ເລື່ອງຄວາມຮັກ “ໄປໜຶ່ງກັບສີ່” ຂອງຄູ່ຜົວເມຍ ຫວຽດນາມ - ລາວ

09:35 | 26/11/2022

ຍສໝ - ປະ​ເທດ​ຫວຽດ​ນາມ ໄດ້ລໍ່ລ້ຽງຈິດໃຈ​ຂອງ​ນັກ​ສິ​ລະ​ປິນ​ກໍ່ຄືສ້າງ​ຂີດ​ໝາຍ​ຄາວ​​ຮ່ຳ​ຮຽນ ແລະ ເຮັດ​ວຽກ​ຂອງ​ບ່າວ​ລາວ ບຸນແທ່ງ ສຸກສະຫວັດ. ​ຢູ່​ທີ່ນີ້, ຄວາມ​ຮັກ​ຂອງເພິ່ນກັບ​ສາວ​ຫວຽດ​ນາມ​ໄດ້ "ແຕກດອກອອກຜົນ​"​.

ພິທີມອບລາງວັນ ໃຫ້ຂອງທີ່ລະນຶກເລົ່າເລື່ອງ: ຄວາມຮູ້ສຶກຕື້ນຕັນໃຈຂອງນ້ຳໃຈມິດຕະພາບ ຫວຽດນາມ - ລາວ ພິທີມອບລາງວັນ ໃຫ້ຂອງທີ່ລະນຶກເລົ່າເລື່ອງ: ຄວາມຮູ້ສຶກຕື້ນຕັນໃຈຂອງນ້ຳໃຈມິດຕະພາບ ຫວຽດນາມ - ລາວ
ຫຼວງພະບາງ ຈັດການເຄື່ອນໄຫວຕ່າງໆເພື່ອຂ່ຳນັບຊົມເຊີຍປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2022 ຫຼວງພະບາງ ຈັດການເຄື່ອນໄຫວຕ່າງໆເພື່ອຂ່ຳນັບຊົມເຊີຍປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2022

ສຽງດົນຕີໄດ້ເຊື່ອມຕໍ່ສາຍຊະນວນຄູ່ຮັກ

ທີ່​ເຮືອນຫຼັງໜຶ່ງ​ຢູ່​ນະຄອນຫຼວງ​ວຽງ​ຈັນ, ທ່ານ ປອ ບຸນແທ່ງ ສຸກສະຫວັດ, ຫົວໜ້າສະຖາບັນ, ບັນນາທິການໃຫຍ່ວາລະສານ​ວິທະຍາສາດ​ສັງຄົມ (ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ສັງຄົມ​ແຫ່ງ​ຊາດ​ລາວ) ຍັງ​ຮັກສາ​ໃບສົມລົດ​ (ໜັງສືຢັ້ງຢືນການແຕ່ງງານ) ສອງສະບັບ, ​ໃບ​ໜຶ່ງ​ແມ່ນ​ຂຽນ​ເປັນ​ພາສາ​ຫວຽດນາມ, ​ໃບ​ໜຶ່ງ​ເປັນ​ພາສາ​ລາວ. ນັ້ນ​ແມ່ນ “ຊັບ​ສົມບັດ​ແຫ່ງ​ຄວາມ​ຮັກ” ຂອງ​ຄູ່ຜົວເມຍ ບຸນແທ່ງ ສຸກສະຫວັດ - ຫງວຽນ​ທິ​ງວຽດ​ງາ ທີ່​ຮັກ​ສາ​ໄວ້​ເກືອບ 40 ປີ.

ປີ 1979, ບ່າວ​ລາວ ບຸນແທ່ງ ສຸກສະຫວັດ ໂດຍລັດຖະບານລາວ ໄດ້ສົ່ງໄ ຮຽນຢູ່ໂຮງຮຽນດົນຕີຊັ້ນກາງ 4 ປີ ຕາມລະບົບປົກກະຕິ ຢູ່ໂຮງຮຽນດົນຕີຫວຽດນາມ (ສະຖາບັນດົນຕີຮ່າໂນ້ຍ ປະຈຸບັນແມ່ນສະຖາບັນດົນຕີແຫ່ງຊາດຫວຽດນາມ).

ໃນ​​ການ​ສະ​ແດງ​ເປຍ​ໂນ​ຢູ່​ຄະ​ນະ​ ເປຍ​ໂນ​, ບຸນແທ່ງ ສຸກສະຫວັດ ຖືກ "ດູງດູດໃຈ​" ຍ້ອນສາວນຸ່ງຊຸດເສື້ອຍາວວີຂາວອ່ອນໂຍນກ້າວຂຶ້ນ​ເທິງ​ສະ​ແດງເວທີ. ອາລົມຍັງອ່ອນໄຫວ ເມື່ອຍິງຄົນນັ້ນຫຼິ້ນໂນດດົນຕີທຳອິດຂອງບົດ Moonlight Sonata.

