ປຶ້ມພາສາ ຫວຽດນາມ - ຂອງຂວັນທີ່ແທດຈິງໃຫ້ແກ່ຊາວ ຫວຽດນາມ ອາໄສຢູ່ ສ.ເກົາຫຼີ.

07:15 | 14/05/2024

ຍສໝ - ເນື່ອງໃນໂອກາດການໄປປະຕິບັດງານຢູ່ ສ.​ເກົາຫຼີ, ທ່ານ ຫວູວັນ​ຮວ່ານ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ໂຮ່ຈີ​ມິນ ​ໄດ້​ນຳ​ໜ້າ​ຄະນະ​ປະຕິບັດງານ​ໄປ​ຢ້ຽມຢາມ, ​ພົບ​ປະ​ແລກປ່ຽນ ​ແລະ ມອບ​ຕູ້​ປຶ້ມ​ພາສາ ​ຫວຽດນາມ ​ໃຫ້​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ສ.​ເກົາຫຼີ.

ສະເໜີການສ້າງຕັ້ງສູນວັດທະນະທຳ ຫວຽດນາມ ຢູ່ ສ.ເກົາຫຼີ ສະເໜີການສ້າງຕັ້ງສູນວັດທະນະທຳ ຫວຽດນາມ ຢູ່ ສ.ເກົາຫຼີ
ສ.ເກົາຫຼີ ຖື ຫວຽດນາມ ເປັນທິດບຸລິມະສິດໃນບັນດາການພົວພັນຕ່າງປະເທດ ສ.ເກົາຫຼີ ຖື ຫວຽດນາມ ເປັນທິດບຸລິມະສິດໃນບັນດາການພົວພັນຕ່າງປະເທດ

ຕອນ​ເຊົ້າ​ວັນ​ທີ 12 ພຶດສະພາ, ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ໂຮ່ຈີມິນ ຫວໍວັນ​ຮວານ ພ້ອມກັບຄະນະ ໄດ້ມີການເຂົ້າຢ້ຽມຂ່ຳນັບ ແລະ ເຮັດວຽກກັບ ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ຫວູໂຮ່ ດ້ວຍເປົ້າໝາຍຍົກສູງປະສິດທິຜົນ, ເຮັດໃຫ້ການພົວພັນຕ່າງປະເທດຂອງນະຄອນ ກັບບັນດາທ້ອງຖິ່ນຈຸດສຸມຂອງ ສ.ເກົາຫຼີ ເລິກເຊິ່ງກວ່າອີກ, ໃນສະພາບການທີ່ມີການປ່ຽນແປງຢ່າງເລິກເຊິ່ງຂອງສະ​ພາບ​ການ​ພາກ​ພື້ນ, ສາ​ກົນ, ຊ່ວຍ​ເປີດກ້ວາງ​ພື້ນ​ທີ່ພັດ​ທະ​ນາ, ຊອກ​ຫາາກຳລັງຜັກດັນໃໝ່ໃຫ້ການ​ເຕີບ​ໂຕ​ເສດ​ຖະ​ກິດ ແລະ ຍົກ​ສູງ​ທີ່​ຕັ້ງ​ສາ​ກົນ​ຂອງ​ທ້ອງ​ຖິ່ນ.

ປຶ້ມພາສາ ຫວຽດນາມ - ຂອງຂວັນທີ່ແທດຈິງໃຫ້ແກ່ຊາວ ຫວຽດນາມ ອາໄສຢູ່ ສ.ເກົາຫຼີ.

ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ໂຮ່ຈີມິນ ຫວໍວັນ​ຮວານ ໄດ້​ມອບຕູ້ປຶ້ມພາສາ ຫວຽດນາມ ໃຫ້​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ສ.​ເກົາຫຼີ. (ທີ່ມາ: ຄະນະ​ກຳມະການຊາວຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດນະຄອນ ​ໂຮ່ຈິ​ມິນ)

ການໄປປະຕິບັດງານຄັ້ງນີ້ ແມ່ນເພື່ອສະແດງໃຫ້ເຫັນເຖິງຄວາມຮັກແພງ, ຄວາມສົນໃຈຂອງຜູ້ນຳນະຄອນທີ່ມີຕໍ່ປະຊາຄົມຊາວຫວຽດນາມ ຢູ່ ສ.ເກົາຫຼີ, ຜ່ານນັ້ນ ກໍ່ໄດ້ຊອກຮູ້ກ່ຽວກັບຊີວິດ, ຮັບຟັງແນວຄວາມຄິດ, ຄວາມມຸ່ງມາດປາດຖະໜາຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ທີ່ພວມດຳລົງ ແລະ ເຮັດວຽກຢູ່ໃນບໍລິເວນ.

