ຄົນຫວຽດນາມ ຂອງນັກສຶກສາລາວ | |
ຄົນຫວຽດນາມຂອງນັກສຶກສາລາວ |
ເຈືອຈານດ້ານວັດທະນະທຳ
ບວນໂດນເປັນດິນແດນແຫ່ງນິຍາຍ ມີທິວທັດທຳມະຊາດທີ່ສວຍງາມໃຫຍ່ໂຕມະໂຫຖານ, ມີວັດທະນະທຳຫຼາກຫຼາຍສີສັນ ທັງເປັນດິນແດນແຫ່ງຊ້າງປ່າຂອງໄຕງວຽນ ທີ່ເຕັມໄປດ້ວຍເລື່ອງລາວທີ່ລຶກລັບ, ດຽວນີ້ຍັງຫຼົງເຫຼືອໄວ້ໃຫ້ເຫັນເປັນຮ່ອງຮອຍຫຼັກຖານຫຼາຍສິ່ງຫຼາຍຢ່າງຂອງລາວ ເຊັ່ນ: ຕົ້ນໂພ ອາຍຸຮ້ອຍກວ່າປີຢູ່ທີ່ ບ້ານ ຢາງແລ່ງ, ເຮືອນບູຮານຂອງນາຍພານຊ້າງ Y Thu K’Nul ຊຶ່ງເປັນຜູ້ມີສອງສາຍເລືອດລາວ ແລະ ເຜົ່າ ເມີນົງ, ຫຼຸມຝັງສົບຂອງບັນດານາຍພານຊ້າງທີ່ມີຊື່ສຽງໂດ່ງດັງຢູ່ບ້ານ ໂດນ ໃກ້ກັບແຄມປ່າ ບວນຈີອາ.
ຜູ້ເຖົ້າຜູ້ແກ່ຢູ່ເຂດ ບວນໂດນ ເລົ່າວ່າ: ຄົນລາວສະໄໝກ່ອນລ່ອງເຮືອລົງມາຕາມລໍາແມ່ນໍ້າ ເຊເຣປົກ ມາທີ່ນີ້ເພື່ອຄ້າຂາຍ ແລກປ່ຽນສິນຄ້າກັບຄົນ ໄຕງວຽນ ໃນທ້າຍສະຕະວັດທີ 18 ຕົ້ນສະຕະວັດທີ 19. ເມື່ອເຫັນວ່າ ທຳມະຊາດຢູ່ທີ່ນີ້ປະທັບໃຈຫຼາຍ, ຜູ້ຄົນກໍໃຈດີ, ຮັກແພງແຂກບ້ານແຂກເມືອງ, ພໍ່ຄ້າຈຳນວນໜຶ່ງຈຶ່ງໄດ້ຕັດສິນໃຈສ້າງຫຼັກປັກຖານຢູ່ທີ່ນີ້. ພວກເຂົາເຈົ້າໄດ້ນຳເອົາສີສັນຮ່ອງຮອຍວັດທະນະທຳ, ຄວາມເຊື່ອຖືທາງສາສະໜາພຸດມາຍັງເຂດດິນແດນນີ້. ຜ່ານໄລຍະເວລາການປ່ຽນແປງບໍ່ຈັກວ່າເທົ່າໃດ, ດຽວນີ້ເຂດ ບວນໂດນ ມີ 107 ຫຼັງຄາເຮືອນ, ມີພົນລະເມືອງ 398 ຄົນ ຊຶ່ງເປັນຄົນຫວຽດເຊື້ອຊາດລາວ ແລະ ເຕົ້າໂຮມກັນຢູ່ ຕາແສງ ກຣົງນາ ເປັນຕົ້ນຕໍ.