ງານແຂ່ງຂັນບານເຕະ Friends Open Cup 2022 ສຳລັບຊາວຫວຽດນາມ ທີ່ຮັກກິລາບານເຕະຢູ່ ສ.ເກົາຫຼີ

ພາບແຕ່ງງານຂອງຄູ່ບ່າວສາວ ບຸນແທ່ງ ສຸກສະຫວັດ-ຫງວຽນ​ທິ​ງວຽດ​ງາ ກັບພໍ່ແມ່ເມຍ. ພາບ: NVCC

ຫລັງຈາກຄືນນັ້ນ, ບຸນແທ່ງ ສຸກສະຫວັດ ກໍ່ຊອກທຸກວິທີເພື່ອທຳຄວາມຮູ້ຈັກກັບຍິງສາວຫວຽດນາມ ທີ່ສວຍງາມ, ເກັ່ງກ້າສາມາດ ແລະ ມີຊື່ທີ່ງົດງາມ ວ່າ: ງວຽດງາ. ດ້ວຍ​ຄວາມ​ຮັກ​ທີ່​ຈິງ​ໃຈ ​ແລະ​ ມີຄວາມອົດທົນ, ຫຼັງ​ຈາກ​ໄລຍະເວ​ລາ​ດົນ​ເຕີບ, ຊາຍ​ລາວ​ ກໍ່ສາມາດພິຊິດ​ຫົວ​ໃຈ​ຂອງ​ສາວ​ງາມນີ້ໄດ້.

ຕອນໄປ​​ເປີດຕົວຕໍ່​ພໍ່​ແມ່​ຂອງ ງວຽດງາ, ລາວ​ຮູ້ສຶກ​ຕື່ນເຕັ້ນ​ຫຼາຍ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ພໍ່​ແມ່​ຂອງ ງວຽດງາ ກໍມີຄວາມເຂົາອົກເຂົ້າໃຈ​ທີ່​ສຸດ. ພໍ່ຂອງ ງວຽດງາ ຮູ້ສຶກເຫັນອົກເຫັນໃຈກັບສະຖານະການຂອງລາວ ເພາະວ່າ ກ່ອນໜ້ານີ້ກໍ່ເຄີຍອອກໄປຢູ່ຫ່າງໄກຄອບຄົວ.

ໃນປີ 1983, ບຸນແທ່ງ ສຸກສະຫວັດ ຮຽນຈົບໂຮງຮຽນດົນຕີຊັ້ນກາງ ແລະ ກັບຄືນປະເທດ ເຊິ່ງໄດ້ຝາກຄວາມຮັກຄັ້ງທຳອິດໄວ້ ແລະ ຫວັງວ່າຈະກັບມາຫາຄູ່ຮັກ ໃນໄລຍະເວລາໄວທີ່ສຸດ. ການໄປຮຽນຕໍ່ຢູ່ຕ່າງປະເທດຕ້ອງລໍຖ້າເວລາດົນນານ. ທ່ານ ບຸນແທ່ງ ສຸກສະຫວັດ ເລົ່າຄືນວ່າ: “ຍ້ອນວ່າ ໃນເວລານັ້ນ ກະຊວງສຶກສາທິການລາວ ກຳນົດວ່າ ຜູ້ທີ່ໄປຮຽນຢູ່ຕ່າງປະເທດກັບມາ ຕ້ອງເຮັດວຽກຢ່າງໜ້ອຍສຸດ 2 ປີ ຈຶ່ງໄດ້ໄປຮຽນຕໍ່ຢູ່ຕ່າງປະເທດໄດ້ອີກ”.

ໃນຊ່ວງເວລານັ້ນ, ທັງສອງຄົນຍັງຄົງຕິດຕໍ່ກັນເປັນປົກກະຕິ.

