ນັກສຶກສາຫວຽດນາມເຜີຍແຜ່ຮູບພາບປະເທດຊາດຢູ່ເຫດການພົບປະແລກປ່ຽນວັດທະນະທຳຢູ່ມະຫາວິທະຍາໄລຄູເວດ

ນັກສຶກສາຫວຽດນາມເຜີຍແຜ່ຮູບພາບປະເທດຊາດຢູ່ເຫດການພົບປະແລກປ່ຽນວັດທະນະທຳຢູ່ມະຫາວິທະຍາໄລຄູເວດ

ຍສໝ - ​ເມື່ອ​ບັນດາ​ຜູ້​ແທນໄດ້ເລືອກເອົາ​ເຂົ້າ​ຮ່ວມ​ໂຄງການ​ຮຽນ​ພາສາ​ອາຣັບ ​ໂດຍ​ລັດຖະບານ ກູ​ເວດ ​ໄດ້ອຸປະຖຳ, ບັນດາ​ນັກ​ສຶກສາ ຫວຽດນາມ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຂະຫຍັນ​ຂັນ​ເຂື່ອນ ​ແລະ ມີ​ຫົວຄິດ​ປະດິດ​ສ້າງ ດ້ວຍ​ການ​ແນະນຳ​ຮູບ​ພາບ​ປະ​ເທດ​ຕົນ​ໃຫ້​ບັນດາ​ຄູ​ອາຈານ, ນັກ​ສຶກສາ​ໃນ​ເຫດການແລກປ່ຽນ​ວັດທະນະທຳ​ທີ່​ດຳ​ເນີນ​ຢູ່​ມະຫາວິທະຍາ​ໄລ ຄູ​ເວດ ວັນ​ທີ 10 – 11 ທັນວາ.

ຫວຽດນາມ ໄດ້ເຂົ້າອັນດັບໃນ 15 ປະເທດ ແລະ  ເຂດແຄວ້ນທີ່ກ້າວໜ້າທີ່ສຸດໃນອາຊີ

ຫວຽດນາມ ໄດ້ເຂົ້າອັນດັບໃນ 15 ປະເທດ ແລະ ເຂດແຄວ້ນທີ່ກ້າວໜ້າທີ່ສຸດໃນອາຊີ

ຍສໝ - ຫວ່າງ​ມໍ່ໆ​ມາ​ນີ້, ຫວຽດນາມ​ໄດ້​ຂຶ້ນ​ສູ່​ອັນ​ດັບ 15 ປະ​ເທດ​ກ້າວໜ້າ​ທີ່​ສຸດ​ໃນ​ອາຊີ, ອີງ​ຕາມ​ການ​ຕີ​ລາຄາ​ຂອງ​ເວັບ​ໄຊ​ຂ່າວ​ການ​ເງິນ Insider Monkey. ນອກຈາກຫວຽດນາມແລ້ວ, ອາຊີຕາເວັນອອກສ່ຽງໃຕ້ຍັງລວມມີສິງກະໂປ, ໄທ ແລະມາເລເຊຍ.

ມີໂອກາດຫຼາຍຢ່າງເພື່ອຄົນງານຫວຽດນາມ ໄປເຮັດວຽກຢູ່ ອາເມລິກາ

ມີໂອກາດຫຼາຍຢ່າງເພື່ອຄົນງານຫວຽດນາມ ໄປເຮັດວຽກຢູ່ ອາເມລິກາ

ຍສໝ - ນີ້​ແມ່ນ​ການ​ແບ່ງປັນ​ຂອງ​ທ່ານ​ສາດສະດາຈານ ຫງວຽນ​ດິ່ງ​ຟູ໋, ປະທານ​ສະມາຄົມ​ນັກທຸລະກິດ ຫວຽດນາມ ຢູ່ ອາ​ເມ​ລິ​ກາ (VENUSA) ກັບ ຍຸກສະໄໝ.

