ຫວຽດນາມ ຊົມເຊີຍບັນດາຜົນງານທີ່ປະເທດລາວ ບັນລຸໄດ້ໃນຕະຫຼອດ 47 ປີຜ່ານມາ

10:40 | 01/12/2022

ຍສໝ - ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ນຳໜ້າຄະນະຜູ້ແທນສະຖານທູດຫວຽດນາມ ປະຈຳ ລາວ ໄປອວຍພອນ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດລາວ ແລະ ທ່ານ ທອງສະຫວັນ ພົມວິຫານ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນປະຕິວັດລາວ.

ໜັງສືພິມຕ່າງປະເທດ: ຫວຽດນາມ ນອນໃນທອັບ 20 ປະເທດສ່ົງອອກແຖວໜ້າໂລກດ້ວຍລະດັບການເຕີບໂຕສົ່ງອອກສະເລ່ຍບັນລຸ 12% ໃນ 8 ປີຜ່ານມາ ໜັງສືພິມຕ່າງປະເທດ: ຫວຽດນາມ ນອນໃນທອັບ 20 ປະເທດສ່ົງອອກແຖວໜ້າໂລກດ້ວຍລະດັບການເຕີບໂຕສົ່ງອອກສະເລ່ຍບັນລຸ 12% ໃນ 8 ປີຜ່ານມາ
ໃນ 20 ປີຜ່ານມາ, ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ລັດເຊຍ ບັນລຸໄດ້ຜົນງານທີ່ໜ້າປະທັບໃຈຫຼາຍຢ່າງ ໃນ 20 ປີຜ່ານມາ, ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ລັດເຊຍ ບັນລຸໄດ້ຜົນງານທີ່ໜ້າປະທັບໃຈຫຼາຍຢ່າງ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດແຫ່ງ ສປປ ລາວ ຄົບຮອບ 47 ປີ (2/12/1975-2/12/2022), ວັນທີ 28 ພະຈິກ, ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ນຳໜ້າຄະນະຜູ້ແທນສະຖານທູດຫວຽດນາມ ປະຈຳ ລາວ ໄປອວຍພອນ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດລາວ ແລະ ທ່ານ ທອງສະຫວັນ ພົມວິຫານ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນປະຕິວັດລາວ.

ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ມອບຊໍ່ດອກໄມ້ອວຍພອນທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດລາວ ແລະກະຊວງການຕ່າງປະເທດລາວ.

ຫວຽດນາມ ຊົມເຊີຍບັນດາຜົນງານທີ່ປະເທດລາວ ບັນລຸໄດ້ໃນຕະຫຼອດ 47 ປີຜ່ານມາ

ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ມອບຊໍ່ດອກໄມ້ອວຍພອນທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດລາວ ແລະກະຊວງການຕ່າງປະເທດລາວ.

ໂດຍສະແດງຄວາມຊົມເຊີຍບັນດາຜົນງານທີ່ບັນລຸໄດ້ໃນຂົງເຂດພົວພັນພາຍໃນ ແລະ ພົວພັນຕ່າງປະເທດ ເຊິ່ງປະເທດ ສປປ ລາວ ຍາດມາໄດ້ໃນໄລຍະ 47 ປີຜ່ານມາ, ໂດຍສະເພາະແມ່ນບັນດາຜົນງານທີ່ບັນລຸໄດ້ພາຍຫຼັງ 36 ປີແຫ່ງການດຳເນີນພາລະກິດແຫ່ງການປ່ຽນແປງໃໝ່, ທ່ານ ຫງວຽນບ໊າຮຸ່ງ ຢືນຢັນວ່າ ບັນດາ ຜົນງານດັ່ງກ່າວ ໄດ້ມີການປະກອບສ່ວນສຳຄັນຂອງກະຊວງການຕ່າງປະເທດລາວ ແລະ ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ.

ສະແດງຄວາມພາກພູມໃຈຕໍ່ສາຍພົວພັນລະຫວ່າງສອງປະເທດໃນໄລຍະຜ່ານມາ, ພິເສດແມ່ນໃນປີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ 2022, ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ໃຫ້ຮູ້ວ່າ ເລື່ອງສອງຝ່າຍໄດ້ສົມທົບກັນຢ່າງແໜ້ນແຟ້ນໃນການຜັນຂະຫຍາຍບົດບັນທຶກວ່າດ້ວຍການຮ່ວມມືລະຫວ່າງສອງກົມການເມືອງ ປີ 2022, ບັນດາສົນທິສັນຍາທີ່ ບັນລຸໄດ້ໃນກອງປະຊຸມ ຄັ້ງທີ 44 ຄະນະກຳມະການຮ່ວມມືທະວີພາຄີ ລະຫວ່າງລັດຖະບານຫວຽດນາມ ແລະ ລັດຖະບານລາວ ໄດ້ນຳການພົວພັນ ຮ່ວມມືລະຫວ່າງສອງປະເທດເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ.

ສະແດງຄວາມຂອບອົກຂອບໃຈຕໍ່ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ລາວ ແລະ ທ່ານ ທອງສະຫວັນ ພົມວິຫານ ພ້ອມກັບການນຳ, ພະນັກງານ, ພາລະກອນກະຊວງການຕ່າງປະເທດລາວ, ຄະນະພົວພັນຕ່າງປະເທດ ສູນກາງພັກປະຊາຊົນປະຕິວັດລາວ ໃນໄລຍະຜ່ານມາທີ່ໄດ້ໃຫ້ການຮ່ວມມື, ໜູນຊ່ວຍຝ່າຍຫວຽດນາມ ເວົ້າລວມ ແລະ ສະຖານທູດຫວຽດນາມ ປະຈຳ ລາວ ເວົ້າສະເພາະ, ທ່ານ ຫງວຽນບ໊າຮຸ່ງ, ກໍ່ຝາກຄຳອວຍພອນ ມາຍັງຄະນະການນຳ, ພະນັກງານ, ພາລະກອນກະຊວງການ ຕ່າງປະເທດລາວ ແລະ ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ຈົ່ງມີສຸຂະພະລານະໄມທີ່ສົມບູນ ແລະ ປະສົບຜົນສຳເລັດ.

ບູນມີ

ເຫດການ
302 Found

Found

The document has moved here.