ໄລຍະເວລາ 3 ປີລໍຖ້າຜູກຊາຕານຳກັນ

ປີ 1985, ບຸນແທ່ງ ສຸກສະຫວັດ ໄດ້ຖືກ​ສົ່ງ​ໄປ​ຮຽນ​ຕໍ່​ໃນ​​ຫຼັກສູດລະດັບປະລິນຍາຕີ​ຢູ່​ສະຖາບັນ​ດົນ​ຕີ​ຮ່າ​ໂນ້ຍ. ລາວ ແລະ ງວຽດງາ ຍື່ນຄໍາຮ້ອງຂໍຈົດທະບຽນສົມລົດ. ​ໃນ​ເມື່ອ​ນັ້ນ, ຫວຽດນາມ ຍັງ​ບໍ່​ທັນ​ມີ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ແຕ່ງງານ​ລະຫວ່າງ​ພົນລະ​ເມືອງ​ພາຍ​ໃນ​ປະ​ເທດ ​ແລະ ຊາວ​ຕ່າງປະ​ເທດ. ດັ່ງນັ້ນ ເອກະສານລົງທະບຽນ, ພິຈາລະນາ ແລະ ລໍຖ້າດົນທີ່ສຸດ. ​ໃນ​ເວລາ​ນັ້ນ, ໝູ່​ເພື່ອນ​ຂອງບຸນແທ່ງ ສຸກສະຫວັດ ກໍ່​ມີ​ຫຼາຍ​ຮ້ອຍ​ຄູ່​ທີ່​ມີ​ສະພາບ​ການ​ຄ້າຍຄື​ກັນ. ອ້າຍບ່າວລາວຫລາຍຄົນຢ້ານທີ່ຈະເຮັດຂັ້ນຕອນລະບຽບການທີ່ຫຍຸ້ງຍາກ ແລະສັບສົນ, ສະນັ້ນ ເຂົາເຈົ້າຈຶ່ງຊວນຄົນຮັກຂອງເຂົາເຈົ້າໜີຂ້າມຊາຍແດນເພື່ອກັບຄືນປະເທດ.

ງານແຂ່ງຂັນບານເຕະ Friends Open Cup 2022 ສຳລັບຊາວຫວຽດນາມ ທີ່ຮັກກິລາບານເຕະຢູ່ ສ.ເກົາຫຼີ

ຄູ່ຜົວເມຍ ບຸນແທ່ງ ສຸກສະຫວັດ - ງວຽດງາ ຖ່າຍຮູບກັບຜູ້ຕາງໜ້າສະຖານທູດລາວ ປະຈໍາ ຫວຽດນາມ. ພາບ: NVCC

ຫຼາຍຄົນຕິຕຽນລາວວ່າ ກ້າຮັກແຕ່ບໍ່ເຮັດ, "ບໍ່ຮູ້ທາງລັດ". ແຕ່ລາວຄິດວ່າ ເປັນຫຍັງແຕ່ງງານຕ້ອງໜີ. ​ໃນ​ໄລຍະ​ທີ່​ຫຍຸ້ງຍາກ​ນັ້ນ, ລາວ ​ແລະ ຄົນຮັກ​ຂອງ​ລາວ​ລ້ວນ​ແຕ່​ບອກ​ກັນ​ເອງ​ວ່າ, ຄວາມ​ຮັກ​ອັນ​ສວຍ​ງາມ​ກໍ່ຄື​ສົງຄາມຍາດເອົາ​ເອກະລາດ​ຂອງ​ຊາດ​ ຫວຽດນາມ - ລາວ, ຖ້າ​ເຈົ້າ​ຍຶດໝັ້ນ​ຕໍ່​ເສັ້ນທາງ​ການ​ປະຕິວັດ​ທີ່​ຖືກຕ້ອງ, ​ແນວ​ໃດກໍ່ປະສົບຜົນສໍາເລັດ.

ພາຍຫຼັງ 3 ປີ, ກະຊວງ​ການ​ຕ່າງປະ​ເທດ​ຂອງ​ສອງ​ປະ​ເທດ​ໄດ້​ເຫັນ​ດີ​ອອກ​ໃບ​ສົມລົດ. ຈາກນັ້ນ ບຸນແທ່ງ ສຸກສະຫວັດ ແລະ ພັນລະຍາ ໄດ້ຈັດງານດອງ ຢູ່ຮ່າໂນ້ຍ ກ່ອນ. ງານ​ດອງ​ໄດ້​ຈັດ​ຂຶ້ນ​ຢູ່​ເຮືອນ​ເຈົ້າ​ສາວ​ດ້ວຍ​ພາເຂົ້າ​ສອງ​ສາມ​ພາ ​ເພື່ອ​ເຊີນ​ຍາດຕິ​ພີ່ນ້ອງ. ທາງຝ່າຍເຈົ້າບ່າວ ມີແຕ່ເຈົ້າບ່າວ ແລະ ຜູ້ຕາງໜ້າສະຖານທູດລາວ.