ປະຊາຄົມຊາວຫວຽດນາມ ຢູ່ ເຢຍລະມັນ ຮັກສາດົນຕີພື້ນເມືອງຂອງຊາດ

ປະຊາຄົມຊາວຫວຽດນາມ ຢູ່ ເຢຍລະມັນ ຮັກສາດົນຕີພື້ນເມືອງຂອງຊາດ

ຍສໝ - ເພື່ອ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ບັນດາ​ຄຸນຄ່າ​ວັດທະນະທຳ​ຂອງ​ຊາດ, ຫວ່າງແລ້ວນີ້, ສະມາຄົມ​ຜູ້​ຮັກ​ແພງ​ສິລະ​ປະ​ພື້ນ​ເມືອງ ຫວຽດນາມ ຢູ່ ​ເຢຍລະ​ມັນ ​ໄດ້​ຈັດ​ຕັ້ງ​ລາຍການ​ສະ​ແດງ “​ກອນລຳ​ໃນ​ໃຈຜູ້ຢູ່ໄກບ້ານເກີດ” ​ຢູ່ຫໍວັດທະນາທຳສູນ​ການ​ຄ້າ ດົ່ງ​ຊວນ (​ເບີ​ລິນ, ​ເຢຍລະ​ມັນ).

ທ່ານໝໍ ຫວຽດນາມ ກວດກາ, ແຈກຢາຍຢາ, ມອບຂອງຂວັນໃຫ້ປະຊາຊົນຢູ່ ລາວ

ທ່ານໝໍ ຫວຽດນາມ ກວດກາ, ແຈກຢາຍຢາ, ມອບຂອງຂວັນໃຫ້ປະຊາຊົນຢູ່ ລາວ

ຍສໝ - ຕາມຜູ້ຕາງໜ້າພິ​ເສດ​ສຳ​ນັກ​ຂ່າວສານ​ ຫວຽດນາມ​ ປະຈຳ ​ລາວ ​ແລ້ວ, ​ແຕ່​ວັນ​ທີ 5-10 ທັນວາ, ສະມາຄົມ​ມິດຕະພາ ບ​ຫວຽດນາມ - ລາວ ນະຄອນ​ ໂຮ່ຈິ​ມິນ ສົມທົບ​ກັບ​ມະຫາວິທະຍາ​ໄລ​ແພດສາດ ຟ້າ​ມຫງອກ​ແທກ ແລະ ຄະນະ​ກຳມະການ​ຊາວ​ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ນະຄອນ ​ໂຮ່ຈີ​ມິນ​ ໄດ້​ຈັດ​ຕັ້ງ​ການ​ກວດ​ພະຍາດ, ​ແຈກ​ຢາຍ​ຢາ ແລະ ມອບ​ຂອງຂວັນ​ໃຫ້​ຊາວ ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແລະ ປະຊາຊົນ​ທີ່ມີ່​ສະພາບການຫຍຸ້ງຍາກ​ຢູ່​ແຂວງ​ ຄຳ​ມ່ວນ, ພາກ​ກາງ​ ລາວ.

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຫວືອງດິງເຫ້ວ ໄດ້ພົບປະກັບປະຊາຄົມຊາວ ຫວຽດນາມ ຢູ່ ໄທ

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຫວືອງດິງເຫ້ວ ໄດ້ພົບປະກັບປະຊາຄົມຊາວ ຫວຽດນາມ ຢູ່ ໄທ

ຍສໝ - ຕອນ​ຄ່ຳ​ວັນ​ທີ 9 ທັນວາ, ຢູ່​ແຂວງ ອຸ​ດອນ​ທາ​ນີ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດນາມ ເຫວືອງດິງເຫ້ວ ໄດ້​ມີ​ການ​ພົບ​ປະ​ກັບ​ປະ​ຊາ​ຄົມ​ຊາວ ​ຫວຽດ​ນາມ ຢູ່ ໄທ.

ທ່ານນາຍົກລັດຖະມົນຕີຫວຽດນາມ ປຸກລະດົມກຸ່ມນັກສຶກສາຫວຽດນາມບັນລຸບັນດາຜົນງານສູງທີ່ກອງປະຊຸມ COP28

ທ່ານນາຍົກລັດຖະມົນຕີຫວຽດນາມ ປຸກລະດົມກຸ່ມນັກສຶກສາຫວຽດນາມບັນລຸບັນດາຜົນງານສູງທີ່ກອງປະຊຸມ COP28

ຍສໝ - ຕອນເຊົ້າວັນທີ 3 ທັນວາ, ຢູ່ Dubai, UAE, ເນື່ອງໃນໂອກາດເຂົ້າຮ່ວມ ກອງປະຊຸມຂັ້ນສູງ COP 28 ແລະ ການເຄື່ອນໄຫວສອງຝ່າຍຢູ່ UAE, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໋ງ ໄດ້ມີການພົບປະກັບນັກສຶກສາຫວຽດນາມ ທີ່ຫາກໍ່ບັນລຸໄດ້ຜົນງານສູງໃນການແຂ່ງຂັນຢູ່ UAE.

