ນຳເອົາລົດຊາດຂອງນະຄອນຫຼວງມາໝູ່ເພື່ອນສາກົນ

13:47 | 20/11/2023

ຍສໝ - ໂດຍຈະຈັດຂຶ້ນ​ແຕ່​ວັນ​ທີ 1-3 ທັນວາ ຢູ່​ສວນສາທາລະນະ​ທົ່ງ​ເຍີດ (ຖະໜົນ ​ເຈິ່ນ​ເຍີນ​ຕົງ, ​ເມືອງ ຫາຍ​ບ່າ​ຈື່ງ, ຮ່າ​ໂນ້ຍ), ງານ​ບຸນ​ວັດທະນະທຳ​ອາຫານການກິນ ຮ່າ​ໂນ້ຍ 2023 ມີ​ຫົວ​ຂໍ້​ວ່າ “​ແລກປ່ຽນ​ວັດທະນະທຳອາຫານການກິນຮ່າ​ໂນ້ຍ ກັບເພື່ອນມິດສາ​ກົນ”.

ນັກທ່ອງທ່ຽວ ມີຄວາມຕື່ນເຕັ້ນທີ່ຈະໄດ້ສໍາຜັດກັບເຄື່ອງດົນຕີ ນັກທ່ອງທ່ຽວ ມີຄວາມຕື່ນເຕັ້ນທີ່ຈະໄດ້ສໍາຜັດກັບເຄື່ອງດົນຕີ
ປະສານດົນຕີ ແລະ ການແລກປ່ຽນການກິນດື່ມ ຂອງບັນດາປະເທດໃນກຸ່ມ Visegrad ປະສານດົນຕີ ແລະ ການແລກປ່ຽນການກິນດື່ມ ຂອງບັນດາປະເທດໃນກຸ່ມ Visegrad

ຕາມ​ຄະນະ​ຈັດ​ຕັ້ງ​ງານ​ບຸນ​ແລ້ວ, ​ໃນຂົງ​ເຂດ​ແນະນຳ​ວັດ​ທະ​ນະ​ທຳອາຫານການກິນຂອງ​ບັນດາໝູ່​ບ້ານ​ອາຊີບ​, ​ແຂກ​ທ່ອງ​ທ່ຽວ​ຈະ​ໄດ້ຊິມອາຫານ​ທີ່​ເປັນສັນຍະລັກ​ຂອງ​ຮ່າ​ໂນ້ຍ ຄື: ເຝີຮ່າ​ໂນ້ຍ, ເຂົ້າປູ້ນບ້ານ ຟູໂດ, ຢໍ່ເອື່ອກເລ, ​ເຂົ້າເໝົ້າບ້ານວອງ, ເໝ​ຈີ, ນ້ຳຫວານເຂົ້າໜຽວ ພູ​ເທື້ອງ, ເຂົ້ົ້າຕົ້ົ້ມ ເເຈງຄູກ, ເເນມຟູ່ງ,...

​ຂົງເຂດ​ແນະນຳ​ອາຫານບັນດາ​ທ້ອງ​ຖິ່ນກໍ່​ຍັງ​ໄດ້ເຕົ້າ​ໂຮມບັນດາສິ່ງຍອດຢ້ຽມ, ​ດີເດັ່ນພິເສດຂອງ​ອາຫານ​​ແຕ່ລະ​ເຂດພາກ​ພື້ນ. ນອກ​ນີ້, ​ຂົງເຂດ​ອາ​ຫານ​ສາກົນ ​ກໍ່​ຈະ​ແນະນຳ​ອາຫານ​ທີ່ເປັນເອກະລັກສະເພາະຂອງ​ບັນດາປະ​ເທດ, ວາງສະ​ແດງ​ບັນດາ​ຜະລິດ​ຕະພັນທີ່ເປັນສັນຍະລັກຂອງ​​ບັນດາປະ​ເທດ.

