ໜູນຊ່ວຍດ້ານນິຕິກໍາ ໃຫ້ຊາວຫວຽດນາມອາໄສຢູ່ຕ່າງປະເທດ

08:24 | 27/10/2023

ໜູນຊ່ວຍດ້ານນິຕິກໍາ ໃຫ້ຊາວຫວຽດນາມອາໄສຢູ່ຕ່າງປະເທດ

ທ່ານ​ປະທານ​ປະ​ເທດຫວໍວັນເຖືອງ: ຫວຽດນາມ ຍາມ​ໃດ​ກໍ່​ສະໜັບສະໜູນ​ບັນດາ​ຂໍ້​ລິ​ເລີ່​ມທີ່​ມີ​ຜົນ​ດີ​ຕໍ່​ສັນຕິພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ ທ່ານ​ປະທານ​ປະ​ເທດຫວໍວັນເຖືອງ: ຫວຽດນາມ ຍາມ​ໃດ​ກໍ່​ສະໜັບສະໜູນ​ບັນດາ​ຂໍ້​ລິ​ເລີ່​ມທີ່​ມີ​ຜົນ​ດີ​ຕໍ່​ສັນຕິພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ
ສ້າງທຸກເງື່ອນໄຂ ໃຫ້ຊາວຫວຽດນາມອາໄສຢູ່ຕ່າງປະເທດ ກັບເມືອບ້ານຢ່າງປອດໄພ ໃນສະພາບໂລກລະບາດໂຄວິດ-19 ສ້າງທຸກເງື່ອນໄຂ ໃຫ້ຊາວຫວຽດນາມອາໄສຢູ່ຕ່າງປະເທດ ກັບເມືອບ້ານຢ່າງປອດໄພ ໃນສະພາບໂລກລະບາດໂຄວິດ-19

ວັນທີ 26 ຕຸລາ 2023, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ - ກະຊວງການຕ່າງປະເທດ ແລະຄະນະທະນາຍຄວາມ ນະຄອນຮ່າໂນ້ຍ ໄດ້ຈັດຕັ້ງກອງປະຊຸມສຳມະນາກ່ຽວກັບການໜູນຊ່ວຍດ້ານນິຕິກໍາໃຫ້ແກ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ດ້ວຍຮູບການເຊິ່ງໜ້າສົມທົບກັບທາງໄກ.

ເຂົ້າຮ່ວມກອງປະຊຸມມີຜູ້ແທນ 100 ກວ່າຄົນທີ່ຕາງໜ້າໃຫ້ບັນດາອົງການຈັດຕັ້ງພາຍໃນປະເທດ ແລະຜູ້ຕາງໜ້າການນໍາບັນດາສະມາຄົມຊາວຫວຽດນາມ ທີ່ມາຈາກ 11 ປະເທດ/ເຂດແຄ້ວນ, ໃນນັ້ນມີ ຝະລັ່ງ, ເຢຍລະມັນ, ໂປໂລຍ, ສາທາລະນະລັດ ເຊັກ, ອັງກິດ, ລັດເຊຍ, ຈີນ, ໄຕ້ຫວັນ (ຈີນ), ຍີ່ປຸ່ນ ແລະ 15 ສະຖານທີ່ຖ່າຍທອດສົດຢູ່ຕ່າງປະເທດ.

ຄວາມຕ້ອງການອັນໃຫຍ່ຫຼວງກ່ຽວກັບການໜູນຊ່ວຍດ້ານຂໍ້ມູນຂ່າວສານດ້ານນະໂຍບາຍ ແລະກົດຫມາຍ

ຕາມຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໃຫ້ຮູ້ວ່າ: ຕາມຄຳສ່ອງແສງຈາກພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດແລ້ວ, ປະຈຸບັນ ຍັງມີຄວາມຫຍຸ້ງຍາກ ແລະຂໍ້ຕິດຂັດຈຳນວນໜຶ່ງໃນຂະບວນການຜັນຂະຫຍາຍບັນດາເອກະສານກົດໝາຍສະບັບຕ່າງໆ ຍ້ອນບັນດາຂໍ້ກຳນົດທີ່ກ່ຽວຂ້ອງຖືກກະແຈກກະຈາຍ ໃນບັນດາເອກະສານກົດໝາຍສະບັບຕ່າງໆໃນຫຼາຍຂົງເຂດທີ່ແຕກຕ່າງກັນ... ສະນັ້ນ, ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດຫຼາຍຄົນ ມີຄວາມຕ້ອງໄດ້ຮັບການແນະນຳ ແລະໜູນຊ່ວຍບັນດາຂໍ້ມູນຂ່າວສານກ່ຽວກັບນະໂຍບາຍ, ກົດໝາຍ ແລະຕອບຂໍ້ຂ້ອງໃຈ. ນີ້ແມ່ນຄວາມຮຽກຮ້ອງຕ້ອງການອັນຊອບທຳຂອງປະຊາຊົນ. ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ຮັບຮູ້ວ່າ ການໜູນຊ່ວຍດ້ານນິຕິກໍາໂດຍປະຊາຄົມຊາວ ຫວຽດນາມ ທັງຢູ່ພາຍໃນ ແລະ ຕ່າງປະເທດ ກໍ່ໄດ້ຮັບການຖືວ່າແມ່ນໜຶ່ງໃນບັນດາມາດຕະການໜູນຊ່ວຍຢ່າງມີປະສິດທິຜົນສໍາລັບປະຊາຄົມຊາວ ຫວຽດນາມ ຢູ່ຕ່າງປະເທດ.