ວິ​ສາ​ຫະ​ກິດ​ຫວຽດ​ນາມ ​ຄ່ອຍໆ​ຊຸກ​ຍູ້​ການ​ຄ້າ​ແລະ​ແນະ​ນໍາ​ສິນ​ຄ້າ​ແລະ​ອາ​ຫານ​ຢູ່​ຕວກ​ກີ

ວິ​ສາ​ຫະ​ກິດ​ຫວຽດ​ນາມ ​ຄ່ອຍໆ​ຊຸກ​ຍູ້​ການ​ຄ້າ​ແລະ​ແນະ​ນໍາ​ສິນ​ຄ້າ​ແລະ​ອາ​ຫານ​ຢູ່​ຕວກ​ກີ

ຍສໝ - ຕາມ​ຂ່າວສານ​ຫວຽດນາມ, ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ຕວກກີ​ຢ່າງ​ເປັນ​ທາງ​ການ, ຕອນ​ຄ່ຳ​ວັນ​ທີ 29 ພະຈິກ (ຕາມ​ເວລາ​ທ້ອງ​ຖິ່ນ), ຢູ່​ນະຄອນຫຼວງ Ankara, ທ່ານ​ນາຍົກລັດຖະມົນຕີ ຟາມມິງຈິງ ພ້ອມ​ດ້ວຍ​ພັນ​ລະ​ຍາ​ໄດ້​ພົບ​ປະ​ກັບ​ພະນັກງານ, ພາລະ​ກອນ​ສະຖານທູດ ​ແລະ ປະຊາ​ຄົມ​ຊາວຫວຽດນາມໃນຕວກ​ກີ

ສາດສະດາຈານຫວຽດນາມ ໄດ້ຮັບທຶນຄົ້ນຄວ້າເກືອບ 6 ລ້ານ USD

ສາດສະດາຈານຫວຽດນາມ ໄດ້ຮັບທຶນຄົ້ນຄວ້າເກືອບ 6 ລ້ານ USD

ຍສໝ - ສາດສະດາຈານ ເຢື່ອງກວ່າງຈູງ ​ໄດ້​ຮັບ​ລາງວັນ​ຄົ້ນ​ຄ້ວາ​ດີ​ເລີດ, ພ້ອມ​ກັບ​ທຶນ​ຊ່ວຍ​ເຫລືອ 8 ລ້ານ CAD (5,9 ລ້ານ USD) ຈາກ​ລັດຖະບານ ກາ​ນາ​ດາ ​ເພື່ອ​ນຳພາ​ການ​ຄົ້ນ​ຄ້ວາ​ເຕັກ​ໂນ​ໂລ​ຊີ​ໂທລະສັບ​ມື​ຖື​ໄຮ້​ສາຍ​ລຸ້ນ​ໃໝ່.

ປະຊາຄົມຊາວ ຫວຽດນາມ ຢູ່ລັດ Connecticut, ອາເມລິກາ ຍາມໃດກໍ່ມຸ່ງໄປເຖິງບ້ານເກີດເມືອງນອນຂອງຕົນ.

ປະຊາຄົມຊາວ ຫວຽດນາມ ຢູ່ລັດ Connecticut, ອາເມລິກາ ຍາມໃດກໍ່ມຸ່ງໄປເຖິງບ້ານເກີດເມືອງນອນຂອງຕົນ.

ຍສໝ - ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ຮວ່າງຢ່າງ ຢືນຢັນ​ວ່າ ຄະນະ​ຜູ້​ແທນ​ຍາມ​ໃດ​ກໍ່​ພ້ອມ​ກັບ​ບັນດາ​ນັກ​ປັນຍາ​ຊົນ ​ຫວຽດນາມ ຢູ່ ລັດ Connecticut, ສືບ​ຕໍ່​ປະກອບສ່ວນ​ເຂົ້າ​ໃນ​ຜົນ​ປະ​ໂຫຍ​ດລວມຂອງ​ປະຊາຊົນ ກໍ່​ຄື​ການ​ພັດທະນາ​ການ​ພົວພັນ ຫວຽດນາມ - ອາ​ເມ​ລິ​ກາ.

