ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມມິງຈິງ ໄດ້​ພົບ​ປະ​ກັບ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ຢູ່ ອາ​ເມ​ລິ​ກາ

09:02 | 19/09/2023

ຍສໝ - ທັນທີທີ່ເດີນທາງໄປເຖິງນະຄອນ San Francisco, ລັດCalifornia, ສະຫະລັດອາເມລິກາ, ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລະດັບ​ສູງ​​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ ຄັ້ງ​ທີ 78 ແລະ ມີການເຄື່ອນໄຫວສອງຝ່າຍຢູ່ສະຫະລັດອາເມລິກາ, ໃນຕອນແລງຂອງວັນທີ 17 ກັນຍາ (ເວລາທ້ອງ​ຖິ່ນ), ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມມິງຈິງ ໄດ້​ມີ​ການ​ພົບ​ປະ​ເຈ​ລະ​ຈາ​ກັບ​ຜູ້​ຕາງ​ໜ້າ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ຢູ່ ອາ​ເມ​ລິ​ກາ.

ສະ​ຖານ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ Sydney ຕິດ​ພັນ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ຜ່ານ​ບັນ​ດາ​ການ​ລະຫຼິ້ນ​ພື້ນ​ເມືອງ​ວັນ​ບຸນ​ເຕັດ ສະ​ຖານ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ Sydney ຕິດ​ພັນ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ຜ່ານ​ບັນ​ດາ​ການ​ລະຫຼິ້ນ​ພື້ນ​ເມືອງ​ວັນ​ບຸນ​ເຕັດ
ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ອີ​ສານ ໄທ ຕ້ອນ​ຮັບ​ລະ​ດູ​ບານ​ໃໝ່​ແຫ່ງ​ບ້ານ​ເກີດ​ເມືອງນອນ ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ອີ​ສານ ໄທ ຕ້ອນ​ຮັບ​ລະ​ດູ​ບານ​ໃໝ່​ແຫ່ງ​ບ້ານ​ເກີດ​ເມືອງນອນ

ທີ່ການພົບປະ, ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອາເມລິກາ ສະແດງຄວາມປິຕິຊົມຊື່ນ ເມື່ອ ຫວຽດນາມ ແລະ ອາເມລິກາ ກາຍເປັນຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ, ການຮ່ວມມື ແລະ ການພັດທະນາແບບຍືນຍົງ ແລະ ສະແດງຄວາມພາກພູມໃຈຕໍ່ບັນດາຜົນງານແຫ່ງການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດໃນໄລຍະຜ່ານມາ.

ພາຍຫຼັງໄປຮອດນະຄອນ San Francisco, ລັດ California, ປະເທດ ອາເມລິກາ ເພື່ອເຂົ້າຮ່ວມສັບປະດາຂັ້ນສູງ ສະມັດຊາໃຫຍ່ ຄັ້ງທີ 78 ຂອງ ສປຊ ແລະ ບັນດາການເຄື່ອນໄຫວພົວພັນສອງຝ່າຍຢູ່ ອາເມລິກາ, ຕອນຄ່ຳວັນທີ 17 ກັນຍາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອາເມລິກາ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມມິງຈິງ ໄດ້​ພົບ​ປະ​ກັບ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ຢູ່ ອາ​ເມ​ລິ​ກາ

ທີ່ການພົບປະ, ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອາເມລິກາ ສະແດງຄວາມປິຕິຊົມຊື່ນ ເມື່ອ ຫວຽດນາມ ແລະ ອາເມລິກາ ກາຍເປັນຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ, ການຮ່ວມມື ແລະ ການພັດທະນາແບບຍືນຍົງ ແລະ ສະແດງຄວາມພາກພູມໃຈຕໍ່ບັນດາຜົນງານແຫ່ງການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດໃນໄລຍະຜ່ານມາ, ພິເສດແມ່ນການຟື້ນຟູ ແລະ ພັດທະນາເສດຖະກິດ ສັງຄົມພາຍຫຼັງໂລກລະບາດໂຄວິດ - 19, ສືບຕໍ່ເຊື່ອມໂຍງສາກົນຢ່າງເລິກເຊິ່ງ, ກ້ວາງຂວາງ, ຍົກສູງທີ່ຕັ້ງບົດບາດ, ອິດທິພົນຊື່ສຽງໃນເວທີສາກົນ. ຊາວ ຫວຽດນາມ ອາໄສຢູ່ ອາເມລິກາ ກໍ່ໄດ້ລາຍງານໃຫ້ນາຍົກລັດຖະມົນຕີໄດ້ຮັບຊາບ ກ່ຽວກັບບັນດາວຽກງານແທດຈິງຂອງພໍ່ແມ່ປະຊາຊົນ ໃນການປົກປັກຮັກສາ, ເສີມຂະຫຍາຍ, ໂຄສະນາຄຸນຄ່າວັດທະນະທຳ ຫວຽດນາມ ຢູ່ ອາເມລິກາ… ບັນດາການເຄື່ອນໄຫວອ່ວາຍໜ້າເມື່ອຫາບ້ານເກີດເມືອງນອນ, ປະເທດຊາດ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຢັ້ງຢືນວ່າ:

“ຂ້າພະເຈົ້າຕີລາຄາສູງບົດບາດ, ການປະກອບສ່ວນຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ພິເສດແມ່ນໃນບັນດາຂົງເຂດວິທະຍາສາດ, ເຕັກໂນໂລຊີ, ການສຶກສາ, ນັກທຸລະກິດ, ບັນດາຂົງເຂດອື່ນໆລ້ວນແຕ່ພັດທະນາ, ພວກເຮົາມີເອກອ້າງທະນົງໃຈທີ່ສຸດ. ພວກຂ້າພະເຈົ້າກໍ່ຫວັງວ່າ ປະຊາຄົມສືບຕໍ່ສາມັກຄີ, ເປັນເອກະພາບ. ພວກເຮົາສາມັກຄີພາຍໃນປະເທດ, ສາມັກຄີກັບປະເທດຕ່າງໆ, ສາມັກຄີພາຍໃນປະຊາຄົມ, ສາມັກຄີເພື່ອບັນລຸຜົນສຳເລັດ. ຂ້າພະເຈົ້າຝາກຝັງນ້ຳໃຈ, ຄວາມປາດຖະໜາຂອງພັກ, ລັດ ຕໍ່ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເວົ້າລວມ ແລະ ຢູ່ ອາເມລິກາ ເວົ້າສະເພາະ”.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.