ນຳເອົາລົດຊາດຂອງນະຄອນຫຼວງມາໝູ່ເພື່ອນສາກົນ
ງານ​ບຸນ​ວັດທະນະທຳ​ການກິນ ​ຮ່າ​ໂນ້ຍ ປີ 2022

ບໍ່​ພຽງ​ແຕ່​ໄດ້​ຮັບຊິມ​ອາຫານ​ຢ່າງດຽວ​ເທົ່າ​ນັ້ນ, ນັກ​ທ່ອງ​ທ່ຽວ​ຍັງ​ສາມາດ​ພົບປະແລກປ່ຽນ​ກັບບັນດາພໍ່ຄົວແມ່ຄົວ, ​ເຂົ້າ​ຮ່ວມພຶດຕິກຳຕົວຈິງ, ປະຕິບັດ​ບັນດາ​ຂັ້ນຕອນໃນ​ການ​ເຮັດອາຫານ​ພື້ນ​ເມືອງ​ທີ່​ເປັນ​ເອກະລັກ​ສະ​ເພາະ.

​ໂຄງການ​ດັ່ງກ່າວ​ມີ​ຫຼາຍ​ກິດຈະກຳ​ທີ່​ດຶງ​ດູດ​, ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ ຈະ​ເປັນ​ຈຸດ​ນັດ​ພົບ​ທີ່​ໜ້າ​ສົນ​ໃຈ, ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຊົມ, ຊື້​ເຄື່ອງ, ຊິມອາຫານ ​ແລະ ລົງພຶດຕິກຳຕົວຈິງຫຼາຍ. ພົ້ນເດັ່ນຄື: ງານວາງສະແດງຮູບພາບແນະນຳບັນດາຮູບພາບວັດທະນະທໍາ, ການທ່ອງທ່ຽວ ແລະ ອາຫານທີ່ເປັນສັນຍະລັກພາຍໃນ ແລະ ຕ່າງປະເທດ; ບັນດາການລະຫຼິ້ນ​ພື້ນ​ເມືອງ, ການ​ເຄື່ອນ​ໄຫວ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ແລະ ການ​ປຸງ​ແຕ່ງ​ອາ​ຫານ; ໂອ້ລົມສົນທະນາ ​ແລະ ຝຶກ​ອົບຮົມ​ພັດທະນາແຫຼ່ງຊັບພະຍາກອນມະນຸດ ເພື່ອ​ຮັບ​ໃຊ້ການ​ພັດທະນາ​ອຸດສາຫະກຳ​ວັດທະນະທຳຂົງເຂດການກິນດື່ມ...

ພະ​ແນ​ກວັດທະນະທຳ ​ແລະ ກິລາ ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ: ງານ​ບຸນ​ວັດທະນະທຳ​ອາຫານການກິນ ​ຮ່າ​ໂນ້ຍ ປີ 2023 ​ໄດ້​ຮັບ​ການຈັດ​ຕັ້ງ​ເພື່ອ​ເຊີດຊູ, ອະນຸລັກ​ຮັກສາ ​ແລະ ​ເສີມຂະຫຍາຍ​ບັນດາ​ຄຸນຄ່າ​ວັດທະນະທຳອາຫານການກິນຂອງ​ນະຄອນຫຼວງ, ພ້ອມ​ກັນ​ນັ້ນ​ ກໍ່ແນະນຳ, ​ໂຄສະນາ​ຮູບພາບ​ຂອງ​ຮ່າ​ໂນ້ຍ. ນີ້​ກໍ່​ແມ່ນ​ເຫດການ​ທີ່​ມີ​ຄວາມ​ໝາຍ​ໃນ​ການ​ອະນຸລັກ​ຮັກສາ ​ແລະ ຍົກ​ສູງ​ມູນຄ່າ​ຂອງບັນດາຜະລິດ​ຕະພັນ​ໝູ່ບ້ານອາຊີບ​ພື້ນ​ເມືອງ, ພ້ອມກັນ​ກໍ່ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ວິ​ສາ​ຫະກິດ​ໄດ້ແລກປ່ຽນ, ລົງ​ນາມ​ໃນ​ການ​ຮ່ວມ​ມື​​ທຸລະ​ກິດ, ​ເປີດ​ກວ້າງ​ຕະຫຼາດ.

ດີງເລື້ອງ

ເຫດການ
302 Found

Found

The document has moved here.