ແຂວງບິ່ງເຟືອກ ມອບຂອງຂວັນໃຫ້ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ປະຊາຊົນທີ່ມີຄວາມຫຍຸ້ງຍາກ ຢູ່ ກຳປູເຈຍ ແລະ ລາວ

ແຂວງບິ່ງເຟືອກ ມອບຂອງຂວັນໃຫ້ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ປະຊາຊົນທີ່ມີຄວາມຫຍຸ້ງຍາກ ຢູ່ ກຳປູເຈຍ ແລະ ລາວ

​ຍສໝ - ​ວັນ​ທີ 16-19 ພະຈິກ 2023, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ບິ່ງ​ເຟືອກ ​ແລະ ສະພາ​ກາ​ແດງ​ແຂວງ ບິ່ງ​ເຟືອກ ສົມທົບ​ກັບ​ວັດ​ ແທງເລີມ, ວັດ ຟ໋າບຫວ່ຽນ, ວັດ ແທງຫງຽມ, ບັນດາ​ກຸ່ມບໍລິຈາກ​ອາສາ​ສະໝັກ, ບັນດາ​ກະຊວງ, ຜູ້​ສະໜັບສະໜູນຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວການ​ກຸສົນ ​ແລະ ມອບ​ຂອງຂວັນ​ໃຫ້​ຊາວ​ ຫວຽດນາມ ອາ​ໄສ​ຢູ່ ກຳປູ​ເຈຍ ​ແລະ ລາວ.

ນະຄອນ ໂຮ່ຈີມິນ ເຊີນຊາວຫວຽດນາມ ອາໄສຢູ່ຕ່າງປະເທດເຂົ້າຮ່ວມບັນດາຂົງເຂດລົງທຶນທີ່ສຳຄັນ

ນະຄອນ ໂຮ່ຈີມິນ ເຊີນຊາວຫວຽດນາມ ອາໄສຢູ່ຕ່າງປະເທດເຂົ້າຮ່ວມບັນດາຂົງເຂດລົງທຶນທີ່ສຳຄັນ

ຍສໝ - ນັ້ນ​ແມ່ນ​ຄຳ​ເຫັນ​ທີ່​ທ່ານ​ນາງ ຫວູທິ​ຮູ່ຍ​ມາຍ, ປະທານ​ຄະນະ​ກຳມະການ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ນະຄອນ ​ໂຮ່ຈີ​ມິນ ​ໃຫ້​ຮູ້​ທີ່​ກອງ​ປະຊຸມ​ຢູ່​ນອກ​ກອງ​ປະຊຸມ “​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ຕ່າງປະ​ເທດ ​ໄທ - ຫວຽດນາມ - ລາວ - ກຳປູ​ເຈຍ - ມຽນມາ” ໃນປີ 2023.

ຈະສ້າງຕັ້ງສູນວາງສະແດງສິນຄ້າຫວຽດນາມ ຢູ່ ການາດາ

ຈະສ້າງຕັ້ງສູນວາງສະແດງສິນຄ້າຫວຽດນາມ ຢູ່ ການາດາ

ຍສໝ - ທ່ານ Dan On, ປະທານ​ສະມາຄົມ​ນັກທຸລະກິດ ຫວຽດນາມ - ກາ​ນາ​ດາ ​ໃຫ້​ຮູ້​ວ່າ, ທີ່​ກອງ​ປະຊຸມ “ກາ​ນາ​ດາ - ປະຕູ​ເພື່ອວິ​ສາ​ຫະກິດ ຫວຽດນາມ ​ເຂົ້າ​ເຖິງ​ຕະຫຼາດ ອາ​ເມ​ລິ​ກາ​ເໜືອ” ​ໄດ້ເກີດຂຶ້ນ​​ໃນ​ວັນ​ທີ 22 ພະຈິກ ຢູ່​ນະຄອນ ​ໂຮ່ຈີ​ມິນ.