ກໍ່ມື້​ດຽວ​ກັນ, ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ໂຮ່ຈີມິນ ແລະ ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ກໍໄດ້ເປັນປະທານຈັດຕັ້ງໂຄງການ “ພົບປະ, ແລກປ່ຽນກັບປະຊາຄົມຊາວ ຫວຽດນາມ ຢູ່ ສ.ເກົາຫຼີ”.

ຢູ່​ທີ່​ນີ້, ທ່ານ​ຮອງ​​ປະ​ເທດຄະນະ​ກຳມະການ​ປະຊາຊົນ​ນະຄອນ ໂຮ່ຈີມິນ ຫວໍວັນ​ຮວານ ໃຫ້​ຮູ້​ວ່າ ຈະ​ມອບ​ໝາຍ​ໃຫ້​ຄະນະ​ກຳມະການຊາວຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດນະຄອນ ​ໂຮ່ຈິ​ມິນ ສົມທົບ​ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ ສ.​ເກົາຫຼີ ສືບ​ຕໍ່​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ພົບປະແລກປ່ຽນ, ການເຊື່ອມ​ໂຍງ​ຢ່າງ​ລະອຽດ ທີ່ມີຄວາມ​ໝາຍຫຼາຍຢ່າງ, ບໍ່​ພຽງ​ແຕ່ເພື່ອການ​ພັດທະນາ​ຂອງຕົວ​ເມືອງ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ຄວາມ​ຕ້ອງການ​ຂອງ​ປະຊາ​ຄົມ​ປັນຍາ​ຊົນ, ວິສາຫະກິດ, ນັກ​ສຶກສາ​ຢູ່​ຕ່າງປະ​ເທດອີກດ້ວຍ.

​ໃນ​ໂອກາດ​ນີ້, ບັນດາ​ການ​ນຳນະຄອນ ໂຮ່ຈີ​ມິນ ​ໄດ້​ມອບ​​ຕູ້ປຶ້ມ​ພາສາ ​ຫວຽດນາມ ໃຫ້​ສະມາຄົມ​ໃຫຍ່​ຊາວ​ຫວຽດນາມ ຢູ່ ສ.​ເກົາຫຼີ ​ເພື່ອ​ຕອບ​ສະໜອງ​ໂຄງການ “ວັນ​ເຊີດຊູ​ພາສາ ​ຫວຽດນາມ ໃນປະຊາຄົມຊາວ​ຫວຽດນາມ ຢູ່​ຕ່າງປະ​ເທດ ​ໄລຍະ 2023 – 2030” ຂອງ​ລັດຖະບານ ຫວຽດນາມ.

ຜ່ານນັ້ນ, ການນຳນະຄອນ ກໍ່ປາດຖະໜາຢາກເຊີດຊູຄວາມອຸດົມສົມບູນ, ຄວາມງາມຂອງພາສາ ຫວຽດນາມ, ຍົກສູງຄວາມຮັບຮູ້ກ່ຽວກັບພາສາ ແລະ ວັດທະນະທຳຊາດໃຫ້ແກ່ຊາວຫວຽດນາມ ຢູ່ ສ.ເກົາຫຼີ ແລະ ເພື່ອນມິດສາກົນ, ພິເສດແມ່ນລຸ້ນໜຸ່ມ; ແຜ່ກະຈາຍຄວາມຮັກ​ພາສາ ຫວຽດ​ນາມ ຢ່າງເຂັ້ມແຂງ, ກາຍ​ເປັນ​ກຳລັງຜັກດັນ ເພື່ອ​ຊຸກ​ຍູ້​ຂະບວນການສອນ​ ແລະ ຮຽນພາ​ສາ ຫວຽດ​ນາມ ໃນ​ຊຸມ​ຊົນ; ຜ່ານນັ້ນ ກໍ່ປະກອບສ່ວນ​ປົກ​ປັກ​ຮັກສາ ​ແລະ ເສີມຂະຫຍາຍ​ເອກະລັກ​ວັດທະນະທຳ, ຮີດຄອງ​ປະ​ເພນີ​ຂອງ​ຊາດ; ວາງ​ຮາກ​ຖານ​ໃນ​ໄລຍະ​ໃໝ່​ແຫ່ງ​ການ​ພັດທະນາ​ທີ່​ຕັ້ງຂອງພາ​ສາ ຫວຽດ​ນາມ ​ໃນ​ຫຼາຍ​ຂົງ​ເຂດ.

ມິງດຶກ

ທ່ານອາດຈະມັກ

ເຫດການ
ອ່ານຫຼາຍທີ່ສຸດ
302 Found

Found

The document has moved here.