ໜູນຊ່ວຍດ້ານນິຕິກໍາ ໃຫ້ຊາວຫວຽດນາມອາໄສຢູ່ຕ່າງປະເທດ

ທ່ານ ຫງວຽນແມ້ງດົງ, ຮອງຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ກ່າວຄຳເຫັນທີ່ກອງປະຊຸມສໍາມະນາ. ພາບ: thoidai.com.vn

ບົນພື້ນຖານນັ້ນ, ທ່ານຮອງປະທານຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຫງວຽນແມ້ງດົງ ຫວັງວ່າ ກອງປະຊຸມສໍາມະນາຈະແມ່ນບາດກ້າວທຳອິດເພື່ອສ້າງກົນໄກໜູນຊ່ວຍດ້ານນິຕິກໍາໃຫ້ແກ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ດ້ວຍການເຂົ້າຮ່ວມໃຫ້ຄໍາປຶກສາດ້ານວິຊາສະເພາະທີ່ລົງເລິກຂອງຄະນະທະນາຍຄວາມ ນະຄອນຮ່າໂນ້ຍ, ປະກອບສ່ວນໜູນຊ່ວຍຊາວຫວຽດນາມ ອາໄສຢູ່ຕ່າງປະເທດມີຊີວິດການເປັນຢູ່ທີ່ປະເທດປະຈໍາຖິ່ນ ເປັນປົກກະຕິ ກໍ່ຄື ໃນຂະບວນການກັບຄືນປະເທດເພື່ອດໍາລົງຊີວິດ, ເຮັດວຽກ, ລົງທຶນ ແລະດໍາເນີນທຸລະກິດ.

ໜູນຊ່ວຍດ້ານນິຕິກໍາ ໃຫ້ຊາວຫວຽດນາມອາໄສຢູ່ຕ່າງປະເທດ

ບັນຍກາດທີ່ກອງປະຊຸມສໍາມະນາ. ພາບ: thoidai.com.vn

ຫຼາຍບັນຫາ ... ພົບກັບຄວາມຫຍຸ້ງຍາກ

ກອງປະຊຸມສໍາມະນາໄດ້ຮັບຟັງ 10 ຄໍາເຫັນປະກອບຂອງຜູ້ຕາງໜ້າສະມາຄົມຊາວຫວຽດນາມ ອາໄສຢູ່ອັງກິດ, ໂຮນລັງ, ສາທາລະນະລັດ ເຊັກ, ແບນຊິກ, ຍີ່ປຸ່ນ, ລັດເຊຍ, ຝລັ່ງ, ອົດສະຕາລີ ກ່ຽວກັບຄວາມຕ້ອງການໜູນຊ່ວຍດ້ານນິຕິກຳໃນບັນດາຂົງເຂດຄື: ການລົງທຶນ; ດໍາເນີນທຸລະກິດ, ການປົກປ້ອງສິດເປັນເຈົ້າຂອງຊັບສິນຂອງນັກລົງທຶນຊາວຫວຽດນາມອາໄສຢູ່ຕ່າງປະເທດ, ການສືບທອດຊັບສິນ, ລິຈະສິດພູມປັນຍາ, ການເຂົ້າອອກເມືອງ, ໄປອອກແຮງງານຢູ່ຕ່າງປະເທດ...

ທ່ານນາງ ຫງວຽນທິຢ້ຽວລິງ, ຮອງປະທານສະມາຄົມຊາວຫວຽດນາມ ອາໄສຢູ່ ສ.ເຊັກ, ປະທານສະມາຄົມຊາວໜຸ່ມ ແລະນັກສຶກສາຫວຽດນາມ ຢູ່ ເອີລົບ ໄດ້ຍົກອອກ 5 ບັນຫາກ່ຽວກັບຊາວຫວຽດນາມ ຢູ່ ສ.ເຊັກ ທີ່ຕ້ອງການໜູນຊ່ວຍດ້ານນິຕິກໍາຄື: ໜູນຊ່ວຍກ່ຽວກັບສໍາມະໂນຄົວ, ການລົງທະບຽນພັກເຊົາຊົ່ວຄາວ, ປັດປະຈໍາຕົວ, ການສືບທອດຕ່າງໆ ແລະສັນຊາດ.

