ນັກສຶກສາ ດານັງ ຝຶກງານ ແລະ ພົບປະແລກປ່ຽນຢູ່ ມະຫາວິທະຍາໄລພະບໍລົມວົງສານຸວົງ ອຸດອນທານີ (ປະເທດໄທ)

07:47 | 11/04/2024

ຍສໝ - ນັບແຕ່ວັນທີ 25 ມີນາ ຫາ ວັນທີ 22 ເມສາ 2024, ຄະນະນັກສຶກສາຈາກມະຫາວິທະຍາໄລພາສາຕ່າງປະເທດ ດານັງ ໄດ້ເຂົ້າຮ່ວມການຝຶກງານ ແລະ ພົບປະແລກປ່ຽນຢູ່ສູນຫວຽດນາມວິທະຍາ ຢູ່ມະຫາວິທະຍາໄລພະບໍລົມວົງສານຸວົງ ອຸດອນທານີ (ມະຫາວິທະຍາໄລ ຣາດຊະພັດ ອຸດອນທານີ) ໃນຂອບເຂດໂຄງການຮ່ວມມືລະຫວ່າງ ມະຫາວິທະຍາໄລພາສາຕ່າງປະເທດ ດານັງ ແລະ ມະຫາວິທະຍາໄລພະບໍລົມວົງສານຸວົງ ອຸດອນທານີ.

ນັກສຶກສາ ລາວ ລົງຕົວຈິງກ່ຽວກັບການ​ດັບເພີງຢູ່ຫໍພັກ ນັກສຶກສາ ລາວ ລົງຕົວຈິງກ່ຽວກັບການ​ດັບເພີງຢູ່ຫໍພັກ
ດານັງ ຈະ​ໜູນ​ຊ່ວຍ, ສ້າງ​ທຸກ​ເງື່ອນ​ໄຂ​ໃຫ້​ບັນດາ​ວິ​ສາ​ຫະກິດ ​ແລະ ນັກ​ລົງທຶນ ຝະລັ່ງ ດານັງ ຈະ​ໜູນ​ຊ່ວຍ, ສ້າງ​ທຸກ​ເງື່ອນ​ໄຂ​ໃຫ້​ບັນດາ​ວິ​ສາ​ຫະກິດ ​ແລະ ນັກ​ລົງທຶນ ຝະລັ່ງ

ໃນຄະນະປະກອບມີ ນັກສຶກສາ ​54 ຄົນຈາກພາກວິຊາພາສາໄທ, ພາສາອັງກິດສະເພາະຂະແໜງ, ພາສາອັງກິດການຄ້າ, ການສຶກສາສາກົນວິທະຍາ, ພາສາຝຣັ່ງ ໄດ້ເຂົ້າຮ່ວມຢ່າງກະຕືລືລົ້ນໃນການເຄື່ອນໄຫວຝຶກງານຂອງສູນ.

​ໃນ​ຂະບວນການ​ຝຶກ​ງານ, ນັກ​ສຶກສາ ໄດ້ເຂົ້າ​ຮ່ວມ​ການ​ສ້າງຄັງ​ຂໍ້​ມູນ​ກ່ຽວ​ກັບ​ ຫວຽດນາມ ​ໃນບັນດາ​ຂົງ​ເຂດ​ວັດທະນະທຳ, ພາສາ, ການທ່ອງ​ທ່ຽວ... ​ ເຂົ້າ​ຮ່ວມ​ບັນດາ​ການອອກຄຳ​ເຫັນ​ເພື່ອ​ສ້າງ​ບັນດາ​ຫ້ອງ​ຮຽນ​ພາສາ​ ຫວຽດນາມ, ບັນດາລາຍການການ​ເຄື່ອນ​ໄຫວ​ປະຈຳ​ປີ​ຂອງ​ສູນ​.

ນັກສຶກສາ ດານັງ ຝຶກງານ ແລະ ພົບປະແລກປ່ຽນຢູ່ ມະຫາວິທະຍາໄລພະບໍລົມວົງສານຸວົງ ອຸດອນທານີ (ປະເທດໄທ)

ຄະນະປະກອບມີ ນັກສຶກສາ ​54 ຄົນໄດ້ເຂົ້າຮ່ວມຢ່າງກະຕືລືລົ້ນໃນການເຄື່ອນໄຫວຝຶກງານຂອງສູນ. ພາບ: ສູນຫວຽດນາມວິທະຍາ, ມະຫາວິທະຍາໄລພະບໍລົມວົງສານຸວົງ ອຸດອນທານີ.