ພິທີບສີສູ່ຂວັນໃນວັນບຸນປີໃໝ່ຂອງຄົນລາວ |
ພໍ່ເຖົ້າ ບຸນມີລາວ ເປັນຜູ້ທີ່ມີຄວາມເຂົ້າໃຈປະຫວັດສາດ, ວັດທະນະທຳຢູ່ເຂດ ບວນໂດນ ນີ້ໄດ້ດີ, ເພີ່ນເລົ່າວ່າ: ແຕ່ກີ້ແຕ່ກ່ອນມີຄົນລາວມາຄ້າຂາຍ ແລກປ່ຽນສິນຄ້າ ຈຶ່ງໄດ້ສ້າງຫຼັກປັກຖານຢູ່ທີ່ນີ້, ສ້າງຄອບສ້າງຄົວກັບຜູ້ຍິງ ເອເດ, ເມີນົງ, ຢາຣາຍ ຈຶ່ງເກີດມີຮຸ່ນຄົນທີສອງອອກມາ ຊຶ່ງມີສາຍເລືອດ ຫວຽດນາມ ແລະ ລາວ ຈົນເທົ່າທຸກວັນນີ້.
ເຖິງແມ່ນວ່າເຂົາເຈົ້າຈະມີຊີວິດການເປັນຢູ່ທີ່ດີ, ມີມິດສຳພັນກັບປະຊາຊົນທ້ອງຖິ່ນ ແຕ່ກໍຍັງບໍ່ລືມກົກເຄົ້າເຫງົ້າກໍຕົ້ນກຳເນີດ ແລະ ບັນພະບູລຸດຂອງຕົນ, ພວກເຂົາເຈົ້າຍັງຮັກສາໄດ້ຮີດຄອງປະເພນີ ແລະ ສິ່ງດີງາມໃນປະເພນີຂອງຄົນລາວໄວ້ຢູ່. ດຽວນີ້ເສດຖະກິດມີການພັດທະນາ, ເສັ້ນທາງຄົມມະນາຄົມໄປມາຫາສູ່ກັນກໍສະດວກສະບາຍ ໂດຍສະເພາະແມ່ນລະບຽການຂອງລັດຖະບານກໍບໍ່ໄດ້ຫຍຸ້ງຍາກຄືແຕ່ກ່ອນ, ຄົນຫວຽດເຊື້ອຊາດລາວ ຢູ່ທີ່ ບວນໂດນ ຍັງກັບເມືອຢາມບ້ານຢາມຊ່ອງ, ຢາມຍາດພີ່ນ້ອງ, ຄົນຮັກແພງຂອງຕົນຢູ່ຝັ່ງລາວເປັນປະຈຳ.
ຈັ່ງຫວະວາດຟ້ອນຂອງລາວ ສະທ້ອນໃຫ້ເຫັນເຖິງຄວາມສາມັກຄີ |
ຍ້ອນມີວາດສະໜາກັບທີ່ນີ້, ຄົນລາວຈຶ່ງດຳລົງຊິວິດເຈືອຈານເຊື່ອມໂຍງ ແລະ ແລກປ່ຽນວັດທະນະທຳເຂົ້າກັບປະຊາຊົນທ້ອງຖິ່ນໄດ້ດີ ແຕ່ກໍຍັງຮັກສາວັດທະນະທຳປະເພນີດັ້ງເດີມຂອງບັນພະບູລຸດຂອງຕົນໄວ້. ແຕ່ລະປີບັນດາຄົນລາວຢູ່ທີ່ນີ້ ໄດ້ຈັດຕັ້ງຫຼີ້ນບຸນປີໃໝ່ລາວຕາມປະເພນີ, ສຽງຂັບສຽງລຳຂອງຄົນລາວ ກໍ່ໄດ້ຮັບການສົ່ງເສີມຈາກຮຸ່ນຕໍ່ຮຸ່ນຈົນເທົ່າທຸກວັນນີ້.