ໄທຂະຫຍາຍເວລາພັກເຊົາໃຫ້ຄົນງານຕ່າງດ້າວຈາກມຽນມາ, ລາວ, ກຳປູເຈຍ ແລະ ຫວຽດນາມ

ໄທຂະຫຍາຍເວລາພັກເຊົາໃຫ້ຄົນງານຕ່າງດ້າວຈາກມຽນມາ, ລາວ, ກຳປູເຈຍ ແລະ ຫວຽດນາມ

ຍສໝ - ຕາມ​ສຳນັກ​ຂ່າວສານ​ຫວຽດນາມ​ປະຈຳ​ບາງກອກ​ແລ້ວ, ວັນ​ທີ 14 ພະຈິກ​ນີ້, ກະຊວງ​ພາຍ​ໃນ​ຂອງ​ໄທ​ໄດ້​ປະກາດ​ຖະ​ແຫຼ​ງການ​ໃໝ່ 2 ສະບັບ​ກ່ຽວ​ກັບ​ການ​ມອບ​ສິດ​ພິ​ເສດ​ໃຫ້​ຄົນ​ງານ​ເຂົ້າ​ເມືອງ​ຈາກ 4 ປະ​ເທດ​ຄື: ມຽນມາ, ລາວ, ກຳປູ​ເຈຍ ​ແລະ ຫວຽດນາມ ສາມາດ​ຕໍ່​ອາຍຸ​ການ​ພັກ​ເຊົາ​ ແລະ ​ສືບ​ຕໍ່​ເຮັດວຽກຢ່າງຖືກຕ້ອງຕາມກົດໝາຍຢູ່ປະເທດໄທ.

ນັກຮົບໝວກເບເລສີຟ້າຫວຽດນາມ ກວດພະຍາດໃຫ້ຄູອາຈານຢູ່ Abyei

ນັກຮົບໝວກເບເລສີຟ້າຫວຽດນາມ ກວດພະຍາດໃຫ້ຄູອາຈານຢູ່ Abyei

ຍສໝ - ກໍາລັງຫວຽດນາມ ໄດ້ຈັດສົ່ງແພດໝໍຈາກໂຮງໝໍສະໜາມຂັ້ນ 1 ຂຶ້ນກັບກອງຊ່າງແສງ ພ້ອມດ້ວຍພະນັກງານແພດຈາກກົມກອງ ເນປານ ເຂົ້າຮ່ວມໂຄງການ. ສິ່ງທີ່ເປັນໜ້າເອົາໃຈໃສ່ ນັ້ນແມ່ນມີທ່ານໝໍຄົນໜຶ່ງມາຈາກກອງພັນທະຫານບົກ ປາກິດສະຖານ ໄດ້ສະໝັກເຂົ້າຮ່ວມການໜູນຊ່ວຍພາຍຫຼັງທີ່ໄດ້ຮັບຂ່າວກ່ຽວກັບໂຄງການທີ່ມີຄວາມໝາຍນີ້ຂອງກົມກອງຫວຽດນາມ ແລະ ເນປານ.

ນຳເອົາລົດຊາດຂອງນະຄອນຫຼວງມາໝູ່ເພື່ອນສາກົນ

ນຳເອົາລົດຊາດຂອງນະຄອນຫຼວງມາໝູ່ເພື່ອນສາກົນ

ຍສໝ - ໂດຍຈະຈັດຂຶ້ນ​ແຕ່​ວັນ​ທີ 1-3 ທັນວາ ຢູ່​ສວນສາທາລະນະ​ທົ່ງ​ເຍີດ (ຖະໜົນ ​ເຈິ່ນ​ເຍີນ​ຕົງ, ​ເມືອງ ຫາຍ​ບ່າ​ຈື່ງ, ຮ່າ​ໂນ້ຍ), ງານ​ບຸນ​ວັດທະນະທຳ​ອາຫານການກິນ ຮ່າ​ໂນ້ຍ 2023 ມີ​ຫົວ​ຂໍ້​ວ່າ “​ແລກປ່ຽນ​ວັດທະນະທຳອາຫານການກິນຮ່າ​ໂນ້ຍ ກັບເພື່ອນມິດສາ​ກົນ”.