ໜູນຊ່ວຍດ້ານນິຕິກໍາ ໃຫ້ຊາວຫວຽດນາມອາໄສຢູ່ຕ່າງປະເທດ

ທ່ານນາງ ຫງວຽນທິຢ້ຽວລິງ ຮອງປະທານສະມາຄົມຊາວຫວຽດນາມ ອາໄສຢູ່ ສ.ເຊັກ ກ່າວຄຳເຫັນທີ່ກອງປະຊຸມສໍາມະນາ. ພາບ: thoidai.com.vn

ທ່ານ ຫງວຽນຮົ່ງເຊີນ, ປະທານສະມາຄົມຊາວຫວຽດນາມ ອາໄສຢູ່ ຍີ່ປຸ່ນ ໃຫ້ຮູ້ວ່າ: ປະຈຸບັນ, ປະຊາຄົມຊາວຫວຽດນາມ ອາໄສຢູ່ ຍີ່ປຸ່ນ ມີປະມານ 500.000 ກວ່າຄົນ. ຄຽງຄູ່ກັບການຂະຫຍາຍຕົວດ້ານປະລິມານ, ເງື່ອນໄຂເສດຖະກິດສ່ວນໜຶ່ງຂອງຊາວຫວຽດນາມ ອາໄສຢູ່ ຍີ່ປຸ່ນ ກໍ່ໄດ້ຮັບການປັບປຸງ ແລະ ມີຄວາມຕ້ອງການລົງທຶນ ແລະ ດຳເນີນທຸລະກິດຢູ່ຫວຽດນາມ. ສະນັ້ນ, ຄວາມຕ້ອງການໄດ້ຮັບການໜູນຊ່ວຍດ້ານນິຕິກໍາກ່ຽວກັບການດຳເນີນທຸລະກິດ ແລະ ການລົງທຶນຢູ່ຫວຽດນາມ ນັບມື້ນັບມີຄວາມໝາຍສຳຄັນ.

ໜູນຊ່ວຍດ້ານນິຕິກໍາ ໃຫ້ຊາວຫວຽດນາມອາໄສຢູ່ຕ່າງປະເທດ

ບັນດາຜູ້ແທນຖ່າຍຮູບທີ່ລະນຶກຢູ່ກອງປະຊຸມສໍາມະນາ. ພາບ: thoidai.com.vn

ທີ່ກອງປະຊຸມສໍາມະນາ, ທ່ານເອກອັກຄະລັດຖະທູດ ຫງວຽນຝູບິ່ງ, ປະທານສະມາຄົມປະສານງານກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ ໄດ້ແບ່ງປັນຂໍ້ມູນຂ່າວສານ ແລະປະສົບການຂອງຫລາຍປະເທດກ່ຽວກັບບັນດາບັນຫາທີ່ພໍ່ແມ່ພີ່ນ້ອງຢູ່ຕ່າງປະເທດສົນໃຈ. ທ່ານຫວັງວ່າ ທີ່ກອງປະຊຸມສະພາແຫ່ງຊາດຄັ້ງນີ້, ກົດໝາຍວ່າດ້ວຍທີ່ດິນ (ເພີ່ມເຕີມ) ຈະໄດ້ຮັບການຮັບຮອງເອົາ ແລະ ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.

ໂດຍໄດ້ຮັບຄຳເຫັນປະກອບຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ຜູ້ຕາງໜ້າຄະນະທະນາຍຄວາມ ນະຄອນຮ່າໂນ້ຍ ໃຫ້ຮູ້ວ່າ: ຄາດວ່າຈະສົມທົບກັບບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງ ຜັນຂະຫຍາຍການໜູນຊ່ວຍດ້ານນິຕິກໍາໃຫ້ຊາວຫວຽດນາມອາໄສຢູ່ຕ່າງປະເທດ ໂດຍບໍ່ຫວັງຜົນກຳໄລ ດ້ວຍຫຼາກຫຼາຍເປົ້າໜູນຊ່ວຍ ແລະ ບົນພື້ນຖານການຄົບຊຸດ, ມີປະສິດທິຜົນລະຫວ່າງບັນດາອົງການຈັດຕັ້ງປະຕິບັດວິຊາຊີບທະນາຍ ແລະ ບັນດາອົງການທີ່ມີໜ້າທີ່.

ບູນມີ

ເຫດການ
302 Found

Found

The document has moved here.