ລັດຖະບານ ​ໄດ້​ຕົກລົງ​ຈະ​ຊື້​ໄຟຟ້າ​ຈາກ​ໂຄງການ ​ເຈື່ອງ​ເຊີນ​ ຢູ່​ລາວ

07:00 | 16/05/2024

ຍສໝ - ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ​ໄດ້​ຮັບຮອງ​ເອົາ​ແຜນນະໂຍບາຍ​ຊື້​ໄຟຟ້າ​ຈາກ​ໂຄງການໄຟຟ້າແຮງລົມ ​ເຈື່ອງ​ເຊີນ (ລາວ) ​ແລະ ລົງທຶນຕາໜ່າງເພື່ອ​ເຊື່ອມ​ຕໍ່​ກັບ ຫວຽດນາມ.

ອົດ​ສະ​ຕາ​ລີ ໜູນ​ຊ່ວຍ​ແມ່​ຍິງ 30.000 ຄົນ​ຢູ່​ແຂວງ ລາວ​ກາຍ, ເຊີນ​ລາ ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ດ້ານ​ເສດ​ຖະ​ກິດ ອົດ​ສະ​ຕາ​ລີ ໜູນ​ຊ່ວຍ​ແມ່​ຍິງ 30.000 ຄົນ​ຢູ່​ແຂວງ ລາວ​ກາຍ, ເຊີນ​ລາ ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ດ້ານ​ເສດ​ຖະ​ກິດ
ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ 70 ຄົນ ​ໄປ​ຢ້ຽມຢາມ ​ເຈື່ອງ​ຊາ, ເຮືອນຍາມ DK-I ​ເນື່ອງ​ໃນ​ໂອກາດ​ວັນ​ທີ 30 ເມສາ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ 70 ຄົນ ​ໄປ​ຢ້ຽມຢາມ ​ເຈື່ອງ​ຊາ, ເຮືອນຍາມ DK-I ​ເນື່ອງ​ໃນ​ໂອກາດ​ວັນ​ທີ 30 ເມສາ

​ເນື້ອ​ໃນ​ຂ້າງ​ເທິງ​ນີ້ ແມ່ນ​ໄດ້​ກ່າວ​ໃນເອກະສານແຈ້ງ​ຕອບ​ຂອງ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າຂອງ​ລັດຖະບານໂດຍທ່ານ​ຮອງ​ນາຍົກລັດຖະມົນຕີ ເຈີ່ນຮົ່ງຮ່າ ເຊັນ​ໃນ​ຫວ່າງ​ມໍ່ໆ​ນີ້​.

ໂຄງການ​ໄຟຟ້າແຮງລົມ ​ເຈື່ອງ​ເຊີນ, ສະມັດຕະພາບ 250 MW ຂອງ​ບໍລິສັດຫຸ້ນສ່ວນ​ລົງທຶນ​ພະລັງງານ​ ຫວຽດນາມ - ລາວ ຄາດ​ວ່າ ​ຈະ​ດຳ​ເນີນ​ງານ​ໃນ​ໄຕ​ມາດ​ທີ 4 ປີ 2025. ໂຄງການ​ນີ້ ​ຄາດ​ວ່າ​ຈະ​ເຊື່ອມ​ຕໍ່​ກັບ​ໝໍ້ແປງໄຟຟ້າ 220kV ໂດ່ເລືອງ (ເງ້ອານ) ​ເພື່ອ​ສົ່ງ​ໄຟຟ້າ​ໄປ​ ຫວຽດນາມ.

ລັດຖະບານ ​ໄດ້​ຕົກລົງ​ຈະ​ຊື້​ໄຟຟ້າ​ຈາກ​ໂຄງການ ​ເຈື່ອງ​ເຊີນ​ ຢູ່​ລາວ

ລັດຖະບານ ​ໄດ້​ຕົກລົງ​ຈະ​ຊື້​ໄຟຟ້າ​ຈາກ​ໂຄງການ ​ເຈື່ອງ​ເຊີນ​ ຢູ່​ລາວ (ຮູບປະກອບ).

ທ່ານ​ຮອງ​ນາຍົກລັດຖະມົນຕີ ເຈີ່ນຮົ່ງຮ່າ ໃສ່ໃຈວ່າ ການ​ນຳ​ເຂົ້າ ແລະ ການ​ລົງ​ທຶນ​ຕາໜ່າງເພື່ອ​ເຊື່ອມ​ຕໍ່​ຈາກ​ໂຄງ​ການ​ນີ້​ໄປ ຫວຽດນາມ ຕ້ອງ​ຮັບປະກັນເໝາະສົມກັບ​ແຜນ​ການ​ກຳ​ລັງ​ໄຟ​ຟ້າ VIII, ບັນດາລະ​ບຽບ​ການ​ທີ່​ກ່ຽວ​ຂ້ອງ.