ຊາວຫວຽດນາມຢູ່ຕ່າງປະເທດ ເອກອ້າງທະນົງໃຈກ່ຽວກັບຮີດຄອງປະເພນີພາກພຽນຮ່ຳຮຽນ ແລະ ການເຄົາລົບນັບຖືຄູບາອາຈານຂອງຊາວຫວຽດນາມ

ຊາວຫວຽດນາມຢູ່ຕ່າງປະເທດ ເອກອ້າງທະນົງໃຈກ່ຽວກັບຮີດຄອງປະເພນີພາກພຽນຮ່ຳຮຽນ ແລະ ການເຄົາລົບນັບຖືຄູບາອາຈານຂອງຊາວຫວຽດນາມ

ຍສໝ - ນັ້ນ​ແມ່ນຄຳປາໄສຂອງ​ທ່ານ Danny ຫວໍແທັງດັງ, ຊາວຫວຽດນາມຢູ່ ສິງກະໂປ ເຊິ່ງແມ່ນ​ນັກປາຖະກະຖາແຜ່ແຮງບັນດານໃຈ ກ່ຽວກັບເລີ່ມສ້າງຕົວ ແລະ ປະດິດສ້າງ ຢູ່ການພົບປະປັນຍາຊົນຊາວຫວຽດນາມຢູ່​ຕ່າງປະ​ເທດ ຢູ່ນະຄອນ ​ໂຮ່ຈີ​ມິນ ໄດ້ປະກອບຄວາມຄິດຄວາມເຫັນ, ສະເໜີຄວາມເຫັນ ແລະ ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ນະຄອນ ​ເນື່ອງໃນ​ວັນຄູ​ຫວຽດນາມ ວັນ​ທີ 20 ພະຈິກ.

ຊຸກຍູ້ຊາວຫວຽດນາມ ຢູ່ ໄທ ມາຢ້ຽມຢາມ ແລະ ຊອກຫາກາລະໂອກາດລົງທຶນຢູ່ນະຄອນ ໂຮຈິມິນ

ຊຸກຍູ້ຊາວຫວຽດນາມ ຢູ່ ໄທ ມາຢ້ຽມຢາມ ແລະ ຊອກຫາກາລະໂອກາດລົງທຶນຢູ່ນະຄອນ ໂຮຈິມິນ

ຍສໝ - ແຕ່​ວັນ​ທີ 15-20 ພະຈິກ, ຄະນະປະຕິບັດງານ ລວມມີຄະນະ​ກຳມະການກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ນະຄອນໂຮ່ຈີມິນ ແລະ ສູນສົ່ງເສີມການຄ້ານະຄອນ​ ໂຮ່ຈິ​ມິນ ໄດ້ມີ​ໂຄງການ​ຊອກ​ຮູ້​ກ່ຽວ​ກັບ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ​ໄທ ​​ປີ 2023.

ທ່ານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ຢ້ຽມ​ຢາມ​ບັນ​ດາ​ຄອບ​ຄົວ​ຊາວ​ຫວຽດ​ນາມ ຢູ່ ອາ​ເມ​ລິ​ກາ

ທ່ານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ຢ້ຽມ​ຢາມ​ບັນ​ດາ​ຄອບ​ຄົວ​ຊາວ​ຫວຽດ​ນາມ ຢູ່ ອາ​ເມ​ລິ​ກາ

ຍສໝ - ຕອນ​ບ່າຍ​ວັນ​ທີ 15 ພະຈິກ, ທ່ານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ພ້ອມ​ດ້ວຍ​ພັນ​ລະ​ຍາ​ໄດ້​ໄປ​ຢ້ຽມ​ຢາມ​ຄອບ​ຄົວ​ຊາວ​ຫວຽດ​ນາມ ຢູ່​ອາ​ເມ​ລິ​ກາ.

ຊຸກຍູ້ການເຄື່ອນໄຫວດຳເນີນທຸລະກິດລົງທຶນຂອງບັນດາວິສາຫະກິດ ຫວຽດນາມ ຢູ່ ອັງໂກລາ

ຊຸກຍູ້ການເຄື່ອນໄຫວດຳເນີນທຸລະກິດລົງທຶນຂອງບັນດາວິສາຫະກິດ ຫວຽດນາມ ຢູ່ ອັງໂກລາ

ຍສໝ - ເພື່ອ​ແນ​ໃສ່​ຊຸກຍູ້​ການ​ເຄື່ອນ​ໄຫວ​ທຸລະກິດລົງທຶນ​ຂອງ​ວິ​ສາ​ຫະກິດ​ຫວຽດນາມ, ທ່ານ​ເອກ​ອັກຄະ​ລັດຖະທູດ ເຢື່ອງຈີ່ງຈູ໋ກ ​ໄດ້ເປັນປະທານ​ຈັດ​ຕັ້ງ​ການ​ພົບ​ປະ​ສົນທະນາ​ກັບ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ຢູ່ ອັງ​ໂກ​ລາ.

