ຄະນະປະຕິບັດງານແຂວງ ຕວຽນກວາງ ເຮັດວຽກກັບສະຖານທູດຫວຽດນາມ ປະຈຳລາວ

20:23 | 14/11/2023

ຄະນະຜູ້ແທນແຂວງ ຕວຽນກວາງ ເຮັດວຽກກັບສະຖານທູດຫວຽດນາມ ປະຈຳລາວ

ສະຖານທູດຫວຽດນາມ ປະຈຳລາວ ໄດ້ຈັດພິທີສະເຫຼີມສະຫຼອງ 130 ປີແຫ່ງວັນເກີດ ຂອງປະທານໂຮ່ຈີມິນ ສະຖານທູດຫວຽດນາມ ປະຈຳລາວ ໄດ້ຈັດພິທີສະເຫຼີມສະຫຼອງ 130 ປີແຫ່ງວັນເກີດ ຂອງປະທານໂຮ່ຈີມິນ
ສະຖານທູດຫວຽດນາມ ປະຈຳລາວ ໄດ້ຮຽກຮ້ອງໃຫ້ພົນລະເມືອງ ປະຕິບັດຄຳສັງກ່ຽວກັບການສະກັດກັ້ນພະຍາດ Covid-19 ສະຖານທູດຫວຽດນາມ ປະຈຳລາວ ໄດ້ຮຽກຮ້ອງໃຫ້ພົນລະເມືອງ ປະຕິບັດຄຳສັງກ່ຽວກັບການສະກັດກັ້ນພະຍາດ Covid-19

ຕອນເຊົ້າວັນທີ 10 ພະຈິກ, ຢູ່ນະຄອນຫຼວງວຽງຈັນ (ລາວ), ຄະນະປະຕິບັດງານແຂວງ ຕວຽນກວາງ ນຳໂດຍສະຫາຍນາງ ເລທິກິມຢຸງ, ເລຂາປະຈຳພັກແຂວງ, ປະທານສະພາປະຊາຊົນແຂວງ ຕງຽນກວາງ ເປັນຫົວໜ້າຄະນະ ໄດ້ໄປຢ້ຽມຢາມ ແລະເຮັດວຽກກັບສະຖານທູດຫວຽດນາມ ປະຈໍາລາວ.

ຄະນະປະຕິບັດງານແຂວງ ຕວຽນກວາງ ເຮັດວຽກກັບສະຖານທູດຫວຽດນາມ ປະຈຳລາວ

ສະຫາຍນາງ ເລທິກິມຢຸງ ແລກປ່ຽນກັບທ່ານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ຫງວຽນບ໋າຮຸ່ງ. ພາບ: tuyenquang.dcs.vn

ທີ່ການຕ້ອນຮັບ ແລະເຮັດວຽກກັບຄະນະມີ ທ່ານ ຫງວຽນບ໋າຮຸ່ງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳລາວ.

ທີ່ການເຮັດວຽກ, ສະຫາຍນາງ ເລທິກິມຢຸງ ໄດ້ແຈ້ງໃຫ້ຊາບໂດຍສັງເຂບກ່ຽວກັບສະພາບການເສດຖະກິດ - ສັງຄົມ ແລະແນະນຳຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຂວງ.

ແຂວງ ຕວຽນກວາງ ຮູ້ສຶກເປັນກຽດ ແລະພາກພູມໃຈທີ່ໄດ້ເປັນສະຖານທີ່ຈັດຕັ້ງບັນດາເຫດການສຳຄັນຂອງການປະຕິວັດລາວ ແລະການເຄື່ອນໄຫວຂອງສະເດັດເຈົ້າສຸພານຸວົງ, ປະທານ ໄກສອນ ພົມວິຫານ ແລະບັນດາພະນັກງານການປະຕິວັດລາວ. ນີ້ແມ່ນບັນດາພະຍານຫຼັກຖານທີ່ມີຊີວິດຊີວາກ່ຽວກັບນ້ຳໃຈສາມັກຄີບໍລິສຸດຜຸດຜ່ອງ, ສາຍພົວພັນແບບພິເສດອັນເລິກເຊິ່ງລະຫວ່າງການປະຕິວັດຫວຽດນາມ ແລະການປະຕິວັດລາວ ແລະ ລະຫວ່າງປະຊາຊົນສອງປະເທດຫວຽດນາມ - ລາວ.

