ຊາວຫວຽດນາມຢູ່ຕ່າງປະເທດ ເອກອ້າງທະນົງໃຈກ່ຽວກັບຮີດຄອງປະເພນີພາກພຽນຮ່ຳຮຽນ ແລະ ການເຄົາລົບນັບຖືຄູບາອາຈານຂອງຊາວຫວຽດນາມ

20:45 | 17/11/2023

ຍສໝ - ນັ້ນ​ແມ່ນຄຳປາໄສຂອງ​ທ່ານ Danny ຫວໍແທັງດັງ, ຊາວຫວຽດນາມຢູ່ ສິງກະໂປ ເຊິ່ງແມ່ນ​ນັກປາຖະກະຖາແຜ່ແຮງບັນດານໃຈ ກ່ຽວກັບເລີ່ມສ້າງຕົວ ແລະ ປະດິດສ້າງ ຢູ່ການພົບປະປັນຍາຊົນຊາວຫວຽດນາມຢູ່​ຕ່າງປະ​ເທດ ຢູ່ນະຄອນ ​ໂຮ່ຈີ​ມິນ ໄດ້ປະກອບຄວາມຄິດຄວາມເຫັນ, ສະເໜີຄວາມເຫັນ ແລະ ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ນະຄອນ ​ເນື່ອງໃນ​ວັນຄູ​ຫວຽດນາມ ວັນ​ທີ 20 ພະຈິກ.

ຊາວຫວຽດນາມ ໄປອອກແຮງງານຢູ່ຕ່າງປະເທດໄດ້ປະກອບສ່ວນໃຫ້ປະເທດຊາດ 3,5 – 4 ຕື້ USD/ປີ ຊາວຫວຽດນາມ ໄປອອກແຮງງານຢູ່ຕ່າງປະເທດໄດ້ປະກອບສ່ວນໃຫ້ປະເທດຊາດ 3,5 – 4 ຕື້ USD/ປີ
ເຊື່ອມຕໍ່ປະຊາຄົມຊາວຫວຽດນາມຢູ່ອິດສະຣາແອນ ກັບພາຍໃນປະເທດ ເຊື່ອມຕໍ່ປະຊາຄົມຊາວຫວຽດນາມຢູ່ອິດສະຣາແອນ ກັບພາຍໃນປະເທດ

ວັນ​ທີ 14 ພະຈິກ, ຄະນະ​ກຳມະການ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ ຢູ່​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ “ການ​ພົບ​ປະ​ນັກ​ປັນຍາ​ຊົນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ຢູ່​ນະຄອນ ​ໂຮ່ຈີ​ມິນ ໂດຍມີການປະກອບຄວາມຄິດຄວາມເຫັນ, ສະເໜີຄວາມເຫັນ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວຂອງນະຄອນເນື່ອງໃນວັນຄູຫວຽດນາມ ວັນທີ 20 ພະຈິກ.

ຊາວຫວຽດນາມຢູ່ຕ່າງປະເທດ ເອກອ້າງທະນົງໃຈກ່ຽວກັບຮີດຄອງປະເພນີພາກພຽນຮ່ຳຮຽນ ແລະ ການເຄົາລົບນັບຖືຄູບາອາຈານຂອງຊາວຫວຽດນາມ

ການນຳຄະນະ​ກຳມະການ​ຊາວ​ຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດ ​​ນະຄອນ​ໂຮ່ຈີ​ມິນ ມອບ​ດອກ​ໄມ້​ໃຫ້ນັກ​ປັນຍາ​ຊົນ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​ທີ່​ກອງ​ປະຊຸມ

ກ່າວຄຳປາໄສເປີດພິທີທີ່​ການ​ພົບ​ປະ, ທ່ານ​ນາງ ຫວູທິ​ຮວິ່ງມາຍ, ຫົວໜ້າຄະນະກຳມະການກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ ຢູ່ນະຄອນ ໂຮ່ຈີມິນ ​ໃຫ້​ຮູ້​ວ່າ: "ໄລຍະທີ່ຜ່ານມາ, ຄະນະກຳມະການຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຢູ່ນະຄອນ ​ໄດ້​ຮັບເອົາ​ຄວາມຄິດຄວາມ​ເຫັນກ່ຽວກັບຄວາມເຫັນສະເໜີ, ຂໍ້ສະເໜີ​ຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ ເວົ້າ​ລວມ ​ແລະ ບັນດາ​ນັກ​ປັນຍາ​ຊົນ​ຊາວ​ຫວຽດນາມ ຢູ່​ຕ່າງປະ​ເທດ​ ເວົ້າ​ສະ​ເພາະ ເພື່ອພ້ອມກັນສ້າງ ແລະ ພັດທະນານະຄອນ...”