ບັນດານັກສຶກສາ ໄດ້ສະແດງໃຫ້ເຫັນເຖິງຄວາມຂະຫຍັນຂັນເຄື່ອນ ແລະ ຄວາມປະຄິດສ້າງຂອງຕົນໃນການນໍາສະເຫນີຂໍ້ມູນ ເປັນວິດີໂອທີ່ມີຊີວິດຊີວາ, ຫນ້າສົນໃຈ. ສຳລັບ​ບັນດາ​ການ​ເຄື່ອນ​ໄຫວ​ປະຈຳ​ປີ​ຂອງ​ສູນ, ນັກສຶກສາກໍ່​ປະກອບສ່ວນບັນດາ​ແນວຄວາມ​ຄິດທີ່​ສ້າງ​ສັນ​ກ່ຽວກັບການຂຶ້ນແຜນງານ, ການຈັດ​ຕັ້ງ, ຈັດສ້າງລາຍການ​ ​ເພື່ອນຳເອົາ​ຄວາມ​ເຂົ້າ​ໃຈ​​ກ່ຽວກັບວັດທະນະທຳ, ພາສາ​ ​ຫວຽດນາມ ທີ່​ຫຼາກ​ຫຼາຍຮູບແບບ, ຫຼາຍ​ສີສັນ, ເຂັ້ມຂຸ້ນໄປດ້ວຍມູນເຊື້ອ​ວັດ​ທະ​ນະ​ທຳຊາວ ​ຫວຽດ​ນາມ.

​ໃນ​ຂະບວນການເຂົ້າຮ່ວມ​ຝຶກ​ງານ, ນັກ​ສຶກສາ ​ໄດ້​ມີ​ໂອກາດ​ໄປ​ຢ້ຽມຢາມ​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຂອງຊາວ​ ຫວຽດນາມ ຢູ່​ແຂວງ ​ອຸດອນ​ທານີ ​ເຊັ່ນ ເຂດຮ່ອງຮອຍ​ປະຫວັດສາດ ​ໂຮ່ຈີ​ມິນ, ​ຄຸ້ມຖະໜົນ ຫວຽດນາມ​ ແຫ່ງ​ທຳ​ອິດ​ຢູ່ ​ໄທ, ​ໄດ້ລົງຕົວຈິງບັນດາການ​ເຄື່ອນ​ໄຫວວັດທະນະທຳ​ຂອງຊາວ ໄທ​ ຄື ປຸງ​ແຕ່ງ​ອາຫານ​ໄທ, ຮຽນ​ການຟ້ອນ, ມວຍ​ພື້ນ​ເມືອງ​ໄທ, ລົງຕົວຈິງດ້ານ​ການແພດພື້ນເມືອງໃນການດູແລສຸຂະພາບ...

ໂດຍແບ່ງປັນກ່ຽວກັບປະສົບການການຝຶກງານຢູ່ສູນຫວຽດນາມວິທະຍາ, ນັກສຶກສາຈາກມະຫາວິທະຍາໄລພາສາຕ່າງປະເທດ ດານັງ ໃຫ້ຮູ້ວ່າ ເຂົາເຈົ້າມ່ວນຊື່ນ ແລະ ຕື່ນເຕັ້ນຫຼາຍ ເມື່ອໄດ້ຮ່ວມເດີນທາງກັບສູນ​ໃນ​ຂະບວນການຝຶກ​ງານ, ເຖິງວ່າຮ່ຳຮຽນຢູ່ໄກບ້ານກໍ່ຕາມ ແຕ່ນັກສຶກສາ ຍັງຮູ້ສຶກໃກ້ຊິດ, ສະດວກສະບາຍຄືກັບວ່າພວມຮ່ຳຮຽນຢູ່ໃນບ້ານເກີດຂອງຕົນເອງ.

ມິງດຶກ

ເຫດການ
302 Found

Found

The document has moved here.