ວິສາຫະກິດຫວຽດນາມ ເພີ່ມທະວີການປະຕິບັດເຕັກໂນໂລຊີ ແລະ ການຄ້າອອນໄລ ຢ່າງມີປະສິດທິຜົນ

16:41 | 02/10/2023

ຍສໝ - ໃນວັນ​ທີ 30 ກັນຍາ​ນີ້, ຢູ່​ນະຄອນຫຼວງ Budapest, ປະ​ເທດ ຮຸງ​ກາຣີ, ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ເອີ​ລົບ​ຄັ້ງ​ທີ 12, ​ໂດຍ​ສະ​ມາ​ຄົມ​ວິ​ສາ​ຫະກິດ​ຫວຽດນາມ ຢູ່​ເອີ​ລົບ ​ແລະ ສະມາຄົມ​ວິ​ສາ​ຫະກິດ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ຮຸງ​ກາຣີ ຈັດ​ຕັ້ງ.

ວິສາຫະກິດຫວຽດນາມ ຮ່ວມມືພັດທະນາກະສິກຳອົງຄະທາດ, ປຸຍ ຢູ່ລາວ ວິສາຫະກິດຫວຽດນາມ ຮ່ວມມືພັດທະນາກະສິກຳອົງຄະທາດ, ປຸຍ ຢູ່ລາວ
ໝາກ​ກ້ຽງ​ໃຫຍ່​ເປືອກ​ຂຽວ​ຫວຽດ​ນາມ ໄດ້​ຈຳ​ໜ່າຍ​ຢູ່​ຕະຫຼາດ​ອາ​ເມ​ລິ​ກາ​ຢ່າງ​ເປັນ​ທາງ​ການ ໝາກ​ກ້ຽງ​ໃຫຍ່​ເປືອກ​ຂຽວ​ຫວຽດ​ນາມ ໄດ້​ຈຳ​ໜ່າຍ​ຢູ່​ຕະຫຼາດ​ອາ​ເມ​ລິ​ກາ​ຢ່າງ​ເປັນ​ທາງ​ການ

ໃນວັນ​ທີ 30 ກັນຍາ​ນີ້, ຢູ່​ນະຄອນຫຼວງ Budapest, ປະ​ເທດ ຮຸງ​ກາຣີ, ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ເອີ​ລົບ​ຄັ້ງ​ທີ 12, ​ໂດຍ​ສະ​ມາ​ຄົມ​ວິ​ສາ​ຫະກິດ​ຫວຽດນາມ ຢູ່​ເອີ​ລົບ ​ແລະ ສະມາຄົມ​ວິ​ສາ​ຫະກິດ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ຮຸງ​ກາຣີ ຈັດ​ຕັ້ງ.

ເວທີ​ປາ​ໄສ​ໄດ້​ດຶງ​ດູດ​ວິ​ສາ​ຫະກິດທີ່ໄດ້ຄຸ້ມຄອງໂດຍຄົນຫວຽດນາມ ​ແລະ ວິ​ສາ​ຫະກິດ​ທີ່​ມາ​ຈາກ​ຫຼາຍ​ປະ​ເທດ​ເອີ​ລົບ ຈຳນວນ 400 ກວ່າ​ແຫ່ງ.

ທີ່​ເວທີ​ປາ​ໄສ, ບັນດາ​ຜູ້​ແທນ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ສິນຄ້າ​ພາຍ​ໃນ​ປະ​ເທດ​ເປັນ​ຈຳນວນ​ຫຼວງ​ຫຼາຍ ​ໄດ້​ນຳ​ເຂົ້າ​ຕະຫຼາດ​ເອີ​ລົບ​ຈາກ​ວິ​ສາ​ຫະກິດ ຫວຽດນາມ ຢູ່​ຕ່າງປະ​ເທດ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ບັນດາ​ຈຸດ​ພິ​ເສດ​ຂອງ​ທ້ອງ​ຖິ່ນ ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ຂຸດ​ຄົ້ນ​ຢ່າງ​ເຕັມ​ທີ່, ພິ​ເສດ​ແມ່ນ​ບັນດາ​ແຂວງ​ພາກ​ກາງ.

ວິສາຫະກິດຫວຽດນາມ ເພີ່ມທະວີການປະຕິບັດເຕັກໂນໂລຊີ ແລະ ການຄ້າອອນໄລ ຢ່າງມີປະສິດທິຜົນ
ໂຄສະນາ​ບັນດາ​ຜະລິດ​ຕະພັນ​ເຄື່ອງໝາຍ​ແຫ່ງ​ຊາດ​ຫວຽດນາມ ທີ່​ເວທີ​ປາ​ໄສ.

​ເວທີ​ປາ​ໄສ​ຍັງ​ກ່າວ​ເຖິງ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ, ​ເພີ່ມ​ທະວີ​ປະສິດທິ​ຜົນ​ດ້ານການ​ຄ້າອອນໄລ, ທຸລະ​ກິດ, ການ​ຂົນ​ສົ່ງ, ສະ​ເໜີ​ສ້າງ​ຕັ້ງ​ສະ​ໂມ​ສອນ​ນັກທຸລະກິດ​ໜຸ່ມ​ຢູ່​ເອີ​ລົບ...