ທ່ານນາງ ຫວູທິຮວິ່ງມາຍ ​ໄດ້ສະແດງຄຳຮູ້ບຸນຄຸນ ແລະ ອວຍພອນ​ໃຫ້​ບັນດາ​ນັກ​ປັນຍາ​ຊົນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ທີ່​ໄດ້​ປະກອບສ່ວນ​ສ້າງສາ ​ແລະ ພັດທະນາ​ນະຄອນ ​ໂຮ່ຈີ​ມິນ ​ໃນ​ໄລຍະ​ທີ່ຜ່ານມາເຊັ່ນ: ສາດ​ສະ​ດາ​ຈານ - ປອ ດັ້ງ​ເລືອງ​ໂມ, ຊາວຫວຽດນາມຢູ່​ຍີ່​ປຸ່ນ, ດ້ວຍ​ຄວາມສຸດອົກສຸດໃຈກ່ຽວກັບໂຄງ​ການ integrated circuit ໃຫ້ນະຄອນ, ທ່ານ ປອ ວໍ​ຕາ​ເຮິນ ຊາວຫວຽດນາມຢູ່ອາ​ເມ​ລິ​ກາ ໄດ້​ປະ​ກອບ​ສ່ວນ​ປື້ມ​ດ້ານ​ເຕັກ​ນິກ ແລະ ສາທາລະນະສຸກກວ່າ 10.000 ຫົວ​ໃຫ້ນະຄອນເພື່ອ​ຮັບ​ໃຊ້ວຽກ​ງານ​ຂອງການ​ສອນ ​ແລະ ຄົ້ນ​ຄ້ວາ​ວິທະຍາສາດ... ແລະ ຍັງມີນັກປັນຍາ​ຊົນ​ຫວຽດນາມ ຢູ່​ຕ່າງປະ​ເທດ​ເປັນ​ຈຳນວນ​ຫລວງຫລາຍ.

ກ່າວຄຳປາໄສທີ່​ການ​ພົບ​ປະທ່ານ Danny ຫວໍແທັງດັງ, ຊາວຫວຽດນາມ ຢູ່ສິງກະໂປ, ນັກປາຖະກະຖາແຜ່ແຮງບັນດານໃຈ ກ່ຽວກັບເລີ່ມສ້າງຕົວ ແລະ ປະດິດສ້າງ​ໃຫ້​ຮູ້​ວ່າ: “ຂ້າພະ​ເຈົ້າ​ມີ​ຄວາມ​ພາກພູມ​ໃຈ​ທີ່​ສຸດ​ຕໍ່​ປະ​ເພນີພາກພຽນໃນການຮຽນ ແລະ ​ເຄົາລົບນັບຖືຄູບາອາຈານ​ຂອງ​ຫວຽດນາມ”. ພ້ອມ​ກັນ​ນັ້ນ, ທ່ານ​ຍັງ​ໄດ້​ສະ​ເໜີ​ວ່າ:“ຫວຽດນາມ ຄວນ​ຊຸກຍູ້​ການ​ສອນ​ຢູ່ທຸກ​ເວລາ, ທຸກ​ແຫ່ງ​(ອອນ​ລາຍ), ຖືເປັນສຳຄັນໃນການອົບຮົມທັກ​ສະທີ່​ຈຳ​ເປັນ​​​ໃຫ້ອະນາຄົດ”.