ໄປໜຶ່ງກັບ...ສີ່

ໃນປີ 1990, ຫຼັງຈາກຮຽນຈົບມະຫາວິທະຍາໄລ, ບຸນແທ່ງ ສຸກສະຫວັດ ໄດ້ພາພັນລະຍາ ແລະ ລູກ 2 ຄົນກັບຄືນປະເທດລາວ. ງວຽດ​ງາ ​ເອົາ​ໃຈ​ໃສ່​ເຖິງ​ການ​ດູ​ແລ​ຄອບ​ຄົວ​ເພື່ອ​ໃຫ້​ຜົວ​ອຸ່ນອ່ຽງໄປປະຕິບັດງານ. ງວຽດ​ງາ ໄດ້ເປີດຫ້ອງສອນເປຍໂນຢູ່ເຮືອນ ແລະ ຮັບສະແດງຢູ່ໃນຫຼາຍລາຍການໂດຍ ກະຊວງຖະແຫຼງຂ່າວ ແລະ ວັດທະນະທໍາ, ໂຮງຮຽນດົນຕີແຫ່ງຊາດລາວ, ສະຖານທູດ ແລະ ອົງການຈັດຕັ້ງສາກົນປະຈໍາລາວ ຈັດຕັ້ງ.

ງານແຂ່ງຂັນບານເຕະ Friends Open Cup 2022 ສຳລັບຊາວຫວຽດນາມ ທີ່ຮັກກິລາບານເຕະຢູ່ ສ.ເກົາຫຼີ

ຜົວເມຍ ບຸນແທ່ງ ສຸກສະຫວັດ - ງວຽດງາ. ພາບ: NVCC

ພາຍຫຼັງ​ຫຼາຍ​ປີ​ແຫ່ງ​ການ​ເຮັດ​ວຽກ ​ແລະ ​ການ​ອຸທິດສ່ວນ, ລູກເຂີຍ​ຫວຽດນາມ ບຸນແທ່ງ ສຸກສະຫວັດ ໄດ້​ກາຍ​ເປັນ​ຫົວໜ້າສະຖາບັນ ​ແລະ ບັນນາທິການໃຫຍ່​​ວາລະສານ​ວິທະຍາສາດ​ສັງຄົມ, ສະ​ຖາ​ບັນ​ວິທະຍາສາດ​ສັງຄົມ​ແຫ່ງ​ຊາດ​ລາວ. ທ່ານ ປອ ບຸນແທ່ງ ສຸກສະຫວັດ ຍັງໄດ້ເປັນທີ່ຮູ້ຈັກກັບການເປັນນັກ​ຄົ້ນ​ຄ້ວາ​ກ່ຽວ​ກັບ ຫວຽດນາມ ຮຽນຄົນລາວ.

ບຸນແທ່ງ ຍັງ​ໄດ້​ຮັບ​ການ​ເຊີນ​ຈາກ UNESCO ​ໃຫ້​ເຂົ້າ​ຮ່ວມ ​ແລະ ກາຍ​ເປັນ​ນັກ​ຮຽນຮູ້ສາກົນ​ທີ່ຮ່ວມເດີນທາງ​ເປັນ​ປະຈໍາ​ພ້ອມ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ຄົ້ນ​ຄ້ວາ​ຫຼາຍ​ຢ່າງ, ປະກອບສ່ວນ​ສະໜັບສະໜູນ​ການ​ເຊີດ​ຊູ 5 ມໍລະດົກ​ວັດທະນະທຳ​ນາມມະທໍາຂອງ​ມວນມະນຸດ. ນອກຈາກ​ນັ້ນ, ລາວ​ຍັງ​ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສໍາມະນາວິ​ທະ​ຍາ​ສາດ​ກ່ຽວ​ກັບ​ສິ​ລະ​ປະ, ວັດ​ທະ​ນະ​ທຳ ແລະ ສັງ​ຄົມ​ຢູ່​ຫວຽດ​ນາມ ຫຼາຍ​ຄັ້ງ.

ງານແຂ່ງຂັນບານເຕະ Friends Open Cup 2022 ສຳລັບຊາວຫວຽດນາມ ທີ່ຮັກກິລາບານເຕະຢູ່ ສ.ເກົາຫຼີ

ຊ່ວງເວລາຢູ່ຄຽງຂ້າງກັນຂອງຄູ່ຜົວເມຍ ບຸນແທ່ງ ສຸກສະຫວັດ - ງວຽດງາ. ພາບ: NVCC

ພາຍຫຼັງ 35 ປີ​ທີ່​ຢູ່​ຮ່ວມ​ກັນ, ຄອບ​ຄົວ ບຸນແທ່ງ ສຸກສະຫວັດ ແລະ ງວຽດ​ງາ ກໍ່ສົມບູນໂດຍມີ​ລູກ​ສາວ 01 ຄົນ ແລະ ລູກ​ຊາຍ 01 ຄົນ. ລູກ​ທັງ​ສອງຄົນ​ລ້ວນ​ແຕ່​ປະສົບ​ຜົນສຳ​ເລັດ​ໃນ​ວຽກງານ ​ແລະ ມີ​ຄວາມສຸກ​ໃນ​ຊີວິດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.