ທ່ານ Y Sy Thắt Ksơr ຮອງເຈົ້າເມືອງ ບວນໂດນ ໃຫ້ຮູ້ວ່າ: ບວນໂດນ ເປັນດິນແດນແຫ່ງການປະສົມປະສານຫຼາກຫຼາຍວັດທະນະທຳດ້ວຍກັນ, ບໍ່ສະເພາະແຕ່ວັດທະນະທຳຂອງເຜົ່າທ້ອງຖິ່ນເດີມ ແຕ່ຫາກຍັງມີວັດທະນະທຳຊົນເຜົ່າທາງເໜືອ ແລະ ພິເສດແມ່ນວັດທະນະທຳລາວ. ນັບແຕ່ມື້ມີພີ່ນ້ອງຊາວລາວມາຕັ້ງຖິ່ນຖານ ດຳລົງຊິວິດຢູ່ ກຣົງນາ ນີ້ ເຂົາເຈົ້າໄດ້ພ້ອມກັບເຜົ່າອື່ນໆຜ່ານຜ່າອຸປະສັກຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ, ສາມັກຄີຊ່ວຍເຫຼືອກັນສ້າງເສດຖະກິດ, ປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳທີ່ເຕັມໄປດ້ວຍສີສັນຂອງເຜົ່າຕົນ, ເຂົ້າຮ່ວມຂະບວນການແຂ່ງຂັນຮັກຊາດ, ກໍ່ສ້າງພັກ ກໍ່ສ້າງອຳນາດການປົກຄອງໃຫ້ນັບມື້ເຂັ້ມແຂງ, ຊິວິດການເປັນຢູ່ທາງວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການປົວແປງໃຫ້ດີຂຶ້ນເປັນກ້າວໆ.
ເພີ່ມພູນຄູນສ້າງຮັດແໜ້ນຄວາມສາມັກຄີ
ເລື່ອງຄົນລາວແຕ່ງງານກັບເຜົ່າ ເມີນົງ, ເຜົ່າ ເອເດ ຢູ່ບວນໂດນ ເປັນເລື່ອງແຜ່ຫຼາຍທົ່ວໄປ, ສາຍເລືອດຫວຽດນາມ ແລະ ລາວ ໄດ້ປະສານເຂົ້າຫາກັນໄຫຼໃນຮ່າງກາຍຂອງຄົນຮຸ່ນໜຸ່ມຜູ້ເປັນລູກ ເປັນຫຼານ, ຄວາມສາມັກຄີຂອງບັນດາເຜົ່າຍິ່ງເພີ່ມຄວາມສັກສິດ ແລະ ບໍລິສຸດຜຸດຜ່ອງຕໍ່ກັນ. ພວກເຂົາປະສົມປະສານວັດທະນະທຳເຂົ້າຫາກັນ ນັບທັງພາສາປາກເວົ້າ ຈຶ່ງເຮັດໃຫ້ຍາກທີ່ຈະຈຳແນກໄດ້ວ່າໃຜມີບັນພະບູລຸດເປັນເຊື້ອຊາດລາວ ໃຜເປັນຄົນທ້ອງຖິ່ນເດີມ.
ຮິດຄອງປະເພນີຜູກແຂນຮັບພອນໃນວັນຂຶ້ນປີໃໝ່ຂອງຄົນລາວ |
ໂດຍກຳເນີດເຕີບໃຫ່ຍຢູ່ດິນແດນທີ່ເປັນດັ່ງເທບນິຍາຍນີ້, ດຳລົງຊີວິດຮ່ວມກັບຊຸມຊົນພື້ນເມືອງເດີມ ແລ້ວເອົາຜົວເຜົ່າ ເອເດ, ນາງ ບຸນສົມລາວ ເກີດປີ 1983 , ປະທານຄະນະກຳມະການປະຊາຊົນຕາແສງ ກຣົງນາ ມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ຕົນເອງໄດ້ເປັນຄົນຮຸ່ນທີ 3 ຂອງຄົນລາວຢູ່ ບວນໂດນ. ລາວແຕ່ງງານກັບຜູ້ຊາຍເຜົ່າ ເອເດ, ລູກຊາຍຂອງລາວຈຶ່ງມີສາຍເລືອດທັງສອງຊາດ ຫວຽດນາມ ແລະ ລາວ.
