ນັກຮົບໝວກເບເລສີຟ້າຫວຽດນາມ ກວດພະຍາດໃຫ້ຄູອາຈານຢູ່ Abyei

15:14 | 21/11/2023

ຍສໝ - ກໍາລັງຫວຽດນາມ ໄດ້ຈັດສົ່ງແພດໝໍຈາກໂຮງໝໍສະໜາມຂັ້ນ 1 ຂຶ້ນກັບກອງຊ່າງແສງ ພ້ອມດ້ວຍພະນັກງານແພດຈາກກົມກອງ ເນປານ ເຂົ້າຮ່ວມໂຄງການ. ສິ່ງທີ່ເປັນໜ້າເອົາໃຈໃສ່ ນັ້ນແມ່ນມີທ່ານໝໍຄົນໜຶ່ງມາຈາກກອງພັນທະຫານບົກ ປາກິດສະຖານ ໄດ້ສະໝັກເຂົ້າຮ່ວມການໜູນຊ່ວຍພາຍຫຼັງທີ່ໄດ້ຮັບຂ່າວກ່ຽວກັບໂຄງການທີ່ມີຄວາມໝາຍນີ້ຂອງກົມກອງຫວຽດນາມ ແລະ ເນປານ.

ກອງຊ່າງແສງຫວຽດນາມ ໄດ້ນຳມາເຊິ່ງກຳລັງໜູນ ແລະຄວາມເຊື່ອໝັ້ນໃຫ້ແກ່ປະຊາຊົນ Abyei ກອງຊ່າງແສງຫວຽດນາມ ໄດ້ນຳມາເຊິ່ງກຳລັງໜູນ ແລະຄວາມເຊື່ອໝັ້ນໃຫ້ແກ່ປະຊາຊົນ Abyei
ສະມາຊິກ 156 ຄົນ ຂອງກອງທະຫານຊ່າງແສງ ເລກ 1 ໄດ້ອອກເດີນທາງໄປປະຕິບັດໜ້າທີ່ຢູ່ Abyei ສະມາຊິກ 156 ຄົນ ຂອງກອງທະຫານຊ່າງແສງ ເລກ 1 ໄດ້ອອກເດີນທາງໄປປະຕິບັດໜ້າທີ່ຢູ່ Abyei

ກຳລັງຮັກສາສັນຕິພາບ ສະຫະປະຊາຊາດຂອງຫວຽດນາມ ທີ່ຄະນະປະຕິບັດງານປ້ອງກັນຄວາມສະຫງົບຊົ່ວຄາວ ຂອງສະຫະປະຊາຊາດຢູ່ເຂດ Abyei (UNISFA) ຫາກໍ່ສົມທົບກັບກົມກອງຮັບປະກັນກອງບັນຊາການຄະນະປະຕິບັດງານຂອງ ເນປານ ຈັດຕັ້ງການກວດພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າ, ມອບຂອງຂວັນໃຫ້ບັນດາຄູອາຈານຢູ່ເຂດໃຈກາງ Abyei ເພື່ອແນໃສ່ສ້າງການພົວພັນອັນດີງາມ, ຊ່ວຍເຫຼືອເຊິ່ງກັນແລະກັນລະຫວ່າງກອງທັບປະຊາຊົນຫວຽດນາມ ແລະປະຊາຄົມທ້ອງຖິ່ນຢູ່ເຂດ Abyei.

ນັກຮົບໝວກເບເລສີຟ້າຫວຽດນາມ ກວດພະຍາດໃຫ້ຄູອາຈານຢູ່ Abyei

ບັນຍາກາດທີ່ຫ້ອງກວດພະຍາດ. ພາບ: qdnd.vn

ເພື່ອຈັດຕັ້ງການກວດພະຍາດໃຫ້ປະສົບຜົນສໍາເລັດ, ກໍາລັງຫວຽດນາມ ປະຈຳ ຄະນະປະຕິບັດງານ UNISFA ໄດ້ສົມທົບກັບກົມກອງ ເນປານ ໄປສຳຫຼວດເຂດທີ່ຈະກວດ, ປິ່ນປົວພະຍາດ ເພື່ອແນໃສ່ຮັບປະກັນເງື່ອນໄຂດີທີ່ສຸດໃຫ້ແກ່ການກວດພະຍາດໃນຄັ້ງນີ້.


ກໍາລັງຫວຽດນາມ ໄດ້ຈັດສົ່ງແພດໝໍຈາກໂຮງໝໍສະໜາມຂັ້ນ 1 ຂຶ້ນກັບກອງຊ່າງແສງ ພ້ອມດ້ວຍພະນັກງານແພດຈາກກົມກອງ ເນປານ ເຂົ້າຮ່ວມໂຄງການ. ສິ່ງທີ່ເປັນໜ້າເອົາໃຈໃສ່ ນັ້ນແມ່ນມີທ່ານໝໍຄົນໜຶ່ງມາຈາກກອງພັນທະຫານບົກ ປາກິດສະຖານ ໄດ້ສະໝັກເຂົ້າຮ່ວມການໜູນຊ່ວຍພາຍຫຼັງທີ່ໄດ້ຮັບຂ່າວກ່ຽວກັບໂຄງການທີ່ມີຄວາມໝາຍນີ້ຂອງກົມກອງຫວຽດນາມ ແລະ ເນປານ.

ພິເສດ, ທ່ານລັດຖະມົນຕີກະຊວງສຶກສາເຂດ Abyei ໄດ້ໄປຢ້ຽມຢາມ, ທີມງານແພດໝໍຂອງຫວຽດນາມ ໄດ້ກວດສຸຂະພາບໂດຍກົງໃຫ້. ທ່ານລັດຖະມົນຕີກະຊວງສຶກສາ Abyei ສະແດງຄວາມປິຕິຊົມຊື່ນ ແລະຫວັງວ່າ ໂຄງການນີ້ຈະໄດ້ຮັບການຜັນຂະຫຍາຍເພື່ອຍົກສູງຄຸນນະພາບດ້ານສຸຂະພາບຂອງຖັນແຖວຄູອາຈານຢູ່ເຂດ Abyei. ພາຍຫຼັງການກວດພະຍາດ, ບັນດາຄູອາຈານໄດ້ຮັບຢາຕາມອາການຂອງພະຍາດ ແລະໄດ້ຮັບປື້ມບັນທຶກ ແລະປາກກາເປັນທີ່ລະນຶກຈາກກອງຊ່າງແສງຫວຽດນາມ.

ບູນມີ

ເຫດການ
302 Found

Found

The document has moved here.