ວິ​ສາ​ຫ​ະ​ກິດ ສາມ​ປະ​ເທດ ໄທ - ຫວຽດ​ນ​າມ - ລາວ ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລົງ​ທຶນ

16:20 | 01/12/2022

ຍ​ສ​ໝ - ວັນ​ທີ 28 ພະ​ຈິກ, ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ ໄທ - ຫວຽດ​ນ​າມ - ລາວ ປີ 2022 ໂດຍ​ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ ໄທ - ຫວຽດ​ນາມ ​ຈັດ​ ໄດ້​ໄຂ​ຂຶ້ນ​ຢູ່​ໄທ. ເວ​ທີ​ປາ​ໄສ​ແມ່ນ​ບ່ອນ​ດຳ​ເນີນ​ບັນ​ດາ​ການ​ເຄື່ອນ​ໄຫວ​ວາງ​ສະ​ແດງ​ຜະ​ລິດ​ຕະ​ພັນ, ສົ່ງ​ເສີມ​ການ​ຄ້າ, ແລກ​ປ່ຽນ​ເຕັກ​ໂນ​ໂລ​ຢີ​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ການ​ຄ້າ, ເຊື່ອມ​ຕໍ່ ແລະ ສ້າງ​ເຄືອ​ຂ່າຍ​ລະ​ຫວ່າງ​ບັນ​ດາ​ວິ​ສາ​ຫ​ະ​ກິດ ຫວຽດນາມ ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ ໄທ ແລະ ລາວ.

ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ແລະ ສະ​ມັດ​ຊາ​ໃຫຍ່ ສັນ​ຕິ​ພາບ​ໂລກ ຄວນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ເພື່ອ​ສັນ​ຕິ​ພາບ ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ແລະ ສະ​ມັດ​ຊາ​ໃຫຍ່ ສັນ​ຕິ​ພາບ​ໂລກ ຄວນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ເພື່ອ​ສັນ​ຕິ​ພາບ
ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ບຳລຸງ​ສ້າງ ​ພະ​ນັກ​ງານ​ການ​ນຳ, ຄຸ້ມ​ຄອງ ​ໃຫ້​ແກ່​ພັກ ​ແລະ ລັດ​ລາວ ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ບຳລຸງ​ສ້າງ ​ພະ​ນັກ​ງານ​ການ​ນຳ, ຄຸ້ມ​ຄອງ ​ໃຫ້​ແກ່​ພັກ ​ແລະ ລັດ​ລາວ
ວິ​ສາ​ຫ​ະ​ກິດ ສາມ​ປະ​ເທດ ໄທ - ຫວຽດ​ນ​າມ - ລາວ ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລົງ​ທຶນ

ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ ໄທ - ຫວຽດ​ນາມ - ລາວ​ (ພາບ: ຕວນກວຽນ)

ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ, ທ່ານ ປີ​ເຕີ ຮົ່ງ, ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ, ທັງ​ເປັນ​ເລ​ຂາ​ທິ​ການ​ ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ ຫວຽດ​ນາມ ປະ​ຈຳ ຕ່າງ​ປະ​ເທດ ​ໃຫ້​ຮູ້​ວ່າ: ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ ໄທ - ຫວຽດ​ນາມ - ລາວ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ, ນັກ​ທຸ​ລະ​ກິດ 3 ປະ​ເທດ ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ, ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ການ​ຄ້າ, ກະ​ສິ​ກຳ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ​ສູງ, ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວ ແລະ ການ​ບໍ​ລິ​ການ, ການ​ນຳ​ເຂົ້​າ​ສົ່ງ​ອອກ, ປະ​ກອບ​ສ່ວນ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ໃນ​ການ​ປະ​ຕິ​ບັດ​ແຜນ​ຮ່າງ 1797 ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ກ່ຽວ​ກັບ​ການລະ​ດົມ​ຊາວຫວຽດາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ເຂົ້າ​ຮ່ວມ​ການ​ແນະ​ນຳ, ຊົມ​ໃຊ້​ຜະ​ລິດ​ຕະ​ພັນ ແລະ ພັດ​ທະ​ນາ​ບັນ​ດາ​ຊ່ອງ​ທາງ​ແຈກ​ຢາຍ​ສິນ​ຄ້າ ຫວຽດນາມ ຢູ່​ຕ່າງ​ປະ​ເທດ, ໄລ​ຍະ 2020 – 2024.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ ໄທ ຫງວຽນ​ຈີ້​ແທ່ງ ເນັ້ນ​ໜັກ​ວ່າ: ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ຊາວ​ຫວຽດ​ນາມ ຢູ່ ໄທ ແລະ ລາວ ແມ່ນ​ປະ​ຊາ​ຄົມ​ທີ່​ມີຄ​ວາມ​ສາ​ມາດ​ບົ່ມ​ຊ້ອນ​ດ້ານ​ເສດ​ຖະ​ກິດ ແລະ ມີ​ຄວາມ​ຫວັງ​ຢາກ​ພ້ອມ​ກັນຮ່ວມ​ມື​ກັບ​ຫວຽດ​ນາມ. ບັນດາ​ວິ​ສາ​ຫະກິດ ຫວຽດນາມ ກໍ່​ມີ​ຄວາມຂະ​ຫຍັນ​ຂັນ​ເຄື່ອນ, ປາດ​ຖະໜາ​ຢາກ​ເປີດ​ກວ້າງ​ການ​ລົງທຶນ ​ແລະ ດຳ​ເນີນ​ທຸລະ​ກິດ​ເຂົ້າ​ຕະຫຼາດ​ໄທ. ​ເວທີ​ປາ​ໄສ​ແມ່ນ​ຊ່ອງ​ທາງ​ເຊື່ອມ​ຕໍ່​ທີ່​ເໝາະ​ສົມ ​ແລະ ມີ​ປະສິດທິ​ຜົນ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຜັນ​ຂະຫຍາຍ​ກາລະ​ໂອກາດ​ຮ່ວມ​ມື​ໃນ​ອະນາຄົດ.

ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຈີ​ແທ່ງ ສະ​ເໜີ​ໃຫ້​ອຳ​ນາດ​ການ​ປົກ​ຄອງ​ແຂວງ ອຸ​ດອນ​ທາ​ນີ ໜູນ​ຊ່ວຍ​ການເຊື່ອມ​ຕໍ່​ດ້ານ​ເສດ​ຖະ​ກິດ​ລະຫວ່າງ​ວົງ​ຄະນາ​ຍາດ​ວິ​ສາ​ຫະກິດຊາວ​ຫວຽດ​ນາມອ​າ​ໄສ​ຢູ່​ລາວ ແລະ ​ວິ​ສາ​ຫະກິດ ຫວຽດນາມ; ສະ​ໜອງ​ບັນ​ດາ​ນະ​ໂຍບາຍສົ່ງ​ເສີມ ​ແລະ ຊຸກຍູ້​ການ​ລົງທຶນ, ການ​ຄ້າ ​ແລະ ທ່ອງ​ທ່ຽວ​ຂອງ​ແຂວງ, ກໍ່​ຄື​ບັນດາ​ໂຄງການ​ລົງທຶນ​ທີ່​ຈຳເປັນເພື່ອ​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ວິ​ສາ​ຫະກິດ ຫວຽດ​ນາມ ​ແລະ ວິ​ສາ​ຫະກິດ​ຫວຽດນາມ ຢູ່​ລາວ; ແນະນຳບັນດາທ່າ​ໄດ້​ປຽບຂອງສິນຄ້າ ແລະ ຜະລິດຕະພັນການທ່ອງທ່ຽວທີ່ພົ້ນເດັ່ນຂອງແຂວງ; ແນະນຳ​ບັນດາ​ວິ​ສາ​ຫະກິດ​ອຸດອນທານີ ທີ່ມີ​ຄວາມ​ສົນ​ໃຈເຖິງ​ຕະຫຼາດ​ຫວຽດນາມ ​ແລະ ລາວ, ມີຄວາມຕ້ອງການຢາກ​ຮ່ວມ​ມື​ກັບ​ວິ​ສາ​ຫະກິດ ຫວຽດນາມ ​ເພື່ອເຊື່ອມ​ຕໍ່​ຢ່າງ​ວ່ອງ​ໄວ ​ແລະ ມີ​ປະສິດທິ​ຜົນ.

ທີ່​ເວທີ​ປາ​ໄສ, ສະມາຄົມ​ນັກທຸລະກິດ​ໄທ - ຫວຽດນາມ, ສະມາຄົມ​ວິ​ສາ​ຫະກິດ ຫວຽດນາມ ປະຈຳ ລາວ ​ແລະ ສະມາຄົມ​ນັກທຸລະກິດ ຫວຽດນາມ ​ໄດ້​ແລກປ່ຽນ, ປຶກສາ​ຫາລື ​ແລະ ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳການ​ຮ່ວມ​ມື​ເພື່ອ​ສ້າງ​ຕັ້ງ​ການ​ພົວພັນ​ຮ່ວມ​ມື​ໄລຍະ​ຍາວ; ສວມບົດບາດເປັນຜູ້​ເຊື່ອມ​ຕໍ່, ສະໜອງ​ຂໍ້​ມູນ​ຂ່າວສານ ​ແລະ ໜູນ​ຊ່ວຍ​ວິ​ສາ​ຫະກິດ​ສະມາຊິກ​ຢ່າງ​ມີ​ປະສິດທິ​ຜົນ; ສືບ​ຕໍ່​ຈັດ​ຕັ້ງ​ການ​ໄປ​ຢ້ຽມ​ຢາມ ແລະ ເວ​ທີ​ປາ​ໄສ​ເຊື່ອມ​ຕໍ່ລະ​ຫວ່າງ ຫວຽດ​ນາມ, ລາວ ແລະ ໄທ; ບັນດາ​ວິ​ສາ​ຫະກິດ​ໄດ້​ຕັ້ງ​ໜ້າ​ແລກປ່ຽນ​ກ່ຽວກັບຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ ​ແລະ ຄວາມ​ຕ້ອງການ​ຮ່ວມ​ມື​ລະ​ອຽດ​ເພື່ອ​ສ້າງ​ການ​ພົວພັນ​ທາງ​ທຸລະ​ກິດ, ລົງ​ນາມ ​ແລະ ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຮ່ວມ​ມື; ຊຸກຍູ້​ການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ​ສິນຄ້າທີ່ມີ​ຄຸນ​ນະພາ​ບສູງ​ລະຫວ່າງ 3 ປະ​ເທດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.