ເຊື່ອມຕໍ່ປະຊາຄົມຊາວຫວຽດນາມຢູ່ອິດສະຣາແອນ ກັບພາຍໃນປະເທດ

20:01 | 14/11/2023

ຍສໝ - ວັນທີ 11 ພະຈິກ, ສະຖານທູດຫວຽດນາມ ປະຈຳອິດ​ສະ​ຣາ​ແອນ ໄດ້ຈັດຕັ້ງການພົບປະທາງອອນລາຍ ເພື່ອເຊື່ອມຕໍ່ ແລະ ແຈ້ງສະພາບການຂອງພໍ່ແມ່ປະຊາຊົນຫວຽດນາມ ຢູ່ຕ່າງປະເທດ, ແຮງງານ, ນັກສຶກສາຫວຽດ​ນາມ ຢູ່ອິດ​ສະ​ຣາ​ແອນ ກັບພາຍໃນ​ປະ​ເທດ.

ບັນດາ​ປະ​ເທດ​ສະມາຊິກ​ສະຫະ​ປະຊາ​ຊາດ ​ສະ​ເຫຼີມສະຫຼອງ​ວັນ​ສ້າງ​ຕັ້ງ​ອາ​ຊຽນຄົບຮອບ 56 ປີ ບັນດາ​ປະ​ເທດ​ສະມາຊິກ​ສະຫະ​ປະຊາ​ຊາດ ​ສະ​ເຫຼີມສະຫຼອງ​ວັນ​ສ້າງ​ຕັ້ງ​ອາ​ຊຽນຄົບຮອບ 56 ປີ
ປະຊາຄົມຊາວຫວຽດນາມ ຢູ່ ຍີ່ປຸ່ນ ປາດຖະໜາຢາກຮ່ວມມື ແລະ ສ້າງແຜນການພັດທະນານະຄອນ ໂຮ່ຈີມິນ ປະຊາຄົມຊາວຫວຽດນາມ ຢູ່ ຍີ່ປຸ່ນ ປາດຖະໜາຢາກຮ່ວມມື ແລະ ສ້າງແຜນການພັດທະນານະຄອນ ໂຮ່ຈີມິນ

ເຂົ້າ​ຮ່ວມ​ການພົບປະຢູ່ເບື້ອງ ອິດສະຣາ​ແອນ ມີ​ຜູ້ຕາງໜ້າ​ປະຊາ​ຄົມ​ຊາວ​ຫວຽດນາມອາ​ໄສ, ຮ່ຳຮຽນ ​ແລະ ​ເຮັດ​ວຽກ​ຢູ່​ທົ່ວ​ພາກ​ເໜືອ, ພາກ​ກາງ​ ຫາ​ພາກ​ໃຕ້ ອິດສະຣາ​ແອນ; ຢູ່​ພາຍ​ໃນ​ປະ​ເທດ, ​ໄດ້​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ອົງການ​ສື່ມວນຊົນ ​ແລະ ສະຖານີ​ໂທລະພາບ.

ເຊື່ອມຕໍ່ປະຊາຄົມຊາວຫວຽດນາມຢູ່ອິດສະຣາແອນ ກັບພາຍໃນປະເທດ

ຫ້ອງ​ຮຽນ​ນັກນັກສຶກສາ​ຫວຽດ​ນາມ ຢູ່​ສູນ AICAT ໃນ​ວັນ​ທີ 01 ພະຈິກ 2023.

