ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢ້ຽມຢາມສານກຳມະການ PCA, ພົບປະກັບຜູ້ວ່າການລັດ Amsterdam ແລະ ປະຊາຄົມຊາວ ຫວຽດນາມ ຢູ່ ໂຮນລັງ

09:40 | 14/12/2022

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ: ຫວຽດນາມ ພ້ອມແລ້ວຈະແກ້ໄຂບັນດາການຂັດແຍ້ງສາກົນກັບບັນດາຄູ່ຮ່ວມມືຕ່າງປະເທດຢູ່ບັນດາອົງການເປັນກາງ, ໄກ່ເກ່ຍ ແລະ ເປັນກຳມະການສາກົນທີ່ເໝາະສົມກັບກົດໝາຍສາກົນ ແລະ ຮັບປະກັນຜົນປະໂຫຍດຂອງບັນດາຝ່າຍ...

ປະຊາຄົມຊາວ ຫວຽດນາມ ຢູ່ ສ.ເກົາຫຼີ ຕ້ອງປະກອບສ່ວນຕັ້ງໜ້າເຂົ້າໃນການພັດທະນາການພົວພັນ ຫວຽດນາມ - ສ ເກົາຫຼີ ປະຊາຄົມຊາວ ຫວຽດນາມ ຢູ່ ສ.ເກົາຫຼີ ຕ້ອງປະກອບສ່ວນຕັ້ງໜ້າເຂົ້າໃນການພັດທະນາການພົວພັນ ຫວຽດນາມ - ສ ເກົາຫຼີ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງ ອາ​ຊຽນ-ເອີ​ຣົບ ແລະ ຢ້ຽມ​ຢາມ ລຸກ​ຊຳ​ບວກ, ໂຮນ​ລັງ​, ແບ​ນຊິກ ຢ່າງ​ເປັນ​ທາງ​ການ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງ ອາ​ຊຽນ-ເອີ​ຣົບ ແລະ ຢ້ຽມ​ຢາມ ລຸກ​ຊຳ​ບວກ, ໂຮນ​ລັງ​, ແບ​ນຊິກ ຢ່າງ​ເປັນ​ທາງ​ການ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢ້ຽມຢາມສານກຳມະການ PCA (ພາບ:Vũ Khuyên/ VOV)
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢ້ຽມຢາມສານກຳມະການ PCA (ພາບ:VOV)

ຫວຽດນາມ ຕີລາຄາສູງບົດບາດຂອງສານກຳມະການ PCA ໃນການໜູນຊ່ວຍບັນດາປະເທດແກ້ໄຂຄວາມຂັດແຍ້ງກັນສາກົນດ້ວຍລະບຽບການກຳມະການ, ການໄກ່ເກ່ຍສາກົນ. ນີ້ແມ່ນການຢັ້ງຢືນຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃນຕອນບ່າຍວັນທີ 11 ທັນວາ ເມື່ອຢ້ຽມຢາມສຳນັກງານຂອງສານກຳມະການ (PCA) ປະຈຳ ລາໄຮ (ປະເທດໂຮນລັງ) ແລະ ພົບປະທ່ານ ປອ Marcin Czepelak, ເລຂາທິການໃຫຍ່ PCA.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ: ຫວຽດນາມ ພ້ອມແລ້ວຈະແກ້ໄຂບັນດາການຂັດແຍ້ງສາກົນກັບບັນດາຄູ່ຮ່ວມມືຕ່າງປະເທດຢູ່ບັນດາອົງການເປັນກາງ, ໄກ່ເກ່ຍ ແລະ ເປັນກຳມະການສາກົນທີ່ເໝາະສົມກັບກົດໝາຍສາກົນ ແລະ ຮັບປະກັນຜົນປະໂຫຍດຂອງບັນດາຝ່າຍ, ພ້ອມທັງສະເໜີໃຫ້ PCA ຕັ້ງໜ້າໜູນຊ່ວຍ, ໃຫ້ຄຳປຶກສາກັບ ຫວຽດນາມ ກ່ຽວກັບບົດຮຽນໃນການປະພຶດກ່ຽວກັບບັນຫາດິນແດນ, ເສດຖະກິດ, ການຄ້າ …; ພ້ອມທັງສ້າງເງື່ອນໄຂຮັບຊາວ ຫວຽດນາມ ເຂົ້າເຮັດວຽກຢູ່ PCA.

ສ່ວນທ່ານເລຂາທິການໃຫຍ່ Marcin Czepelak ຢັ້ງຢືນຄະຕິທຳຂອງ PCA ກໍ່ແມ່ນການກຳນົດທິດທີ່ ຫວຽດນາມ ເດີນຕາມ “ບໍ່ເລືອກຝ່າຍ, ແຕ່ເລື່ອກຄວາມຍຸຕິທຳ ແລະ ຄວາມຖືກຕ້ອງ”, ຕີລາຄາສູງບັນດາຄຳໝັ້ນສັນຍາຢ່າງແຮງ ແລະ ບົດບາດຂອງ ຫວຽດນາມ ໃນການຊຸກຍູ້ການເຄົາລົບກົດບັດ ສປຊ ແລະ ກົດໝາຍສາກົນ.

ແລະກໍ່ໃນຕອນບ່າຍວັນທີ 11 ທັນວາ, ທ່ານນາຍົກລັດຖະມົນຕີ ໄດ້ເຮັດວຽກກັບປະທານສະຫະພັນຜູ້ໃຊ້ແຮງງານ ໂຮນລັງ; ຢ້ຽມຢາມນະຄອນຫຼວງ Amsterdam; ພົບປະກັບເຈົ້າຄອງນະຄອນ Amsterdam; ພົບປະກັບການນຳວິສາຫະກິດແຖວໜ້າ ໂຮນລັງ ຈຳນວນໜຶ່ງ. ແລະ ກໍ່ໃນຕອນຄ່ຳວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ໄດ້ພົບປະກັບຊາວ ຫວຽດນາມ ຢູ່ ໂຮນລັງ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.