ເພີ່ມທະວີການສະໜິດຕິດພັນລະຫວ່າງຊາວຫວຽດນາມ ອາໄສຢູ່ຕ່າງປະເທດກັບບ້ານເກີດເມືອງນອນ

14:44 | 09/11/2023

ເພີ່ມທະວີການສະໜິດຕິດພັນລະຫວ່າງຊາວຫວຽດນາມ ອາໄສຢູ່ຕ່າງປະເທດກັບບ້ານເກີດເມືອງນອນ

ກົມໃຫຍ່ຕຳຫຼວດລາວ ແລະກອງບັນຊາການທະຫານຊາຍແດນຫວຽດນາມ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະງົບ ກົມໃຫຍ່ຕຳຫຼວດລາວ ແລະກອງບັນຊາການທະຫານຊາຍແດນຫວຽດນາມ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະງົບ
ເພີ່ມທະວີການແລກປ່ຽນປະສົບການດ້ານວິຊາຊີບລະຫວ່າງໜັງສືພິມກອງທັບປະຊາຊົນ (ຫວຽດນາມ) ແລະ ໜັງສືພິມທະຫານເຂດ 1 (ລາວ) ເພີ່ມທະວີການແລກປ່ຽນປະສົບການດ້ານວິຊາຊີບລະຫວ່າງໜັງສືພິມກອງທັບປະຊາຊົນ (ຫວຽດນາມ) ແລະ ໜັງສືພິມທະຫານເຂດ 1 (ລາວ)

ຕອນບ່າຍວັນທີ 6 ພະຈິກ, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານນາງ ເລທິທູຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ປະທານຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ຢູ່ຕ່າງປະເທດ ໄດ້ມີການຕ້ອນຮັບຜູ້ຕາງໜ້າອົງການນັກວິທະຍາສາດ ແລະຊ່ຽວຊານຫວຽດນາມ ທົ່ວໂລກ (AVSE Global) ນໍາໂດຍ ທ່ານສາດສະດາຈານ ຫງວຽນດຶ໊ກເຄືອງ, ປະທານສະມາຄົມ.

ເພີ່ມທະວີການສະໜິດຕິດພັນລະຫວ່າງຊາວຫວຽດນາມ ອາໄສຢູ່ຕ່າງປະເທດກັບບ້ານເກີດເມືອງນອນ

ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຕ້ອນຮັບທ່ານສາດສະດາຈານ ຫງວຽນດຶ໊ກເຄືອງ ປະທານສະມາຄົມ AVSE Global. ພາບ: baoquocte.vn

ທີ່ການຕ້ອນຮັບ, ທ່ານສາດສະດາຈານ ຫງວຽນດຶ໊ກເຄືອງ ໃຫ້ຮູ້ວ່າ ປະຈຸບັນ ເຄືອຂ່າຍ AVSE Global ພວມມີຢູ່ 20 ກວ່າປະເທດ ດ້ວຍສະມາຊິກແມ່ນປັນຍາຊົນ, ນັກຊ່ຽວຊານຫວຽດນາມ ແລະນັກຊ່ຽວຊານຕ່າງປະເທດປະມານ 10 ພັນຄົນ ປາດຖະໜາຢາກປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການພັດທະນາຂອງຫວຽດນາມ.

ຕາງໜ້າ AVSE Global, ທ່ານສາດສະດາຈານ ຫງວຽນດຶ໊ກເຄືອງ ສະແດງຄວາມຂອບໃຈມາຍັງການນໍາກະຊວງການຕ່າງປະເທດ, ຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ຢູ່ຕ່າງປະເທດ ທີ່ຍາມໃດກໍ່ຮ່ວມເດີນທາງ, ໜູນຊ່ວຍ AVSE Global ໃນໄລຍະຜ່ານມາ ແລະຫວັງວ່າ ຈະສືບຕໍ່ໄດ້ຮັບການໜູນຊ່ວຍຈາກຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ຢູ່ຕ່າງປະເທດໃນບາງໂຄງການ ແລະການເຄື່ອນໄຫວລະອຽດຂອງສະມາຄົມໃນໄລຍະຈະມາເຖິງ, ຄື: ເວທີປາໄສຄວາມຍືນຍົງຫວຽດນາມ 2024, ເວທີປາໄສອິດທິພົນຂອງຊາວຫວຽດນາມ...

ເພີ່ມທະວີການສະໜິດຕິດພັນລະຫວ່າງຊາວຫວຽດນາມ ອາໄສຢູ່ຕ່າງປະເທດກັບບ້ານເກີດເມືອງນອນ

ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຖ່າຍຮູບເປັນທີ່ລະນຶກກັບບັນດາຜູ້ແທນ. ພາບ: baoquocte.vn

ສ່ວນທ່ານນາງ ເລທິທູຮັ່ງ ກໍ່ຕີລາຄາສູງຄວາມມານະພະຍາຍາມ ແລະໝາກຜົນທີ່ບັນລຸໄດ້ຂອງ AVSE Global ໃນໄລຍະຜ່ານມາ. ພ້ອມທັງຢັ້ງຢືນວ່າ ກະຊວງການຕ່າງປະເທດ ຍາມໃດກໍ່ສົ່ງເສີມ ແລະນັບຖືຢ່າງສູງຕໍ່ການປະກອບສ່ວນຂອງປັນຍາຊົນຫວຽດນາມ ຢູ່ຕ່າງປະເທດ ໃຫ້ແກ່ບ້ານເກີດເມືອງນອນ, ປະເທດຊາດ; ຫວັງວ່າໃນໄລຍະຈະມາເຖິງ, AVSE Global ຈະມີບັນດາການເຄື່ອນໄຫວທີ່ແທດຈິງ ແລະມີປະສິດທິຜົນ ເພື່ອປະກອບສ່ວນໃຫ້ແກ່ບ້ານເກີດເມືອງນອນຫຼາຍກວ່າອີກ.

ເນັ້ນໜັກວ່າ, ຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ຢູ່ຕ່າງປະເທດ ຍາມໃດກໍ່ຮ່ວມເດີນທາງ, ສະໜັບສະໜູນ, ໜູນຊ່ວຍ AVSE Global ໃນການເຄື່ອນໄຫວມຸ່ງໄປເຖິງບ້ານເກີດເມືອງນອນ, ປະເທດຊາດ, ທ່ານນາງ ເລທິທູຮັ່ງ ກ່າວວ່າ AVSE Global ສາມາດພ້ອມກັບຄະນະກຳມະການຈັດຕັ້ງບັນດາການເຄື່ອນໄຫວໃນໄລຍະຈະມາເຖິງເພື່ອຕິດພັນ ແລະລະດົມກຳລັງຄວາມສາມາດບົ່ມຊ້ອນ ແລະການປະກອບສ່ວນຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເຂົ້າໃນການພັດທະນາຂອງປະເທດຊາດ.

ບູນມີ

ເຫດການ
302 Found

Found

The document has moved here.