ພາຍຫຼັງ​ການເກີດການປະທະກັນເປັນ​ເວລາ​ກວ່າ 1 ເດືອນ​ ລະຫວ່າງ ອິດສະຣາ​ແອນ ກັບ​ຂະ​ບວນການ​ອິດສະ​ລາມ Hamas ຢູ່​ເຂດ Gaza, ປະຊາ​ຄົມ​ຊາວຫວຽດນາມ ຢູ່ອິດສະຣາ​ແອນ ໃຫ້​ຮູ້​ວ່າ: ​ເຂົາ​ເຈົ້າ​ລ້ວນ​ແຕ່​ດຳລົງ​ຊີວິດ​ຢູ່​ບັນດາ​ເຂດທີ່​ຫ່າງ​ໄກ​ຈາກ​ເຂດ​ສົງຄາມ, ມາ​ຮອດ​ປະຈຸ​ບັນ​ລ້ວນ​ແຕ່​ປອດ​ໄພ. ​ໃນເບື້ອງຕົ້ນ, ມີ​ກຸ່ມ​ຜູ້ຝຶກງານດ້ານກະສິກຳ 15 ຄົນ​ທີ່​ອາ​ໄສ​ຢູ່​ໃກ້​ເຂດ Shredot ທາງ​ພາກ​ໃຕ້, ​ໃກ້​ກັບ​ຊາຍ​ແດນ Gaza, ນອນໃນເຂດທີ່ຖືກຜົນສະທ້ອນ, ແຕ່​ໄດ້​ການຮັບຊ່ວຍເຫຼືອການຍົກຍ້າຍໄປ​ຢູ່​ເຂດ​ປອດ​ໄພ​ກວ່າ. ຊາວຫວຽດນາມ ແລະ ນັກຝຶກງານຈຳນວນໜຶ່ງ ບາງເທື່ອກໍ່ປະເຊີນກັບສັນຍານແຈ້ງເຕືອນການຍິງລູກສອນໄຟ, ກໍ່ມີຄວາມໜັກອົກໜັກໃຈ. ແຕ່ວ່າ ວຽກ​ງານ​ຂໍ້​ມູນ​ຂ່າວສານ​ຂອງ​ສະຖານທູດ ​ແລະ ຄະນະ​ປະສານງານ​ປະຊາຄົມ ກໍ່​ໄດ້​​ປະຕິບັດການຊ່ວຍ​ພໍ່ແມ່​ປະຊາຊົນ​ມີ​ຄວາມອຸ່ນອຽນໃຈ.

ທ່ານ​ນາງ ຫົງ​ຊູ​ຣາ​ນີ, ຄະນະ​ນະປະສານງານສະມາຄົມ​ຊາວຫວຽດນາມ ຢູ່ອິດສະຣາ​ແອນ ​ໃຫ້​ຮູ້​ວ່າ: ນັບ​ແຕ່​ເກີດ​ການ​ປະ​ທະ​ກັນ, ຄະນະ​ປະສານງານ ​ໄດ້​ຈັດ​ຕັ້ງ​ບັນດາ​ກຸ່ມ​ຢູ່​ໃນບັນດາ​ເຄືອ​ຂ່າຍ​ສັງຄົມ ​ເພື່ອ​ແຈ້ງ​ສະພາບ​ການ, ລະດົມໃຈ ​ແລະ ໜູນ​ຊ່ວຍ​ເຊິ່ງກັນແລະກັນ. ພ້ອມກັນນັ້ໜ ກໍ່ສືບຕໍ່ຮັກສາການຕິດຕໍ່ກັບສະຖານທູດ ເພື່ອກຳໄດ້ແຜນນະໂຍບາຍ ແລະ ນະໂຍບາຍປົກປ້ອງພົນລະເມືອງຈາກພາຍໃນປະເທດ.

ທ່ານນາງ ເຊີນງວຽນ, ຊາວຫວຽດນາມທີ່ພວມເຮັດທຸລະກິດ ຮ້ານອາຫານຢູ່ນະຄອນ Haifa ໃຫ້ຮູ້ວ່າ: “ເມືອງທີ່ຂ້າພະເຈົ້າດຳລົງຊີວິດແມ່ນຢູ່ພາກເໜືອ, ແຕ່ບໍ່ຢູ່ໃກ້ກັບຊາຍແດນ, ສະນັ້ນ ສະພາບການຍັງຄົງເປັນປົກກະຕິ. ທຸລະກິດ ແລະ ລາຍຮັບ ຫຼຸດລົງ ຍ້ອນຄົນໃນພື້ນທີ່ຈໍາກັດການອອກໄປນອກ. ແຕ່ວ່າ ໃນ​ການ​ເຄື່ອນ​ໄຫວ ​ແລະ ​ຊີວິດ​ການ​ເປັນ​ຢູ່ ກໍ່​ບໍ່​ໄດ້​ມີ​ການ​ປ່ຽນ​ແປງ​ຫຼາຍ​ປານ​ໃດ​ຍ້ອນ​ສົງຄາມ​ເມື່ອ​ທຽບ​ໃສ່​ເຂດ​ອື່ນໆ​ຂອງ ອິດສະຣາ​ແອນ”.

ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ ລິ໋ດຶກຈຸງ ແລ້ວ, ປະຊາ​ຄົມ​ຊາວຫວຽດນາມ ຢູ່ອິດສະຣາ​ແອນ ມີ​ຈຳນວນ​ໜ້ອຍ, ມີ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ປະມານ 500 ຄົນ ​ແລະ ພວມ​ເຮັດ​ວຽກ ​ແລະ ຮ່ຳຮຽນ​ໃນ​ໄລຍະ​ສັ້ນ​ປະມານ 200 ຄົນ. ສົງ​ຄາມ​ໄດ້​ເກີດ​ຂຶ້ນ ແລະ ​ປະ​ຊາ​ຊົນອິດ​ສະ​ຣາ​ແອນ ໄດ້​ຮັບ​ບາດ​ເຈັບເສຍຊີວິດ ​ແລະ​ ຖືກຜົນ​ກະ​ທົບ​ບໍ່ໜ້ອຍ. ເຖິງຢ່າງໃດກໍຕາມ, ໂຊກດີທີ່ປະຊາຊົນຂອງພວກເຮົາຢູ່ທີ່ນີ້ຍັງປອດໄພ. ປະຈຸ​ບັນ, ສະພາບ​ການ​ແມ່ນ​ຂ້ອນຂ້າງອຸ່ນໃຈ​, ​ແຕ່​ຕ້ອງ​ມີ​ການ​ກຽມພ້ອມ​ຮັບ​ມື​ກັບ​ສະຖານະ​ການ​ທີ່​ຮ້າຍ​ແຮງ​ທີ່​ສຸດ ຖ້າ​ຫາກ​ສົງຄາມ​ແຜ່​ລາມ​ອອກ​ນອກເໜືອຈາກ​ການ​ຄວບ​ຄຸມ. ປະຈຸ​ບັນ, ສາຍ​ການບິນ​ຕ່າງປະ​ເທດ​ໄດ້​ຢຸດ​ການ​ເຄື່ອນ​ໄຫວ​ຢູ່​ອິດສະຣາ​ແອນ. ຫນຶ່ງ​ໃນ​ບັນດາ​ແຜນການ​ທີ່​ສະຖານທູດ​ໄດ້​ກະກຽມ ​ແມ່ນຊ່ວຍ​ໃຫ້ພໍ່ແມ່​ປະຊາຊົນອົບພະຍົບຫຼົບໄພດ້ວຍທາງບົກ ຂ້າມ​ຊາຍ​ແດນ​ ຈໍ​ແດນ​ ໄປ​ສູ່​ເຂດ​ປອດ​ໄພ. ແຕ່ວ່າ, ນີ້ແມ່ນພຽງແຕ່ສະຖານະການສໍາຮອງ ແລະ ບໍ່ມີໃຜຢາກໃຫ້ມັນເກີດຂຶ້ນ.

ກໍ່ຕາມ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ລິ໋ດຶກຈຸງ ແລ້ວ, ການ​ເຊື່ອມ​ຕໍ່​ຂໍ້ມູນຂ່າວສານທີ່ລຸລ່ວງຕະຫຼອດ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ວຽກ​ງານ​ທີ່​ສະ​ຖານ​ທູດ​ມີ​ຄວາມ​ສົນ​ໃຈ ແລະ ປະ​ຕິ​ບັດ​ຢ່າງ​ຕັ້ງ​ໜ້າ​ ນັບ​ແຕ່​ຊຸມ​ມື້​ທຳ​ອິດ​ຂອງ​ສົງ​ຄາມ. ປະຈຸ​ບັນ, ສະຖານທູດ ​ແລະ ຄະນະປະສານງານຍັງຮັກສາກົນໄກພົບປະກັນດ້ວຍທາງອອນລາຍເປັນປະຈຳ​ອາທິດ. ​ໃນ​ຕໍ່ໜ້າ, ຖ້າ​ສະຖານະ​ການ​ສະດວກ, ກໍ​ສາມາດ​ຈັດ​ຕັ້ງ​ການ​ພົບ​ປະ​ກັນ​ໂດຍ​ກົງ. ບັນດາກິດ​ຈະ​ກໍາ​ເຫຼົ່າ​ນີ້ ​ຊ່ວຍ​ໃຫ້​ປະ​ຊາ​ຊົນ​ຮັກ​ສາ​ຄວາມ​ສາ​ມັກ​ຄີ​, ທັງໃຫ້ກຳລັງໃຈ​ເຊິ່ງ​ກັນ​ແລະ​ກັນ ​ເພື່ອ​ຜ່ານ​ຜ່າ​ມື້​ທີ່​ຫຍຸ້ງ​ຍາກນີ້.

ສົມເຟັດ

ເຫດການ
302 Found

Found

The document has moved here.