ເຊື່ອມຕໍ່ປະຊາຄົມຊາວຫວຽດນາມຢູ່ອິດສະຣາແອນ ກັບພາຍໃນປະເທດ

ເຊື່ອມຕໍ່ປະຊາຄົມຊາວຫວຽດນາມຢູ່ອິດສະຣາແອນ ກັບພາຍໃນປະເທດ

ຍສໝ - ວັນທີ 11 ພະຈິກ, ສະຖານທູດຫວຽດນາມ ປະຈຳອິດ​ສະ​ຣາ​ແອນ ໄດ້ຈັດຕັ້ງການພົບປະທາງອອນລາຍ ເພື່ອເຊື່ອມຕໍ່ ແລະ ແຈ້ງສະພາບການຂອງພໍ່ແມ່ປະຊາຊົນຫວຽດນາມ ຢູ່ຕ່າງປະເທດ, ແຮງງານ, ນັກສຶກສາຫວຽດ​ນາມ ຢູ່ອິດ​ສະ​ຣາ​ແອນ ກັບພາຍໃນ​ປະ​ເທດ.

VinaCapital ຄາດຄະເນວ່າ GDP ຂອງ ຫວຽດນາມ ຈະຟື້ນຟູໃນລະດັບ 6,5% ໃນປີ 2023

VinaCapital ຄາດຄະເນວ່າ GDP ຂອງ ຫວຽດນາມ ຈະຟື້ນຟູໃນລະດັບ 6,5% ໃນປີ 2023

ຍສໝ - VinaCapital ຄາດຄະເນວ່າການເຕີບໂຕ GDP ຂອງຫວຽດນາມ ຈະຊ້າລົງຈາກ 8% ໃນປີ 2022 ເປັນ 4.7% ໃນປີ 2023. ແນວໃດກໍ່ຕາມ, VinaCapital ຄາດຄະເນວ່າການເຕີບໂຕ GDP ຂອງຫວຽດນາມ ຈະຟື້ນຕົວເຖິງ 6,5% ໃນປີ 2024 ຍ້ອນການຟື້ນຕົວຂອງການສົ່ງອອກ.

ມີນັກກິລາ 300 ຄົນເຂົ້າຮ່ວມການແຂ່ງຂັນຕີດອກປີກໄກ່ ສຳລັບຄົນຫວຽດນາມ ຢູ່ ຍີ່ປຸ່ນ ທົ່ວປະເທດ

ມີນັກກິລາ 300 ຄົນເຂົ້າຮ່ວມການແຂ່ງຂັນຕີດອກປີກໄກ່ ສຳລັບຄົນຫວຽດນາມ ຢູ່ ຍີ່ປຸ່ນ ທົ່ວປະເທດ

ຍສໝ - ວັນ​ທີ 15 ຕຸລາ​ນີ້, ຢູ່​ສະໜາມກິລາ Hasuma, ນະຄອນ Saitama, ປະ​ເທດ ຍີ່ປຸ່ນ, ການ​ແຂ່ງຂັນ​ຕີ​ດອກ​ປີກ​ໄກ່​ທົ່ວປະເທດ ສຳລັບຄົນຫວຽດນາມ ຢູ່ ຍີ່ປຸ່ນ - BAVIJA BADMINTON CHAMPIONSHIPS 2023 ໄດ້​ໄຂ​ຂຶ້ນ.

ປະຊາຄົມຊາວຫວຽດນາມ ຢູ່ ຍີ່ປຸ່ນ ປາດຖະໜາຢາກຮ່ວມມື ແລະ ສ້າງແຜນການພັດທະນານະຄອນ ໂຮ່ຈີມິນ

ປະຊາຄົມຊາວຫວຽດນາມ ຢູ່ ຍີ່ປຸ່ນ ປາດຖະໜາຢາກຮ່ວມມື ແລະ ສ້າງແຜນການພັດທະນານະຄອນ ໂຮ່ຈີມິນ

ຍສໝ - ນັ້ນ​ແມ່ນ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ທ່ານ​ນາງ ໂຕງ​ທິກິມ​ຢາວ, ປະທານ​ສະມາຄົມວິສາຫະກິດຫວຽດນາມ ປະຈຳ ຍີ່ປຸ່ນ ​ໃນ​ການ​ເຮັດ​ວຽກ​ກັບ​ຄະນະ​ຜູ້​ແທນ​ນະຄອນ ​ໂຮ່ຈີ​ມິນ ໂດຍການນຳໜ້າຂອງ​ທ່ານ ​ເຈີ່ນ​ດຶກ​ຮຽນ, ຮອງ​ປະທານ​ກຳມະການ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ນະຄອນ​ໂຮ່ຈິ​ມິນ.