ທ່ານ ປອ ບຸ່ຍ​ກວກ​ບາວ, ຊາວຫວຽດນາມຢູ່ຝ​ຣັ່ງ, ອາຈານສອນຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ໂຕນ​ດຶກ​ທັງ, ເຄີຍເປັນອາຈານສອນຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ທີ່​ຝ​ຣັ່ງ, ທ່ານ ປອ ບຸ່ຍ​ກວກ​ບາວ ກັບຄືນໄປຫວຽດນາມ ເພື່ອເຮັດວຽກຢູ່ມະຫາວິທະຍາໄລໂຕນດຶກແທ່ງໃນປີ 2016. ຢູ່ຕ່າງປະເທດ, ເວລາສອນຕ້ອງໃຊ້ພາສາອັງກິດ ຫຼື ຝຣັ່ງ, ເມື່ອກັບໄປຫວຽດນາມ ໄດ້ສອນດ້ວຍພາສາແມ່ຂອງຕົນ, ລາວຮູ້ສຶກດີໃຈ ແລະ ມີຄວາມພາກພູມໃຈຫຼາຍທີ່ໄດ້ເຫັນນັກສຶກສາຕ່າງປະເທດ ມາຮຽນກໍ່ເວົ້າພາສາຫວຽດນາມ. ນອກຈາກການສອນ, ທ່ານ ປອ ບຸ່ຍ​ກວກ​ບາ​ວ ຍັງ​ມີ​ຄວາມມັກ​ຮັກໃນ​ການ​ແລກ​ປ່ຽນ​ຄວາມ​ຮູ້​ໂດຍ​ຜ່ານ​ການ​ຂຽນ​ປື້ມ. ປື້ມສອງຫົວຂອງລາວ: "ການອອກແບບໂຄງປະກອບເບຕົງເສີມເຫຼັກຕາມມາດຕະຖານ Eurocode - ພື້ນຖານທິດສະດີ ແລະ ຕົວຢ່າງການນໍາໃຊ້" ແລະ "ການອອກແບບໂຄງປະກອບເບຕົງເສີມເຫຼັກຕາມ TCVN 5574-2018” ໄດ້ຮັບການຕອບສະໜອງທີ່ດີຈາກຜູ້ອ່ານ…

ກ່າວຄຳປາໄສສະຫຼຸບທີ່ການພົບປະ, ທ່ານ ​ເຈີ່ນ​ດຶກ​ຮ່ຽນ, ຮອງ​ຫົວໜ້າຄະນະກຳມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຢູ່ນະຄອນ ໃຫ້​ຮູ້​ວ່າ: “ຄະນະ​ນັກ​ປັນຍາ​ຊົນ​ຫວຽດນາມ ຢູ່​ຕ່າງປະ​ເທດ ດ້ວຍທ່າໄດ້ປຽບທີ່ໄດ້ຮັບການບຳລຸງສ້າງຢ່າງມີແບບມີແຜນຢູ່​ບັນດາ​ປະ​ເທດ​ທີ່​ກ້າວໜ້າ, ມີປະສົບການຕົວຈິງ, ໂດຍສະເພາະແມ່ນມີການ​ພົວພັນ​ອັນ​ກວ້າງ​ຂວາງ​ໃນ​ປະ​ເທດປະຈຳຖິ່ນ... ນີ້​ແມ່ນ​ກຳລັງ​ແຮງ​ງານ​ສຳຄັນ​ພິ​ເສດ​ໃນ​ວິວັດການ​ຊຸກຍູ້​ການ​ຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ ແລະ ສ້າງ​ພື້ນຖານ​ເສດຖະກິດພູມປັນຍາ. ບົນ​ພື້ນຖານ​ບັນດາການແບ່ງປັນ ແລະ ການ​ປະກອບສ່ວນ​ຂອງ​ບັນດາ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄະນະກຳມະການກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ ຢູ່ນະຄອນ​ ຈະເປັນຂົວເຊື່ອມຕໍ່ເພື່ອຊ່ວຍເຫຼືອ ​ແລະ ​ເຊື່ອມ​ຕໍ່​ບັນດາຜູ້ຊ່ຽວຊານປັນຍາຊົນ​ຫວຽດນາມ ຢູ່​ຕ່າງປະ​ເທດ​ເຂົ້າ​ຮ່ວມ​ໃນ​ຂົງ​ເຂດ​ຕ່າງໆ”.

ມິງດຶກ

ເຫດການ
302 Found

Found

The document has moved here.