ພິທີອາໄລຫາເຖິງທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ແຂວງບໍລິຄຳໄຊ

16:16 | 16/05/2024

ຍສໝ - ການ​ນຳ​ແຂວງ ຮ່າ​ຕິ້ງ ​ເນັ້ນ​ໜັກ​ວ່າ, ພິທີອາໄລຫາມື້​ນີ້ ​ແມ່ນ​ການ​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ຫວຽດນາມ - ລາວ.

ສົ່ງຄືນອັດຖິກະດູກຂອງທະຫານອາສາສະໝັກຫວຽດນາມ ທີ່ເສຍຊີວິດຢູ່ລາວ ກັບຄືນບ້ານເກີດເມືອງນອນ ສົ່ງຄືນອັດຖິກະດູກຂອງທະຫານອາສາສະໝັກຫວຽດນາມ ທີ່ເສຍຊີວິດຢູ່ລາວ ກັບຄືນບ້ານເກີດເມືອງນອນ
ພິທີໄວ້ອາໄລ ແລະປົງອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ພິທີໄວ້ອາໄລ ແລະປົງອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ

ດ້ວຍ​ການ​ໜູນ​ຊ່ວຍ​ຂອງ​ຄະນະ​ພັກ, ລັດຖະບານ, ກຳລັງ​ປະກອບ​ອາວຸດ ​ແລະ ປະຊາຊົນ​ບັນດາຊົນ​ເຜົ່າ​ລາວ ຢູ່​ນະຄອນຫຼວງ​ວຽງ​ຈັນ ​ແລະ ​ແຂວງ​ບໍລິ​ຄຳ​ໄຊ, ​ໃນ​ລະດູ​ແລ້ງ 2023 – 2024, ຄະນະ​ເກັບ​ອັດຖິກະດູກ​ແຂວງ ຮ່າ​ຕິ້ງ ​ໄດ້​ຄົ້ນ​ຫາ ​ແລະ ກູ້​ເອົາ​ຊາກ​ສົບ​ຂອງ​ອາສາ​ສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ 11 ຄົນ ( 2 ຄົນເສຍຊີວິດຢູ່ນະຄອນຫຼວງວຽງຈັນ ແລະ 9 ຄົນເສຍຊີວິດຢູ່ແຂວງບໍລິຄຳໄຊ).

ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານພົນຈັດຕະວາ ຈັນ​ສະໝອນ ລາດ​ຊະ​ວົງ, ກຳມະການ​ກົມ​ການ​ເມືອງ, ຮອງ​ຫົວ​ໜ້າ​ຄະນະ​ກຳມະການ​ພິ​ເສດ​ແຂວງ​ບໍລິ​ຄຳ​ໄຊ ຢືນຢັນ​ວ່າ: ປະຊາຊົນ​ລາວ​ທຸກ​ເຜົ່າ​ຈົ່ງ​ມີ​ຄວາມ​ສະຫງົບ​ສຸກ​ໃນ​ປະຈຸ​ບັນ ຂອບອົກຂອບໃຈຕໍ່ການເສຍສະຫຼະອັນສູງສົ່ງ ແລະ ບໍ່ເຫັນແກ່ຕົວຂອງບັນດານັກອາສາສະໝັກ, ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະເລືອດເນື້ອ, ກະດູກ, ສະເໝີຕົ້ນສະເໝີປາຍຢູ່ຄຽງຂ້າງກອງທັບ ແລະ ປະຊາຊົນລາວ ເພື່ອເອົາຊະນະຜູ້ຮຸກຮານ ແລະ ນຳມາເຊິ່ງຊີວິດຄວາມຈະເລີນຮຸ່ງເຮືອງ ແລະ ມີຄວາມຜາສຸກມາໃຫ້ປະເທດລາວໃນປະຈຸບັນ.

ພິທີອາໄລຫາເຖິງທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ແຂວງບໍລິຄຳໄຊ

ຄະນະ​ພັກ ​ແລະ ອຳນາດ​ການ​ປົກຄອງ​ແຂວງ ບໍລິ​ຄຳ​ໄຊ ​ໄດ້​ຖະຫວາຍ​ດອກໄມ້ ​ແລະ ຈູດ​ທູບ​ທຽນ​ອາ​ໄລ​ຫາທະຫານອາສາສະໝັກຫວຽດນາມ ​ເສຍ​ຊີວິດ.

ລັດຖະບານ ແລະ ປະຊາຊົນ ແຂວງ ບໍລິຄຳໄຊ ເວົ້າສະເພາະ ແລະ ປະຊາຊົນລາວ ໂດຍທົ່ວໄປ ປະຕິຍານວ່າ ຈະສືບຕໍ່ຮ່ວມກັບປະຊາຊົນ ຫວຽດນາມ ໃນການປົກປັກຮັກສາ ແລະ ປູກຝັງສາຍພົວພັນແບບພິເສດຂອງ 2 ປະເທດໃຫ້ຍືນຍົງຕະຫຼອດໄປ.

ທີ່​ພິທີ, ສະຫາຍ ​ເລ​ຫງອກ​ເຈົາ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ຮ່າ​ຕິ້ງ ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ເລິກ​ເຊິ່ງຕໍ່​ຄະນະ​ພັກ, ລັດຖະບານ, ປະຊາຊົນ​ບັນດາ​ເຜົ່າ​ລາວ, ​ໃນ​ນັ້ນ​ມີ​ແຂວງ ບໍລິ​ຄຳ​ໄຊ ​ໃນ​ຕະຫຼອດ​ຫຼາຍ​ທົດ​ສະ​ວັດ​ຜ່ານ​ມາ ໄດ້ດູແລ ແລະ ຮັກສາຂຸມຝັງສົບຂອງ ທະຫານ​ອາສາ​ສະໝັກ​ຫວຽດນາມ.

ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ຮ່າ​ຕິ້ງ ​ເນັ້ນ​ໜັກ​ວ່າ: ພິທີ​ໃນ​ມື້​ນີ້​ແມ່ນ​ການ​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ ລາວ - ຫວຽດນາມ. ຕາງໜ້າພັກ, ລັດຖະບານ, ປະຊາຊົນ, ກໍາລັງປະກອບອາວຸດແຂວງ ຮ່າຕິ້ງ ແລະ ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ, ຂໍອວຍພອນໃຫ້ບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ຈົ່ງໄດ້ໄປພັກຜ່ອນຢູ່ກັບບ້ານເກີດເມືອງນອນຫວຽດນາມ.

ທີ່​ພິທີ, ການ​ນຳ​ບັນດາ​ທ້ອງ​ຖິ່ນ, ກຳລັງ​ປະກອບ​ອາວຸດ ​ແລະ ປະຊາຊົນ​ບັນດາ​ເຜົ່າ​ລາວ ​ແຂວງ​ບໍລິ​ຄຳ​ໄຊ ​ໄດ້​ຖະຫວາຍ​ດອກ​ໄມ້ ​ເພື່ອ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ບັນດາ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ - ລູກ​ຫຼານ​ທີ່​ດີ​ເດັ່ນ​ຂອງ​ຊາວ​ຫວຽດນາມ ອາ​ໄສ​ຊາວ​ໜຸ່ມ​ທົ່ວ​ປວງ​ຊົນ​ຕໍ່ສູ້ ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ເພື່ອ​ເອກະລາດ ​ແລະ ​ເສລີພາບ​ຂອງ​ສອງ​ປະ​ເທດ​ຫວຽດນາມ - ລາວ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.