ຫວຽດນາມ ​ເຂົ້າ​ຮ່ວມງານຕະຫຼາດນັດຄະນະທູຕານຸທູດ​ຢູ່​ ແດນ​ມາກ

10:46 | 14/05/2024

ຍສໝ - ຫວ່າງ​ມໍ່ໆ​ມາ​ນີ້, ຢູ່​ສະໂມສອນ Gentofte, Copenhagen, ແດນມາກ ​ໄດ້ດຳເນີນງານຕະຫຼາດນັດຄະນະທູຕານຸທູດ ​ຄັ້ງ​ທີ 2 ເພື່ອສ້າງກອງ​ທຶນໜູນ​ຊ່ວຍ​​ເດັກນ້ອຍ ແດນ​ມາກ.

​ເຊື່ອມ​ຕໍ່​ວິ​ສາ​ຫະກິດ ຫວຽດນາມ - ​ແດນ​ມາກ ​ເພື່ອ​ຮ່ວມ​ມື, ຜັນຂະຫຍາຍ​ໂຄງການ​ພະລັງງານ​ທົດ​ແທນ ​ເຊື່ອມ​ຕໍ່​ວິ​ສາ​ຫະກິດ ຫວຽດນາມ - ​ແດນ​ມາກ ​ເພື່ອ​ຮ່ວມ​ມື, ຜັນຂະຫຍາຍ​ໂຄງການ​ພະລັງງານ​ທົດ​ແທນ
ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ຢູ່​ນະຄອນ ຮາຍ​ຟ່ອງ ​ເພີ່ມ​ທະວີ​ ການ​ເຂົ້າ​ຮ່ວມ​ຂອງຄົນ​ລຸ້ນໜຸ່ມ ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ຢູ່​ນະຄອນ ຮາຍ​ຟ່ອງ ​ເພີ່ມ​ທະວີ​ ການ​ເຂົ້າ​ຮ່ວມ​ຂອງຄົນ​ລຸ້ນໜຸ່ມ

ໂດຍກຸ່ມພັນລະຍາ, ສາມີຂອງເອກອັກຄະລັດຖະທູດບັນດາປະເທດໃນ Copenhagen (ASG) ຈັດຕັ້ງ, ງານຕະຫຼາດນັດແມ່ນບ່ອນເຕົ້າໂຮມບັນດາຮ້ານຂອງ 30 ປະເທດ ເພື່ອແນະນໍາເຖິງປະຊາຊົນ ແດນມາກ ແລະ ຄະນະທູຕານຸທູດຢູ Copenhagen ກ່ຽວກັບວັດທະນະທໍາ, ສິລະປະ, ອາຫານ, ການທ່ອງທ່ຽວ ກໍຄືບັນດາສິນຄ້າພິເສດ ແລະ ຜະລິດຕະພັນຫັດຖະກຳ​ພື້ນເມືອງຂອງແຕ່ລະປະເທດ.

ຫວຽດນາມ ​ເຂົ້າ​ຮ່ວມງານຕະຫຼາດນັດຄະນະທູຕານຸທູດ​ຢູ່​ ແດນ​ມາກ

ການ​ສະ​ແດງ​ຂອງ​ນັກ​ສິ​ລະ​ປິນ ຢ້ຽວລີ.

ກ່າວ​ຄຳປາໄສທີ່​ພິທີ​ເປີດ, ທ່ານ Michael Fenger, ເຈົ້າເມືອງ Gentofte ​ໄດ້​ຕີ​ລາຄາ​ສູງ​ຂໍ້​ລິ​ເລີ່​ມຂອງ ASG ​ໃນ​ການ​ຈັດ​ຕັ້ງ​ເຫດການ​ທີ່​ມີ​ຄວາມ​ໝາຍ, ທັງຊຸກຍູ້​ການ​ພົບປະ​ແລກປ່ຽນ, ຄວາມ​ເຂົ້າ​ໃຈຫຼາຍວັດທະນະທຳ, ​ແນະນຳ​ຄວາມ​ສວຍ​ງາມ, ຮີດຄອງ​ປະ​ເພນີ​ດ້ານ​ວັດທະນະທຳ, ອາຫານ, ສິລະ​ປະ​ຂອງ​ແຕ່ລະ​ປະ​ເທດ​ຕໍ່​ຊາວ​ ແດນ​ມາກ, ທັງມີ​ຄວາມ​ໝາຍທາງ​ສັງຄົມ​ຢ່າງ​ເລິກ​ເຊິ່ງ ເມື່ອ​ມຸ່ງ​ໄປ​ເຖິງ​ເດັກນ້ອຍ​ທີ່​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ໃນ​ສັງຄົມ ແດນມາກ.