ລາວເລົ່າວ່າ: ປະຊາຊົນຢູ່ລຽບຕາມຊາຍແດນມີຊີວິດການເປັນຢູ່ທີ່ແບບລຽບງ່າຍ, ມີຄວາມໃກ້ຊິດຕິດພັນກັນ, ມີວັດທະນະທຳທີ່ຫຼາກຫຼາຍປະສົມປະສານກັນ, ພວກເຂົາເຈົ້າສາມາດເວົ້າໄດ້ສອງສາມພາສາຂອງເຜົ່າຕ່າງໆ, ບໍ່ມີຊ່ອງຫວ່າງທາງດ້ານພາສາ ແລະ ວັດທະນະທຳຂອງບັນດາເຜົ່າ. ພີ່ນ້ອງຄົນລາວຢູ່ທີ່ນີ້ ມີເງື່ອນໄຂໄປຢ້ຽມຢາມບ້ານເກີດເມືອງນອນຂອງຕົນຢູ່ລາວເປັນປະຈຳ, ສ່ວນຂ້າພະເຈົ້າເອງກໍ່ຫຍຸ້ງນຳວຽກງານ, ການຮຽນ ຈຶ່ງບໍ່ຄ່ອຍໄດ້ເມືອຢາມບ້ານ ແຕ່ພໍ່ປູ່ ແລະ ຍາດພີ່ນ້ອງກໍ່ໝັ່ນມາຢາມຕົນເອງ ສະນັ້ນຂ້າພະເຂົ້າຈຶ່ງເຂົ້າໃຈເຖິງຕົ້ນກຳເນີດ ແລະ ເຊື້ອສາຍເຜົ່າລາວໄດ້ເປັນຢ່າງດີ.
ບັນດາສາວສາວຄົນລາວຢູ່ ບວນໂດນ ໃສ່ຊຸດພື້ນເມືອງ ແຊມດອກຈຳປາໃສ່ຄຳເກົ້າໃນວັນບຸນປະເພນີ |
ທ່ານ Y Lươm Knul ຮອງປະທານຄະນະກຳມະການຜະຊາຊົນຕາແສງ ທັງເປັນຮອງປະທານສະມາຄົມ ຫວຽດນາມ-ລາວ ຕາແສງ ກຣົງນາ ມີຄວາມພາກພູມໃຈທີ່ຕົນເອງມີສອງສາຍເລືອດລາວ ແລະ ເມີນົງ, ລາວເຂົ້າໃຈຕົ້ນກຳເນີດ, ປະຫວັດຄວາມເປັນມາຂອງຄອບຄົວຕົນ, ເຊື້ອສາຍລາຍລ່ອງ ແລະ ວັດທະນະທຳ, ປະເພນີຂອງຄົນລາວໄດ້ດີ.
ທ່ານ Y Lươm Knul ເລົ່າວ່າ: ບຸນປະເພນີຂອງຄົນລາວ ຫຼື ອັນທີ່ເອີ້ນວ່າບຸນປີໃໝ່ນັ້ນ ໄດ້ຈັດຂຶ້ນທຸກໆປີ ຕາມຮີດຄອງປະເພນີຂອງລາວ ໂດຍອຳນາດການປົກຄອງ ແລະ ປະຊາຊົນ. ບຸນປີໃໝ່ບໍ່ສະເພາະແຕ່ເປັນການແລກປ່ຽນທາງວັດທະນະທຳ ແຕ່ຫາກຍັງເຕັມໄປດ້ວຍຄວາມໝາຍທາງດ້ານມະນຸດສະທຳນຳອີກ, ຊ່ວຍໃຫ້ຄົນຫວຽດນາມເຊື້ອຊາດລາວ ໄດ້ຫວນຄືນເຖິງບັນພະບູລຸດຂອງຕົນ, ເຮັດໃຫ້ຄັງສາງວັດທະນະທຳຂອງບັນດາເຜົ່າມີຄວາມອຸດົມສົມບູນຍິ່ງຂຶ້ນ, ເພີ່ມພູນຄູນສ້າງຄວາມສາມັກຄີຂອງບັນດາເຜົ່າ ແລະ ຄວາມສາມັກຄີມິດຕະພາບ ຫວຽດນາມ ແລະ ລາວ ໃຫ້ນັບມື້ນັບເລິກເຊິ່ງຂຶ້ນຕື່ມ.
ລູກເມືອງພວນ