ວິສາຫະກິດຫວຽດນາມ ເພີ່ມທະວີການປະຕິບັດເຕັກໂນໂລຊີ ແລະ ການຄ້າອອນໄລ ຢ່າງມີປະສິດທິຜົນ

ວິສາຫະກິດຫວຽດນາມ ເພີ່ມທະວີການປະຕິບັດເຕັກໂນໂລຊີ ແລະ ການຄ້າອອນໄລ ຢ່າງມີປະສິດທິຜົນ

ຍສໝ - ໃນວັນ​ທີ 30 ກັນຍາ​ນີ້, ຢູ່​ນະຄອນຫຼວງ Budapest, ປະ​ເທດ ຮຸງ​ກາຣີ, ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ເອີ​ລົບ​ຄັ້ງ​ທີ 12, ​ໂດຍ​ສະ​ມາ​ຄົມ​ວິ​ສາ​ຫະກິດ​ຫວຽດນາມ ຢູ່​ເອີ​ລົບ ​ແລະ ສະມາຄົມ​ວິ​ສາ​ຫະກິດ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ຮຸງ​ກາຣີ ຈັດ​ຕັ້ງ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມມິງຈິງ ໄດ້​ພົບ​ປະ​ກັບ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ຢູ່ ອາ​ເມ​ລິ​ກາ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມມິງຈິງ ໄດ້​ພົບ​ປະ​ກັບ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ຢູ່ ອາ​ເມ​ລິ​ກາ

ຍສໝ - ທັນທີທີ່ເດີນທາງໄປເຖິງນະຄອນ San Francisco, ລັດCalifornia, ສະຫະລັດອາເມລິກາ, ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລະດັບ​ສູງ​​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ ຄັ້ງ​ທີ 78 ແລະ ມີການເຄື່ອນໄຫວສອງຝ່າຍຢູ່ສະຫະລັດອາເມລິກາ, ໃນຕອນແລງຂອງວັນທີ 17 ກັນຍາ (ເວລາທ້ອງ​ຖິ່ນ), ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມມິງຈິງ ໄດ້​ມີ​ການ​ພົບ​ປະ​ເຈ​ລະ​ຈາ​ກັບ​ຜູ້​ຕາງ​ໜ້າ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ຢູ່ ອາ​ເມ​ລິ​ກາ.

ຄົນຫວຽດເຊື້ອຊາດລາວຢູ່ ບວນໂດນ ສສ ຫວຽດນາມ

ຄົນຫວຽດເຊື້ອຊາດລາວຢູ່ ບວນໂດນ ສສ ຫວຽດນາມ

ຍສໝ - ຈາກບັນດາຄົນລາວຄົນທຳອິດທີ່ຍົກຍ້າຍຈາກແຜ່ນດິນລ້ານຊ້າງມາຢູ່ຕາແສງ ກຣົງນາ ເມືອງ ບວນໂດນ ແຂວງດັກລັກ ຈົນເຖິງບັດນີ້ກໍຈະຫຍາຍອອກເປັນຫຼາຍຮ້ອຍຄອບຄົວແລ້ວ. ດ້ວຍນິໄສແບບສະບາຍສະບາຍ ເປັນກັນເອງ, ຟົດຟື້ນ, ຫ້າວຫັນ, ພວກເຂົາເຈົ້າກໍດຳລົງຊີວິດຢູ່ຮ່ວມກັນດ້ວຍຄວາມສາມັກຄີຮັກແພງ, ເຈືອຈານ, ເຊື່ອມໂຍງ, ແລກປ່ຽນວັດທະນະທຳເຂົ້າກັບຊຸມຊົນທ້ອງຖິ່ນເພື່ອເສີມຂະຫຍາຍ ແລະ ປົກປັກຮັກສາສີສັນສະເພາະຂອງເຜົ່າຕົນ, ຮັດແໜ້ນຄວາມສາມັກຄີມິດຕະພາບ ຫວຽດນາມ-ລາວ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

|< < 1 2 3 4 5 > >|
ເຫດການ