ທ່ານນາງ Sofie Hugo, ຜູ້ອໍານວຍການກອງທຶນໜຸນຊ່ວຍເດັກນ້ອຍ ແດນມາກ ໄດ້ສະແດງຄວາມຮູ້ສຶກຮັກແພງ ແລະ ຄວາມຂອບໃຈຢ່າງຈິງໃຈຕໍ່ ASG ແລະ ຄະນະທູຕານຸທູດຢູ່ Copenhagen ເພາະວ່າ ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍດ້ານ​ມະນຸດສະທຳ ເມີ່ອລາຍຮັບທັງໝົດຈາກງານຕະຫຼາດນັດ ຈະໄດ້ບໍລິຈາກເພື່ອຊ່ວຍເຫຼືອເດັກນ້ອຍທີ່ຍັງປະສົບກັບຄວາມຫຍຸ້ງຍາກໃນການດຳລົງຊີວິດ.

ໂດຍແມ່ນໜຶ່ງໃນໃນ​ບັນ​ດາ​ສະ​ມາ​ຊິກ​ທີ່​ຕັ້ງ​ໜ້າ​ຂອງ​ຄະ​ນະ​ຈັດ​ຕັ້ງ​ນັບ​ແຕ່​ສະ​ໄໝ​ຕົ້ນ, ທ່ານພັນ​ລະ​ຍາ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ ຫວຽດ​ນາມ ປະ​ຈຳ ແດນ​ມາກ ນາງ ຫງວຽນ​ທິ​ທູ​ຮົ່ງ ໄດ້​ໃຊ້​ເວ​ລາ, ຄວາມ​ກະ​ຕື​ລື​ລົ້ນຫຼາຍຢ່າງ​ເຂົ້າ​ຮ່ວມວຽກງານ​ຈັດ​ຕັ້ງ​ໃນເຫດການ ກໍພ້ອມກັນກັບໝູ່ຄະນະພະນັກງານ, ພາລະ​ກອນ​ສະຖານທູດ ຫວຽດນາມ ປະຈຳ ​ແດນ​ມາກ ​ລົງທຶນ​ສ້າງ​ຮ້ານ​ວາງສະ​ແດງ ​ຫວຽດນາມ ຢ່າງລະອຽດລະອໍ, ມີ​ລັກສະນະ​ສ້າງສັນ, ທັງສະ​ແດງ​ໃຫ້​ເຫັນ​ຄວາມ​ງາມ​ທີ່ເປັນມູນເຊື້ອຂອງ 3 ພາກ​ເໜືອ, ພາກ​ກາງ ​ແລະ ພາກ​ໃຕ້, ທັງແນະນຳ​ບັນດາ​ເຍື່ອງ​ອາ​ຫານ, ຜະລິດ​ຕະພັນທີ່ເປັນເອກະລັກພິເສດຂອງ ​ຫວຽດນາມ ຕໍ່​ເພື່ອນ​ມິດ​ສາ​ກົນ​.

ທີ່​ຮ້ານວາງສະແດງ, ສະຖານທູດ ຫວຽດນາມ ປະຈຳ ​ແດນ​ມາກ ​ໄດ້​ແນະນຳບັນດາ​ເຍື່ອງ​ອາ​ຫານ​ພື້ນ​ເມືອງ​ພ້ອມ​ກັບ​ບັນດາ​ຜະລິດ​ຕະພັນ​ວັດທະນະທຳ, ຫັດຖະກຳ, ສິລະ​ປະ ແລະ ບັນດາ​ຜະລິດອື່ນໆ​ຂອງ​ ຫວຽດນາມ, ກໍຄື​ບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ ຫວຽດນາມ, ​ເຊິ່ງໄດ້​ຮັບ​ຄວາມ​ນິຍົມ ແລະ ໃຫ້ການຕ້ອນຮັບ​ຈາກ​ຊາວ ​ແດນ​ມາກ ແລະ ຄະນະທູຕານຸທູດ.

ຄຽງຄູ່ກັບການຈັດຕັ້ງຮ້ານ, ທີ່ງານຕະຫຼາດນັດ ຍັງດຳເນີນບັນດາການສະແດງສີລະປະທີ່ເປັນເອກະລັກພິເສດຂອງບັນດາປະເທດທີ່ເຂົ້າຮ່ວມ ພ້ອມທັງມີບັນດາການເຄື່ອນໄຫວເຜີຍແພ່ການທ່ອງທ່ຽວ, ຄົ້ນຫາວັດທະນະທໍາ, ປະຫວັດສາດ, ຮີດຄອງປະເພນີຂອງແຕ່ລະປະເທດ. ການ​ສະ​ແດງ​ຂອງ​ນັກ​ສິລະ​ປິນຂິມ ຢ້ຽວລີ ຊາວ​ຫວຽດນາມ ອາ​ໄສ​ຢູ່ Copenhagen ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ, ລະດົມກຳລັງໃຈທີ່ຟົດຟື້ນຈາກຜູ້​ຊົມ ​ເພາະ​ທັງ​ໄດ້​ສົມທົບ​ບັນດາ​ເນື້ອ​ໃນໝູ່ຊົນ​, ພື້ນ​ເມືອງກັບ​ຄວາມ​ສວຍ​ງາມ​ທັນ​ສະ​ໄໝ, ເຂົ້າເຖິງໄດ້ງ່າຍ.

