຄອງເງິນຕາ ສິງກະ​ໂປ ກໍ່​ຫວັງ​ວ່າ​ກອງ​ປະຊຸມ​ສົ່ງ​ເສີມ​ການ​ລົງທຶນ​ຂອງ ​ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ​ ​ຈະ​ປະສົບ​ຜົນສຳ​ເລັດອັນດີງາມ, ດຶງ​ດູດ​ນັກ​ລົງທຶນ​ເຂົ້າ​ທ້ອງຕະຫຼາດ​ຫຼັກ​ຊັບ ຫວຽດນາມ ​ເປັນ​ຈຳນວນ​ຫຼວງ​ຫຼາຍ.

ພາຍຫຼັງ​ການ​ພົບ​ປະ​, ບັນດາໜ່ວຍ​ງານວິຊາສະເພາະຂອງ​ຄະນະ​ກຳມະການ​ຫຼັກ​ຊັບ​ແຫ່ງ​ລັດ​ ແລະ ຄະນະ​ປະຕິບັດ​ງານ MAS ​ແລະ SGX ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ນະ​ໂຍບາຍ​ພັດທະນາ​ທ້ອງ​ຕະຫຼາດ​ຫຼັກ​ຊັບ, ບັນດາເນື້ອ​ໃນ​ທີ່​ກ່ຽວຂ້ອງ​ເຖິງ​ການ​ບໍ່ລົງນາມກອງທຶນກ່ອນທຸລະກຳ, ຄູ່ຮ່ວມມືຊົດເຊີຍສູນກາງ (CCP) ແລະ ຊຳລະຊົດເຊີຍ.

ມິງດຶກ

ທ່ານອາດຈະມັກ

ເຫດການ
ອ່ານຫຼາຍທີ່ສຸດ
302 Found

Found

The document has moved here.