ມີນັກກິລາ 300 ຄົນເຂົ້າຮ່ວມການແຂ່ງຂັນຕີດອກປີກໄກ່ ສຳລັບຄົນຫວຽດນາມ ຢູ່ ຍີ່ປຸ່ນ ທົ່ວປະເທດ

02:23 | 24/10/2023

ຍສໝ - ວັນ​ທີ 15 ຕຸລາ​ນີ້, ຢູ່​ສະໜາມກິລາ Hasuma, ນະຄອນ Saitama, ປະ​ເທດ ຍີ່ປຸ່ນ, ການ​ແຂ່ງຂັນ​ຕີ​ດອກ​ປີກ​ໄກ່​ທົ່ວປະເທດ ສຳລັບຄົນຫວຽດນາມ ຢູ່ ຍີ່ປຸ່ນ - BAVIJA BADMINTON CHAMPIONSHIPS 2023 ໄດ້​ໄຂ​ຂຶ້ນ.

ພິທີໄຂເວທີປາໄສທາງປັນຍາຊົນຫວຽດນາມ ຢູ່ ຍີ່ປຸ່ນ ພິທີໄຂເວທີປາໄສທາງປັນຍາຊົນຫວຽດນາມ ຢູ່ ຍີ່ປຸ່ນ
ຫວຽດນາມ ປາດຖະໜາຢາກຊອກຮູ້ປະສົບການຈາກ ຍີ່ປຸ່ນ ແລະ ບັນດາປະເທດທີ່ມີການສຶກສາກ້າວໜ້າ ຫວຽດນາມ ປາດຖະໜາຢາກຊອກຮູ້ປະສົບການຈາກ ຍີ່ປຸ່ນ ແລະ ບັນດາປະເທດທີ່ມີການສຶກສາກ້າວໜ້າ

ການ​ແຂ່ງ​ຂັນ​ໂດຍ​ສະ​ມາ​ຄົມດອກປີກໄກ່ ຫວຽດ​ນາມ ປະ​ຈຳ ຍີ່​ປຸ່ນ (BAVIJA), ສະ​ມາ​ຊິກຂອງ​ອົງ​ການ​ຈັດຕັ້ງພົບປະແລກ​ປ່ຽນ​ສາ​ກົນ​ຫວຽດ​ນາມ ຍີ່​ປຸ່ນ (FAVIJA), ພາຍ​ໃຕ້​ການ​ໜູນ​ຊ່ວຍ​ຂອງ​ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ ຍີ່​ປຸ່ນ.

ດ້ວຍ​ນັກ​ກິລາ​ສະໝັກ​ຫຼິ້ນ 300 ຄົນ​ທີ່​ມາ​ຈາກ 21 ສະ​ໂມ​ສອນ​ຕີ​ດອກ​ປີກ​ໄກ່​ຂອງຄົນຫວຽດນາມ ທີ່​ພວມ​ຮ່ຳຮຽນ, ​ເຮັດ​ວຽກ ​ແລະ ດຳລົງ​ຊີວິດ​ຢູ່​ທົ່ວ​ປະເທດ ເບື້ອງຕາເວັນຂຶ້ນ, ພ້ອມ​ກັບ​ນັກ​ກິລາຄົນ​ຍີ່ປຸ່ນ​ຈາກ​ບັນດາ​ເຂດ​ຄື: Kanto, Kansai, Tokai, Chubu, Hokkaido… ​ມາ​ເຂົ້າ​ຮ່ວມໃນ 7 ເນື້ອໃນການແຂ່ງຂັນ.

ມີນັກກິລາ 300 ຄົນເຂົ້າຮ່ວມການແຂ່ງຂັນຕີດອກປີກໄກ່ ສຳລັບຄົນຫວຽດນາມ ຢູ່ ຍີ່ປຸ່ນ ທົ່ວປະເທດ
ພິທີມອບລາງວັນໃຫ້ບັນດານັກກິລາ.

ໂດຍ​ເຂົ້າ​ຮ່ວມ ​ແລະ ເຊຍໃນການ​ແຂ່ງຂັນ, ທ່ານ ຫງວຽນ​ດຶກ​ມິ​ງ, ​​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ ຍີ່ປຸ່ນ ​ໃຫ້​ຮູ້​ວ່າ: “ການແຂ່ງຂັນ​​ກິລາ​ຄັ້ງ​ນີ້ ມີ​ບົດບາດ ​ແລະ ຄວາມ​ໝາຍ​ອັນ​ໃຫຍ່​ຫຼວງ​ໃນ​ການ​ຊຸກຍູ້ການ​ພັດທະນາ​ບັນດາເຄື່ອນ​ໄຫວ​ສະໜິດຕິດພັນປະຊາຄົມ. ການແຂ່ງຂັນຄັ້ງ​ນີ້ຍັງ​ໄດ້​​ປະກອບສ່ວນ​ເຂົ້າໃນຜົນສຳເລັດລວມຂອງກຸ່ມບັນດາເຫດການ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ ຍີ່ປຸ່ນ - ຫວຽດນາມ”.

ການແຂ່ງຂັນ​ກິລາ​ຄັ້ງ​ນີ້​ບໍ່​ພຽງ​ແຕ່​ແມ່ນ​ສະໜາມ​ກິລາ​ເພື່ອ​ອອກ​ກຳ​ລັງ​ກາຍ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ໂອກາດ​ເພື່ອ​ໃຫ້​ຊາວ​ຫວຽດນາມ ອາ​ໄສ​ຢູ່​ໄກ​​ບ້ານ​ໄດ້ຫຍັບເຂົ້າ​ໃກ້ຊິດກັນກວ່າ, ​ແບ່ງປັນ​ບົດຮຽນ​ຊີວິດ, ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ, ຊອກ​ກາລະ​ໂອກາດ​ອາຊີບວຽກເຮັດງານທຳໃຫ້ແກ່ກັນ.

ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ ແລະ​ ທ້ອງ​ຖິ່ນ​ນັບ​ຮ້ອຍ​ຄົນ​ໄດ້​ມາ​ທີ່​ສະໜາມກິລາ​ເພື່ອ​ຊົມ​ເຊຍ, ສ້າງ​ບັນຍາກາດອັນ​ຟົດ​ຟື້ນ​ ແລະ ​ອົບອຸ່ນ, ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ກັບ​ຊາວ​ທ້ອງ​ຖິ່ນ.

ໃນ​ຕອນ​ທ້າຍ​ຂອງ​ການ​ແຂ່ງ​ຂັນ, ຄະນະ​ຈັດ​ຕັ້ງ​ໄດ້​ມອບ​ລາງ​ວັນ​ທີ່​ຫນຶ່ງ​ໃນ​ການພົບປະ​ແລກ​ປ່ຽນ​ສາ​ກົນ​ໃຫ້​ທີມ​ຂອງ​ຍີ່​ປຸ່ນ.

ຄະນະ​ຈັດ​ຕັ້ງ​ຍັງ​ໄດ້​ມອບ​ຫຼຽນ​ກາລະນຶກ​ໃຫ້​ແກ່​ບັນດາ​ບຸກຄົນ ​ແລະ ອົງການ​ຈັດ​ຕັ້ງ​ທີ່​ມີການປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນ​ຜົນສຳ​ເລັດ​ຂອງ​ການ​ແຂ່ງຂັນ.

ດີງເລື້ອງ

ເຫດການ
302 Found

Found

The document has moved here.