ຊຸກຍູ້ການເຄື່ອນໄຫວດຳເນີນທຸລະກິດລົງທຶນຂອງບັນດາວິສາຫະກິດ ຫວຽດນາມ ຢູ່ ອັງໂກລາ

16:06 | 15/11/2023

ຍສໝ - ເພື່ອ​ແນ​ໃສ່​ຊຸກຍູ້​ການ​ເຄື່ອນ​ໄຫວ​ທຸລະກິດລົງທຶນ​ຂອງ​ວິ​ສາ​ຫະກິດ​ຫວຽດນາມ, ທ່ານ​ເອກ​ອັກຄະ​ລັດຖະທູດ ເຢື່ອງຈີ່ງຈູ໋ກ ​ໄດ້ເປັນປະທານ​ຈັດ​ຕັ້ງ​ການ​ພົບ​ປະ​ສົນທະນາ​ກັບ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ຢູ່ ອັງ​ໂກ​ລາ.

ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ຂຽນປຶ້ມໄວ້ອາໄລ ທ່ານອະດີດປະທານາທິບໍດີ ສ.ອັງໂກລາ ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ຂຽນປຶ້ມໄວ້ອາໄລ ທ່ານອະດີດປະທານາທິບໍດີ ສ.ອັງໂກລາ
ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມກວາງ​ຫຽວ ໄປໄວ້ອາ​ໄລ​ ທ່ານອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ອັງໂກລາ ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມກວາງ​ຫຽວ ໄປໄວ້ອາ​ໄລ​ ທ່ານອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ອັງໂກລາ
ຊຸກຍູ້ການເຄື່ອນໄຫວດຳເນີນທຸລະກິດລົງທຶນຂອງບັນດາວິສາຫະກິດ ຫວຽດນາມ ຢູ່ ອັງໂກລາ
ບັນຍາກາດຂອງການພົບປະສົນທະນາ. ພາບ: ສະຖານທູດ ຫວຽດນາມ ປະຈຳ ອັງໂກລາ

ການ​ພົບປະສົນທະນາ​ໄດ້​ດຶງ​ດູດ​ຜູ້​ຕາງ​ໜ້າ​ວິ​ສາ​ຫະກິດ​ຫວຽດນາມ ​ຢູ່ ລວນດາ ​ແລະ ບັນດາ​ທ້ອງ​ຖິ່ນ​ຂອງ ອັງ​ໂກ​ລາ ​ເປັນ​ຈຳນວນ​ຫຼວງ​ຫຼາຍ.

ທີ່​​​ການພົບປະສົນທະນາ, ທ່ານ​ເອກ​ອັກຄະ​ລັດຖະທູດ ເຢື່ອງຈີ່ງຈູ໋ກ, ບັນດາ​ຜູ້​ແທນ​ໄດ້​ຕີ​ລາຄາ​ສະພາບ​ເສດຖະກິດ - ສັງຄົມ​ຂອງ ອັງ​ໂກ​ລາ ກໍ່​ຄື​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່ ອັງ​ໂກ​ລາ ເວົ້າລວມ ​ແລະ ບັນດາ​ນັກທຸລະກິດ ຫວຽດນາມ ຢູ່ ອັງ​ໂກ​ລາ ເວົ້າ​ສະເພາະປະຈຸ​ບັນນີ້ ​ແລະ ຍົກ​ອອກ​ບັນດາ​ຂໍ້​ສະ​ເໜີ, ທິດ​ທາງ ​ແລະ ບັນດດຂັ້ນຕອນແຜນການທີ່​ຕ້ອງຊຸກຍູ້​ໃນ​ໄລຍະ​ຈະ​ມາ​ເຖິງ ​ເພື່ອ​ຊ່ວຍ​ໃຫ້​ປະຊາ​ຄົມ​ຊາວ​ຫວຽດນາມ ມີ​ຊີວິດ​ການ​ເປັນຢູ່ ​ແລະ ທຳມາຫາກິນເປັນປົກກະຕິ, ປອດ​ໄພ​ກວ່າ, ພ້ອມ​ກັນ​ນັ້ນ ກໍ່​ໜູນ​ຊ່ວຍ​ບັນດາ​ທ້ອງ​ຖິ່ນ, ວິ​ສາ​ຫະກິດ ຫວຽດນາມ ສົ່ງ​ອອກ​ສິນຄ້າ​ໄປ​ຍັງ ອັງ​ໂກ​ລາ.

ການ​ໂອ້​ລົມ​ສົນທະນາ​ຍັງ​ໄດ້ເປັນເອກະພາບກັນຈະ​ສ້າງ​ຊ່ອງ​ທາງ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ດ້ານ​ເສດຖະກິດ - ສັງຄົມ​ກ່ຽວ​ກັບ​ຫວຽດນາມ ​ແລະ ອັງ​ໂກ​ລາ ລະຫວ່າງ​ສະຖານທູດ ຫວຽດນາມ ປະຈຳ ອັງ​ໂກ​ລາ ​ແລະ ປະຊາ​ຄົມ​ວິ​ສາ​ຫະກິດ ຫວຽດນາມ ປະຈຳ ອັງ​ໂກ​ລາ.

ດີງເລື້ອງ

ເຫດການ
302 Found

Found

The document has moved here.