ຊຸກຍູ້ຊາວຫວຽດນາມ ຢູ່ ໄທ ມາຢ້ຽມຢາມ ແລະ ຊອກຫາກາລະໂອກາດລົງທຶນຢູ່ນະຄອນ ໂຮຈິມິນ

07:56 | 17/11/2023

ຍສໝ - ແຕ່​ວັນ​ທີ 15-20 ພະຈິກ, ຄະນະປະຕິບັດງານ ລວມມີຄະນະ​ກຳມະການກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ນະຄອນໂຮ່ຈີມິນ ແລະ ສູນສົ່ງເສີມການຄ້ານະຄອນ​ ໂຮ່ຈິ​ມິນ ໄດ້ມີ​ໂຄງການ​ຊອກ​ຮູ້​ກ່ຽວ​ກັບ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ​ໄທ ​​ປີ 2023.

ຮອງນາຍົກລັດຖະມົນຕີ ລາວ ແລະ ໄທ ພົບປະສອງຝ່າຍ ຮັດແໜ້ນການຮ່ວມມື ຮອງນາຍົກລັດຖະມົນຕີ ລາວ ແລະ ໄທ ພົບປະສອງຝ່າຍ ຮັດແໜ້ນການຮ່ວມມື
ວິສາຫະກິດ​ລາວ ​ແລະ ​ໄທ ມີ​ຄວາມ​ສົນ​ໃຈໃນການ​ລົງທຶນ​ການທ່ອງ​ທ່ຽວ​ທາງ​ທະ​ເລ​ຢູ່​ກວາງ​ຈີ ສສ ຫວຽດນາມ ວິສາຫະກິດ​ລາວ ​ແລະ ​ໄທ ມີ​ຄວາມ​ສົນ​ໃຈໃນການ​ລົງທຶນ​ການທ່ອງ​ທ່ຽວ​ທາງ​ທະ​ເລ​ຢູ່​ກວາງ​ຈີ ສສ ຫວຽດນາມ

ຕອນ​ບ່າຍ​ວັນ​ທີ 15 ພະຈິກ, ທ່ານນາງ ຫວູທິຮວິ່ງມາຍ, ຫົວໜ້າຄະນະ​ກຳມະການ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ນະຄອນ ​ໂຮ່ຈີ​ມິນ ຫົວໜ້າ​ຄະນະປະຕິບັດງານ ໄດ້​ເຂົ້າ​ຢ້ຽມ ແລະ ເຮັດວຽກ ແລະ ຢ້ຽມຂ່ຳນັບທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳໄທ ຟານຈີ້ແທ່ງ.

ຊຸກຍູ້ຊາວຫວຽດນາມ ຢູ່ ໄທ ມາຢ້ຽມຢາມ ແລະ ຊອກຫາກາລະໂອກາດລົງທຶນຢູ່ນະຄອນ ໂຮຈິມິນ

ຄະນະປະຕິບັດງານນະຄອນ ໂຮຈິມິນ ເຮັດວຽກຢູ່ສະຖານທູດ ຫວຽດນາມ ປະຈຳ ໄທ

ໃນການ​ພົບ​ປະ, ທ່ານເອກອັກຄະລັດຖະທູດ ຟານຈີ້ແທ່ງ ໄດ້​ແຈ້ງ​ໃຫ້​ຄະນະປະຕິບັດງານຊາບກ່ຽວ​ກັບ​ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ​ໄທ ທີ່ນັບມື້ນັບມີຄວາມໄວ້ເນື້ອທີ່ເຊື່ອໃຈ ແລະ ກ້າວເຂົ້າສູ່ລວງເລິກ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ ໄດ້ເຊື່ອມໂຍງເຂົ້າ​ກັບ​ສັງຄົມປະຈຳຖິ່ນ, ທີ່ຕັ້ງ ແລະ ບົດບາດ​ຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່​ຕ່າງປະ​ເທດ​ ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ລັດຖະບານປະຈຳຖິ່ນ, ແມ່ນ​ຂົວເຊື່ອມຕໍ່ສຳຄັນ​ທີ່​ປະກອບສ່ວນ​ເຂົ້າ​ໃນ​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ.