ກຸ່ມບໍລິສັດ​ໄຟຟ້າ ​ຫວຽດນາມ (EVN) ຈະ​​ເຈລະຈາ, ລົງ​ນາມສັນຍາ​​ຊື້-ຂາຍ​ໄຟຟ້າ (PPA) ​ກັບເຈົ້າຂອງລົງທຶນ​ໂຄງການ​ໄຟຟ້າ​ແຮງ​ລົມ ​ເຈືອງ​ເຊີນ. ແນວ​ໃດ​ກໍ​ດີ, ບັນດາ​ການ​ນຳ​ລັດຖະບານ​ ກໍຮຽກຮ້ອງ​ໃຫ້​ສັນຍາ​ສະບັບ​ນີ້ ​ຕ້ອງ​ຮັບປະກັນ​ປະສິດທິ​ຜົນ​ດ້ານ​ເສດຖະກິດ, ໝາຍ​ເຖິງ​ລາຄາ, ຄ່າ​ໃຊ້​ຈ່າຍ​ໃນ​ການ​ຊື້​ໄຟຟ້າ​ທີ່​ເໝາະ​ສົມ; ພື້ນຖານກົດໝາຍ, ຄວາມຮັບຜິດຊອບຂອງບັນດາຝ່າຍ ແລະ ມາດຖານດ້ານວິຊາການ.

ກ່ອນໜ້ານີ້, ຍື່ນສະເໜີຕໍ່ນາຍົກລັດຖະມົນຕີ ກ່ຽວກັບແຜນນະໂຍບາຍຊື້ໄຟຟ້າຈາກໂຄງການນີ້, ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ ລາຄາໄຟຟ້າທີ່ນໍາເຂົ້າ ແມ່ນໂດຍ EVN ຈະຕົກລົງກັນກັບເຈົ້າຂອງລົງທຶນ ເພື່ອຮັບປະກັນບໍ່ໃຫ້ເກີນລາຄາເພດານ 6,95 ເຊັນ (cent) ຕໍ່ kWh. ກ່ອນຫນ້ານີ້, ເຈົ້າຂອງລົງທຶນ ກໍສະເຫນີລາຄາຂາຍໄຟຟ້າເທົ່າກັບລະດັບລາຄາເພດານນີ້.

ເພື່ອຮັບປະກັນລະດັບຄວາມຄືບໜ້າໃນການຂາຍໄຟຟ້າໃຫ້ ຫວຽດນາມ ໃນໄຕມາດທີ 4 ປີ 2025, ເຈົ້າຂອງລົງທຶນ ຈະສຳເລັດໂຄງການເຊື່ອມຕໍ່ຕາຂ່າຍໄຟຟ້າທັງໝົດຈາກໂຮງງານໃນດິນແດນ ຫວຽດນາມ. ສິ່ງນີ້ ຈະຊ່ວຍໃຫ້ EVN ຫຼຸດຜ່ອນຄ່າໃຊ້ຈ່າຍໃນການລົງທຶນ, ອີງຕາມກະຊວງອຸດສາຫະກໍາ ແລະ ການຄ້າ.

ອົງການນີ້ ຍັງຕີລາຄາວ່າ ການນໍາເຂົ້າໄຟຟ້າຈາກ ລາວ ສົ່ງໄປ ຫວຽດນາມ ແມ່ນມີຄວາມຈໍາເປັນ, ເພີ່ມທະວີຄວາມສາມາດໃນການຮັບປະກັນການສະຫນອງ, ຫຼຸດຜ່ອນຄວາມສ່ຽງຂອງການຂາດໄຟຟ້າສໍາລັບພາກເຫນືອໃນປີ 2025 ແລະ ປີຕໍ່ໄປ. ນອກຈາກນັ້ນ, ການຊື້ໄຟຟ້າໂຄງການ ເຈື່ອງເຊີນ (ລາວ) ແມ່ນເໝາະສົມຕາມສັນຍາທີ່ໄດ້ລົງນາມລະຫວ່າງລັດຖະບານ ຫວຽດນາມ - ລາວ ແລະ ວາງແຜນໄຟຟ້າ ສະບັບທີ VIII.

ຕາມ​ສັນຍາ​ລະຫວ່າງ​ລັດຖະບານ, ຫວຽດນາມ ຈະ​ຊື້​ໄຟຟ້າ​ຈາກ ​ລາວ ​ປະມານ 3.000 MW ​ໃນ​ປີ 2025, ​ແຕ່​ຍອດ​ສະມັດຕະພາບຊື້​ຕົວ​ຈິງ​ອາດ​ຈະ​ຕ່ຳ​ກວ່າ​ລະດັບ​ນີ້, ບັນລຸ​ພຽງ 1,977 MW. ແນວໃດກໍ່ຕາມ, ວາງແຜນໄຟຟ້າ ສະບັບທີ VIII ຍັງກຳນົດໄວ້ວ່າ ການນຳເຂົ້າໄຟຟ້າຈາກລາວ ອາດຈະບັນລຸ 5.000-8.000 MW ໃນປີ 2030, ເພີ່ມເປັນ 11.000 MW ໃນປີ 2050.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.