ສະມາຄົມ​ມິດຕະພາບ ໂປໂລຍ - ຫວຽດນາມ ອະນາຄົດ ໄດ້ໄປຢ້ຽມຢາມ, ໜູນຊ່ວຍຊາວ ຫວຽດນາມ ທີ່ຖືກຜົນກະທົບຈາກເຫດໄຟໄໝ້ສູນການຄ້າ

08:11 | 16/05/2024

ຍສໝ - ວັນທີ 14 ພຶດສະພາ, ຜູ້ຕາງໜ້າສະມາຄົມມິດຕະພາບ ໂປໂລຍ - ຫວຽດນາມ ອະນາຄົດ ໂດຍທ່ານສາດສະດາຈານ Tadeusz Iwinski, ປະທານສະມາຄົມເປັນນຳ​ໜ້າ​ ໄດ້ໄປສະຖານທູດ ຫວຽດນາມ ປະຈຳ ໂປໂລຍ ເພື່ອຢ້ຽມຢາມ, ແບ່ງປັນ, ລະດົມໃຈປະຊາຊົນ ຫວຽດນາມ ທີ່ຖືກຜົນກະທົບຈາກເຫດໄຟໄໝ້ສູນການຄ້າ Marywilska 44.

ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ແລະ ສະພາ​ສັນຕິພາບ​ໂລກ ສືບ​ຕໍ່​ຮ່ວມ​ມື​ເພື່ອ​ສັນຕິພາບ ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ແລະ ສະພາ​ສັນຕິພາບ​ໂລກ ສືບ​ຕໍ່​ຮ່ວມ​ມື​ເພື່ອ​ສັນຕິພາບ
ນຳ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ມິດຕະພາບ​ ຫວຽດນາມ - ຝຣັ່ງ ແຂວງ ດົ່ງ​ນາຍ ​ໃຫ້​ມີ​ປະສິດທິ​ຜົນ ແລະ ມີຄຸນ​ນະພາ​ບກ່ວາ​ອີກ ນຳ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ມິດຕະພາບ​ ຫວຽດນາມ - ຝຣັ່ງ ແຂວງ ດົ່ງ​ນາຍ ​ໃຫ້​ມີ​ປະສິດທິ​ຜົນ ແລະ ມີຄຸນ​ນະພາ​ບກ່ວາ​ອີກ

ທ່ານ ສາດສະດາຈານ Tadeusz Iwinski ໃຫ້ຮູ້ວ່າ ບັນດາສະມາຊິກຂອງສະມາຄົມມິດຕະພາບ ໂປໂລຍ - ຫວຽດນາມ ອະນາຄົດ ລ້ວນແຕ່ມີຄວາມຮັກແພງ, ຕິດພັນອັນຍາວນານກັບປະເທດຊາດ, ປະຊາຊົນ ຫວຽດນາມ, ພ້ອມທັງປາດຖະໜາຢາກປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນ 2 ປະເທດ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ.

ສະມາຄົມ​ມິດຕະພາບ ໂປໂລຍ - ຫວຽດນາມ ອະນາຄົດ ໄດ້ໄປຢ້ຽມຢາມ, ໜູນຊ່ວຍຊາວ ຫວຽດນາມ ທີ່ຖືກຜົນກະທົບຈາກເຫດໄຟໄໝ້ສູນການຄ້າ

ການນຳສະມາຄົມມິດຕະພາບ ໂປໂລຍ - ຫວຽດນາມ ອະນາຄົດ ໄດ້ມອບ​ເງິນ​ໜູນ​ຊ່ວຍ​ຊາວ ຫວຽດນາມ ທີ່ຖືກຜົນ​ເສຍ​ຫາຍ​ຍ້ອນເຫດ​ອັກ​ຄີ​ໄພ​ຢູ່​ສູນ​ການ​ຄ້າ Marywilska 44 ໂດຍຜ່ານ​ສະຖານທູດ ຫວຽດນາມ ປະຈຳ ໂປໂລຍ (ຮູບ​ພາບ: ສະຖານທູດ ຫວຽດນາມ ປະຈຳ ໂປໂລຍ)

ທ່ານ ໄດ້ສະແດງຄວາມແບ່ງປັນຕໍ່​ຄວາມ​ເສຍ​ຫາຍ, ຜົນ​ກະທົບ​ທີ່​ຊາວ ​ຫວຽດນາມ ​ຢູ່​ສູນ Marywilska ປະສົບ​ໃນ​ຊຸມ​ມື້​ມໍ່ໆ​ມາ​ນີ້, ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນຍາຈະ​ພ້ອມ​ກັບ​ສະຖານທູດ, ປະຊາຊົນ ຫວຽດນາມ ສົມທົບ​ກັບ​ບັນດາ​ອົງການທີ່ມີໜ້າທີ່ປະຈຳຖິ່ນ, ຮັບປະກັນ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ປະຊາຊົນ​ມີ​ຊີ​ວິດ​, ວຽກ​ເຮັດ​ງານ​ທໍາທີ່ເປັນປົກກະຕິໂດຍ​ໄວ​.

ຕາງໜ້າ​ໃຫ້​ສະມາຄົມ, ທ່ານ Tadeusz Iwinski ​ໄດ້​ມອບ​ເງິນ​ຈຳນວນ 5000 Zlotych, ໂດຍຜ່ານ​ສະຖານທູດໃຫ້​ແກ່​ປະຊາຊົນ ຫວຽດນາມ ທີ່ຖືກຜົນ​ເສຍ​ຫາຍ​ຍ້ອນ​ເຫດອັກ​ຄີ​ໄພ​ຢູ່​ສູນ​ການ​ຄ້າ Marywilska 44.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ​ໂປ​ໂລຍ ຮ່າຮວ່າງຫາຍ ​ໄດ້​ມອບ​ຫຼຽນກາລະນຶກ “​ເພື່ອ​ສັນຕິພາບ, ມິດຕະພາບ​ລະຫວ່າງ​ຊາດ”, ​ເຊິ່ງແມ່ນ​ລາງວັນ​ອັນ​ຄ່າສູງສົ່ງ​ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ໃຫ້​ທ່ານສາດສະດາຈານ Tadeusz Iwinski - ປະທານ​ສະມາຄົມ, ທ່ານ Piotr Gadzinowski - ຮອງ​ປະທານ​ແລະ ທ່ານ ໝາກດັງມິງ - ຮອງ​ປະທານ, ເພື່ອເຊີດຊູບັນດາ​ການ​ປະກອບສ່ວນ​ຢ່າງຕັ້ງໜ້າຂອງ​ສະມາຄົມ ​ແລະ ບັນດາບຸກຄົນ​ໃນ​ການ​ຊຸກຍູ້​ການ​ພົວພັນຮ່ວມ​ມື​ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ ຫວຽດນາມ - ​ໂປ​ໂລຍ ​ໃນ​ໄລຍະຜ່ານມາ.

ມິງດຶກ

ທ່ານອາດຈະມັກ

ເຫດການ
ອ່ານຫຼາຍທີ່ສຸດ
302 Found

Found

The document has moved here.