ທ່ານເອກອັກຄະລັດຖະທູດ ຟານຈີ້ແທ່ງ ໄດ້​ແນະນຳໂດຍສັງເຂບກ່ຽວກັບປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ​ໄທ, ໄດ້​ແຈ້ງ​ໃຫ້​ຄະນະ​ຊາບກ່ຽວ​ກັບສະພາບການດຳເນີນທຸລະກິດການ​ລົງທຶນຂອງ​ບັນດາວິສາຫະກິດ ຫວຽດນາມ ຢູ່ ​ໄທ ແລະ ກາ​ລະ​ໂອກາດ​ພົວພັນການຄ້າຂອງ​ວິ​ສາ​ຫະກິດ 2 ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ.

ທ່ານ​ນາງ ຫວູທິຮວິ່ງມາຍ, ​ໄດ້​ແລກປ່ຽນ​ກັບທ່ານ​ເອກອັກຄະລັດຖະທູດ ຟານຈີ້ແທ່ງ ​ບາງ​ຂໍ້​ມູນ​ກ່ຽວ​ກັບ​ບັນດາ​ຜົນງານ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ນະຄອນ ໂຮ່ຈີມິນ ໃນໄລຍະຜ່ານມາ.

ທ່ານ​ນາງ ​ໄດ້ຮັບຮູ້ຄວາມ​ຄິດ​ເຫັນແລກປ່ຽນຈພນວນໜຶ່ງຂອງ​ຜູ້ຕາງໜ້າ​ການທູດຫວຽດນາມ ຢູ່ ​ໄທ ກ່ຽວ​ກັບ​ການ​ຊຸກຍູ້​ວຽກ​ງານ​ເຊື່ອມ​ຕໍ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ, ເພື່ອຊຸກຍູ້​ຊາວ ຫວຽດນາມ ຢູ່ ​ໄທ ມາ​ຢ້ຽມຢາມ ​ແລະ ຊອກ​ຫາ​ກາລະ​ໂອກາດ​ລົງທຶນ​ຢູ່​ນະຄອນ ໂຮຈິມິນ.

ຜ່ານ​ການ​ຢ້ຽມ​ຢາມ, ຄະ​ນະ​ຢາກ​ເຊື່ອມ​ຕໍ່​ກັບ​ສະ​ຖານ​ທູດ, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ໄທ ແລະ ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ຢູ່ ໄທ ເພື່ອເພີ່ມທະວີວິທີການແກ້ໄຂລະດົມ​ໃຫ້ປະ​ຊາ​ຄົມຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ແນະ​ນຳ ແລະ ພັດ​ທະ​ນາ​​ຊ່ອງ​ທາງຈຳໜ່າຍສິນ​ຄ້າ​ຢູ່ປະເທດປະຈຳຖິ່ນ, ການບໍລິໂພກຜະລິດຕະພັນເຄື່ອງໝາຍການຄ້າຂອງນະຄອນ ໂຮຈິມິນ.

ຄະນະກໍ່​ຫວັງຈະໄດ້ເຊື່ອມ​ຕໍ່​ຊາວ​ຫວຽດນາມ ຢູ່​ຕ່າງປະ​ເທດ ​​ເພື່ອ​ລະດົມແຫຼ່ງກຳລັງຄົນນີ້ໃຫ້ສືບຕໍ່ອຸທິດຕົນ, ປະກອບສ່ວນເຂົ້າ​ໃນ​ຫຼາຍ​ຂົງ​ເຂດ​ທີ່ນະຄອນ ມີຄວາມສົນໃຈ​ຄື: ການຜະລິດ, ຄົມມະນາຄົມ, ຂົນສົ່ງ, ສາທາລະນະສຸກ, ສິ່ງ​ແວດ​ລ້ອມ, ພັດທະນາ​ຕົວ​ເມືອງ.…

ມິງດຶກ

ເຫດການ
302 Found

Found

The document has moved here.