ທ່ານ Peter Hong, ຮອງປະທານຖາວອນ, ເລຂາທິການໃຫຍ່ສະມາຄົມນັກທຸລະກິດຫວຽດນາມຢູ່ຕ່າງປະເທດ ໃຫ້ຮູ້ວ່າ, ສະມາຄົມໄດ້ລວບລວມບັນຊີລາຍຊື່ວິສາຫະກິດຫວຽດນາມ 127.000 ແຫ່ງໃນທົ່ວໂລກ. ຫຼັງ​ຈາກ​ໂລກ​ລະ​ບາດ Covid-19, ຍັງ​ມີ​ວິ​ສາ​ຫະ​ກິດ 94,000 ແຫ່ງ​ຍັງ​ເຫຼືອ. ສະ​ມາ​ຄົມ​ຈະ​ໂອນ​ຂໍ້​ມູນ​ບັນ​ຊີ​ໃຫ້​ສະ​ຫະ​ພັນ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ຢູ່ ເອີ​ລົບ, ແຕ່​ຕ້ອງ​ຊອກ​ຫາ​ວິ​ທີ​ເຊື່ອມ​ໂຍງ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ເຂົ້າ​ກັນ.

ທ່ານ Peter Hong ແບ່ງປັນວ່າ, "ພວກເຮົາຕ້ອງເຊື່ອມຕໍ່ກັນຢ່າງບໍ່ຢຸດຢັ້ງ,".

ທີ່​ກອງ​ປະຊຸມ, ​ແຂວງ ​ເງ້ອານ ​ແລະ ຮ່າ​ຕິ້ງ ​ໄດ້​ໂຄສະນາ ​ແລະ ​ແນະນຳ​ທ່າ​ແຮງ, ທ່າ​ໄດ້​ປຽບ ​ແລະ ທິດ​ທາງ​ພັດທະນາ​ຂອງ​ທ້ອງ​ຖິ່ນ ​ໂດຍ​ຜ່ານ​ວິ​ດີ​ໂອ​ສະ​ເໜີ. ສອງ​ແຂວງ​ຫວັງ​ວ່າ​ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ຮ່ວມ​ມື, ສະໜັບສະໜູນ, ການ​ປະສານ​ງານ ​ແລະ ການ​ຮ່ວມ​ມື​ຈາກ​ປະຊາ​ຄົມ​ວິ​ສາ​ຫະກິດ​ພາຍ​ໃນ ​ແລະ ຕ່າງປະ​ເທດ. ຫວັງ​ວ່າ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ຢູ່​ຕ່າງປະ​ເທດ​ຢູ່ ​ເອີ​ລົບ ຈະ​ແນະນຳ ​ແລະ ຍົກ​ສູງ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບ, ກົນ​ໄກ​ນະ​ໂຍບາຍ​ລົງທຶນ​ບຸລິມະສິດ ​ແລະ ບັນດາ​ຂົງ​ເຂດ​ບຸລິມະສິດ ​ແລະ ບັນດາ​ໂຄງການ​ຮຽກຮ້ອງ​ລົງທຶນ​ຢູ່ ​ແຂວງ ເງ້ອານ ​ແລະ ຮ່າ​ຕິ້ງ.

ພ້ອມ​ກັນ​ນັ້ນ, ​ເຊື່ອມ​ຕໍ່ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ຊ່ວຍ​ໃຫ້​ວິ​ສາ​ຫະກິດ ​ເງ້ອານ ​ແລະ ຮ່າ​ຕິ້ງ ຊອກ​ຫາ​ກາລະ​ໂອກາດ ​ແລະ ຮ່ວມ​ມື​ລົງທຶນ​ດຳ​ເນີນ​ທຸລະ​ກິດ​ກັບ​ບັນດາ​ວິ​ສາ​ຫະກິດ ​ແລະ ບັນດາ​ຄູ່​ຮ່ວມ​ມື​ຢູ່​ບັນດາ​ປະ​ເທດ ​ເອີ​ລົບ. ໜູນ​ຊ່ວຍ ​ແລະ ສ້າງ​ເງື່ອນ​ໄຂ​ໜູນ​ຊ່ວຍ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ເວົ້າ​ລວມ, ​ແລະ ບັນດາ​ລູກ​ຫຼານ​ຊາວ​ຫວຽດນາມ ຢູ່​ແຂວງ ຮ່າ​ຕິ້ງ ​ເວົ້າ​ສະ​ເພາະ​ພວມ​ຮ່ຳຮຽນ, ​ເຮັດ​ວຽກ ​ແລະ ດຳລົງ​ຊີວິດ​ຢູ່ ​ເອີ​ລົບ ຮັບປະກັນ​ຊີວິດ​ໝັ້ນຄົງ ​ແລະ ສືບ​ຕໍ່​ກັບ​ເມືອ​ປະ​ເທດ.

ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ, ທ່ານ ຮວ່າງ​ແມ້ງ​ເຫ້ວ, ປະທານ​ສະຫະພັນ​ບັນດາ​ສະມາຄົມ​ວິ​ສາ​ຫະກິດ ຫວຽດນາມ ຢູ່ ​ເອີ​ລົບ ຖື​ວ່າ: ກອງ​ປະຊຸມ​ເປີດ​ກາລະ​ໂອກາດ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ​ແບ່ງປັນ​ປະສົບ​ການ ​ແລະ ຊອກ​ຫາ​ບັນດາ​ກາລະ​ໂອກາດ​ດຳ​ເນີນ​ທຸລະ​ກິດ​ທີ່​ຈະ​ມາ​ເຖິງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.