ເຂົ້າ​ຮ່ວມ​ເຫດການ, ສະຖານທູດ ​ຫວຽດນາມ ປະຈຳ ​ແດນ​ມາກ ​ໄດ້​ກຳນົດ​ການຊຸກຍູ້​ການປະຕິບັດງານ​ດ້ານ​ການ​ທູດ​ວັດທະນະທຳ ​ແມ່ນໜຶ່ງໃນບັນດາຈຸດ​ສຸມໃນວຽກງານ ​ປີ 2024.

ນອກຈາກການເຄື່ອນໄຫວນີ້, ​ໃນ​ປີ 2024 ຍັງ​ດຳເນີນການ​ເຄື່ອນ​ໄຫວ​ແລກປ່ຽນ​ວັດທະນະທຳຢູ່ ​ແດນ​ມາກ​ ຫຼາຍ​ຢ່າງ​ເຊັ່ນ ວັນບູນຮ່ອງຮອຍບູຮານສະຖານສຳລັບ​ເດັກນ້ອຍ (ພາສາ​ຫວຽດນາມ ​ແລະ ​ແດນ​ມາກ) ຜ່ານ​ສຽງ​ເວົ້າ​ຂອງ​ທ່ານປະລິນຍາໂທ ດ້ານວັນນະຄະດີ ນາງ ຟີທູຮັ່ງ ແລະ ຮູບແຕ້ມຂອງຈິດຕະກອນ ດັ້ງ​ວັນ​ຟຸກ, ງານ​ວາງສະ​ແດງ​ຮູບ​ແຕ້ມ​ຂອງຈິດຕະກອນ ນາງ ຟານ​ທ໋າວ​ງວຽນ (​ເດືອນມີນາ - ສິງຫາ 2024), ວົງ​ດົນຕີ ຣັ໋ນກາບດວຍ ​ໄດ້​ເຂົ້າ​ຮ່ວມເຫດການ​ດົນຕີ Roskilde ​ໃນ​ທ້າຍ​ເດືອນມິຖຸນາ 2024 (Roskilde Festival ​ແມ່ນ​ໜຶ່ງ​ໃນ​ບັນດາເຫດການດົນຕີ​ໃຫຍ່ຢູ່ ເອີຣົບ).

ນອກຈາກນັ້ນ, ​ເນື່ອງ​ໃນ​ໂອກາດ​ວັນ​ຊາດ ຫວຽດນາມ, ຄາດ​ວ່າ ຈະ​ມີ​ຄະນະ​ສິລະ​ປະ​ຈຳນວນ​ໜຶ່ງ​ຈາກ ຫວຽດນາມ ໄປ ​ແດນ​ມາກ ​ເພື່ອ​ສະ​ແດງ​ດົນຕີປະສານສຽງ, ດົນຕີພື້ນເມືອງ... ເພື່ອ​ຮັບ​ໃຊ້​ມະຫາຊົນ ແດນ​ມາກ ແລະ ປະຊາ​ຄົມ​ຊາວ ຫວຽດນາມ, ​ແນໃສ່​ຊຸກຍູ້​ການພົບປະແລກປ່ຽນ​ວັດທະນະທຳ, ປະກອບສ່ວນປັບປຸງຄວາມຮັກແພງມິດຕະພາບ, ຕິດພັນ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ຮູບ​ພາບຈຳນວນໜຶ່ງ​ທີ່ເຫດການ

ຫວຽດນາມ ​ເຂົ້າ​ຮ່ວມງານຕະຫຼາດນັດຄະນະທູຕານຸທູດ​ຢູ່​ ແດນ​ມາກ

ພາບງານຕະຫຼາດນັດ

ຫວຽດນາມ ​ເຂົ້າ​ຮ່ວມງານຕະຫຼາດນັດຄະນະທູຕານຸທູດ​ຢູ່​ ແດນ​ມາກ
ຫວຽດນາມ ​ເຂົ້າ​ຮ່ວມງານຕະຫຼາດນັດຄະນະທູຕານຸທູດ​ຢູ່​ ແດນ​ມາກ
ຫວຽດນາມ ​ເຂົ້າ​ຮ່ວມງານຕະຫຼາດນັດຄະນະທູຕານຸທູດ​ຢູ່​ ແດນ​ມາກ
ຫວຽດນາມ ​ເຂົ້າ​ຮ່ວມງານຕະຫຼາດນັດຄະນະທູຕານຸທູດ​ຢູ່​ ແດນ​ມາກ

ມິງດຶກ

ທ່ານອາດຈະມັກ

ເຫດການ
ອ່ານຫຼາຍທີ່ສຸດ
302 Found

Found

The document has moved here.