ໃນຊຸມປີຜ່ານມາ, ແຂວງ ຕວຽນກວາງ ໄດ້ປັບປຸງ ແລະຊຸກຍູ້ການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອກັບບັນດາທ້ອງຖິ່ນຂອງລາວຢ່າງບໍ່ຢຸດຢັ້ງ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ. ສະຫາຍ ຫວັງວ່າ ສະຖານທູດຈະແນະນໍາ, ໂຄສະນາເຜີຍແຜ່ທ່າແຮງ, ຄວາມສາມາດບົ່ມຊ້ອນຂອງແຂວງ ຕວຽນກວາງ ເພື່ອແນໃສ່ດຶງດູດນັກລົງທຶນລາວ ເຂົ້າມາຊອກຮູ້ ແລະຮ່ວມມືລົງທຶນ ຢູ່ແຂວງ ຕວຽນກວາງ; ແນະນຳກາລະໂອກາດຮ່ວມມືລົງທຶນຢູ່ລາວ ໃຫ້ບັນດາວິສາຫະກິດແຂວງ ຕວຽນກວາງ.

ຄະນະປະຕິບັດງານແຂວງ ຕວຽນກວາງ ເຮັດວຽກກັບສະຖານທູດຫວຽດນາມ ປະຈຳລາວ

ຄະນະປະຕິບັດງານແຂວງ ຕວຽນກວາງ ແລະທ່ານເອກອັກຄະລັດຖະທູດ ຫງວຽນບ໋າຮຸ່ງ ຖ່າຍຮູບລວມກັບພະນັກງານ, ລັດຖະກອນສະຖານທູດຫວຽດນາມ ປະຈໍາລາວ. ພາບ: tuyenquang.dcs.vn

ພ້ອມກັນນັ້ນ, ກໍ່ໜູນຊ່ວຍການເຊື່ອມຕໍ່ ແລະຊຸກຍູ້ການເປີດກວ້າງການຮ່ວມມືໃນບັນດາຂົງເຂດ: ພົບປະແລກປ່ຽນວັດທະນະທຳ, ພົບປະແລກປ່ຽນປະຊາຊົນ, ການທ່ອງທ່ຽວລະຫວ່າງແຂວງ ຕວຽນກວາງ ກັບບັນດາທ້ອງຖິ່ນຂອງລາວ, ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ລາວ.

ທ່ານເອກອັກຄະລັດຖະທູດ ຫງວຽນບ໋າຮຸ່ງ ໄດ້ເຫັນດີກັບຄຳເຫັນສະເໜີຂອງຄະນະປະຕິບັດງານ. ພ້ອມທັງຢືນຢັນຈະສືບຕໍ່ຕິດຕາມ ແລະຊຸກຍູ້ການຮ່ວມມືລະຫວ່າງແຂວງ ຕວຽນກວາງ ກັບບັນດາທ້ອງຖິ່ນຂອງລາວ. ທ່ານເອກອັກຄະລັດຖະທູດ ສະເໜີໃຫ້ແຂວງ ສືບຕໍ່ເອົາໃຈໃສ່ເຖິງວຽກງານກໍ່ສ້າງ ແລະບຳລຸງນັກຮຽນ, ນັກສຶກສາ ແລະພະນັກງານຂອງປະເທດເພື່ອນລາວ. ຈາກນັ້ນ ກໍ່ປະກອບສ່ວນຮັກສາ ແລະເພີ່ມພູນຄູນສ້າງສາຍພົວພັນອັນສະໜິດຕິດພັນລະຫວ່າງປະຊາຊົນລາວ ອ້າຍນ້ອງ ກັບປະຊາຊົນ ຫວຽດນາມ.

ສົມເພັດ

ເຫດການ
302 Found

Found

The document has moved here.